ບ້ານ ຕື່ເວີນ - 80 ປີຮັກສາອາຊີບຕັດຫຍິບທຸງຊາດ

ບ້ານ ຕື່ເວີນ - 80 ປີຮັກສາອາຊີບຕັດຫຍິບທຸງຊາດ

ບໍ່ມີຫຼາຍຄົນຮູ້ໄດ້ວ່າ, ຢູ່ເບື້ອງຫຼັງທຸງຊາດດາວເຫຼືອງພື້ນແດງທີ່ສັກສິດ ແລະ ໜ້າພາກພູມໃຈນັ້ນ ແມ່ນການປະກອບສ່ວນຢ່າງງຽບສະຫງົບຂອງຊ່າງຫຍິບຈາກບ້ານ ຕື່ເວີນ, ຕາແສງ ເຈືອງເຢືອງ (ຮ່າໂນ້ຍ) ທີ່ຫຍິບດ້ວຍຄວາມຮັກ ແລະ ຄວາມພາກພູມໃຈຂອງຊາດ.

ຜະລິດຕະພັນທຸງຊາດຂອງຄົວເຮືອນທີ່ເຮັດອາຊີບຫຍິບທຸງຢູ່ບ້ານ ຕື່ເວີນ ບໍ່ພຽງແຕ່ຖືກຈຳໜ່າຍໄປທົ່ວທຸກແຂວງ, ເມືອງໃນທົ່ວປະເທດເທົ່ານັ້ນ, ແຕ່ຍັງຖືກສົ່ງອອກໄປ ລາວ, ກຳປູເຈຍ, ເພື່ອຮັບໃຊ້ຄົນ ຫວຽດນາມ ຢູ່ ເອີຣົບ ແລະ ອາເມຣິກາ ອີກດ້ວຍ.

ອາຊີບຫຍິບທຸງຊາດຢູ່ບ້ານ ຕື່ເວີນ ໄດ້ເລີ່ມຕົ້ນໃນເດືອນສິງຫາ ປີ 1945. ໃນເວລານັ້ນ, ຊ່າງຫຍິບໃນໝູ່ບ້ານແຫ່ງນີ້ ໄດ້ຮັບເຊີນຈາກຄະນະກຳມະການຕໍ່ສູ້ ຂຶ້ນໄປທີ່ຖະໜົນຮ່າງບົງ (ຮ່າໂນ້ຍ) ເພື່ອຮ່ວມກັນຈັດຕັ້ງສະຫະກອນ ທຸງແດງ ເພື່ອຫຍິບທຸງຮັບໃຊ້ການປະຕິວັດ. ນັບຕັ້ງແຕ່ເຫດການປະຫວັດສາດນັ້ນ, ອາຊີບການເຮັດທຸງໄດ້ແຜ່ຂະຫຍາຍໄປທົ່ວໝູ່ບ້ານ ແລະ ກາຍເປັນແຫຼ່ງລ້ຽງຊີບ, ແລະ ເປັນຄວາມພາກພູມໃຈອັນຍິ່ງໃຫຍ່ຂອງຫຼາຍລຸ້ນຄົນຢູ່ບ້ານ ຕື່ເວີນ.

ຍິ່ງໃກ້ຮອດວັນຄົບຮອບ 80 ປີ ແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ, ບັນຍາກາດຢູ່ບ້ານ ຕື່ເວີນ (ຕາແສງ ເຈືອງເຢືອງ)-ສະຖານທີ່ ທີ່ມີຄອບຄົວຈຳນວນຫຼາຍມີຄວາມຜູກພັນກັບອາຊີບຫຍິບທຸງຊາດ-ກໍ່ຍິ່ງຄຶກຄັກ ແລະ ຟົດຟື້ນຂຶ້ນ. ໃນໂຮງງານຂະໜາດນ້ອຍ ຫຼື ຢູ່ເຮືອນຂອງປະຊາຊົນແຕ່ລະຫຼັງ, ສຽງຈັກຫຍິບດັງກ້ອງໄປທົ່ວຄືກັບການແຂ່ງຂັນກັບເວລາ. ຈາກມືທີ່ດຸໝັ່ນຂອງຊ່າງຫຍິບ, ທຸງຊາດດາວເຫຼືອງພື້ນແດງແຕ່ລະຜືນກໍ່ໄດ້ຜະລິດອອກມາ.


