ຜູ້ທ່ີອຸທິດຕົນ ທັງຊີວິດ ເພື່ອສ້າງຂົວຕໍ່ ແຫ່ງການລົງທຶນ

ຜູ້ທ່ີອຸທິດຕົນ ທັງຊີວິດ ເພື່ອສ້າງຂົວຕໍ່ ແຫ່ງການລົງທຶນ

ຜູກພັນກັບ FDI (ການລົງທຶນໂດຍກົງ ຈາກຕ່າງປະເທດ) ມາເປັນ ເວລາ ເກືອບ 40 ປີ, ປອ ຟານຫື໊ວຖັັັ໋ງ ໄດ້ ເຫັນ ແລະ ມີສ່ວນຮ່ວມ ໃນການເຊື່ອມຕໍ່ ກະແສທຶນທໍາອິດ ຈາກສາກົນ ເຂົ້າມາ ຫວຽດ ນາມ. ສຳລັບເພິ່ນແລ້ວ, ຢູ່ເບື້ອງຫຼັງ ຂອງ ແຕ່ລະໂຄງການ ແມ່ນ ຜູ້ຄົນ ແລະ ສາຍພົວພັນຕ່າງໆ  ທີ່ຕ້ອງໄດ້ຮັບການເອົາໃຈໃສ່ ຖະ ນຸຖະຫນອມ ແລະ ເພີ່ມພູນຄູນສ້າງ.

ຜູ້ບຸກເບີກ ໃຫ້ກັບກະແສທຶນ FDI

ຂ້າພະເຈົ້າໄດ້ພົບກັບ ປອ ຟານຫື໊ວຖັ໋ງ ໃນຂະນະທີ່ເພິ່ນກຳລັງ ສົນ ທະນາກັບທ່ານ ກິມຈຸງອິນ, ນັກທຸລະກິດ ສ ເກົາຫຼີ-ຜູ້ ທີ່ມີຄວາມ ຜູກພັນ ກັບ ຫວຽດນາມ ມາເປັນເວລາກວ່າ 30 ປີ. ພວກເພິ່ນຮູ້ ຈັກກັນມາ ຕັ້ງແຕ່ຊຸມປີ 1990, ເຊິ່ງເປັນຊ່ວງທີ່ ບັນດານັກທຸລະ ກິດ ສ ເກົາຫຼີ ເລີ່ມຕົ້ນເຂົ້າມາລົງທຶນ ຢ່າງຫຼວງຫຼາຍຢູ່ ຫວຽດນາມ. ຜ່ານມາຫຼາຍປີ, ລະຫວ່າງ ພວກເພິ່ນ ບໍ່ພຽງແຕ່ ມີຄວາມຜູກພັນ ຈາກບັນດາໂຄງການ ເທົ່ານັ້ນ, ແຕ່ຍັງແມ່ນ ມິດຕະພາບ ທີ່ຖືກຫຼໍ່ ຫຼອມຂຶ້ນ ໃນຂະບວນການ ທີ່ໄດ້ຮ່ວມກັນເຫັນ ຫວຽດນາມ ເປີດ ປະຕູ ແລະ ເຊື່ອມໂຍງ.

ປອ ຟານຫື໊ວຖັ໋ງ ແລກປ່ຽນຄຳຄິດເຫັນ ກັບນັກທຸລະກິດ ກິມຈຸງອິນ ກ່ຽວກັບການດຶງດູດກະແສທຶນ FDI ເຂົ້າສູ່  ຫວຽດນາມ. ເຂົ້ເຂທິພາບ: ເຈິ່ນແທັງຢາງ/VNP
 
ນັກທຸລະກິດ ກິມຈຸງອິນ ແລະ ປອ ຟານຫື໊ວຖັ໋ງ ສົນທະນາກັນ ດ້ວຍຄວາມເຊື່ອໝັ້ນຢ່າງດຽວກັນ ຕໍ່ສາຍພົວພັນ FDI ຫວຽດນາມ - ສ ເກົາຫຼີ. ພາບ: ເຈິ່ນແທັງຢາງ/VNP

