ປ່າສະຫງວນແຫ່ງຊາດ ກາດຕຽນ

ປ່າສະຫງວນແຫ່ງຊາດ ກາດຕຽນ

ປ່າສະຫງວນແຫ່ງຊາດ ກາດຕຽນ ໄດ້ຮັບນາມມະຍົດ ບັນຊີລາຍຊື່ ສີຂຽວ IUCN ແລະ ໄດ້ຮັບນາມມະຍົດນີ້ ເມື່ອເດືອນ ມິຖຸນາ ທີ່ຜ່ານມາ. ນີ້ແມ່ນບາດກ້າວ ສໍາຄັນ ໃນການ ອະນຸລັກຮັກສາ ທຳມະຊາດ ແລະ ຊີວະນາໆ ພັນຢູ່ ຫວຽດນາມ. ພາບ: ຕັງອາເປົ໋າ 

ປ່າສະຫງວນແຫ່ງຊາດ ກາດຕຽນ ໄດ້ຮັບການສ້າງຕັ້ງ ໃນປີ 1992 ແລະ ຕັ້ງຢູ່ໃນພື້ນທີ່ 5 ເມືອງຄື: ເຕິນຝູ, ຫວີ໊ງກື໊ວ (ແຂວງ ດົ່ງນາຍ); ກາດຕຽນ, ບ໋າວເລີມ (ແຂວງ ເລີມດົ່ງ); ບູ່ດັງ (ແຂວງ ບິ່ງເຟືອກ), ມີເນື້ອທີ່ທັງໝົດກວ່າ 71.000 ເຮັກຕາ, ໃນນັ້ນ ດົ່ງນາຍ ກວມ ເນື້ອທີ່ໃຫຍ່ກວ່າໝູ່, ເກືອບ 40.000 ເຮັກຕາ. ຄຸນລັກສະນະ ຂອງ ປ່າສະຫງວນແຫ່ງຊາດ ກາດຕຽນ ແມ່ນປ່າດົງດິບ ເຂດຮ້ອນ, ດ້ວຍລະດັບ ຄວາມປົກຄຸມປ່າໄມ້ ກວ່າ 80%, ໄດ້ກາຍເປັນ “ໄຂ່ມຸກ ສີຂຽວ” ມີຜົນສະທ້ອນທີ່ສໍາຄັນ ບໍ່ພຽງແຕ່ ຕໍ່ສິ່ງແວດລ້ອມ ເທົ່ານັ້ນ, ແຕ່ຍັງ ຕໍ່ຊີວິດການເປັນຢູ່ ຂອງຊຸມຊົນ ໃນພາກພື້ນ ອີກດ້ວຍ.

ປ່າສະຫງວນແຫ່ງຊາດ ກາດຕຽນ ແມ່ນມີຄວາມຫຼາກຫຼາຍ ດ້ານຊີວະນາໆ ພັນສູງ. ເຂດນີ້ຮັບຮູ້ລະບົບສັດ 1.729 ຊະນິດ ແລະ ລະບົບ ພືດຊັ້ນສູງ 1.655 ຊະນິດ, ໃນນັ້ນມີສັດກວ່າ 100 ຊະນິດ ຖືກຈັດເຂົ້າໃນບັນຊີປຶ້ມແດງ ຫວຽດນາມ ທີ່ຕ້ອງໄດ້ຮັບການ ອະນຸລັກ. ປ່າສະຫງວນແຫ່ງຊາດ ກາດຕຽນ ໄດ້ຮັບການ ຮັບຮອງ ຈາກອົງການ UNESCO ວ່າເປັນເຂດອະນຸລັກ ຊີວະນາໆ ພັນໂລກ ໃນປີ 2001 ແລະ 2011; ແລະ ເປັນເຂດບູຮານສະຖານ ແຫ່ງຊາດ ພິເສດ ໃນປີ 2012.

ຕົ້ນຕຸງ (Hernandia nymphaeifolia)​ ໃນ​ປ່າ​ສະຫງວນ​ແຫ່ງ​ຊາດ ​ກາ​ດຕຽນ. ພາບ: ຕັງອາເປົ໋າ 