ຫຼາຍຄອບຄົວຢູ່ບ້ານ ຕື່ເວີນ ໄດ້ສືບທອດອາຊີບຈາກລຸ້ນສູ່ລຸ້ນ, ຖືວ່າການຮັກສາ ແລະ ພັດທະນາອາຊີບຫຍິບທຸງເປັນພາລະກິດທີ່ສັກສິດ, ປະກອບສ່ວນສ້າງມໍລະດົກວັດທະນະທຳທີ່ຕິດພັນຢ່າງເລິກເຊິ່ງກັບປະຫວັດສາດອັນຮຸ່ງເຮືອງຂອງຊາດ.

ຢູ່ໂຮງງານຜະລິດທຸງຂອງຄອບຄົວທ້າວ ຫງວຽນວັນຟຸກ ມີພະນັກງານກວ່າ 30 ຄົນ ກຳລັງເຮັດວຽກເຕັມກຳລັງ ເພື່ອໃຫ້ທັນກັບກຳນົດສົ່ງສິນຄ້າ. ທ້າວ ຟຸກ ໃຫ້ຮູ້ວ່າ, ໃນຊ່ວງວັນບຸນໃຫຍ່ຂອງຊາດ, ໂຮງງານຕ້ອງເຮັດວຽກລ່ວງເວລາເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນເທົ່າເຄິ່ງ, ຫຼື ແມ່ນແຕ່ເທົ່າໂຕ.


ທ້າວ ຟຸກ ກ່າວຕື່ມວ່າ: “ເມື່ອກ່ອນ, ການຫຍິບທຸງສ່ວນຫຼາຍແມ່ນເຮັດດ້ວຍມື. ເຖິງຈະຍາກລຳບາກ, ແຕ່ຄົນບ້ານ ຕື່ເວີນ ກໍ່ພາກພູມໃຈທີ່ໄດ້ປະກອບສ່ວນເລັກນ້ອຍເຂົ້າໃນຄວາມສຸກລວມຂອງຊາດ. ດຽວນີ້, ຍ້ອນການສະໜັບສະໜູນຂອງເຄື່ອງຈັກ ແລະ ເຕັກໂນໂລຊີ ການພິມທີ່ທັນສະໄໝ, ຜົນຜະລິດຈຶ່ງເພີ່ມຂຶ້ນຫຼາຍເທົ່າ. ເຖິງຢ່າງໃດກໍ່ຕາມ, ຄວາມລະມັດລະວັງ ແລະ ຄວາມເຄົາລົບຕໍ່ພາບ ທີ່ສັກສິດຂອງທຸງຊາດແມ່ນຍັງຄົງຮັກສາໄວ້ຄືແຕ່ກ່ອນ”.

ນອກຈາກຜະລິດຕະພັນທຸງຊາດ, ຄົນບ້ານເຖືວັນຍັງຮັບສັ່ງຕັດຫຍິບປ້າຍໂຄສະນາ, ຄຳຂວັນ, ທຸງສາກົນ, ທຸງທີ່ລະນຶກ, ທຸງຮັບໃຊ້ວັນເປີດສົກຮຽນໃໝ່...

ນາງ ເວືອງທິຍຸງ, ຄົນບ້ານ ຕື່ເວີນ, ເກີດໃນຄອບຄົວທີ່ມີ 4 ລຸ້ນຄົນເຮັດອາຊີບຫຍິບທຸງຊາດກ່າວວ່າ: “ເພື່ອເຮັດສຳເລັດທຸງຊາດຜືນໜຶ່ງ ຕ້ອງຜ່ານເກືອບສິບຂັ້ນຕອນ, ຕັ້ງແຕ່ເລືອກຜ້າ, ຍ້ອມສີ, ຕັດ, ຫຍິບ ຈົນຮອດພິມດາວ ແລະ ຮີດ... ໃນນັ້ນ, ຂັ້ນຕອນການເລືອກຜ້າມີບົດບາດສຳຄັນທີ່ສຸດ: ຜ້າຕ້ອງໜາ, ສີແດງຕ້ອງສົດໃສ ແລະ ບໍ່ຈືດຈາງຕາມການເວລາ”.

