ນຳ ຫວຽດນາມ ເຂົ້າໃນກຸ່ມ 30 ປະເທດທ່ອງທ່ຽວນຳໜ້າ ຂອງໂລກ
ຕໍ່ໜ້າສະພາບຕະຫຼາດການທ່ອງທ່ຽວ ຫວຽດນາມ ຄ່ອຍໆ ຟື້ນຕົວຄືນໃໝ່ ພາຍຫຼັງການແຜ່ລະບາດໂຄວິດ-19, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ການຮ່ວມມື ພ້ອມໃຈກັນ ຂອງວິສາຫະກິດ ແລະ ປະຊາຊົນ... ຂະແໜງການທ່ອງທ່ຽວ ຫວຽດນາມ ຈະພັດທະນາ ຢ່າງແຂງແຮງ ຕາມທິດ “ສິນຄ້າພິເສດ-ບໍລິການແບບມືອາຊີບ-ລະບຽບການສະດວກ-ລາຄາແກ່ງແຍ້ງ-ສິ່ງແວດລ້ອມສະອາດ-ເປັນຈຸດນັດໝາຍທີ່ປອດໄພ, ເປັນມິດ” ສັງກັດກຸ່ມ 30 ປະເທດ ທີ່ມີຄວາມສາມາດ ໃນການແຂ່ງຂັນ ດ້ານການທ່ອງທ່ຽວ ຢູ່ອັນດັບແຖວໜ້າຂອງໂລກ.
ຫວຽດນາມ ແມ່ນປະເທດ ມີລະບົບການເມືອງທີ່ໝັ້ນຄົງ; ທີ່ຕັ້ງພູມສາດ ເອື້ອອໍານວຍ; ລະບົບການຄົມມະນາຄົມ ຂ້ອນຂ້າງສົມບູນ, ທຳມະ ຊາດ ສວຍງາມ, ມີຄວາມອຸດົມທັງທະເລ, ພູຜາປ່າໄມ້, ແມ່ນໍ້າລຳເຊ; ມີ 1 ໃນ 7 ສິ່ງອັດສະຈັນ ທາງທໍາມະຊາດໃໝ່ຂອງໂລກ, ມໍລະດົກທໍາ ມະຊາດຂອງໂລກ 3 ແຫ່ງ, ມໍລະດົກ ວັດທະນະທໍາ ທີ່ເປັນນາມມະທຳ ຂອງ ມວນມະນຸດ 15 ແຫ່ງ; ມີ ຮ່ອງຮອຍປະຫວັດສາດ, ທັດສະນີຍະ ພາບ ກວ່າ 41 ແຫ່ງ; ມີອາຫານ, ສິນຄ້າ ທີ່ອຸດົມສົມບູນ, ລາຄາຖືກ ເມື່ອທຽບກັບພາກພື້ນ; ໂດຍສະເພາະ ມີ 54 ຊົນເຜົ່າມີວັດທະນະທຳ ທີ່ເປັນເອກະລັກ…
“ຂ້າງເທິງນີ້ ແມ່ນປັດໄຈພື້ນຖານ ທີ່ສຳຄັນ ເພື່ອການພັດທະນາ ຂອງ ພວກເຮົາ, ໃນນັ້ນມີພັດທະນາ ການທ່ອງທ່ຽວ”, ນັ້ນແມ່ນຄຳຢືນຢັນ ຂອງ ທ່ານນາຍົກລັດຖະມົນຕີ ທີ່ກອງປະຊຸມທາງໄກ ທົ່ວປະເທດ ກ່ຽວ ກັບການທ່ອງທ່ຽວ ປີ 2023 ແນໃສ່ “ເລ່ັ່ງຟື້ນຟູ-ພັດທະນາ” ຊຶ່ງໄດ້ຈັດ ຂຶ້ນໃນກາງເດືອນມີນາຜ່ານມາ.
ຄຽງຂ້າງນັ້ນ, ລະບົບພື້ນຖານວັດຖຸ ເຕັກນິກ, ໂຄງປະກອບພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວ ຫວຽດນາມ ນັບມື້ນັບມີການພັດທະນາ; ລະບົບຜະລິດຕະພັນການທ່ອງທ່ຽວໄດ້ ແລະ ກຳລັງໄດ້ຮັບການສ້າງຕັ້ງ ເພື່ອຕອບສະໜອງ ຄວາມຕ້ອງການ ທີ່ຫຼາກຫຼາຍ ຂອງຕະຫຼາດ. ຄວາມສາມາດ ໃນການແກ່ງແຍ້ງແຂ່ງຂັນ ຂອງການທ່ອງທ່ຽວ ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຈັດອັນດັບ 63/140 ປະເທດ ແລະ ເຂດແຄວ້ນໃນປີ 2019, ເພີ່ມຂຶ້ນ 17 ອັນດັບເມື່ອທຽບໃສ່ປີ 2011. ໃນປີ 2021, ຢູ່ໃນອັນດັບ 52/117 ພື້ນຖານເສດຖະກິດ, ເພີ່ມຂຶ້ນ 8 ອັນດັບເມື່ອທຽບໃສ່ປີ 2019. ໂດຍມີດັດສະນີ 6/17 ຈັດໃນກຸ່ມອັນດັບຕົ້ນໆ ຂອງໂລກ, ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທີ່ມີລະດັບ ການຈະເລີນເຕີບໂຕ ໃນຂະແໜງການທ່ອງທ່ຽວສູງສຸດ.