ກາດຕຽນ ຍັງໄດ້ຮັບຂະໜານນາມວ່າ ເປັນ “ຊາຍຄາຂອງ ສັດ ທັງປວງ” ກັບສັດ 96 ຊະນິດ, ສັດເລືອຄານ 94 ຊະນິດ, ແມງໄມ້ 903 ຊະນິດ. ປັດຈຸບັນ, ປ່າສະຫງວນແຫ່ງຊາດ ກາດຕຽນ ມີຊ້າງ ກວ່າ 20 ໂຕ ດຳລົງຊີວິດ ຢູ່ລຽບຕາມເສັ້ນທາງພາຍໃນ, ນັກທ່ອງທ່ຽວສາມາດ ເຫັນຊ້າງ ອອກໄປຊອກຫາອາຫານ ໃນຕອນກາງເວັນ. ໂດຍສະເພາະ, ນີ້ແມ່ນບ່ອນຢູ່ອາໄສ ຂອງ ທະນີ ແກ້ມເຫຼືອງ-ໜຶ່ງໃນສັດ ທີ່ຢູ່ໃນກຸ່ມ IB-ເປັນກຸ່ມທີ່ໃກ້ຈະສູນພັນ, ມີຄ່າຫາຍາກ, ນອນຢູ່ໃນປື້ມແດງຂອງໂລກ ແລະ ໄດ້ຮັບການ ປົກປ້ອງ ຢ່າງເຂັ້ມງວດ. ທະນີແກ້ມເຫຼືອງ ອາໄສ ຢູ່ເທິງຕົ້ນໄມ້ ສູງ 30 ມ. ໂຕຜູ້ ມີຂົນ ສີດຳ, ຂົນຢູ່ແກ້ມທັງສອງສີເຫຼືອງ. ໂຕແມ່ ມີຂົນ ສີເຫຼືອງ, ຂົນຢູ່ຈອມຫົວສີດຳ. ພວກມັນ ຢູ່ລວມຕົວກັນເປັນຝູງ ມີຈຳນວນແຕ່ 3-5 ໂຕ ລວມທັງພໍ່ແມ່ ແລະ ລູກ. 

ກ່ຽວກັບນົກ, ປ່າສະຫງວນແຫ່ງຊາດ ກາດຕຽນ ມີນົກ 343 ຊະນິດ, ປຽບເໝືອນ “ປະເທດຫຍໍ້ສ່ວນ” ຂອງນົກປ່າ, ກວມກວ່າ 40% ປະ ເພດນົກ ທັງໝົດຂອງ ຫວຽດນາມ. ໃນຮູບ ແມ່ນນົກກົກ ໄດ້ສູນ ຊ່ວຍເຫຼືອ, ອະນຸລັກ ແລະ ພັດທະນາ ການລ້ຽງສັດ ຮັບເອົາ ຈາກ ປະຊາຊົນ ເພື່ອນໍາມາລ້ຽງ ແລະ ປ່ອຍຄືນ ສູ່ປ່າທຳມະຊາດ ເມື່ອມີເງື່ອນໄຂຄົບຖ້ວນ. ນົກກົກ ມີຂົນສີດໍາອ່ອນ, ຕົ້ນຄໍ ແລະ ຄໍສີຂາວ, ສົບສີເຫຼືອງອ່ອນ, ມີຂະໜາດໃຫຍ່. ນົກກົກ ເປັນຢູ່ໃນກຸ່ມ IB-ກຸ່ມທີ່ໃກ້ຈະສູນພັນ, ມີຄ່າ ແລະ ຫາຍາກ.

ເບົ່າເຊົ໋າ ແມ່ນໜອງນໍ້າຈືດ ທີ່ກວ້າງໃຫຍ່ ຢູ່ທາງທິດໃຕ້ ຂອງ ປ່າສະຫງວນແຫ່ງຊາດ ກາດຕຽນ, ເປັນບ່ອນຢູ່ຂອງ ແຂ້ສະຫຍາມ (Crocodylus siamensis)-ເປັນແຂ້ຫາຍາກ ຂອງ ຫວຽດນາມ. ພາບ: ຕັງອາເປົ໋າ 

ມີສັດລ້ຳຄ່າ ຫຼາຍຊະນິດ, ເພາະສະນັ້ນ ລຽບຕາມຖະໜົນ ໃນ ຕອນກາງຄືນ, ເມື່ອໃຊ້ໄຟສາຍເຍືອງ, ນັກທ່ອງທ່ຽວ ກໍ່ຈະໄດ້ເຫັນ ສັດປ່າຫຼາຍໂຕ ກຳລັງເຄື່ອນໄຫວ ໃນຍາມກາງຄືນ. ພິເສດ ແມ່ນ ມີກວາງປ່າຫຼາຍໂຕ, ຢູ່ຕາມ ທົ່ງຫຍ້າທ່ີກວ້າງ ສາມາດເຫັນກວາງ ນັບສິບໂຕ ອອກຫາກິນ ໃນຍາມກາງຄືນ.

