ຕົ້ນລະດູບານໃໝ່ ໄປບຸນ ເກົ່າຕ່າວ
ໃນພາສາ ມົ້ງ, ເກົ່າຕ່າວ ມີຄວາມໝາຍວ່າ “ຫຼິ້ນກາງແຈ້ງ” ຫຼື “ຫຼິ້ນ ເທິງ ເນີນພູ”. ໃນເບື້ອງຕົ້ນ, ງານບຸນນີ້ ພຽງແຕ່ໄດ້ຈັດຂຶ້ນພາຍໃນ ຄອບຄົວເທົ່ານັ້ນ ເພື່ອຈຸດປະສົງຂໍລູກ. ເຖິງຢ່າງໃດກໍ່ຕາມ, ຕາມການ ເວລາ, ງານບຸນ ເກົ່າຕ່າວ ໄດ້ກາຍເປັນກິດຈະກຳລວມຂອງໝູ່ບ້ານ ແລະ ຊຸມຊົນ. ປັດຈຸບັນ, ຄວາມໝາຍ ຂອງ ງານບຸນດັ່ງກ່າວ ບໍ່ໄດ້ຈຳ ກັດພຽງແຕ່ການຂໍລູກເທົ່ານັ້ນ, ແຕ່ໄດ້ຂະຫຍາຍໄປສູ່ການຂໍດິນ ຟ້າ ອາກາດເອື້ອຍອຳ, ພືດພັນອຸດົມສົມບູນ, ສັບພະສິ່ງຈະເລີນເຕີບ ໃຫຍ່ ແລະ ຊີວິດ ມີຄວາມສຸກ.
ພິທີກຳຫຼັກ ຂອງ ງານບຸນ ເກົ່າຕ່າວ ໄດ້ຈັດຂຶ້ນໃຕ້ຕົ້ນ ກະຖິນ, ເຊິ່ງ ເປັນສັນຍາລັກ ອັນສັກສິດ ທີ່ເຊື່ອມຕໍ່ຟ້າກັບດິນ ໃນແນວຄິດຂອງ ຊົນເຜົ່າ ມົ້ງ. ຕົ້ນກະຖິນ ຖືກຄັດເລືອກຢ່າງລະມັດ ລະວັງຈາກຕົ້ນ ໄມ້ ໄຜ່ ທີ່ສວຍງາມ, ຊື່ ແລະ ແຂງແກ່ນ. ຫຼັງຈາກທີ່ຖືກປັກໄວ້ກາງພື້ນທີ່ ກວ້າງຂວາງ ແລະ ຮາບພຽງ, ປາຍຕົ້ນ ກະຖິນ ຈະຫັນໜ້າໄປທາງທິດ ຕາເວັນອອກ ແລະ ປະດັບ ດ້ວຍຜ້າປ່ານສອງ ຜືນສີແດງ, ສີດຳ ພ້ອມ ດ້ວຍກະປຸກນໍ້າເຕົ້າ ບັນຈຸເຫຼົ້າ ໜ່ວຍໜຶ່ງ, ເຂົ້າໜຽວ ສາມຮວງ ແລະ ຕົ້ນ “ສືຍ” (ຕົ້ນໄມ້ພື້ນ ເມືອງ ໃນຕະກູນຜັກກູດ) ໜຶ່ງກໍາ. ແຕ່ລະສິ່ງ ຂອງ ເທິງຕົ້ນກະຖິນ ລ້ວນແຕ່ມີຄວາມໝາຍສະເພາະ: ຜ້າປ່ານ ສອງ ຜືນ ເປັນສັນຍາລັກ ເຖິງການເຕົ້າໂຮມ ແລະ ຄຳເຄົາລົບຕໍ່ບັນ ພະບຸ ລຸດ; ກະປຸກເຫຼົ້າ ແລະ ຮວງເຂົ້າ ເປັນສັນຍາລັກ ເຖິງຄວາມອຸ ດົມສົມ ບູນ; ຕົ້ນ “ສືຍ” ສະແດງເຖິງການ ຈະເລີນພັນ.
ພິທີກໍາຫຼັກ ຈັດຂຶ້ນຢ່າງສົມກຽດ ໃຕ້ຕົ້ນກະຖິນ, ເຄື່ອງນໍາມາຖວາຍ ຄື ໄກ່ ແລະ ເຫຼົ້າ. ໝໍຜີ, ຜູ້ເປັນປະທານໃນພິທີ, ເປັນຕົວແທນ ໃຫ້ຊາວ ບ້ານ ຈູດທູບ, ສູດມົນ ແລະ ຈູດເຈ້ຍເງິນຄຳ ເພື່ອແຈ້ງບອກ ເທບພະ ເຈົ້າ. ຫຼັງຈາກສູດມົນ ແລ້ວ, ໝໍຜີ ຈະພາທຸກຄົນຍ່າງກົງ ກັນຂ້າມ ກັບ ເຂັມໂມງ ອ້ອມຕົ້ນ ກະຖິນ, ທັງຍ່າງ ທັງຮ້ອງເພງ “ຕິ້ງໄຈ” (ໝາຍ ຄວາມວ່າ ການນັດວັນ). ເນື້ອໃນ ຂອງ ເພງສົ່ງເຖິງເທບພະເຈົ້າ, ແຈ້ງ ບອກກ່ຽວກັບພິທີ ສົມມະນາຄຸນ ຂອງ ຊາວບ້ານຕໍ່ເທບພະເຈົ້າ.
