ຕົ້ມເຄັມປາ ບ້ານ ຫວູ໊ດ້າຍ
ທຸກໆ ຄັ້ງ ທີ່ລະດູບານໃໝ່ວຽນມາ, ບ້ານ ຫວູ໊ດ້າຍ, ຕາແສງ ນາມຫຼີ (ແຂວງ ນິງບິ່ງ) ໄດ້ມີແປວໄຟ ຕະຫຼອດ ທັງເວັນທັງຄືນ ເພື່ອໃຫ້ ທັນກັບການປຸງແຕ່ງ ຕົ້ມເຄັມປາ ດ້ວຍໝໍ່ດິນ ຫຼາຍພັນໝໍ້ ເພື່ອບໍລິ ການລູກຄ້າ ທັງພາຍໃນປະເທດ ແລະ ຊຸມຊົນຊາວ ຫວຽດນາມ ອາ ໄສຢູ່ຕ່າງ ປະເທດທົ່ວໂລກ. ຈາກອາຫານພື້ນເມືອງ ຂອງ ເຂດຊົນ ນະບົດ ໃນສະໄໝກ່ອນ, ຕົ້ມເຄັມປາ ບ້ານ ຫວູ໊ດ້າຍ ໄດ້ກາຍເປັນ ສັນຍະລັກ ແຫ່ງວັດທະນະທຳ ອາຫານມູນເຊື້ອ, ປະກອບສ່ວນ ເລົ່າເລື່ອງລາວ ຕ່າງໆ ແຫ່ງການເຊື່ອມໂຍງ ຂອງ ອາຫານ ຫວຽດນາມ.
ເລີ່ມຕົ້ນມາຈາກຄວາມມຸ່ງຫວັງ ທີ່ຢາກມີອາຫານແຊບໆ ເພື່ອ ຖວາຍບັນພະບຸລຸດ ໃນບຸນເຕັດ, ຕົ້ມເຄັມປາ ໄດ້ຮັບການປັບປຸງ ໃຫ້ສົມບູນແບບ ຜ່ານຫຼາຍເຊັ່ນຄົນ. ເຄັດລັບອາຊີບຕ່າງໆ ທີ່ສືບທອດ ໃນວົງຕະກຸນເກືອບທັງໝົດ ແມ່ນຍັງຄົງຮັກສາໄວ້ຄືເກົ່າ, ນັບແຕ່ ຂັ້ນຕອນການຄັດເລືອກ ປາກິນຫຍ້າ ທີ່ມີນ້ຳໜັກແຕ່ 5 - 8 ກິໂລ, ຊີ້ນແໜ້ນໜາ, ຈົນເຖິງການນຳໃຊ້ໝໍ້ດິນ ທີ່ນຳເຂົ້າມາຈາກ ແທງຮ໋ວາ ແລະ ຟືນຈາກ ຕົ້ນລຳໄຍ ເພື່ອໃຫ້ຄວາມຮ້ອນສະໝໍ່າສະເໝີ ແລະ ມີຄວັນໜ້ອຍ. ເຄື່ອງປຸງປະກອບມີ: ຂ່າ, ຂີງ, ຜັກບ່ົວ, ພິກໄທ, ໝາກເຜັດ, ນ້ຳສະກັດຈາກປູນາ ແລະ ນ້ຳປາແທ້, ສ້າງໃຫ້ມີລົດຊາດ ເຂັ້ມຂຸ້ນ ແລະ ຫວານແບບທຳມະຊາດ ທີ່ເປັນເອກະລັກ.
ຂະບວນການຕົ້ມປາ ຈະໃຊ້ເວລາ ແຕ່ 10 - 12 ຊົ່ວໂມງ, ບາງຄັ້ງ ອາດຮອດ 16 - 20 ຊົ່ວໂມງ, ເຊິ່ງຮຽກຮ້ອງໃຫ້ນາຍຊ່າງ ຕ້ອງ ເຝົ້າໄຟ ຢ່າງຕໍ່ເນື່ອງ, ຕື່ມນ້ຳ ໃຫ້ຖືກເວລາ ເພື່ອໃຫ້ປາເປື່ອຍດີ ແຕ່ບໍ່ມຸ່ນ. ເມື່ອສຳເລັດແລ້ວ, ພາຍໃນ ໝໍ້ດິນ ຈະເຫຼືອພຽງແຕ່ ນ້ຳຊ໋ອດ ທີ່ເຂັ້ມຂຸ້ນ ເປັນສີນ້ຳຕານເຫຼື້ອມ ຄືກັບປີກແມງສາບ ທີ່ສວຍງາມ. ຕົ້ມເຄັມປາ ແຕ່ລະໝໍ້ ມີລາຄາແຕ່ 500.000 ດົ່ງ ເຖິງ 1,5 ລ້ານດົ່ງ, ບໍ່ພຽງແຕ່ແມ່ນອາຫານເທົ່ານັ້ນ, ແຕ່ຍັງແມ່ນ ຂອງ ຂວັນທີ່ຫຼູຫຼາອີກດ້ວຍ.
ໃນປັດຈຸບັນ, ຕົ້ມເຄັມປາ ບ້ານ ຫວູ໊ດ້າຍ ໄດ້ກ້າວອອກນອກ ຂອບເຂດປະເທດ ຫວຽດນາມ, ໂດຍມີໜ້າຢູ່ ສ ອາເມລິກາ, ອັງກິດ, ການາດາ, ເຢຍລະມັນ, ຍີ່ປຸ່ນ, ສ ເກົາຫຼີ ແລະ ຫຼາຍປະເທດ ເອີຣົບ. ຈາກເຮືອນຄົວ ໃນບ້ານເກີດ ຈົນເຖິງໂຕະອາຫານ ສາກົນ, ຕົ້ມເຄັມປາ ບ້ານ ຫວູ໊ດ້າຍ ບໍ່ພຽງແຕ່ນຳເອົາລົດຊາດ ທີ່ເຂັ້ມຂຸ້ນເທົ່ານັ້ນ, ແຕ່ຍັງແຜ່ຂະຫຍາຍຄວາມຍອດຍິ່ງ ທາງດ້ານວັດທະນະທຳ, ຈິດໃຈແຫ່ງ ການເຕົ້າໂຮມ ແລະ ເລື່ອງລາວກ່ຽວກັບ ຫວຽດນາມ ທີ່ຮັກສາມູນເຊື້ອ ໃນເສັ້ນທາງ ແຫ່ງການເຊື່ອມໂຍງ ທົ່ວໂລກ.
ບົດໂດຍ: ຟອງທູ - ພາບໂດຍ: ຈ້ອງດາດ - ແປໂດຍ: ບິກລຽນ






