ທົ່ວປະເທດຮ່ວມໃຈ ເພື່ອ “ຊາຍຄາທ່ີອົບອຸ່ນ ໃຫ້ພີ່ນ້ອງຮ່ວມຊາດ ຂອງ ຂ້ອຍ”

ທົ່ວປະເທດຮ່ວມໃຈ ເພື່ອ “ຊາຍຄາທ່ີອົບອຸ່ນ ໃຫ້ພີ່ນ້ອງຮ່ວມຊາດ ຂອງ ຂ້ອຍ”

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ລົງຢ້ຽມຢາມ ປະຊາຊົນ ຢູ່ເຂດໂຄງການກໍ່ສ້າງໝູ່ບ້ານ ໜູ, ຕາແສງ ຟຸກແຄ໋ງ, ເມືອງ ບ່າວອຽນ. ພາບ: ເຢືອງຢາງ/VNA

ໃນໄລຍະຜ່ານມາ, ພາຍໃຕ້ການນຳພາ ຂອງ ພັກ, ການເຂົ້າຮ່ວມຢ່າງ ຂ້ຽວຂາດຂອງທົ່ວທັງລະບົບການເມືອງ, ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເອກະພາບ ຂອງ ທົ່ວປວງຊົນ, ວິສາຫະກິດ ແລະ ການຊ່ວຍເຫຼືອ ຈາກເພື່ອນມິດສາກົນ, ຫວຽດນາມ ໄດ້ບັນລຸຜົນສຳເລັດອັນຍິ່ງໃຫຍ່, ມີ ຄວາມໝາຍທາງປະຫວັດສາດ, ດັ່ງການຕີລາຄາ ຂອງ ສະຫາຍມື້ລາງເລ ຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທ່ີວ່າ: “ດ້ວຍຄວາມຖ່ອມຕົນທັງໝົດ, ພວກເຮົາສາມາດເວົ້າໄດ້ວ່າ ປະເທດ ຂອງ ພວກເຮົາ ບໍ່ມີຍາມໃດ ມີພາ ລະກິດ ອັນໃຫຍ່ຫຼວງ, ກຳລັງແຮງບົ່ມຊ້ອນ, ອິດທິພົນຊື່ສຽງ ແລະ ຖານະ ບົດບາດ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຄືໃນທຸກ ວັນນີ້”.

ນັບແຕ່ປີ 2000 ເຖິງ 2023, ເຮືອນມະຫາສາມັກຄີ ກວ່າ 1,7 ລ້ານຫຼັງ ໄດ້ຖືກສ້າງໃໝ່ ແລະ ສ້ອມແປງໃຫ້ແກ່ຜູ້ທຸກຍາກ, ຜູ້ທ່ີມີ ສະພາບຫຍຸ້ງ ຍາກຂັດສົນ. ເຖິງຢ່າງໃດກໍ່ຕາມ, ຕາມການກວດຄືນ, ຈຳນວນຄອບຄົວ ທຸກຍາກ ແລະ ຄອບຄົວເກືອບທຸກຍາກ ມີເຮືອນຢູ່ບໍ່ຮັບປະກັນ “3 ແຂງ” (ພື້ນແຂງ, ໂຄງສ້າງ-ຝາແຂງ, ຫຼັງຄາແຂງ) ຕາມທິດ ຂາດຄຸນນະພາບ ແມ່ນ ມີຫຼາຍກວ່າ 315.000 ຄອບຄົວ.