ນີ້ກໍ່ແມ່ນບ່ອນຢູ່ຂອງໝີ 55 ໂຕ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ອົງການ Free The Bears ຢູ່ ຫວຽດນາມ. ໝີ ຈຳນວນນີ້ ແມ່ນໄດ້ ຮັບເອົາ ຈາກຟາມລ້ຽງໝີ ເພື່ອດູດເອົານໍ້າບີ ຈາກແຫ່ງຕ່າງໆ ມາ ປິ່ນປົວ, ລ້ຽງດູ ເພື່ອໄດ້ໃຊ້ຊີວິດສ່ວນທີ່ເຫຼືອ ຢ່າງປອດໄພ ແລະ ມີຄວາມສຸກ. ເນື່ອງຈາກໄດ້ຮັບການດູແລ ເປັນພິເສດ, ບັນດາໂຕໝີ ໃນສະຖານີ ກູ້ໄພ ຈິ່ງມີຄວາມກະຕືລືລົ້ນ ແລະ ເປັນມິດກັບມະນຸດ.

ປ່າສະຫງວນແຫ່ງຊາດ ກາດຕຽນ ໄດ້ຮັບນາມມະຍົດ ບັນຊີລາຍຊື່ ສີຂຽວ IUCN ແລະ ໄດ້ຮັບນາມມະຍົດນີ້ ເມື່ອເດືອນ ມິຖຸນາ ທີ່ຜ່ານມາ. ນີ້ແມ່ນບາດກ້າວ ສໍາຄັນ ໃນການ ອະນຸລັກຮັກສາ ທຳມະຊາດ ແລະ ຊີວະນາໆ ພັນຢູ່ ຫວຽດນາມ.

 

ຖ້າທ່ານຕ້ອງການຊົມສັດ, ນົກ, ສັດເລືອຄານ ແລະ ແມງໄມ້ ຫຼາຍຊະນິດ, ທ່ານຄວນໄປຢ້ຽມຢາມຫໍພິພິທະພັນ ຂອງ ປ່າ ສະຫງວນແຫ່ງຊາດ ກາດຕຽນ. ສະຖານທີ່ແຫ່ງນີ້ ແມ່ນໄດ້ ຮັບການ ວາງສະແດງ ຕົວຢ່າງບັນດາປະເພດສັດປ່າ ມີຄ່າຫາຍາກ, ໃນນັ້ນລວມທັງຊະນິດ ທີ່ຖືກສູນພັນແລ້ວເຊັ່ນ ແຮດ.

ນອກຈາກສັດແລ້ວ, ປ່າສະຫງວນແຫ່ງຊາດ ກາດຕຽນ ຍັງມີ ລະບົບ ພືດ ສຸດທີ່ອຸດົມສົມບູນ ກັບໄມ້ 1.655 ຊະນິດ. ບັນດາປະເພດໄມ້ ມີຄ່າຫາຍາກ ທີ່ຕ້ອງກ່າວເຖິງເຊ່ັນ ໄມ້ຂະຍູງ, ໄມ້ແຕ້ຄ່າ, ໄມ້ແດງ, ໄມ້ດູ່...ໃນຮູບແມ່ນ ໄມ້ແຕ້ຄ່າ ມີອາຍຸ ປະມານ 700 ປີ, ສູງເກືອບ 40 ມ, ມີເສັ້ນຜ່າສູນກາງ 2,5 ມ, ມີຊື່ສຽງ ໂດ່ງດັງ ໃນປ່າສະຫງວນ ແຫ່ງຊາດ ກາດຕຽນ. ວັນທີ 12 ກຸມພາ 1988, ມື້ລາງ ນາຍົກລັດຖະມົນຕີ ຟ້າມວັນດ່ົງ ໄດ້ມາ ຢ້ຽມຢາມ ຕົ້ນໄມ້ແຕ້ຄ່າ ທີ່ເກົ່າແກ່ນີ້ ແລະ ໃຫ້ຄຳກ່າວເຕືອນ ທ່ີລ້ຳຄ່າ ຕໍ່ວຽກງານ ປົກປັກຮັກສາປ່າ. ເພື່ອເປັນທ່ີລະນຶກ ແລະ ເຕືອນຄົນລຸ້ນຫຼັງ ກ່ຽວກັບຄວາມຮັບຜິດຊອບ ຂອງການອະນຸລັກຮັກສາ, ປ່າສະຫງວນແຫ່ງຊາດ ກາດຕຽນ ໄດ້ຕັ້ງຊື່ໃຫ້ຕົ້ນໄມ້ນີ້ວ່າ: ຕົ້ນ ໄມ້ແຕ້ ລຸງ ດ່ົງ.

