ປອ Jongsoo Shin ຜູ້ຮ່ວມເດີນທາງໄປກັບ ເຂົ້າ ຫວຽດ

ປອ Jongsoo Shin ຜູ້ຮ່ວມເດີນທາງໄປກັບ ເຂົ້າ ຫວຽດ

ມີຄວາມຜູກພັນກັບຂະແໜງກະສິກຳ ຫວຽດນາມ ຜ່ານຫຼາຍໂຄງ ການຮ່ວມມື ຂອງ ສະຖາບັນຄົ້ນຄວ້າເຂົ້າສາກົນ, ປອ Jongsoo Shin ໄດ້ມີສ່ວນຮ່ວມ ໃນການຊຸກຍູ້ ການພັດທະນາ ນະວັດຕະກໍາທາງວິທະຍາສາດ ເຕັກໂນໂລຊີ, ພັດທະນາ ແຫຼ່ງຊັບ ພະຍາກອນມະນຸດ ແລະ ຮ່ວມເດີນທາງ ໃນເສັ້ນທາງ ຍົກລະດັບຄຸນຄ່າເຂົ້າ ຫວຽດ ໃນຕະຫຼາດໂລກ.

ປອ Jongsoo Shin ຜູກພັນກັບຕົ້ນເຂົ້າ ແລະ ຂະແໜງກະສິກຳ ຫວຽດນາມ. ພາບ: ແຄ໋ງລອງ/VNP

ເລື່ອງລາວ ກ່ຽວກັບເສັ້ນທາງການພັດທະນາ ຂອງ ຂະແໜງການປູກເຂົ້າ ຫວຽດນາມ, ປອ Jongsoo Shin ແມ່ນຜູ້ຮ່ວມເດີນທາງທີ່ພິເສດທ່ານໜຶ່ງ. ສໍາລັບເພິ່ນແລ້ວ, ຫວຽດນາມ ບໍ່ພຽງແຕ່ ແມ່ນ ສະຖານທີ່ເຮັດວຽກເທົ່ານັ້ນ, ແຕ່ຍັງແມ່ນດິນແດນທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ດ້ວຍພື້ນຖານ ອາລິຍະທຳ ການປຸກເຂົ້ານາທາມ ທີ່ມີມາແຕ່ດົນນານ ແລະ ຈິດໃຈ ແຫ່ງການປະຕິຮູບ ຢ່າງແຂງແຮງຂອງຊາວນາ.  

ປອ  Jongsoo  Shin ໃຫ້ຮູ້ວ່າ ນັບແຕ່ຄັ້ງທຳອິດທີ່ມາ ຫວຽດນາມ, ສິ່ງທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດ ແມ່ນຄວາມອຸດົມສົມບູນ ທາງດ້ານວັດທະນະທຳ ຂອງ ອາຊີບປູກເຂົ້າ. ຕາມເພິ່ນແລ້ວ, ຢູ່ ຫວຽດນາມ, ເຂົ້າບໍ່ສະເພາະແຕ່ແມ່ນ ຜະລິດຕະພັນກະສິກຳເທົ່ານັ້ນ, ແຕ່ຍັງແມ່ນສ່ວນໜຶ່ງ ຂອງເອກະລັກປະຈຳຊາດອີກດ້ວຍ.

ຮ່ວມກັບບັນດານັກຊ່ຽວຊານ ຂອງສະຖາບັນ ກຳມະພັນກະສິກຳສົນທະນາ ແລກປ່ຽນ ກ່ຽວກັບບັນດາແນວພັນເຂົ້າໃໝ່ ທີ່ສະຖາບັນພວມທົດລອງ. ພາບ: ແຄ໋ງລອງ/VNP
ປອ Jongsoo Shin ຢູ່ສວນຄົ້ນຄວ້າ ບັນດາແນວພັນເຂົ້າໃໝ່ ຂອງສະຖາບັນກຳມະພັນກະສິກຳ. ພາບ: ແຄ໋ງລອງ/VNP

ເມື່ອໄດ້ໄປເຫັນກັບຕາ ສອງອູ່ເຂົ້າໃຫຍ່ຢູ່ ຫວຽດນາມ ຄື: ເຂດທົ່ງ ພຽງແມ່ນໍ້າຂອງ ແລະ ເຂດທົ່ງພຽງແມ່ນໍ້າແດງ, ເພິ່ນສາມາດ ຮັບຮູ້ໄດ້ຢ່າງຈະແຈ້ງ ເຖິງວິທີ ທີ່ຄົນ ຫວຽດນາມ ໄດ້ສ້າງລະບົບການປູກ ທີ່ມີສະມັດຕະພາບສູງ ແລະ ຍືນຍົງມາຫຼາຍເສັ່ນຄົນ.  