ເມື່ອພິທີສິ້ນສຸດລົງ, ບັນຍາກາດ ຂອງ ງານບຸນ ກໍ່ປ່ຽນໄປສູ່ຄວາມ ມ່ວນຊື່ນລື້ນເລີງ. ພາຍໃນບໍລິເວນ ກວ້າງຂວາງ ໃກ້ຕົ້ນກະຖິນ, ປະ ຊາຊົນ ເຂົ້າຮ່ວມຫຼິ້ນເກມພື້ນເມືອງ ທີ່ເປັນເອກະລັກ ຂອງ ຊົນເຜົ່າ ມົ້ງ ຫຼາຍຢ່າງເຊັ່ນ: ການໂຍນໝາກຄອນ, ຍູ້ໄມ້ຄ້ອນ... ບັນດາຊາຍ ໜຸ່ມ ແລະ ຍິງສາວ ຊົນເຜົ່າ ມົ້ງ ໃນຊຸດປະຈຳເຜົ່າ ທີ່ມີສີສັນສົດໃສ ໄດ້ມາເຕົ້າໂຮມກັນ, ຮ່ວມກັນເປົ່າແຄນ, ເຕັ້ນລຳ, ສ້າງເປັນພາບທ່ີ ສວຍງາມ ມີສີສັນ ທ່ີສົດໃສ. ສຽງແຄນ ມົ້ງ ດັງຂຶ້ນຢ່າງບໍ່ຢຸດຢັ້ງ, ນຳ ພາທຸກ ຄົນໃຫ້ເຂົ້າຮ່ວມໃນບັນດາວາດ ຟ້ອນພື້ນເມືອງທີ່ອ່ອນໂຍນ ແລະ ສະຫງ່າງາມ. ນອກຈາກບັນດາກິດຈະກຳ ດ້ານວັດທະນະທຳ ແລະ ສິລະປະແລ້ວ, ຊາວເຜົ່າ ມົ້ງ ຢູ່ຫາງເກຍ - ປ່າກໍ່ ຍັງຈັດກິດ ຈະ ກຳທີ່ມີ ຄວາມໝາຍຫຼາຍຢ່າງ. ໃນນັ້ນ, ການແຂ່ງຂັນຕຳເຂົ້າໜົມ ພື້ນເມືອງ ແມ່ນກິດຈະກຳທີ່ໂດດເດັ່ນ, ດຶງດູດປະຊາຊົນ ແລະ ນັກ ທ່ອງທ່ຽວ ຈາກທົ່ວທຸກສາລະທິດ ມາເຂົ້າຮ່ວມເປັນຈຳນວນຫຼາຍ. ສ່ວນງານບຸນ ເກົ່າຕ່າວ ຈະດຳເນີນໄປຕະຫຼອດມື້ ທ່າມກາງບັນຍາກາດ ງານບຸນ ທີ່ມ່ວນຊື່ນ ແລະ ຄຶກຄື້ນ.
ງານບຸນ ເກົ່າຕ່າວ ຈັດຂຶ້ນຄືເປັນການບອກວ່າ ລະດູບານໃໝ່ ໃກ້ເຂົ້າ ມາເຖິງ. ນີ້ແມ່ນໂອກາດໃຫ້ຊາວເຜົ່າ ມົ້ງ ສະແດງຄວາມເຄົາລົບ ຕໍ່ ບັນພະບຸລຸດ, ເທບພະເຈົ້າ ແລະ ຍັງເປັນໂອກາດ ໃນການຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ພື້ນເມືອງ. ຜ່ານບັນດາ ກິດຈະກຳ ອັນຄຶກຄື້ນ, ປະຊາຊົນ ບັນດາເຜົ່າ ຢູ່ ຫາງເກຍ-ປ່າກໍ່ ບໍ່ພຽງແຕ່ເຮັດໃຫ້ຄວາມສາມັກຄີ ແໜ້ນແຟ້ນເທົ່ານັ້ນ, ແຕ່ຍັງເປັນ ການສ້າງແຮງບັນດານໃຈ, ສ້າງຄວາມພາກພູມໃຈໃນຊາດ ແລະ ເຊື່ອໝັ້ນຕໍ່ປີໃໝ່ ທີ່ ອີ່ມໜໍສຳລານ ແລະ ມີຄວາມສຸກ ອີກດ້ວຍ.
- ບົດ: ບິກເວິນ/VNP - ພາບ: ເອກະສານ - ແປໂດຍ: ຢືຟຽນ