ຢ່າງໃດກໍ່ຕາມ, ຈະຕ້ອງຍອມຮັບຢ່າງກົງໄປກົງມາ ເຖິງຄວາມບົກຜ່ອງ ແລະ ຂໍ້ຈໍາກັດ ຂອງຂະແໜງການທ່ອງທ່ຽວເຊ່ັນ ພັດທະນາ ບໍ່ສົມກັບ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ; ບໍ່ໝັ້ນຄົງ, ລັກສະນະການແຂ່ງ ຂັນບໍ່ສູງ. ພັດທະນາການທ່ອງທ່ຽວ ແມ່ນຄວາມຮັບຜິດຊອບລວມ ຂອງ ທົ່ວລະບົບການເມືອງ, ຂອງທຸກຂັ້ນ, ຂະແໜງການ ແລະ ທົ່ວສັງ ຄົມ; ພັດທະນາການທ່ອງທ່ຽວ ຕ້ອງໄດ້ວາງອອກ ໃນການພັດທະນາເສດຖະກິດ-ສັງຄົມໂດຍລວມ, ດ້ວຍບົດບາດເປັນເສດຖະກິດປາຍ ແຫຼມ; ປ່ຽນຈາກ “ການສະໜອງ ສິ່ງທີ່ພວກເຮົາມີ” ເປັນ “ສະຫນອງ ສິ່ງທີ່ລູກຄ້າຕ້ອງການ”; ຈາກການ ທ່ອງທ່ຽວ “ລະດູດຽວ” ໄປສູ່ການ ທ່ອງທ່ຽວຕະຫຼອດປີ; ພັດທະນາການທ່ອງທ່ຽວ ຕາມທິດປອດໄພ, ສະ ອາດ, ເປັນມິດຕໍ່ສິ່ງແວດລ້ອມ, ທັນສະໄໝ, ສີວິໄລ, ດຶງດູດໃຈ, ຖືສຳ ຄັນວັດທະນະທຳ ການທ່ອງທ່ຽວ ຫວຽດນາມ...
ການທ່ອງທ່ຽວ ປະກອບສ່ວນ ຊ່ວຍລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມສະຫງົບປອດໄພ ຂອງສັງຄົມ; ອະນຸ ລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາ; ປົກປັກຮັກສາ ສິ່ງແວດລ້ອມ ແລະ ຮັກສາໄວ້ເປັນຢ່າງດີ ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບຂອງຊາດ. ໃນທ່າອ່ຽງປັດຈຸບັນ, ຍັງຄົງຕ້ອງຊຸກຍູ້ການຫັນປ່ຽນດີຈີຕອນ; ສ້າງ ແລະ ພັດທະນາ ລະບົບນິເວດ ການທ່ອງທ່ຽວ ອັດສະລິຍະຢູ່ ຫວຽດນາມ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືກັບຕ່າງປະເທດ, ໂດຍສະເພາະແມ່ນບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ທ່ອງທ່ຽວ, ຫຼາຍປະເທດ ໃນການຊຸກຍູ້ການເຊື່ອມຈອດ, ດຶງດູດຕະຫຼາດທ່ອງທ່ຽວລາຍໃຫຍ່ ແລະ ມີທ່າແຮງບົ່ມຊ້ອນ.
ທ່ອງທ່ຽວ ແມ່ນຂະແໜງເສດຖະກິດ ທີ່ສຳຄັນ, ແມ່ນ “ອຸດສາຫະກຳ ປອດຄວັນ” ຊຶ່ງປະກອບສ່ວນນັບມື້ນັບຫຼາຍ ເຂົ້າໃນພື້ນຖານ ເສດຖະ ກິດ ຂອງ ຫຼາຍປະເທດ; ແມ່ນທ່າອ່ຽງການພັດທະນາ ຂອງອະນາຄົດ; ພ້ອມກັນນັ້ນ ກໍ່ແມ່ນຂົວຕໍ່ ເພື່ອໃຫ້ປະຊາຊົນ ບັນດາປະເທດໄດ້ພົບປະແລກປ່ຽນ, ເພີ່ມທະວີ ຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ມຸ່ງໄປສູ່ໂລກແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ.
ກອງປະຊຸມໃຫຍ່ຄັ້ງທີ XIIIຂອງ ພັກໄດ້ກຳນົດວ່າ: “ຊຸກຍູ້ຢ່າງແຂງ ແຮງ ການປັບປຸງໂຄງສ້າງ ການທ່ອງທ່ຽວຄືນໃໝ່, ຮັບປະກັນລັກ ສະ ນະ ເປັນມືອາຊີບ, ທັນສະໄໝ, ພັດທະນາຢ່າງຄົບຊຸດ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ... ກໍ່ສ້າງ, ພັດທະນາ ແລະ ວາງທີ່ຕັ້ງ ເຄື່ອງ ໝາຍການຄ້າ ທ່ອງທ່ຽວແຫ່ງຊາດ ຕິດພັນກັບພາບພົດທີ່ພົ້ນເດັ່ນ, ເປັນເອກະລັກ, ເຂັ້ມຂົ້ນ ໄປດ້ວຍສີສັນວັດທະນະທຳ ຂອງຊາດ… ຮອດປີ 2030, ນັກທ່ອງທ່ຽວສາກົນ ມາທ່ຽວ ຫວຽດນາມ ຈະໃຫ້ບັນລຸ 47-50ລ້ານ ເທື່ອຄົນ, ການທ່ອງທ່ຽວ ປະກອບສ່ວນ ປະມານ 14-15% GDP, ຍົກອັດຕາສ່ວນ ຂົງເຂດບໍລິການໃນ GDP ຂຶ້ນກວ່າ 50%”.
ບົດ:VNP - ພາບ: VNA - ແປໂດຍ: ບິກລຽນ