ເກີດເມື່ອປີ 1949 ຢູ່ ຮ່າໂນ້ຍ, ປອ ຟານຫື໊ວຖັ໋ງ ໄດ້ສໍາເລັດ ການ ສຶກສາລະດັບປະລິນຍາຕີ ຢູ່ສະຫະພາບ ໂຊວຽດ ໃນປີ 1973 ແລະ ໄດ້ຮັບປະລິນຍາເອກ ຂະແໜງເສດຖະກິດ ການຂົນສົ່ງ ທາງ ທະເລ ໃນປີ 1985. ເພິ່ນມີປະສົບການເຮັດວຽກ ຢູ່ບັນດາ ອົງການ ຈັດຕັ້ງລັດ ເປັນເວລາ 38 ປີ, ຕັ້ງແຕ່ ຄະນະກຳມະການແຜນການ ແຫ່ງລັດ, ຄະນະກຳມະການ ແຫ່ງລັດ ກ່ຽວກັບການ ຮ່ວມມືລົງທຶນ ຈົນຮອດກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງ ທຶນ, ເຊິ່ງເພິ່ນເຄີຍດຳລົງຕຳແໜ່ງເປັນຫົວໜ້າກົມ.

ປອ ຟານຫື໊ວຖັ໋ງ ແລະ ປຶ້ມ “ພາບລວມການລົງທຶນ ຕ່າງປະ ເທດ ຢູ່ ຫວຽດນາມ” ທີ່ເພິ່ນເປັນຜູ້ຮຽບຮຽງ. ພາບ: ເຈິ່ນແທັງຢາງ/VNP
ເຮັດວຽກຄຽງຄູ່ກັບບັນດາໜ້າປຶ້ມຂຽນ ແລະ ບົດຄົ້ນຄວ້າ ກ່ຽວກັບ FDI ແມ່ນຄວາມເຄີຍຊິນປະຈຳວັນ ຂອງ ປອ ຟານຫື໊ວຖັ໋ງ. ພາບ: ເຈິ່ນແທັງຢາງ/VNP
 

ນັ້ນແມ່ນໄລຍະທີ່ ຫວຽດນາມ ຄ່ອຍໆ ດຶງດູດກະແສການລົງທຶນ ທໍາອິດ ຈາກຕ່າງປະເທດ. ວຽກງານໃນເວລານັ້ນ ບໍ່ພຽງແຕ່ແມ່ນ ການປະເມີນໂຄງການ ຫຼື ການອະນຸມັດ ການລົງທຶນເທົ່ານັ້ນ, ແຕ່ ຍັງແມ່ນການສ້າງຄວາມເຊື່ອໝັ້ນ, ເຂົ້າໃຈຄວາມຕ້ອງການ ຂອງ ວິສະຫະກິດຕ່າງປະເທດ ແລະ ຊ່ວຍໃຫ້ພວກເຂົາເຫັນໂອກາດໃນ ຕະຫຼາດໃໝ່ ອີກດ້ວຍ.  

ຍີ່ປຸ່ນ, ສ ເກົາຫຼີ ແລະ ຫຼາຍປະເທດ ຄ່ອຍໆ ກາຍເປັນຄູ່ ຮ່ວມມື ລົງທຶນທີ່ສໍາຄັນ ຂອງ ຫວຽດນາມ. ໄປຄຽງຄູ່ກັບກະແສທຶນ ແມ່ນ ບັນດາ ເຂດອຸດສາຫະກຳ, ໂຮງງານ, ຕ່ອງໂສ້ການສະໜອງ ແລະ ໂອກາດ ການເຮັດວຽກ. ການປະກອບສ່ວນ ຂອງເພິ່ນ ໃນການ ຊຸກຍູ້ການຮ່ວມມືດ້ານການລົງທຶນ ຫວຽດນາມ - ຍີ່ປຸ່ນ ໄດ້ຮັບ ການຍ້ອງຍໍ ດ້ວຍຫຼຽນໄຊ ດວງອາທິດຂຶ້ນ ຈາກ ລັດຖະບານ ຍີ່ປຸ່ນ ໃນປີ 2018.

