ປີ້ງຊີ້ນງົວ ໃສ່ປັ້ງໄມ້ໄຜ່
ສິ່ງທີ່ຍາກສຸດ ໃນການປຸງແຕ່ງລາຍການອາຫານ ປີ້ງຊີ້ນງົວໃສ່ປັ້ງໄມ້ ໄຜ່ ແມ່ນການເລືອກຊີ້ນງົວ ແລະ ວິທີການເອືອບ. ຕາມປົກກະຕິ ພໍ່ ຄົວຈະເລືອກຊີ້ນງົວໜຸ່ມ ເນື່ອງຈາກວ່າ ຄຸນນະພາບ ຂອງ ຊີ້ນ ຈະ ອ່ອນນຸ້ມກວ່າ. ພາຍຫຼັງຈາກຊື້ຊີ້ນງົວ ມາ ຈະຊອຍເປັນຕ່ອນໆ ແລ້ວ ນໍາໄປ ເອືອບກັບເຄື່ອງເທດຊະນິດຕ່າງໆ ເຊັ່ນ: ພິກໄທ, ຫົວສີໄຄ, ຜັກບົ່ວ, ໃບເຕີຍ, ຫົວຜັກທຽມບົດ, ນ້ຳປາ, ນ້ຳຕານ...
ປັ້ງໄມ້ໄຜ່ ທີ່ກະກຽມ ຈະມີຄວາມໜາປະມານ 15-20 ຊມ, ລ້າງ ໃຫ້ ສະອາດ ແລະ ແຫ້ງ. ເອົາຊີ້ນງົວ ທີ່ເອືອບໄວ້ນັ້ນ ໃສ່ເຂົ້າໃນປັ້ງ ແລ້ວ ໃຊ້ເຈ້ຍຊືນ ປິດປາກປັ້ງໃຫ້ແຈບ. ກະກຽມເຕົາຖ່ານ, ຫຼັງຈາກນັ້ນເອົາ ຂຶ້ນລົນເທິງເຕົາຖ່ານ ໃຊ້ເວລາປະມານ 10-20 ນາທີ. ເມື່ອໄຟລຸກ ແຮງ ຈຶ່ງເອົາປັ້ງ ໄມ້ໄຜ່ ທີ່ໄດ້ຍັດຊີ້ນ ແລ້ວປີ້ງຢູ່ເທິງເຕົາຖ່ານ. ໃນເວ ລາປີ້ງ, ຕ້ອງປີ້ນປັ້ງ ຢູ່ເລື້ອຍໆ ເພື່ອໃຫ້ຊີ້ນ ສຸກສະເໝີ, ເວລາ ປະ ມານ 20-30 ນາທີ, ເມື່ອເຫັນວ່າ ຊີ້ນງົວ ໄດ້ປ່ອຍນ້ໍາ ແລະ ມີກິ່ນ ຫອມ ຈຶ່ງເອົາປັ້ງອອກຈາກເຕົາຖ່ານ. ໃຊ້ມີດ ຜ່າປັ້ງໄມ້ໄຜ່ ອອກເພື່ອເຜີຍໃຫ້ເຫັນສ່ວນຊີ້ນປີ້ງ ຢູ່ພາຍໃນ ແລະ ພ້ອມຮັບປະທານ.
ທີ່ຢູ່ຮ້ານອາຫານ:
ຮ້ານອາຫານ ເຈີ້ເກວ: ເລກ 1, ຖະໜົນ 163 ຮ່ວາງເງິນ, ຕາແສງ ຈຸງຮ່ວາ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ
ຊີ້ນງົວປີ້ງ ໃສ່ປັ້ງໄມ້ໄຜ່ ເມື່ອສຸກແລ້ວຈະມີກິ່ນຫອມ, ຊີ້ນນຸ້ມ ເຂົ້າ ກັບເຄື່ອງເທດ ເອືອບຊັ້ນດີ ທີ່ເປັນເອກະລັກ. ການຮັບປະທານ ແມ່ນ ຂຶ້ນກັບແຕ່ລະເຂດ ພາກ, ສາມາດ ຈໍ້າຊີ້ນງົວສຸກ ກັບນໍ້າເຕົ້າຈ້ຽວ ຂຸ້ນ ຫຼື ສ່ວນປະສົມເກືອ, ພິກໄທ ບີບ ນໍ້າໝາກນາວ ຫຼື ຈໍ້າກັບນໍ້າ ສະອີວ ກໍໄດ້. ລາຍການອາຫານນີ້ສາມາດ ກິນກັບເຂົ້າປຸ້ນ ຫຼື ໃຊ້ເປັນ ຂອງ ແກ້ມ ກັບເຫຼົ້າ ເບຍ.
ດ້ວຍວິທີການປຸງແຕ່ງທີ່ບໍ່ຍາກເກີນໄປ, ແຕ່ຕ້ອງການລາຍລະອຽດ, ເພາະສະນັ້ນ ປັດຈຸບັນລາຍການອາຫານ ປີ້ງຊີ້ນງົວໃສ່ປັ້ງໄມ້ໄຜ່ ໄດ້ ມີໜ້າຢູ່ຕາມຮ້ານອາຫານໃຫຍ່ໆ ຫຼາຍແຫ່ງ, ໃນງານລ້ຽງສ້າງສັນ, ຮັບປະທານງ່າຍ ແລະ ໜ້າຮັບປະທານເປັນຢ່າງຍິ່ງ.