ບາວມິງ - ເຜີຍແຜ່ລົດຊາດ ບຸນເຕັດ ຫວຽດນາມ

ບາວມິງ - ເຜີຍແຜ່ລົດຊາດ ບຸນເຕັດ ຫວຽດນາມ

ຜ່ານໄລຍະເວລາກວ່າ 3 ທົດສະວັດ ແຫ່ງການສ້າງຕັ້ງ ແລະ ພັດ ທະນາ, ເຄື່ອງໝາຍການຄ້າ ເຂົ້າໜົມ-ໝາກໄມ້ເຊື່ອມ ບາວມິງ ໄດ້ກາຍເປັນສ່ວນໜຶ່ງທີ່ຄຸ້ນເຄີຍ ໃນວັດທະນະທຳ ບຸນເຕັດ ຫວຽດ. ຈາກຄຸນຄ່າ ທີ່ເປັນມູນເຊື້ອສືບທອດກັນມາ ຂອງ ອາຊີບເຮັດເຂົ້າໜົມ ແບບດັ້ງເດີມ, ບາວມິງ ໄດ້ຢຶດໝັ້ນໃນການຮັກສາ ລົດຊາດດັ້ງເດີມ, ພ້ອມທັງຄ່ອຍໆ ປ່ຽນແປງໃໝ່ ເພື່ອຍົກລະດັບຜະລິດຕະ ພັນ ທີ່ເຕັມໄປດ້ວຍເອກະລັກ ອາຫານ ຫວຽດ ໃຫ້ເຂົ້າໃກ້ກັບຜູ້ບໍລິໂພກ ທັງພາຍໃນປະເທດ ແລະ ເພື່ອນມິດສາກົນ ຫຼາຍຂຶ້ນ.
ຜະລິດຕະພັນຂອງ ບໍລິສັດ ຫຸ້ນສ່ວນ ເຂົ້າໜົມ ບາວມິງ ໄດ້ກາຍເປັນສິ່ງທີ່ຄຸ້ນເຄີຍກັບຄອບຄົວຊາວ ຫວຽດນາມ ໃນທຸກໆຄັ້ງທີ່ບຸນເຕັດ ແລະ ລະດູບານໃໝ່ມາຮອດ. ພາບ: ເອກະສານໂດຍ ບາວມິງ ສະໜອງໃຫ້
ຜະລິດຕະພັນເຂົ້າໜົມບາວມິງ ຮັບໃຊ້ ຜູ້ບໍລິໂພກໃນໂອກາດບຸນເຕັດ. ພາບ: ເອກະສານໂດຍ ບາວມິງ ສະໜອງໃຫ້
 

ເລື່ອງລາວ ຂອງ ບາວມິງ ບໍ່ໄດ້ເລີ່ມຕົ້ນຈາກແຜນ ທຸລະກິດທີ່ແຫ້ງ ແລ້ງ, ແຕ່ເລີ່ມຕົ້ນຈາກຄວາມຊົງຈຳ ທີ່ແສນຫວານ ຢູ່ໃຈກາງຍ່ານເມືອງເກົ່າ ຂອງຮ່າໂນ້ຍ. ທ່ານນາງ ໂງທິຕິ໋ງ, ຜູ້ອຳນວຍການໃຫຍ່ ມັກຈະກ່າວ ເຖິງອາຊີບເຮັດເຂົ້າໜົມ ຄືກັບ “ພົມລິຄິດ”. ເກີດໃນ ຄອບຄົວທີ່ມີມູນເຊື້ອເຮັດເຂົ້າໜົມ ມາຕັ້ງແຕ່ສະໄໝ ຝຣັ່ງ ປົກ ຄອງ, ທ່ານນາງ ໃຫຍ່ຂຶ້ນມາພ້ອມກັບກິ່ນຫອມ ຂອງເຂົ້າເໝົ້າສົດ, ຖົ່ວຂຽວ ແລະ ນ້ຳຕານກ້ອນ, ເຊິ່ງແມ່ນວັດຖຸດິບ ທີ່ຕິດພັນກັບບຸນເຕັດ ປະເພນີ. ເມື່ອກວ່າ 35 ປີກ່ອນ, ຈາກຮາກຖານການຜະລິດ ຂະໜາດນ້ອຍ, ບາວມິງ ໄດ້ຄ່ອຍໆ ເອົາຊະນະໃຈ ຜູ້ບໍລິໂພກດ້ວຍຄວາມຕັ້ງໃຈ ແລະ ເຄັດລັບການ ເຮັດເຂົ້າໜົມ ທີ່ຖືກຖ່າຍທອດມາຫຼາຍເຊັ່ນຄົນ.

