ປະຕິວັດ ປັບປຸງກົງຈັກລັດ ໃຫ້ກະທັດລັດ: “ເຂັ້ມແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ”

ປະຕິວັດ ປັບປຸງກົງຈັກລັດ ໃຫ້ກະທັດລັດ: “ເຂັ້ມແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ”


 ປະເທດຊາດ ກຳລັງ ຢືນຢູ່ຕໍ່ໜ້າປະຕູປະຫວັດສາດ ກ້າວເຂົ້າສູ່ ຍຸກໃໝ່, ຫວຽດນາມ ໄດ້ຕັດສິນໃຈ ໃນການປັບປຸງ ອົງການຈັດຕັ້ງກົງຈັກ ລະບົບການເມືອງ ຕາມທິດກະທັດລັດ, ເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ, ເພື່ອສ້າງແຮງຈູງໃຈໃໝ່, ປະສິດທິພາບໃໝ່ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ.

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບປັບປຸງ, ປະກອບເພີ່ມເຕີມ ບາງມາດຕາ ຂອງກົດໝາຍວ່າດ້ວຍ ການຈັດຕັ້ງສະພາແຫ່ງຊາດ. ພາບ: ຢວ໊ານເຕິ໋ນ /VNA

ໃນບົດຂຽນ ກ່ຽວກັບການສ້າງລະບົບການເມືອງ ໃນຫົວຂໍ້ “ກະທັດລັດ-ເຂັ້ມແຂງ-ປະສິດທິພາບ-ຜົນສັກສິດ-ປະສິດທິຜົນ”, ສະຫາຍເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ ໃນທຸກໄລຍະ ການປະຕິວັດ, ພັກ ແລະ ລັດ ຂອງ ພວກເຮົາ ໄດ້ຖືສຳຄັນເປັນພິເສດ ການຍົກສູງຄວາມສາມາດນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງການຕໍ່ສູ້ຂອງພັກ, ເພີ່ມທະວີປະສິດທິພາບ, ຜົນສັກສິດ ແລະ ປະສິດທິຜົນ ການເຄື່ອນໄຫວ ຂອງ ລະບົບການເມືອງຢູ່ສະເໝີ. ເມື່ອທຽບກັບການປ່ຽນແປງອັນໃຫຍ່ຫຼວງ ຂອງປະເທດຊາດ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ການພັດທະນາ ລັດແຫ່ງກົດໝາຍ ສັງຄົມນິຍົມ ແລະ ຜົນສຳເລັດທາງດ້ານວິທະຍາສາດ ເຕັກໂນໂລຊີ; ການຈັດຕັ້ງກົງຈັກ ລະບົບການເມືອງ ຂອງປະເທດເຮົາ ເຖິງແມ່ນວ່າໄດ້ມີການປ່ຽນແປງໃໝ່ ໃນບາງພາກສ່ວນ, ແຕ່ໂດຍພື້ນຖານແລ້ວ ຍັງຄົງຕາມຮູບແບບ ທີ່ໄດ້ຖືກອອກແບບມາຫຼາຍສິບປີກ່ອນ, ຫຼາຍບັນຫາຈະບໍ່ສອດຄ່ອງ ກັບເງື່ອນໄຂໃໝ່ ແມ່ນຂັດກັບກົດເກນການພັດທະນາ; ສ້າງຄວາມຮູ້ສຶກ “ເວົ້າບໍ່ກົງກັບການກະທຳ”.  

ພາຍຫຼັງ 6 ເດືອນ ແຫ່ງການຈັດຕັ້ງປະຕິບັດ, ທົ່ວທັງລະບົບການເມືອງໄດ້ມີການເຄື່ອນໄຫວຢ່າງແຂງແຮງ, ເຄື່ອນໄຫວດ້ວຍຈິດໃຈໃໝ່, ຄວາມໄວໃໝ່ ເພື່ອສ້າງແຮງຈູງໃຈໃໝ່, ປະສິດທິພາບ ໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ກົມການເມືອງ, ຄະນະເລຂາທິການ ເຮັດວຽກຢ່າງຮີບດ່ວນ, ສະພາແຫ່ງຊາດ-ລັດຖະບານ-ຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍຢ່າງຕັ້ງໜ້າ ເພື່ອແກ້ໄຂຈຸດຕິດຂັດ, ຂອດຈຳກັດ, ສິ່ງກີດຂວາງອຸດຕັນ ທີ່ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ, ໃຫ້ແກ່ຊີວິດການເປັນຢູ່ ແລະ ການ ເຄື່ອນໄຫວຂອງ ປະຊາຊົນ...