ທ່ານນາງ ຫວູທິເທືອງ, ຜູ້ທີ່ມີຄວາມຜູກພັນກັບອາຊີບເຮັດທຸງຊາດມາໄດ້ 20 ປີໃຫ້ທັດສະນະວ່າ, ການເຮັດທຸງຊາດບໍ່ສາມາດເຮັດຢ່າງລວກໆໄດ້ ເພາະທຸງແມ່ນສິ່ງທີ່ນຳໄປຕິດໃນບ່ອນທີ່ສັກສິດ. ແຕ່ລະຜະລິດຕະພັນຕ້ອງຮັບປະ ກັນຄວາມຖືກຕ້ອງຢ່າງສົມບູນແບບກ່ຽວກັບອັດຕາສ່ວນ, ສີ, ຮູບຮ່າງ ແລະ ຮອຍຫຍິບ.

ອາຊີບຫຍິບທຸງຊາດໄດ້ຮັບການຮັກສາ ແລະ ພັດທະນາໂດຍຄົນບ້ານ ຕື່ເວີນ ຕະຫຼອດ 80 ປີທີ່ຜ່ານມາ.
ຕະຫຼອດ 80 ປີທີ່ຜ່ານມາ, ທຸງຊາດດາວເຫຼືອງພື້ນແດງໄດ້ກາຍເປັນສັນຍາລັກທີ່ສັກສິດຂອງເອກະລາດ, ເສລີພາບ ແລະ ຄວາມປາດຖະໜາທີ່ຈະກ້າວໄປຂ້າງໜ້າຂອງຊາດ. ແລະ ຢູ່ບ້ານ ຕື່ເວີນ, ຊ່າງຫຍິບທີ່ງຽບສະຫງົບຍັງຄົງຖັກທໍສັນຍາລັກນັ້ນ ດ້ວຍຄວາມພາກພູມໃຈ ແລະ ຄວາມຮັກຊາດ.

ນອກຈາກການຮັບໃຊ້ພາຍໃນປະເທດ, ໂຮງງານຜະລິດທຸງຊາດຢູ່ບ້ານ ຕື່ເວີນ ຍັງສົ່ງອອກທຸງໄປຕ່າງປະເທດເພື່ອຮັບໃຊ້ຄົນ ຫວຽດນາມ ທີ່ອາໄສຢູ່ ອາເມຣິກາ, ເຢຍລະມັນ, ຍີ່ປຸ່ນ…

ປັດຈຸບັນ, ຜະລິດຕະພັນທຸງຂອງໝູ່ບ້ານຊ່າງຫັດຖະກຳໄດ້ຮັບການຜະລິດຫຼາກຫຼາຍຮູບແບບຂຶ້ນ. ນອກຈາກທຸງຊາດທີ່ຕິດເພື່ອສະເຫຼີມສະຫຼອງວັນບຸນຕ່າງໆ, ຄົນບ້ານ ຕື່ເວີນ ຍັງເຮັດທຸງພັກ, ທຸງພຸດທະສາສະໜາ, ທຸງຫ້າສີ, ທຸງສາກົນ, ທຸງທີ່ລະນຶກ, ທຸງຮັບໃຊ້ວັນເປີດສົກຮຽນໃໝ່, ປ້າຍໂຄສະນາ, ຄຳຂວັນ... ຜະລິດຕະພັນທຸງຂອງບ້ານ ຕື່ເວີນ ແມ່ນໄດ້ຮັບຄວາມໄວ້ວາງໃຈ ແລະ ເລືອກໃຊ້ໂດຍລູກຄ້າເພື່ອໃຊ້ໃນເຫດການທີ່ສຳຄັນ.

ຕະຫຼອດ 80 ປີທີ່ຜ່ານມາ, ທຸງຊາດດາວເຫຼືອງພື້ນແດງໄດ້ກາຍເປັນສັນຍາລັກທີ່ສັກສິດຂອງເອກະລາດ, ເສລີພາບ ແລະ ຄວາມປາດຖະໜາທີ່ຈະກ້າວໄປຂ້າງໜ້າຂອງຊາດ. ແລະ ຢູ່ບ້ານ ຕື່ເວີນ, ຊ່າງຫຍິບທີ່ງຽບສະຫງົບຍັງຄົງຖັກທໍສັນຍາລັກນັ້ນດ້ວຍຄວາມພາກພູມໃຈ ແລະ ຄວາມຮັກຊາດ.

ບົດ: ເງິນຮ່າ/VNP - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


Top