 

ປອ ຟານຫື໊ວຖັ໋ງ - ປະທານສະຫະພັນສາຂາການເງິນ ເຂດອຸດສາຫະກຳ ຫວຽດນາມ, ອະດີດຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ປັດຈຸບັນແມ່ນກະຊວງການເງິນ. ພາບ: ເຈິ່ນແທັງຢາງ/VNP

ແຕ່ສໍາລັບເພິ່ນແລ້ວ, ສິ່ງທີ່ໜ້າຈົດຈຳ ບໍ່ໄດ້ຢູ່ທີ່ຍົດຖາບັນດາສັກ. ມັນແມ່ນການທີ່ ນັກລົງທຶນຄົນໜຶ່ງ ໄດ້ຊອກເຫັນໂອກາດ ທີ່ ເໝາະສົມຢູ່ ຫວຽດນາມ, ທຸລະກິດແຫ່ງໜຶ່ງ ສາມາດແກ້ໄຂ ບັນ ຫາຂອງຕົນເອງໄດ້ ແລະ ສາຍພົວພັນທີ່ໄດ້ຮັບການເຊື່ອມຕໍ່ນັ້ນ ສາມາດສືບຕໍ່ຂະຫຍາຍໂຕຕໍ່ໄປໄດ້.

ສືບຕໍ່ເຊື່ອມຕໍ່ ດ້ວຍການວິໄຈ

ເມື່ອອອກຈາກວຽກງານການຄຸ້ມຄອງ ຂອງ ລັດ, ປອ ຟານຫື໊ວຖັ໋ງ ໄດ້ສ້າງຕັ້ງ Vietnam Desk ຂຶ້ນ, ສືບຕໍ່ໃຫ້ຄຳປຶກສາ ແລະ ເຊື່ອມ ຕໍ່ບັນດາ ວິສະຫະກິດ, ນັກລົງທຶນ ຫວຽດນາມ ກັບບັນດາ ຄູ່ຮ່ວມ ມືຕ່າງປະເທດ, ຊ່ວຍເຫຼືອພວກເຂົາ ໃນການຊອກຮູ້ຕະຫຼາດ, ເລືອກສະຖານທີ່ ແລະ ຈັດຕັ້ງປະຕິບັດໂຄງການ.

ປອ ຟານຫື໊ວຖັ໋ງ ຍັງເປັນ CEO ຂອງບໍລິສັດ Vietnam Desk ທີ່ມີຫ້ອງການຢູ່ ຮ່າໂນ້ຍ ແລະ ມີຕົວແທນຢູ່ ຍີ່ປຸ່ນ ທີ່ຊ່ຽວຊານ ດ້ານການຊຸກຍູ້ການລົງທຶນ, ການຄ້າ ຫວຽດນາມ - ຍີ່ປຸ່ນ. ພາບ: ເຈິ່ນແທັງຢາງ/VNP

