ນັກສິລະປິນ ຈັກຂຸສໍາພັດ Yehezkiel Cyndo - ເລົ່າເລື່ອງການ ແຕ້ມຮູບ ຕົວເມືອງ ຫວຽດນາມ

ນັກສິລະປິນ ຈັກຂຸສໍາພັດ Yehezkiel Cyndo - ເລົ່າເລື່ອງການ ແຕ້ມຮູບ ຕົວເມືອງ ຫວຽດນາມ

ຈາກໂຄງການສ່ວນຕົວ ໃນການເດີນທາງທົ່ວອາຊີຕາເວັນອອກ ສ່ຽງ ໃຕ້ ເພື່ອແຕ້ມຮູບບັນທຶກ ເລື່ອງລາວ ຂອງ ຕົວເມືອງ, ການປ່ຽນແປງ ຂອງ ຕົວເມືອງຕ່າງໆ ແລະ ຜູ້ຄົນໃນປະເທດ ທີ່ແຕກຕ່າງກັນ, ນັກສິ ລະປິນ ຈັກສຸສໍາພັດ Yehezkiel Cyndo (ຊາວ ອິນໂດເນເຊຍ) ໄດ້ ເກີດແຮງບັນດານໃຈພິເສດເມື່ອມາຫວຽດນາມ. ເພິ່ນພ້ອມກັບບັນດາ ນັກສິລະປິນ ຫວຽດນາມ ໄດ້ຝຶກການແຕ້ມພາບສະເກັດ (Sketch), ຈາກນັ້ນ ກໍເລົ່າເລື່ອງລາວ ກ່ຽວກັບຄວາມຊົງຈໍາ ຂອງ ຕົວເມືອງ ຫວຽດນາມ ຢ່າງແທດຈິງ ທີ່ສຸດ.

ນັກສິລະປິນ ຈັກຂຸສໍາຜັດ Yehezkiel Cyndo (ອິນໂດເນເຊຍ).

ເລື່ອງລາວ ກ່ຽວກັບນັກສິລະປິນໜຸ່ມ ຜູ້ຮັກການແຕ້ມຮູບ ສະເກັດ ຕົວ ເມືອງຕ່າງໆ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ເລືອກ ຫວຽດນາມ ເປັນຈຸດໝາຍປາຍທາງ ໄດ້ເລີ່ມຕົ້ນຂຶ້ນຈາກການ ເຊື່ອມ ໂຍງ. Yehezkiel Cyndo ໄດ້ພົບກັບເພື່ອນໆ ຂອງກຸ່ມ Heritage Art Space ຫວຽດນາມ ເພື່ອແບ່ງປັນຄວາມຮູ້ໃນທ້ອງຖິ່ນ ແລະໂຄງການ ແລກປ່ຽນ ລະຫວ່າງຜູ້ປະກອບອາຊີບ ດ້ານສິລະປະ-ວັດທະນະທໍາ ທີ່ ຮ່າໂນ້ຍ ແລະ ເຊມາຣງ. ດ້ວຍຄວາມເຂົ້າໃຈກັນຢ່າງໄວ, ພວກເຂົາ ໄດ້ພົບຈຸດຮ່ວມ ແລະ ເລີ່ມຕົ້ນສ່ວນໜຶ່ງຂອງໂຄງການ “ແຜນທີ່ ສິລະ ປະ ອາຊີ: ເລົ່າເລື່ອງ ຕົວເມືອງລະຫວ່າງ ຮ່າໂນ້ຍ ແລະ ເຊມາຣັງ”.

ຊາວໜຸ່ມຈຳນວນຫຼາຍ ຮັບຟັງການແບ່ງປັນຂອງນັກສິລະປິນ Yehezkiel Cyndo.

ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມຄິດສ້າງສັນ ທາງສິລະປະ, ນັກສິລະ ປິນ Yehezkiel Cyndo ໄດ້ສ້າງບັນທຶກປະຈໍາວັນ ດ້ວຍການແຕ້ມ ພາບສະເກັດ -ເຊິ່ງເອີ້ນວ່າ ພາບສະເກັດ ຕົວເມືອງ (Urban Sketching), ເປັນກິດຈະກໍາ ການແຕ້ມພາບເລົ່າເລື່ອງທີ່ ປະກອບ ດ້ວຍການແຕ້ມໂດຍກົງ ແລະ ເພີ່ມບັນທຶກສ່ວນຕົວ ຫຼື ຕາມສະພາບ ການ ເພື່ອບັນທຶກຊ່ວງເວລາ, ປ່ຽນພາບແຕ້ມ ແຕ່ລະພາບ ໃຫ້ກາຍ ເປັນຄວາມ ຊົງຈໍາ ທີ່ມີຊີວິດຊີວາ. ໃນປີ 2024, Cyndo ໄດ້ເດີນ ທາງ ມາ ຫວຽດນາມ ແລະ ມາເລເຊຍ. ໃນປີ 2025, Yehezkiel Cyndo ໄດ້ສືບ ຕໍ່ການເດີນທາງມາ ຮ່າໂນ້ຍ ເພື່ອແຕ້ມພາບໃຫ້ຫຼາຍຂຶ້ນ ແລະ ເລິກເຊິ່ງກວ່າເກົ່າ ກ່ຽວກັບພາບຕົວເມືອງ ຫວຽດນາມ.

ພວກເຮົາຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ທີ່ໄດ້ສຳຜັດກັບຄວາມຄິດ ສ້າງສັນ ຂອງ ຜູ້ຮັກການແຕ້ມຮູບສະເກັດ ຮ່າໂນ້ຍ ພ້ອມກັບນັກ ສິ ລະປິນ ຈັກສຸສໍາພັດ Yehezkiel Cyndo. ໃນກອງປະຊຸມຝຶກອົບຮົມ (workshop) “ຄວາມຊົງຈໍາຕົວເມືອງ - ເລົ່າເລື່ອງດ້ວຍການແຕ້ມ ພາບ ສະເກັດ”, Yehezkiel Cyndo ໄດ້ວາງສະແດງ Postcard ຫຼາຍ ຮ້ອຍແຜ່ນ ທີ່ແຕ້ມເຮືອນຫຼາຍຮ້ອຍຫຼັງ ໃນໃຈກາງເມືອງ ເຊມາຣັງ ແລະ ພ້ອມກັນນັ້ນ ກໍມີ Postcard ແຕ້ມພາບ ສະເກັດ ທີ່ເພິ່ນໄດ້ແຕ້ມ ກ່ຽວກັບຮ່າໂນ້ຍ. ຈາກພາບແຕ້ມສະເກັດ ເຫຼົ່ານີ້ ເພື່ອໃຫ້ນັກຮຽນ ໄດ້ ປຽບທຽບ ລະຫວ່າງສອງຕົວເມືອງ ແລະ ເລືອກວິທີການ ນຳໃຊ້ສະ ພາບແວດລ້ອມ ຂອງເລື່ອງຢ່າງເປັນຈິງ ແລະມີຊີວິດຊີວາ ທີ່ສຸດເມື່ອ ຝຶກແຕ້ມ ຢູ່ຕາມຊອກຊອຍ ແລະ ຖະໜົນຕ່າງໆ ໃນຮ່າໂນ້ຍ.

Postcard ແຕ້ມເຮືອນຫຼາຍຮ້ອຍຫຼັງ ໃນໃຈກາງເມືອງ ເຊມາຣັງ ຂອງ Yehezkiel Cyndo.