ເຂດປະຕິບັດງານ ຂອງ ສູນຫ້ອງຄວບຄຸມ ປະກອບດ້ວຍ ເຄື່ອງຈັກຈຳນວນຫຼາຍ ທີ່ຜະລິດ ໃນຊຸມປີ 1960 ແລະ 1970. ພາບ: ຮຸຍຮຸ່ງ/VNA

ມາຮອດປັດຈຸບັນ, ຄະນະພັກຂັ້ນສູນກາງ ພາຍຫຼັງເຮັດໃຫ້ ກົງຈັກກະທັດລັດ ຕາມມະຕິ 18-NQ/TW ກ່ຽວກັບ “ບາງບັນຫາ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນອົງການຈັດຕັ້ງກົງຈັກ ຂອງລະບົບການເມືອງ ກະທັດລັດ, ການດຳເນີນງານມີຜົນສັກສິດ, ມີປະສິດທິຜົນ” ຍັງເຫຼືອພຽງ 6 ຄະນະ, ລວມມີ ຄະນະຈັດຕັ້ງສູນກາງ; ຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນສູນ​ກາງ; ຄະນະໂຄສະນາສຶກສາ ແລະ ຂົນຂວາຍສູນກາງ; ຄະນະກຳມະການກວດກາສູນກາງ; ຫ້ອງວ່າການສູນການພັກ ແລະ ຄະນະ ນະໂຍບາຍ ແລະ ຍຸດທະສາດສູນກາງ.

ໃນກອງປະຊຸມ ສະໄໝວິສາມັນຄັ້ງທີ 9, ສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍ ສະບັບປັບປຸງ, ປະກອບເພີ່ມເຕີມ ບາງມາດຕາ ຂອງກົດໝາຍ ວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ມະຕິ ກ່ຽວກັບການຈັດຕັ້ງ ບັນດາອົງການຈັດຕັ້ງ ຂອງ ສະພາແຫ່ງຊາດ; ມະຕິ ກ່ຽວກັບຈຳນວນສະມາຊິກ ຄະນະປະຈຳ ສະພາແຫ່ງຊາດຊຸດທີ XV. ທ່ານຮອງປະທານ ສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ ກ່ອນການສັບຊ້ອນ, ກຸ່ມສະພາແຫ່ງຊາດ ມີ 14 ອົງການ, ພາຍຫຼັງການສັບຊ້ອນຍັງເຫຼືອ 9 ອົງການ, ຫຼຸດລົງ 5 ອົງການ, ບັນລຸອັດຕາຫຼຸດລົງ 37,5%. ສຳລັບກົມ, ໜ່ວຍງານສັງກັດຫ້ອງວ່າການສະພາແຫ່ງຊາດ, ພາຍຫຼັງການສັບຊ້ອນຫຼຸດລົງກວ່າ 51% ຫົວໜ່ວຍ. ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງ ແລະ ຮີບດ່ວນ ຂອງ ອົງການຕ່າງໆ.

ການເກັບກູ້ເຂົ້າ ຕົ້ນລະດູແລ້ງ-ລະດູບານໃໝ່ ເທິງທົ່ງນາ ຕາແສງ ລອງດຶກ (ເມືອງ ລອງຝູ໋, ແຂວງ ຊ໋ອກຈັງ). ພາບ: ຕ໋ວນຟີ/VNA