ເມື່ອເຂົ້າບໍານານ, ເພິ່ນຍັງຄົງເຮັດວຽກ, ພົບປະກັບນັກທຸລະກິດ, ໃຫ້ຄຳປຶກສາ ແລະ ຂຽນບົດ. ຫຼາຍປີ ທີ່ຜູກພັນກັບ FDI ໄດ້ກາຍ ເປັນ ແຫຼ່ງຂໍ້ມູນອັນລ້ຳຄ່າ ກ່ຽວກັບຂະບວນການ ທີ່ ຫວຽດນາມ ເປີດປະຕູ ແລະ ເຊື່ອມໂຍງເສດຖະກິດກັບຕ່າງປະເທດ. ເພິ່ນໄດ້ ຈັດລະບົບປະສົບການ ເຫຼົ່ານັ້ນ ຜ່ານຫຼາຍຜົນງານ ເຊັ່ນ: ພາບ ລວມ 20 ປີ ແຫ່ງການລົງທຶນ ຂອງຕ່າງປະເທດຢູ່ ຫວຽດນາມ, FDI-ເງິນສອງດ້ານ, FDI ກັບທິດທາງການດຶງດູດ ເຕັກໂນໂລຊີ ລະດັບສູງ ແລະ FDI-ພັນທະກິດຄູ່ ໃນບໍລິບົດໃໝ່. ປຶ້ມ FDI-ພັນທະກິດຄູ່ ໃນບໍລິບົດໃໝ່ ໄດ້ຮັບລາງວັນ B ຂອງ ລາງວັນ ປຶ້ມແຫ່ງຊາດ ປີ 2022.  

ປີນີ້, ປອ ຟານຫື໊ວຖັ໋ງ ກຳລັງເຮັດບົດວິທະຍານິພົນ ປະລິນຍາເອກ ກ່ຽວກັບ FDI ຢູ່ ມະຫາວິທະຍາໄລ ໂຕກຽວ-ຍີ່ປຸ່ນ, ໂດຍຄາດວ່າ ຈະປ້ອງກັນບົດ ໃນເດືອນ ມັງກອນ 2027. ໃນຫ້ອງເຮັດວຽກຂອງ ເພິ່ນ ມີແຜນວາດ ທີ່ບັນທຶກ ການຂະຫຍາຍໂຕ ຂອງ ກະແສທຶນ FDI ເຂົ້າມາ ຫວຽດນາມ ຜ່ານໄລຍະຕ່າງໆ. ເມື່ອຂ້າພະເຈົ້າ ຖາມວ່າ ເປັນຫຍັງຈຶ່ງບໍ່ແຂວນຮູບພາບທຳມະຊາດ ຫຼື ຮູບສ່ວນ ຕົວ, ເພິ່ນໄດ້ແບ່ງປັນວ່າ: “ຂ້ອຍເບິ່ງແຜນວາດເຫຼົ່ານັ້ນ ເພື່ອໃຫ້ ເຫັນ ການຂະຫຍາຍໂຕ ຂອງປະເທດຊາດ, ເຫັນບາດກ້າວເດີນ ໃນສາຍພົວພັນ ການຮ່ວມມືສາກົນກັບ ຫວຽດນາມ. ແລະ ເບິ່ງມັນ ເພື່ອໃຫ້ເຫັນວ່າ ຕົນເອງຍັງຕ້ອງສືບຕໍ່ເຮັດວຽກ”.

 

ດ້ວຍການປະກອບສ່ວນໃຫ້ແກ່ສາຍພົວພັນການລົງທຶນ ຫວຽດນາມ-ຍີ່ປຸ່ນ, ປອ ຟານຫື໊ວ ຖັ໋ງ ໄດ້ຮັບຫຼຽນໄຊ ດວງອາທິດຂຶ້ນ ຈາກລັດຖະບານ ຍີ່ປຸ່ນ. ພາບ: ເອກະສານ
 
ປອ ຟານຫື໊ວຖັ໋ງ ພ້ອມກັບຄອບຄົວ ທີ່ພິທີ ຮັບລາງວັນ ຂໍ້ມູນຂ່າວສານຕ່າງປະເທດ ທົ່ວປະເທດ ປີ 2020. ພາບ: ເຈິ່ນແທັງຢາງ/VNP

ບາງທີ, ນັ້ນອາດແມ່ນວິທີງ່າຍທີ່ສຸດ ເມື່ອກ່າວເຖິງ ປອ ຟານ, ວິສາຫະກິດ ແລະ ບັນດານັກລົງທຶນຕ່າງປະເທດ.

ບົດ: ບິກເວິນ - ພາບ: ເຈິ່ນແທັງຢາງ/VNP, ເອກະສານ


Top