ຕະຫຼາດ ດົງບາ ຮ້ອຍຄວາມຊົງຈໍາ ພັນຄວາມຮັກ
ຕະຫຼາດ ດົງບາ (ເຫວ້) ປັດຈຸບັນມີອາຍຸ ຄົບ 125 ປີ ພໍດີ, ແມ່ນຕະ ຫຼາດໃຫຍ່ ແລະ ເກົ່າແກ່ທີ່ສຸດ ຢູ່ນະຄອນ ເຫວ້. ຕະຫຼາດຕັ້ງຢູ່ ແຄມແມ່ນ້ຳ ເຮືອງ ທີ່ສະຫງ່າງາມຊວນຝັນແຫ່ງນີ້, ບໍ່ພຽງແຕ່ເປັນບ່ອນຄ້າຂາຍ, ສ້າງແບບແຜນ ການທຳມາຫາກິນ ໃຫ້ປະຊາຊົນ ນັບຫຼາຍໝື່ນຄົນເທົ່ານັ້ນ, ແຕ່ຍັງເປັນບ່ອນເຕົ້າໂຮມ ແລະ ສະທ້ອນ ໃຫ້ເຫັນ ທຸກຮູບແບບສີສັນທີ່ໜ້າສົນໃຈ ກ່ຽວກັບຊີວິດ ແລະ ວັດທະນະທຳ ຂອງ ຊາວເມືອງ ເຫວ້ ອີກດ້ວຍ.
ມີຕະຫຼາດ ບໍ່ເທົ່າໃດແຫ່ງ ທີ່ສະທ້ອນໃຫ້ເຫັນເຖິງລັກສະນະ ວັດທະ ນະທຳ ຂອງ ແຕ່ລະເຂດພາກ ໄດ້ຢ່າງແຈ້ງຊັດ ຄືຢູ່ຕະຫຼາດ ດົງບາ. ນັກທ່ອງທ່ຽວ ທ່ີມາຈາກທາງໄກ ພຽງແຕ່ແວ່ເບິ່ງ ບັນດາຮ້ານຂາຍອາຫານ ແລະ ເຄື່ອງດື່ມທຸກຊະນິດ ເຊັ່ນ: ນ້ຳປາ, ແຈ່ວກຸ້ງຝອຍ (ມີສະເພາະຢູ່ທະເລ ເຫວ້), ໝາກເຜັດ, ກະທຽມ, ໝາກນາວ, ໝາກ ເດື່ອ, ເມັດບົວ, ຢໍ່ຈືນ, ແຈ໋, ແບັ໋ັງແບ່ວ, ແບັັ໋ງລອກ, ເຂົ້າປຸ້ນງົວ... ກໍຮູ້ໄດ້ວ່າ ອາຫານຂອງຊາວເມືອງ ເຫວ້ ມັກລົດຊາດເຜັດ, ເຂັ້ມຂຸ້ນ, ງ່າຍໆ ແຕ່ແນບນຽນ. ຜ່ານໄປຮ້ານ ຂາຍຜ້າແພ ກໍມີຫຼາຍປະເພດໃຫ້ເລືອກເພື່ອຕັດຫຍິບ ອ໋າວຢ່າຍ (ເສື້ອຍາວ) ກໍພໍຈະຮູ້ວ່າ ວັດທະ ນະທຳ ການແຕ່ງຕົວນຸ່ງຖື ຂອງເຂດນີ້ ແມ່ນອຸດົມຫຼາກຫຼາຍພຽງໃດຫຼື ພຽງແຕ່ ຟັງຄຳທັກທາຍ ແລະ ແລກປ່ຽນຄ້າຂາຍ ດ້້ວຍນໍ້າສຽງຫວານໆ ແລະ ໜ້າຮັກ ຂອງບັນດາແມ່ຄ້າ ຊາວຂາຍ ເຫວ້ ກໍເຂົ້າ ໃຈໄດ້ ເຖິງຄວາມໃກ້ຊິດ ສະໜິດສະໜົມ ຂອງ ຊາວເມືອງ ເຫວ້.
ຍ້ອນເຫດນັ້ນ, ປັດຈຸບັນ ຕະຫຼາດ ດົງບາ ບໍ່ພຽງແຕ່ ເປັນບ່ອນຊື້-ຂາຍເທົ່ານັ້ນ, ແຕ່ຍັງແມ່ນສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງ ຂອງນະ ຄອນຫຼວງເກົ່າ ອີກດ້ວຍ. ຄວາມດີຊ່າລືໄປໄກ, ນັກທ່ອງທ່ຽວ ຄົນໃດທີ່ມາຮອດເຫວ້ ຫຼັງຈາກສຳຫຼວດຄວາມງາມ ຂອງແຖບດິນ “ແມ່ ນ້ຳ ເຮືອງ ພູ ງື້” ກໍ່ຕ້ອງຍາດເວລາຢຸດແວ່ ຕະຫຼາດ ດົງບາ ເພື່ອໄປຢ້ຽມຊົມ ແລະ ຊື້ເຄື່ອງຂອງພິເສດບາງຢ່າງ ເມືອເປັນ ຂອງ ຝາກຂອງຕ້ອນ ໃຫ້ເພື່ອນສະໜິດ ມິດສະຫາຍ. ມີບາງຄົນໄປຕະຫຼາດບໍ່ຊື້ຫຍັງ ພຽງແຕ່ເພື່ອໄດ້ເບິ່ງ, ໄດ້ເຫັນ ແລະ ໄດ້ຟັງໃຫ້ສົມໃຈວ່າ ຄັ້ງ ໜຶ່ງ ໄດ້ມາເມືອງ ເຫວ້.