ໃນຖານະເປັນຜູ້ນຳນວຍການປະຈຳພາກພື້ນ ອາຊີ ຂອງສະຖາບັນຄົ້ນຄວ້າເຂົ້າສາກົນ, ເພິ່ນໄດ້ຮູ້ສຶກເຫັນໄດ້ເຖິງຄວາມຮັບຜິດຊອບ ຂອງຕົນ ຢ່າງຈະແຈ້ງ ແມ່ນ ບໍ່ຢຸດຢູ່ໃນບົດບາດ ຂອງຊ່ຽວຊານ ດ້ານກະສິກຳເທົ່ານັ້ນ, ແຕ່ຍັງຕ້ອງມີວິໄສທັດ ໃນການວາງແຜນນະໂຍບາຍອີກດ້ວຍ. ເພິ່ນເຫັນວ່າ ຕໍ່ໜ້າຜົນກະທົບທີ່ນັບມື້ ນັບຈະແຈ້ງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ແຮງກົດດັນຈາກຕະຫຼາດ, ກະ ສິກຳ ຫວຽດນາມ ຈຳເປັນຕ້ອງສືບຕໍ່ ການປ່ຽນແປງໃໝ່ ເພື່ອຮັກ ສາ ບັນດາຜົນສໍາເລັດ ທີ່ຍາດມາໄດ້.

ຮ່ວມກັບບັນດານັກຊ່ຽວຊານ ຂອງສະຖາບັນ ກຳມະພັນກະສິກຳສົນທະນາ ແລກປ່ຽນ ກ່ຽວກັບບັນດາແນວພັນເຂົ້າໃໝ່ ທີ່ສະຖາບັນພວມທົດລອງ. ພາບ: ແຄ໋ງລອງ/VNP

ໜຶ່ງໃນປະສົບການ ທີ່ເຮັດໃຫ້ເພິ່ນ ຈຳໄດ້ດີທີ່ສຸດແມ່ນ ການໄປ ຢ້ຽມຢາມທົ່ງນາ ແຫ່ງໜຶ່ງ ຢູ່ເຂດທົ່ງພຽງແມ່ນໍ້າຂອງ, ເຊິ່ງເປັນບ່ອນ ທີ່ຊາວນາ ກຳລັງທົດລອງວິທີການເພາະປູກແບບໃໝ່. ເພິ່ນ ກ່າວວ່າ: “ຂ້າພະເຈົ້າປະທັບໃຈຫຼາຍທີ່ເຫັນວ່າ ເຂົາເຈົ້າບໍ່ພຽງແຕ່ ນຳໃຊ້ເຕັກໂນໂລຊີ ເທົ່ານັ້ນ, ແຕ່ຍັງເປັນເຈົ້າການ ໃນການປັບປຸງມັນໃຫ້ດີຍິ່ງຂຶ້ນ. ຢູ່ ຫວຽດນາມ ຈິດໃຈແຫ່ງການຮ່ວມມື ແມ່ນແຂງ ແຮງຫຼາຍ. ບໍ່ວ່າຈະແມ່ນ ນັກຄົ້ນຄວ້າ ຫຼື ຊາວນາ, ທຸກຄົນ ລ້ວນແຕ່ພ້ອມແລ້ວທີ່ຈະຮຽນຮູ້, ແບ່ງປັນ ແລະ ຮ່ວມກັນດັດປັບປ່ຽນ ໃໝ່. ສິ່ງນັ້ນເຮັດໃຫ້ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງ ຕໍ່ອະນາ ຄົດ ຂອງ ກະສິກຳ ຫວຽດນາມ”.  