ໃນຂະນະດຽວກັນ, ອົງການຈັດຕັ້ງ ກົງຈັກລັດຖະບານ ອາຍຸການ 2021-2026 ໄດ້ເຮັດໃຫ້ກະທັດລັດ ເຫຼືອ 14 ກະຊວງ, 3 ອົງການທຽບເທົ່າກະຊວງ (ຫຼຸດລົງ 5 ກະຊວງ, ຂະແໜງການ, ເທົ່າກັບ 22,7%), ລວມມີ: ກະຊວງປ້ອງກັນປະເທດ; ກະຊວງຕຳຫຼວດ; ກະຊວງຍຸຕິທຳ; ກະຊວງອຸດສາຫະກຳ ແລະ ການຄ້າ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກະຊວງການຕ່າງປະເທດ; ກະຊວງສຶກສາ ແລະ ບຳລຸງສ້າງ; ກະຊວງສາທາລະນະສຸກ; ກະຊວງການເງິນ; ກະຊວງກໍ່ສ້າງ; ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ກະຊວງພາຍໃນ; ກະຊວງຊົນເຜົ່າ ແລະ ສາສະໜາ; ສຳນັກງານລັດຖະບານ; ອົງການກວດກາລັດຖະບານ; ທະນາຄານ ລັດແຫ່ງຊາດ ຫວຽດນາມ.

ມີ 5 ອົງການ ສັງກັດລັດຖະບານ (ຫຼຸດລົງ 3 ອົງການ, ເທົ່າກັບ 37,5%), ລວມມີ: ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ສະພາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງຫວຽດນາມ, ສຳນັກຂ່າວສານ ຫວຽດນາມ.

ບໍລິສັດ B'LaoFood (ນະຄອນ ບ໋າວລົກ, ແຂວງ ເລີມດົ່ງ) ແມ່ນວິສາຫະກິດປຸງແຕ່ງ ຜະລິດຕະພັນກະສິກຳ ສົ່ງອອກທີ່ໃຫຍ່ໃນປັດຈຸບັນ, ສ້າງວຽກເຮັດງານທຳ ໃຫ້ແກ່ຄົນງານກວ່າ 200 ຄົນ ດ້ວຍລາຍຮັບ 10 ລ້ານດົ່ງ/ຄົນ/ເດືອນ. ພາບ: ຫວູ໊ຊິງ/VNA

ການເຮັດໃຫ້ອົງການຈັດຕັ້ງ ກົງຈັກລັດ ກະທັດລັດ ຍັງຄຽງຄູ່ກັບການເຮັດໃຫ້ກະທັດລັດ ດ້ານບຸກຄະລາກອນ, ສ້າງຄືນໃໝ່ ໂຄງປະກອບຖັນແຖວ ພະນັກງານ, ລັດຖະກອນ ທີ່ມີຄຸນສົມບັດ, ມີຄວາມສາມາດພຽງພໍກັບໜ້າທີ່. ເຮັດໃຫ້ກົງຈັກລັດ ກະທັດລັດ ບໍ່ໄດ້ໝາຍວ່າ ຫຼຸດຜ່ອນແບບເປັນລະບົບ, ແຕ່ແມ່ນການກຳຈັດຕຳແໜ່ງ ທ່ີບໍ່ຈຳເປັນ, ຫຼຸດຜ່ອນວຽກງານ ທີ່ບໍ່ມີປະສິດທິຜົນ, ຈາກນັ້ນສຸມກຳລັງແຮງ ໃຫ້ແກ່ຂົງເຂດທີ່ສຳຄັນ, ຜູ້ຄົນທີ່ສົມຄວນ ແລະ ສອດຄ່ອງຢ່າງແທ້ຈິງ.  

ການຈັດຕັ້ງປະຕິບັດໃນເບື້ອງຕົ້ນ ໄດ້ສ້າງພະລັງຊີວິດໃໝ່ ໃຫ້ແກ່  ໜ້າທີ່ປົກປ້ອງ, ສ້າງສາ ແລະ ພັດທະນາ ປະເທດຊາດ, ສູ້ຊົນສຳເລັດຄາດໝາຍ, ແຜນການ ປີ 2025, ສ້າງແຮງກະຕຸ້ນ ເພື່ອບຸກທະລຸ, ສຳເລັດທຸກເປົ້າໝາຍ ທີ່ມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກ ໄດ້ວາງອອກ.

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


Top