ກອງປະຊຸມຝຶກອົບຮົມ ຂອງ ນັກແຕ້ມ Yehezkiel Cyndo ມີນັກສິລະ ປິນ ຫງວຽນຫວູຫາຍ ຮ່ວມເດີນທາງ. ໃນຫຼາຍປີ ຜ່ານມາ, ທ່ານ ຫາຍ ໄດ້ອອກແບບທົວທ່ຽວແບບເລິກເຊິ່ງ ໂດຍສົມທົບກັບກິດຈະກໍາ ທີ່ ຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ພົວພັນໂດຍກົງກັບພູມສັນຖານ, ເຊິ່ງໂດດ ເດັ່ນທີ່ສຸດຄື “ຄົ້ນພົບ ແມ່ນໍ້າ ແລະ ຖະໜົນຫົນທາງ”, ເປັນທົວຍ່າງ ຕາມຮອຍ ຂອງ ແມ່ນ້ໍາ ໂຕລິກ ແລະ ຜົນກະທົບຕໍ່ ການອອກແບບ ຕົວເມືອງ ຮ່າໂນ້ຍ ຕາມການເວລາ. ການຮ່ວມມື ຂອງ ທ່ານ ຫາຍ ກັບ Yehezkiel Cyndo ໄດ້ຊ່ວຍໃຫ້ທົວແຕ້ມພາບສະເກັດ ກາຍເປັນ ສິ່ງ ທີ່ໜ້າສົນໃຈ. ທ່ານ ຫາຍ ກ່າວວ່າ: ເພິ່ນຮູ້ສຶກ ຕື່ນເຕັ້ນຫຼາຍທີ່ໄດ້ ເຮັດວຽກຮ່ວມກັບນັກ ສິລະປິນYehezkiel Cyndo ແລະ ເລືອກຈຸດ ໝາຍ ປາຍທາງ ໃຫ້ນັກສິລະປິນ ໄດ້ສຳຜັດປະສົບການ. ຢູ່ເບື້ອງ ຫຼັງ ພາບແຕ້ມສະເກັດ ທີ່ເຂົ້າໃຈງ່າຍ, ລາຍເສັ້ນທີ່ລຽບງ່າຍ, ບໍ່ເປັນນາມ ມະທໍາ ນັ້ນຄື ເລື່ອງລາວ ທີ່ສຳຜັດ ກັບບັນຫາສັງຄົມໃນປັດຈຸບັນ. ບັນ ດາສິ່ງກໍ່ສ້າງ, ເຮືອນ ເກົ່າໃນຕົວ ເມືອງ ຂອງ ຫວຽດນາມ ໄດ້ມີການ ປ່ຽນແປງທຸກໆ ມື້ ແລະ ອາດຈະຫາຍ ໄປໃນເວລາອັນສັ້ນ. ໜ້າທີ່ ຂອງ ນັກສິລະປິນ ຄືການບັນທຶກ, ອະທິບາຍຄືນ ໃນບັນທຶກການ ແຕ້ມພາບ.

ພາບແຕ້ມ ສະເກັດ ກ່ຽວກັບວັດ ເສົາດຽວ.
ພາບແຕ້ມ ສະເກັດ ກ່ຽວກັບວັດ ວັນໝ້ຽວ.

ການແຕ້ມພາບ ສະເກັດ ຕົວເມືອງ ຫວຽດນາມ ກໍເປັນການເດີນທາງ ເພື່ອເສີມສ້າງໃຫ້ແກ່ໂຄງການ “ຮ່ວມກັບ Cyndo ສຳຫຼວດ” ຕົວເມືອງ ຕ່າງໆ ໃນພາກພື້ນ. Yehezkiel Cyndo ແບ່ງປັນວ່າ: ເພິ່ນຕ້ອງບັນ ທຶກຊ່ວງເວລາເຫຼົ່ານີ້ໃນທັນທີ, ແຕ້ມທັນທີທັນໃດ ເພາະເຮືອນຕ່າງໆ ໃນໃຈກາງເມືອງ ອາດຈະຫາຍໄປ ໃນເວລາອັນສັ້ນ ຕາມການປ່ຽນ ແປງ ຂອງ ຕົວເມືອງໃນປັດຈຸບັນ. ພາບແຕ້ມ ສະເກັດ ເຫຼົ່ານີ້ ຄືເລື່ອງ ລາວ ຕາມກະແສເວລາ ທີ່ມີຄຸນຄ່າທາງສັງຄົມບໍ່ ພຽງແຕ່ກັບ ປະເທດ ໃດໜຶ່ງເທົ່ານັ້ນ.

ພາບແຕ້ມ ສະເກັດ ກ່ຽວກັບ ໂບດໃຫຍ່-ຮ່າໂນ້ຍ. 
ພາບແຕ້ມ ສະເກັດ ກ່ຽວກັບ ໝູ່ບ້ານຜະລິດທູບ ກວາງຝູ໋ເກົ່າ.
ພາບແຕ້ມແຜ່ນໜຶ່ງຂອງ Yehezkiel Cyndo ທີ່ມີການປະສົມ ສີ ສັນກ່ຽວກັບອານຸສອນສະຖານ ຂອງ ຮ່າໂນ້ຍ. 