ໃນຫຼາຍປີຜ່ານມາ, ສະຖາບັນຄົ້ນຄວ້າເຂົ້າສາກົນ ໄດ້ຮ່ວມເດີນ ທາງກັບ ຫວຽດນາມ ໃນການພັດທະນາພັນເຂົ້າ ທີ່ມີຄວາມສາ ມາດທົນທານ ຕໍ່ໄພແຫ້ງແລ້ງ, ການຊຶມເຂົ້າຂອງນໍ້າເຄັມ ແລະ ໄພ ນໍ້າຖ້ວມ; ພ້ອມດຽວກັນນັ້ນ ກໍຊຸກຍູ້ ວິທີການເພາະປູກ ແບບອັດສະລິຍະ ທີ່ເໝາະສົມກັບ ສະພາບພູມອາກາດ ແລະ ການນຳໃຊ້ ເຕັກໂນໂລຊີ ເຂົ້າໃນການຜະລິດ.

ປອ Jongsoo Shin, ນັກຊ່ຽວຊານ, ນັກວິທະຍາສາດ, ນັກບໍລິຫານ ຂອງສະຖາບັນ IRRI ຍາມໃດກໍມີຄວາມຕັ້ງອົກຕັ້ງໃຈ ຮ່ວມເດີນທາງກັບ ຂະແໜງກະສິກຳ ຫວຽດນາມ. ພາບ: ແຄ໋ງລອງ/VNP

 

ປອ Jongsoo Shin (ຊາວ ສ ເກົາຫຼີ) ແມ່ນຊ່ຽວຊານສາກົນ ດ້ານການ ພັດທະນາກະສິກຳ, ມີຜົນງານການປະກອບສ່ວນ ຢ່າງຫຼວງ ຫຼາຍ ໃຫ້ແກ່ ຂະແໜງການປູກເຂົ້າຂອງ ຫວຽດນາມ ໃນການຊຸກຍູ້ ການຜະລິດ ແບບຍືນຍົງ, ການເພາະປູກ ຫຼຸດຜ່ອນ ການປ່ອຍອາຍພິດ ແລະ ການຫັນປ່ຽນສີຂຽວ. ເພິ່ນແມ່ນຜູ້ນໍາຫຼັກແຫຼ່ງ ຂອງໂຄງ ການ RiceEco ທີ່ໄດ້ຮັບທຶນ ອຸປະຖຳ ຈາກກອງທຶນຮ່ວມມື ແມ່ນໍ້າຂອງ - ສ ເກົາຫຼີ, ພ້ອມທັງເປັນນັກຊ່ຽວຊານຕ່າງປະເທດເປັນກຽດໄດ້ຮັບໃບຍ້ອງຍໍ ຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຍ້ອນມີການປະກອບສ່ວນ ອັນພົ້ນເດັ່ນ ໃຫ້ແກ່ຂະແໜງກະສິກຳ ຫວຽດນາມ.

 

ປອ Jongsoo Shin ສົນທະນາ ກັບບັນດານັກຊ່ຽວຊານ ຂອງສະຖາບັນກຳມະພັນກະສິກຳ ຢູ່ພາຍໃນຫ້ອງຄົ້ນຄວ້າ ແຊນ (Gen). ພາບ: ແຄ໋ງລອງ/VNP
ປອ Jongsoo Shin ເຂົ້າຮ່ວມການຝຶກອົບຮົມໜຶ່ງ ຂອງສະຖາບັນກຳມະພັນກະສິກຳ. ພາບ: ແຄ໋ງລອງ/VNP  
ສົນທະນາ ແລກປ່ຽນ ບອກເລົ່າເລື່ອງລາວ ກ່ຽວກັບຕົ້ນເຂົ້າ ຫວຽດນາມ ຮ່ວມກັບບັນດາພະນັກງານຄົ້ນຄວ້າ ຂອງສະຖາບັນກຳມະພັນກະສິກຳ. ພາບ: ແຄ໋ງລອງ/VNP
 

ປອ Jongsoo Shin ເຫັນວ່າ ສິ່ງສໍາຄັນທີ່ສຸດຫຼັງຈາກ ຈົບແຕ່ລະໂຄງການ ບໍ່ແມ່ນພຽງແຕ່ຜົນສຳເລັດ ໃນຕໍ່ໜ້າເທົ່ານັ້ນ, ແຕ່ແມ່ນຜົນກະທົບ ໃນໄລຍະຍາວ ຕໍ່ຊາວນາ. ເພິ່ນໄດ້ສະແດງທັດສະນະວ່າ: “ຂ້າພະເຈົ້າຫວັງວ່າ ຊາວນາ ຫວຽດນາມ ຈະສືບຕໍ່ໄດ້ຮັບຜົນປະໂຫຍດ ຫຼັງຈາກໂຄງການສິ້ນສຸດລົງ, ການຜະລິດມີຄວາມເຂັ້ມ ແຂງຂຶ້ນ, ການປະຕິຮູບຕ່າງໆ ໄດ້ຮັບການ ຂະຫຍາຍຕົວຢ່າງຍືນຍົງ ແລະ ສິ່ງສຳຄັນ ແມ່ນຜະລິດຕະພັນເຂົ້າ ມີຕະຫຼາດຮອງຮັບທີ່ໝັ້ນຄົງ”.  