ບາວມິງລົງທຶນຕ່ອງໂສ້ ຜະລິດທີ່ທັນສະໄໝ ແລະ ຄົບວົງຈອນ ເພື່ອຍົກສູງສະມັດຖະພາບ ແລະ ຄຸນນະພາບຂອງຜະລິດຕະພັນ. ພາບ: ແທງຢາງ/VNP
 

ສຳລັບທ່ານນາງ ຕິ໋ງ ແລ້ວ, ເຂົ້າໜົມ ໂກ໋ມ, ເຂົ້າໜົມ ຈ໋າ ຫຼື ເຂົ້າໜົມ ຖົ່ວດິນ ບໍ່ພຽງແຕ່ແມ່ນຜະລິດຕະພັນ ການຄ້າເທົ່ານັ້ນ, ແຕ່ຍັງເປັນຕົວແທນ ຂອງ ວັດທະນະທຳ ຄອບຄົວ-ແມ່ນພື້ນຖານຫຼັກທີ່ສ້າງເອກະລັກ ໃຫ້ແກ່ ເຄື່ອງໝາຍ ການຄ້າ. ມໍລະດົກດັ່ງກ່າວໄດ້ຊ່ວຍໃຫ້ ບາວມິງ ສ້າງ “ທຶນແຫ່ງຄວາມເຊື່ອໝັ້ນ” ທີ່ໝັ້ນຄົງ, ສ້າງຄວາມແຕກຕ່າງຈາກຜະລິດ ຕະພັນອຸດສາຫະກຳ ທົ່ວໄປທີ່ຂາດຄວາມຜູກພັນທາງອາລົມ.

ຈຸດພິເສດ ທີ່ສ້າງຖານະໃຫ້ແກ່ ບາວມິງ ແມ່ນຄວາມ ສາມາດໃນການປະສົມປະສານລະຫວ່າງການຜະລິດແບບຫັດຖະກຳ ດັ້ງເດີມ ແລະ ການຜະລິດຂະໜາດໃຫຍ່. ແນວຄິດທີ່ວ່າ “ຮັກສາຮີດຄອງ,ແຕ່ບໍ່ປ່ຽນແປງໃໝ່ ຈະເຮັດໃຫ້ຫຼ້າສະໄໝ” ໄດ້ຊຸກຍູ້ໃຫ້ວິສາຫະກິດ ກ້າເລືອກເອົາເຕັກໂນໂລຊີ ເປັນກຸນແຈ ໃນການ ພັດທະນາ. ບາວມິງ ໄດ້ລົງທຶນໃສ່ລະບົບໂຮງງານ ທີ່ທັນສະໄໝ ທີ່ມີເນື້ອທີ່ຫຼາຍພັນຕາແມັດ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ນຳໃຊ້ວິ ທະຍາສາດ ເຕັກນິກ ທີ່ກ້າວໜ້າເຂົ້າໃນທຸກຂັ້ນຕອນການຜະລິດ. 