ພຽງແຕ່ມີປາກກາໜຶ່ງດວງ, ປຶ້ມບັນທຶກໜຶ່ງຫົວ, ສີໜຶ່ງກ່ອງທີ່ໃສ່ ໃນ ກະເປົາ, Cyndo ກໍໄດ້ເດີນທາງໄປທົ່ວຊອກຊອຍຕ່າງໆ ໃນຮ່າໂນ້ຍ ເພື່ອແຕ້ມພາບ, ເພິ່ນແຕ້ມທຸກບ່ອນ, ຢືນແຕ້ມ, ນັ່ງແຕ້ມ, ເດີນທາງ ຕາມ ຖະໜົນກໍແຕ້ມ, ພັກຜ່ອນດື່ມຊານໍ້າ ກໍແຕ້ມ...ສອງອາທິດ ຢູ່ ຮ່າໂນ້ຍ, ປຶ້ມບັນທຶກການແຕ້ມພາບສະເກັດ ຂອງ Yehezkiel Cyndo ໄດ້ໜາ ຂຶ້ນ ດ້ວຍຮູບພາບຂອງຕົວເມືອງ ຮ່າໂນ້ຍ ຈາກຫຼາຍມຸມມອງ ທີ່ແຕກຕ່າງກັນ.

 

ນັກສິລະປິນ ຈັກຂຸສໍາຜັດ Yehezkiel Cyndo ໄດ້ມາແຕ້ມຮູບຢູ່ຕາມຖະໜົນ ຮ່າງບວມ.

ຫົວຂໍ້ ພາບແຕ້ມທີ່ Yehezkiel Cyndo ໄດ້ສ້າງສັນ: ແມ່ນພາບແຕ້ມ ສະເກັດ ກ່ຽວກັບໄສ້ກອກປີ້ງ, ຮ້ານຂາຍ າລາເປົາ, ຮ້ານເຝຮ່າໂນ້ຍ, ລົດຈັກ ຂອງ ປະຊາຊົນ, ຮູບສັດທີ່ ໜ້າຮັກ ເຊິ່ງເດັກ ນ້ອຍຫວຽດນາມ ມັກເຊັ່ນ: ໝາ, ໝີ, ແມວ, ມ້າ ແລບັນດາປູຊະນີຍະສະຖານ, ສິ່ງກໍ່ ສ້າງທາງປະຫວັດສາດເຊັ່ນ: ວິຫານ ມ້າຂາວ, ວັດ ເສົາດຽວ...ຫຼື ແມ່ນ ແຕ່ເຮືອນເກົ່າແກ່ ມີໄຄນໍ້າ ເກາະຕິດຢູ່ ຢູ່ຖະໜົນລ້ານອົງ, ຖະໜົນ ຮ່າງບ່ວມ... ທັງໝົດລ້ວນແຕ່ເປັນ ເລື່ອງລາວ ທີ່ດີ ໃນແຕ່ລະລາຍ ເສັ້ນແຕ້ມ.

ນັກສິລະປິນ ຈັກຂຸສໍາຜັດ Yehezkiel Cyndoໄດ້ແລກປ່ຽນກັບຊາວໜຸ່ມ ຫຼັງຈາກສໍາເລັດການແຕ້ມຮູບຢູ່ຕາມຖະໜົນເກົ່າແກ່ໃນ ຮ່າໂນ້ຍ.
ນັກສິລະປິນ ຈັກຂຸສໍາຜັດ Yehezkiel Cyndo ໄດ້ແລກປ່ຽນກັບຊາວໜຸ່ມ ຫຼັງຈາກສໍາເລັດການແຕ້ມຮູບຢູ່ຕາມຖະໜົນເກົ່າແກ່ໃນຮ່າໂນ້ຍ.

ດ້ວຍໄລຍະເວລາພັກເຊົາ ຢູ່ຫວຽດນາມ ບໍ່ດົນ, ແຕ່ຄວາມມຸ່ງໝັ້ນ ຂອງ ເພິ່ນກ່ຽວກັບການແຕ້ມພາບ ສະເກັດ ຕົວເມືອງ ໄດ້ຮັບການ ຕອບຮັບ ແລະ ເປັນທີ່ຮັກ ຂອງ ທຸກຄົນ. ເພິ່ນໄດ້ ແລະ ກໍາລັງເກັບຮັກ ສາຄວາມຊົງຈໍາ, ຄວາມຄິດເຖິງ ສຳລັບຕົວເມືອງ ຫວຽດນາມ ໃນປັດ ຈຸບັນ ຢ່າງລຽບງ່າຍທີ່ ສຸດດ້ວຍໃຈ: ແຕ້ມເພື່ອຮັກ ແລະ ສຳຫຼວດ ຫວຽດນາມ ໃຫ້ຫຼາຍຂຶ້ນ.

 

ບົດ: ເວນເຈິ່ນ/VNP - ພາບ: ເຈິ່ນແທງຢາງ - ແປໂດຍ: ຢືຟຽນ


Top