ການສ້າງຄວາມສາມາດ ຍັງຄົງແມ່ນພາລະກໍາຫຼັກ ຂອງ ສະຖາບັນຄົ້ນຄວ້າເຂົ້າສາກົນ. ສະຖາບັນໄດ້ບຳລຸງສ້າງນັກວິທະຍາສາດ ແລະ ນັກວິຊາການ ຫວຽດນາມ ເປັນຈຳນວນຫຼວງຫຼາຍ, ເຊິ່ງຫຼາຍທ່ານ ໃນນັ້ນ ປັດຈຸ ບັນ ພວມດຳລົງຕຳແໜ່ງສຳຄັນ ໃນຂະແໜງກະສິກຳ. ເພິ່ນຖືວ່າ: “ເພື່ອຮັກສາທີ່ຕັ້ງ ຂອງປະເທດສົ່ງອອກເຂົ້າ ຊັ້ນນຳ ຂອງໂລກ, ຫວຽດນາມ ຈຳເປັນຕ້ອງ ຫັນປ່ຽນຢ່າງແຂງແຮງ ຈາກປະລິມານ ໄປສູ່ຄຸນະພາບ, ລົງທຶນໃສ່ຄວາມຍືນຍົງ, ເພີ່ມທະວີການເຊື່ອມໂຍງຕະຫຼາດ ແລະ ຊຸກຍູ້ກະສິກຳ ດີຈີຕອນ ໂດຍອີງໃສ່ຖານຂໍ້ມູນ”.

ປອ Jongsoo Shin ເຂົ້າຮ່ວມກອງປະຊຸມສຳມະນາ ຢູ່ເຂດພາກພື້ນທົ່ງພຽງແມ່ນ້ຳຂອງ ດ້ວຍຫົວຂໍ້: ບັນດາທາງອອກດ້ານເຕັກນິກ ສຳລັບການປູກເຂົ້າສະເພາະຂະແໜງ ເຕັກໂນໂລຊີສູງ. ພາບ: ເອກະສານ
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ມອບຫຼຽນກາລະນຶກ ໃຫ້ແກ່ ສະຖາບັນ IRRI “ເພື່ອພາລະກິດ ກະສິກຳ ແລະ ພັດທະນາຊົນນະບົດ” ເຊິ່ງໃນນັ້ນ ມີນັກວິທະຍາສາດ ປອ Jongsoo Shin. ພາບ: ເອກະສານ
ປອ Jongsoo Shin ໄປຢ້ຽມຢາມ ສະຖາບັນກຳມະພັນກະສິກຳ, ເຊິ່ງເປັນສະຖານທີ່ ປະຕິບັດການຄົ້ນຄວ້າ ຄັດເລືອກສ້າງບັນດາແນວພັນເຂົ້າ ທີ່ສາມາດປັບຕົວເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ. ພາບ: ເອກະສານ

ສຳລັບ ປອ Jongsoo Shin ແລ້ວ, ອະນາຄົດ ເຂົ້າ ຫວຽດ ບໍ່ພຽງແຕ່ຢູ່ທີ່ສະມັດຕະພາບສູງຂຶ້ນເທົ່ານັ້ນ, ແຕ່ຍັງຢູ່ທີ່ຄຸນຄ່າທີ່ຍິ່ງໃຫຍ່ກວ່າ, ຄວາມທົນທານທີ່ດີກວ່າ ແລະ ການສ້າງຂີດໝາຍທີ່ຍືນຍົງກວ່າ ໃນຕະຫຼາດສາກົນ. ນັ້ນແມ່ນເສັ້ນທາງທີ່ເພິ່ນ ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ ພວມສືບຕໍ່ຮ່ວມເດີນທາງ ກັບຂະແໜງກະສິກຳ ຫວຽດນາມ.

ບົດ: ບິກເວິນ - ພາບ: ແຄ໋ງລອງ/VNP


Top