ຕ່ອງໂສ້ຜະລິດຂະໜົມຖົ່ວຂຽວສົດ ຂອງ ບາວມິງ. ພາບ: ແທງຢາງ/VNP
 

ຍ້ອນແນວນັ້ນ, ບັນຫາໃຫຍ່ທີ່ສຸດ ຂອງ ເຂົ້າໜົມແບບ ດັ້ງເດີມ - ຄືຄວາມປອດໄພດ້ານອາຫານ ແລະ ໄລຍະເວລາການເກັບຮັກສາ-ໄດ້ຮັບການແກ້ໄຂ. ຈາກເຂົ້າໜົມສົດ ທີ່ເກັບໄດ້ພຽງບໍ່ກໍມື້, ປັດຈຸ ບັນ ຜະລິດຕະພັນຂອງ ບາວມິງ ສາມາດ ເກັບຮັກສາໄດ້ ດົນຂຶ້ນ ແຕ່ຍັງຄົງຮັກສາລົດຊາດ ແລະ ກິ່ນຫອມອ່ອນໆ ຄືເກົ່າ. ວິສາຫະກິດ ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ນຳໃຊ້ ສານແຕ່ງສີ ຫຼື ສານກັນບູດ, ໂດຍເລືອກເອົາພຽງວັດຖຸດິບ ທຳມະຊາດ. ການປະສົມປະສານລະຫວ່າງ “ຈິດວິນຍານ ຊົນນະບົດ” ແລະ ມາດຕະຖານ ທີ່ທັນສະໄໝ ໄດ້ສ້າງ ທ່າແຮງການແຂ່ງຂັນທີ່ຍືນຍົງໃຫ້ແກ່ເຄື່ອງໝາຍການຄ້າ.

ຜະລິດຕະພັນ ໂອມາຍລວມ ໃນຂັ້ນຕອນຫຸ້ມຫໍ່. ພາບ: ແທງຢາງ/VNP
 

ບໍ່ພຽງແຕ່ຢຸດຢູ່ທີ່ຄຸນນະພາບ, ບາວມິງ ຍັງໄດ້ວາງ ຍຸດທະສາດສ້າງຮູບລັກສະນະເຄື່ອງໝາຍການຄ້າໃໝ່ ຢ່າງຈະແຈ້ງ. ຂອງ ຕ້ອນຈາກຊົນນະບົດ ທີ່ຄຸ້ນເຄີຍ ໄດ້ຮັບການຍົກລະດັບໃຫ້ກາຍ ເປັນຂອງຂວັນທາງ ວັດທະນະທຳ, ເໝາະກັບຍຸກສະໄໝໃໝ່. ຍ້ອນແນວນັ້ນ, ຜະລິດຕະພັນຂອງ ບາວມິງ ຈຶ່ງມີວາງຈຳໜ່າຍ ຢູ່ບັນດາລະບົບ ຮ້ານສັບພະສິນຄ້າໃຫຍ່ເຊັ່ນ: Big C, AEON, LotteMart, ພ້ອມທັງກາຍເປັນຕົວເລືອກ ທີ່ດີໃນບັນດາງານວັດທະນະທຳ, ງານດອງ ແລະ ກິດຈະກໍາທາງການທູດ.

ຂີດໝາຍທີ່ສຳຄັນ ໃນເສັ້ນທາງການເຊື່ອມໂຍງສາກົນ ແມ່ນການທີ່ ບາວມິງ ສົ່ງອອກສິນຄ້າຊຸດທຳອິດໄປ ຍັງຕະຫຼາດ ອາເມລິກາເໜືອ ໃນທ້າຍປີ 2024 ແລະ ຕົ້ນປີ 2025. ຮູບພາບ ຂອງ ເຂົ້າໜົມ ໂກ໋ມ, ເຂົ້າໜົມ ຟູເທ, ເຂົ້າໜົມ ຈ໋າ ທີ່ປະກົດຕົວໃນເທດສະການ ອາຫານສາກົນ ໄດ້ປະກອບສ່ວນຢັ້ງຢືນຄວາມສາມາດ ຂອງ ວິສາຫະກິດ ຫວຽດ. ການທີ່ມີ 6 ຜະລິດຕະພັນ ໄດ້ຮັບໃບຢັ້ງຢືນ OCOP 4 ດາວ ແລະ ມຸ່ງໄປເຖິງ 5 ດາວ, ຍັງເປີດໂອກາດໃຫ້ແກ່ການເຂົ້າເຖິງຕະຫຼາດ ທີ່ເຂັ້ມງວດເຊັ່ນ: ຍີ່ປຸ່ນ, ໄຕ້ຫວັນ, ສປ ຈີນ ແລະ ເອີຣົບ.