ໄພນຳ້ແກ່່ງນຳ້ຊູທີ່ເກີດຂຶ້ນ ໃນ​ຕອນ​ເຊົ້າ​ວັນ​ທີ 10 ກັນຍາ 2024 ຢ່າງຮ້າຍແຮງ ເຮັດໃຫ້ 37/167 ຄອບຄົວ​ຂອງ​ ໝູ່ບ້ານ​ ໜູ (ຕາ​ແສງ ​ຟຸກ​ແຄ໋ງ, ເມືອງ ​ບ່າວອຽນ, ແຂວງ ​ລາວ​ກາຍ) ໄດ້ຖືກນຳ້ຖ້ວມສຸເອົາໄປ. ພາບ: ກອງກຳລັງທະຫານ ສືບຕໍ່ຊອກຄົ້ນຫາ ຜູ້ປະສົບໄພຢູ່ ໝູ່ບ້ານ ໜູ ໃນມື້ວັນທີ 8 ຫຼັງຈາກເກີດເຫດອຸທົກກະໄພໂດຍກະທັນຫັນ. ພາບ: ຮວ່າງຮ໋ຽວ/VNA
ເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ຢູ່ໃນຂອບເຂດແຂວງ ບັກກ້ານ ຕ້ອງໄດ້ຮັບການຊ່ວຍເຫຼືອ ໃນການກໍ່ສ້າງ. ແຂວງ ບັກກ້ານ ຕ້ອງເງິນ ຊ່ວຍເຫຼືອ ປະມານ 100 ຕື້ດົ່ງ ເພື່ອກຳຈັດເຮືອນ ຢູ່ຊົ່ວຄາວ, ເຮືອນ ຊຸດໂຊມ ພາຍໃນປີ 2025. ພາບ: VNA

ນັບແຕ່ເດືອນ ເມສາ 2024, ປະຕິບັດຕາມແນວທາງນະໂຍບາຍອັນໃຫຍ່ ຫຼວງຂອງພັກ, ທ່ານນາຍົກລັດຖະມົນຕີ ໄດ້ເປີດຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກັນ ກຳຈັດເຮືອນຢູ່ຊົ່ວຄາວ, ເຮືອນຊຸດ ໂຊມ” ໃນຂອບເຂດທົ່ວປະເທດ ພາຍໃນປີ 2025. ທ່ານ ນາຍົກລັດຖະ ມົນຕີ ໄດ້ຮຽກຮ້ອງ “ທຸກພາກສ່ວນ ທີ່ກ່ຽວຂ້ອງ, ແຕ່ລະຄົນ, ແຕ່ລະອົງ ການຈັດຕັ້ງ ບົນພື້ນຖານບົດບາດໜ້າທີ່ ຂອງຕົນ ຕ້ອງເສີມຂະຫຍາຍ ສຸດຄວາມສາມາດ, ຄວາມຫ້າວຫັນ, ຄວາມຮັບຜິດຊອບ, ປະດິດຄິດສ້າງ ເພື່ອຮ່ວມແຮງຮ່ວມໃຈ ສ້າງຂະບວນການທີ່ກວ້າງຂວາງ ເລິກເຊິ່ງ, ຕົວ ຈິງ, ມີປະສິດທິຜົນ ໃນການກຳຈັດເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ”.

ພະນັກງານ, ນັກຮົບ ຕຳຫຼວດ ແຂວງ ບັກຢາງ ໄດ້ໜູນຊ່ວຍ ວັນເຮັດວຽກ ເພື່ອ ກຳຈັດເຮືອນຢູ່ອາໄສຊົ່ວຄາວ ແລະ ເຮືອນ ຊຸດໂຊມ. ພາບ: ດ່າໜັງ/VNA

ຄວບຄູ່ກັບການຊ່ວຍເຫຼືອຈາກລັດ, ອົງການຈັດຕັ້ງທາງສັງຄົມ, ວິສາຫະ ກິດ..., ຜູ້ທຸກຍາກຕ້ອງພະຍາຍາມ, ຊຸມຊົນໃນທ້ອງຖິ່ນ ກໍ່ຕ້ອງຊ່ວຍ ເຫຼືອ, ດ້ວຍຈິດໃຈ “ໃຜມີຫຍັງຊ່ວຍອັນນັ້ນ”, “ໃຜມີແຮງງານ ປະກອບ ສ່ວນແຮງງານ, ໃຜມີວັດຖຸ ປະກອບສ່ວນວັດຖຸ, ໃຜມີຫຼາຍປະກອບຫຼາຍ, ໃຜມີໜ້ອຍປະກອບໜ້ອຍ”, “ຮັກຫໍ່ຜູກພັນກັນ ຢ່າງສະໜິດສະໜົມ”, “ນ້ຳ ໃຈມິດສະຫາຍ, ຄວາມຜູກພັນ ຖານພີ່ນ້ອງຮ່ວມຊາດ”, “ໃບໄມ້ດີ ຫຸ້ມໃບ ໄມ້ຂາດ”, “ໃບໄມ້ຂາດນ້ອຍ ຊ່ວຍເຫຼືອໃບໄມ້ຂາດຫຼາຍ”, ບໍ່ລໍຄອຍ ການເພິ່ງພາອາໄສ, ເອື່ອຍອີງ; ທຸກຄົນຕ້ອງເປັນເຈົ້າການ, ຕັ້ງໜ້າ.

ອີງຕາມກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ, ຈົນເຖິງ ເດືອນ ກຸມພາ 2025, 58 ທ້ອງຖິ່ນ ໄດ້ສ້າງຕັ້ງ ຄະນະຊີ້ນຳຂັ້ນແຂວງ ກ່ຽວກັບ ການກຳຈັດເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ. 5 ທ້ອງຖິ່ນຄື ຮ່າ ໂນ້ຍ, ຫາຍຟ່ອງ, ກວາງນິງ, ຫວິ໊ງຟຸກ, ບ່າເຣ້ຍ-ຫວຸ໊ງເຕົ່າ ບໍ່ໄດ້ສ້າງຕັ້ງ ເພາະບໍ່ມີເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມອີກແລ້ວ. ໃນຂອບເຂດທົ່ວ ປະເທດ ໄດ້ຊ່ວຍເຫຼືອການກຳຈັດເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ໄດ້ ກວ່າ 100.000 ຫຼັງ. ໃນນັ້ນ, ມີເຮືອນເກືອບ 60.000 ຫຼັງໄດ້ເປີດນຳໃຊ້ ແລະ ເລີ່ມກໍ່ສ້າງໃໝ່ກວ່າ 40.000 ຫຼັງ. ອີງຕາມການລາຍງານ ຂອງບັນ ດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ຜ່ານໂຄງການປຸກລະດົມ, ມາຮອດປັດຈຸບັນ ກອງທຶນ “ເພື່ອຄົນທຸກຍາກ” ສູນກາງໄດ້ຮັບເງິນ ປະມານ 80 ຕື້ດົ່ງ ເພື່ອຊ່ວຍເຫຼືອ ການກຳຈັດເຮືອນຢູ່ຊົ່ວຄາວ, ເຮືອນ ຊຸດໂຊມ.

ເຂດຈັດສັນໃໝ່ໝູ່ບ້ານ ໜູ (ແຂວງ ລາວ​ກາຍ) ພວມ​ໄດ້​ປະກົດເປັນຮູບເປັນຮ່າງ​ເທື່ອ​ລະ​ກ້າວ. ພາບ: ຮົ່ງນິງ/VNA
ບໍລິສັດໄຟຟ້າແຂວງ ລາວກາຍ ນຳເອົາຕາຂ່າຍໄຟຟ້າ ແຫ່ງຊາດ ມາຍັງເຂດຈັດສັນໃໝ່ໝູ່ບ້ານ ໜູ. ໃນພາບ: ກວດກາ ອຸປະກອນໄຟຟ້າ ກ່ອນສະໜອງໄຟຟ້າ. ພາບ: ຮົ່ງນິງ/VNA

ໃນນັ້ນ, ກະຊວງປ້ອງກັນປະເທດ ໄດ້ສ້າງເຮືອນ ເພື່ອນສະຫາຍ, ເຮືອນ ມະຫາສາມັກຄີ ກວ່າ 15.000 ຫຼັງ. ນອກນັ້ນ, ພະນັກງານ, ນັກຮົບພາຍ ໃນກອງທັບ ແມ່ນບໍ່ຢ້ານກົວຕໍ່ໄພອັນຕະລາຍ, ຄວາມຫຍຸ້ງຍາກ, ໄດ້ເຂົ້າ ຮ່ວມການກູ້ຊີບ, ກູ້ໄພ, ຊ່ວຍເຫຼືອປະຊາຊົນ ໃນເຂດເກີດໄພທຳມະຊາດ, ພາຍຸ ແລະ ນ້ຳຖ້ວມ. 