ຕະຫຼາດ ດົງບາ ໄດ້ຮັບການກໍ່ສ້າງໂດຍເຈົ້າຊີວິດ ແທ່ງຖ໋າຍ ໃນປີ 1899, ປະກອບດ້ວຍຫຼັງຄາມຸງດ້ວຍກະເບື້ອງ 4 ແຖວ, ຢູ່ດ້ານໜ້າ, ດ້ານຫຼັງ, ເບື້ອງຂວາ ແລະ ເບື້ອງຊ້າຍ; ຢູ່ກາງມີຕຶກສີ່ຫຼ່ຽມ, ສູງ 3 ຊັ້ນ. ຕົ້ນສະຕະວັດທີ XX, ຕະຫຼາດ ດົງບາ ໄດ້ຮັບການສ້ອມແປງຫຼາຍຄັ້ງ ແຕ່ຍັງຄົງຮັກສາສະພາບເດີມ. ໃນບັ້ນຮົບ ປີ ວອກ 1968, ຕະຫຼາດ ດົງບາ ໄດ້ຖືກທໍາລາຍ ຢ່າງສິ້ນເຊີງ ຈາກຫ່າລະເບີດລູກປືນ ຂອງອາເມລິກາ. ປີ 1987, ຕະຫຼາດໄດ້ຮັບການ ບູລະນະປະຕິ ສັງຂອນຄືນໃໝ່ ຄັ້ງໃຫຍ່, ເພາະສະນັ້ນ, ຈຶ່ງໄດ້ຍົກຍ້າຍໄປຢູ່ບໍລິ ເວນ ນອກ ຖານເສົາທຸງ ຊົ່ວຄາວ, ຫຼັງຈາກນັ້ນກໍ່ຍ້າຍໄປຢູ່ບ່ອນເກົ່າ. ນັບແຕ່ຕະຫຼາດ ດົງບາ ໄດ້ຮັບການກໍ່ສ້າງ ເມື່ອປີ 1899 ມາຮອດປັດຈຸບັນ ພໍດີຄົບຮອບ 125 ປີ.
ປັດຈຸບັນ, ຕະຫຼາດ ດົງບາ ມີເນື້ອທີ່ກວ່າ 22.700 ມ2, ດ້ວຍຮ້ານຄ້າ ຂະໜາດໃຫຍ່ ແລະ ນ້ອຍກວ່າ 2.700 ຮ້ານ. ຕະຫຼາດຕັ້ງຢູ່ ຝັ່ງແມ່ນໍ້າ ເຮືອງ ທາງທິດເໜືອ, ແກ່ຍາວແຕ່ຂົວ ຢາໂຮ້ຍ ຫາຂົວ ເຈື່ອງຕ່ຽນ; ຕໍ່ໜ້າແມ່ນຖະໜົນ ເຈິ່ນຮຶງດ້າວ, ຖະໜົນການຄ້າຫຼັກ ຂອງນະຄອນ ເຫວ້. ຕະຫຼາດມີປະມານ 60 ປະເພດສິນຄ້າ, ນັບແຕ່ສິນຄ້າ ທີ່ມີລາຄາຫຼູຫຼາ, ຟຸມເຟືອຍ ໄປເຖິງສິນຄ້າ ທົ່ວໄປ, ໃນແຕ່ລະມື້, ຈຳນວນນັກທ່ອງທ່ຽວ ແລະ ຜູ້ຊື້ ມາຕະຫຼາດ ແຫ່ງນີ້ ປະ ມານ 7.000-10.000 ຄົນ.
ພາຍຫຼັງຜ່ານມາກວ່າ 1 ສະຕະວັດ ດ້ວຍຄວາມຜັນແປປ່ຽນແປງ ຫຼາຍຢ່າງ, ຕະຫຼາດ ດົງບາ ໄດ້ກາຍເປັນທີ່ຢູ່ ທີ່ໃກ້ຊິດຕິດແທດຂອງ ຊາວ ເມືອງ ເຫວ້, ເປັນສູນການຄ້າ, ການທ່ອງທ່ຽວ ທີ່ສຳຄັນ ຂອງ ນະຄອນ ເຫວ້, ແຂວງ ເທື່ອທຽນເຫວ້ ແລະ ພາກກາງ; ແມ່ນໜຶ່ງໃນ 3 ຕະຫຼາດມູນເຊື້ອ ທີ່ມີຊື່ສຽງ ຂອງ ປະເທດ, ພ້ອມກັບຕະຫຼາດ ເບັ໋ນແທ່ງ ຢູ່ນະຄອນ ໂຮ່ຈີມິນ ແລະ ຕະຫຼາດ ດົ່ງຊວນ ຢູ່ ຮ່າໂນ້ຍ.
- ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