ບ່ອນທ່ອງທ່ຽວ ທີ່ດຶງດູດນັກທ່ອງທ່ຽວ ຫຼາຍຄົນ ເມື່ອເວົ້າເຖິງ ບັນດາປະເພດຕົ້ນໄມ້ໃຫຍ່ ອີກແຫ່ງໜຶ່ງ, ນັ້ນຄື “ຕົ້ນຕຸງ” (Hernandia nymphaeifolia), ມີອາຍຸ ກວ່າ 400 ປີ, ມີລຳຕົ້ນ ສີເທົ່າຂາວ, ສູງປະມານ 40 ມ, ເສັ້ນຜ່າສູນກາງ ຂະໜາດໃຫຍ່ ຈົນຫຼາຍສິບຄົນ ບໍ່ສາມາດກອດຫຸ້ມ. ໂດຍສະເພາະ, ຕົ້ນໄມ້ມີ ລະບົບຮາກທ່ີໃຫຍ່ ແລະ ແຂງແກ່ນ, ແຜ່ລາມ ກວ້າງອອກ ໄປທົ່ວ ພື້ນດິນ ເຖິງຫຼາຍສິບແມັດ, ສ້້າງເປັນຮູບຮ່າງ ແປກປະຫຼາດ ຄ້າຍຄື ໂຕ ງູ, ງູເຫຼືອມ ຫຼື ຫາງໄດໂນເສົາ...

ໝູປ່າ, ກວາງ, ຟານ ແລະ ນົກ ທີ່ຫາຍາກ ໄດ້ຖືກຄຸ້ມຄອງ ຢູ່ໃນປ່າສະຫງວນແຫ່ງຊາດ ກາດຕຽນ. ພາບ: ຕັງອາເປົ໋າ 

ຕົ້ນ​ໄມ້​ໃຫຍ່ ທີ່​ເກີດ​ຢູ່​ປ່າ​ສະຫງວນ​ແຫ່ງ​ຊາດ ກາດຕຽນ ​ແມ່ນ ກົກໄຮ​ ​ຮ້ອຍລຳ ກໍເປັນ​ຈຸດ​ເດັ່ນ​ ທີ່​ຈື່​ງ່າຍ​ຂອງເຂດ​ປ່າ​ແຫ່ງນີ້. ຕົ້ນໄມ້ປົກຄຸມ ທົ່ວໜ້າຫ້ວຍນ້ຳ, ສ້າງເປັນເງົາຮົ່ມເຢັນຕະຫຼອດປີ, ມີຮາກນັບບໍ່ຖ້ວນ ທີ່ຕິດແໜ້ນ ຢູ່ກັບກະແສນ້ຳທີ່ເຢັນສະບາຍ.

ນັບແຕ່ປີ 2005 ເປັນຕົ້ນມາ, ກອງເລຂາ ສົນທິສັນຍາ Ramsar ໄດ້ຮັບຮອງ ລະບົບດິນທາມ ເບົ່າເຊົ໋າ  ຕັ້ງຢູ່ໃນ ປ່າສະຫງວນແຫ່ງຊາດ ກາດຕຽນ ເປັນເຂດດິນຈົມນໍ້າ ທີ່ສຳຄັນ ອັນດັບ 1.499 ຂອງ ໂລກ.

 

ມາຍັງປ່າສະຫງວນແຫ່ງຊາດ ກາດຕຽນ, ນັກທ່ອງທ່ຽວ ສາມາດ ໄດ້ຊົມ “ດອກໄຊຍະພຶກ” ບານ, ນີ້ແມ່ນຕົ້ນໄມ້ປະດັບ, ມີລຳຕົ້ນ ໃຫຍ່, ດອກສີບົວ ອອກເປັນພວງ, ສົ່ງກິ່ນຫອມ ແລະ ເກີດຂຶ້ນຫຼາຍ ຢູ່ ປ່າສະຫງວນແຫ່ງຊາດ ກາດຕຽນ. ດອກໄມ້ເລີ່ມອອກດອກ ໃນທ້າຍເດືອນ ເມສາ ແລະ ບານເຕັມທ່ີໃນເດືອນ ພຶດສະພາ ແລະ ແກ່ຍາວເຖິງເດືອນ ມິຖຸນາ.

ບໍ່ພຽງແຕ່ມີຄວາມອຸດົມສົມບູນ ກ່ຽວກັບລະບົບສັດ ແລະ ພືດພັນ ເທົ່ານັ້ນ, ໄປຍັງ ປ່າສະຫງວນແຫ່ງຊາດ ກາວຕຽນ, ນັກທ່ອງທ່ຽວ ຍັງສາມາດຊົມທິວທັດທຳມະຊາດ ທີ່ມີຄວາມສວຍງາມ ຊວນຝັນ ພ້ອມກັບສຽງນ້ຳໄຫຼ ຢູ່ແຄມແກ້ງ ເບ໋ັນກື້. ແກ້ງມີ​ຄວາມ​ຍາວ​ກວ່າ 500 ມ, ມີສາຍນ້ຳ​ໄຫຼ​ຕະຫຼອດ​ປີ, ສ້າງ​ຈຸດ​ເດັ່ນ​ ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ບົດ ແລະ ພາບ: ຕັງອາເປົ໋າ - ແປໂດຍ: ບິກລຽນ


Top