ເພື່ອປະຕິບັດໂຄງການໃຫ້ສຳເລັດ ໃນປີ 2025, ຍັງຕ້ອງສ້າງໃຫ້ສຳເລັດ ອີກ ປະມານ 200.000 ຫຼັງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ໃຫ້ບັນ ດາກະຊວງ, ອົງການ, ທ້ອງຖິ່ນຕີລາຄາ ສະພາບການຈັດຕັ້ງປະຕິບັດ ໂຄງການ ໃນຕົວຈິງ, ຍອມຮັບຢ່າງກົງໄປກົງມາ ເຖິງສາເຫດທີ່ເຮັດບໍ່ໄດ້ ດີ...; ສະເໜີບັນດາໜ້າທີ່, ວິທີແກ້ໄຂທີ່ສຳຄັນ, ບຸກທະລຸ, ເຂັ້ມແຂງດ້ວຍ ຈິດໃຈ 5 ຢ່າງທີ່ຊັດເຈນ: “ຄົນຊັດເຈນ, ວຽກຊັດເຈນ, ຄວາມຮັບຜິດຊອບ ຊັດເຈນ, ເວລາຊັດເຈນ, ຜົນໄດ້ຮັບຊັດເຈນ”.
ເດັກນ້ອຍໝູ່ບ້ານ ໜູ (ຕາແສງ ຟຸກແຄ໋ງ, ເມືອງ ບ່າວອຽນ, ແຂວງ ລາວກາຍ) ຫຼິ້ນມ່ວນຊື່ນ ໃນເຂດຈັດສັນໃໝ່. ພາບ: ຮົ່ງນິງ/VNA

ປີ 2025 ມີຄວາມໝາຍສຳຄັນເປັນພິເສດ, ເປັນປີທີ່ເລັ່ງລັດ, ບຸກທະລຸ ເພື່ອບັນລຸ ເປົ້າໝາຍ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ຢ່າງມີໄຊ. ພ້ອມນີ້, ປີ 2025 ຍັງເປັນປີ ທ່ີມີເຫດການສໍາຄັນ ຕ່າງໆ ຂອງ ປະເທດເຊັ່ນ: ສະເຫຼີມສະຫຼອງ 95 ປີແຫ່ງການສ້າງຕັ້ງພັກ, 80 ປີ ແຫ່ງການສ້າງຕັ້ງປະເທດ, 50 ປີແຫ່ງການປົດປ່ອຍພາກໃຕ້ ທ້ອນ ໂຮມ ປະເທດຊາດເປັນໜຶ່ງດຽວ, 135 ປີວັນຄ້າຍວັນເກີດ ຂອງ ປະທານ ໂຮ່ຈີມິນ ແລະ ແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຂອງ ພັກ ແຕ່ລະຂັ້ນ ກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XIV ຂອງພັກ. ທ່ານນາຍົກລັດຖະມົນຕີ ຫວັງ ແລະ ເຊື່ອໝັ້ນວ່າ, ດ້ວຍ ການຮ່ວມແຮງຮ່ວມໃຈ, ຄວາມເປັນເອກະພາບ, ການເຂົ້າຮ່ວມ ຂອງ ທັງ ລະບົບການເມືອງ, ປະຊາຄົມ ວິສາຫະກິດ, ທົ່ວປວງຊົນ, ຂະບວນການ ແຂ່ງຂັນຮ່ວມແຮງຮ່ວມໃຈກັນ ກຳຈັດເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ຈະແຜ່ຂະຫຍາຍໄປທົ່ວສັງຄົມ, ຊຸມຊົນ ແລະ ຈະປະສົບຜົນສຳເລັດ ຢ່າງດີ, ໄດ້ຮັບປະສິດທິຜົນທີ່ແທ້ຈິງ, ເພື່ອຊີວິດທີ່ອີ່ມໜຳສຳລານ, ມີ ຄວາມສຸກ ຂອງ ປະຊາຊົນ, ການພັດທະນາເຂັ້ມແຂງ, ຈະເລີນຮຸ່ງເຮືອງ ຂອງ ປະເທດຊາດ.

ບົດ: VNA - ພາບ: VNP - ແປໂດຍ: ບິກລຽນ


Top