ນັກທ່ອງທ່ຽວທ່ຽວຊົມງານວາງສະແດງ ຊີມຜະລິດຕະພັນຂອງ ບາວມິງ. ພາບ: ແທງຢາງ/VNP
ປະຊາຊົນໃຫ້ຄວາມເຊື່ອໝັ້ນເລືອກຊື້ ຜະລິດຕະພັນ ເຂົ້າໜົມຂອງ ບາວມິງ. ພາບ: ແທງຢາງ/VNP

ຈິດໃຈແຫ່ງການ “ສວມເສື້ອຜືນໃໝ່” ໃຫ້ແກ່ມໍລະດົກ ໄດ້ສະແດງອອກຢ່າງຈະແຈ້ງ ຜ່ານການອອກແບບ ການບັນຈຸພັນ, ໂດຍສະ ເພາະແມ່ນຊຸດ ຂອງຂວັນ ບຸນເຕັດ. ຄຽງຄູ່ກັບເຂົ້າໜົມດັ້ງເດີມ, ບັນດາໝາກໄມ້ ເຊື່ອມ ບຸນເຕັດ ທີ່ເຮັດຈາກວັດຖຸດິບທຳມະຊາດ ເຊັ່ນ: ໝາກໂຕ່ນ, ໝາກພ້າວ, ຂີງ, ຖົ່ວດິນ... ໄດ້ຖືກອອກແບບ ເປັນຊຸດ ຂອງຂວັນ ທີ່ມີຄວາມໝາຍແຫ່ງການພົບ ປະຍາດພີ່ນ້ອງ, ຄວາມໂຊກລາບ, ເໝາະສໍາລັບເຮັດ ຂອງຂວັນ ໃນໂອກາດບຸນເຕັດ ປະເພນີ.

ຜະລິດຕະພັນຂອງ ບໍລິສັດ ຫຸ້ນສ່ວນ ເຂົ້າໜົມ ບາວມິງ ໄດ້ກາຍເປັນສິ່ງທີ່ຄຸ້ນເຄີຍກັບຄອບຄົວຊາວ ຫວຽດນາມ ໃນທຸກໆຄັ້ງທີ່ບຸນເຕັດ ແລະ ລະດູບານໃໝ່ມາຮອດ. ພາບ: ເອກະສານໂດຍ ບາວມິງ ສະໜອງໃຫ້
ຜະລິດຕະພັນຂອງ ບໍລິສັດ ຫຸ້ນສ່ວນ ເຂົ້າໜົມ ບາວມິງ ໄດ້ກາຍເປັນສິ່ງທີ່ຄຸ້ນເຄີຍກັບຄອບຄົວຊາວ ຫວຽດນາມ ໃນທຸກໆຄັ້ງທີ່ບຸນເຕັດ ແລະ ລະດູບານໃໝ່ມາຮອດ. ພາບ: ເອກະສານໂດຍ ບາວມິງ ສະໜອງໃຫ້
 

ທ່ານນາງ ຕິ໋ງ ໃຫ້ຮູ້ວ່າ ໃນຊ່ວງບຸນເຕັດ ແຕ່ລະປີ, ບາວມິງ ໄດ້ເຄື່ອນໄຫວເຕັມກຳລັງ, ສະໜອງສິນຄ້າຫຼາຍຮ້ອຍ ໂຕນອອກສູ່ຕະຫຼາດ, ຜະລິດໃນສາຍການຜະລິດ ທີ່ທັນສະໄໝ ແລະ ປະຕິບັດຕາມມາດຕະຖານ ຄວາມປອດໄພ ດ້ານອາຫານຢ່າງເຂັ້ມງວດ. ສຳລັບ ບາວມິງ, ການຮັກສາເຂົ້າໜົມ ແບບດັ້ງເດີມ ບໍ່ພຽງແຕ່ ແມ່ນທ່າແຮງທາງດ້ານທຸລະກິດເທົ່ານັ້ນ, ແຕ່ຍັງແມ່ນ ວິທີການຮັກສາຄວາມຊົງຈຳ ຂອງບຸນເຕັດ ຫວຽດ, ເພື່ອໃຫ້ຜູ້ບໍລິໂພກບໍ່ວ່າຈະຢູ່ໃສ ກໍຍັງສາມາດສຳຜັດ ໄດ້ເຖິງລົດຊາດ ຂອງ ບ້ານເກີດເມືອງນອນຢ່າງສົມບູນ.

  • ບົດ: ຖາວວີ/VNP - ພາບ: ແທງຢາງ - ແປໂດຍ: ຢືຟຽນ

Top