ດ່າໜັງ - ກວາງນາມ: ການໂຮມເປັນໜຶ່ງ ເພື່ອກຽມພ້ອມອອກສູ່ ທະເລຫຼວງ
ດ່າໜັງ ແລະ ກວາງນາມ ເຄີຍເປັນແຂວງ ດຽວກັນ (ແຂວງ ກວາງ ນາມ-ດ່າໜັງ) ແຕ່ຕໍ່ມາໄດ້ຖືກແຍກອອກ ແລະ ປັດຈຸບັນ ກໍາລັງຢືນ ຢູ່ຕໍ່ໜ້າໂອກາດປະຫວັດສາດ ທີ່ຈະກັບມາຮວມສາຍຄາດຽວກັນ ອີກຄັ້ງໜຶ່ງ. ດັ່ງທ່ານ ຫງວຽນວັນກວາງ ເລຂາຄະນະພັກນະຄອນ ດ່າໜັງ ກ່າວວ່າ: ຫຼັງຈາກ 27 ປີ ທີ່ແຍກທາງກັນ ຊົ່ວຄາວ ເພື່ອໃຫ້ ແຕ່ລະຄົນ ເຕີບໂຕເປັນຜູ້ໃຫຍ່, ຕອນນີ້ພວກເຮົາຈະກັບມາ ຢູ່ຮ່ວມສາຍຄາດຽວກັນ.
ອີງຕາມຜູ້ຊ່ຽວຊານ, ການໂຮມສອງທ້ອງຖິ່ນນີິ້ ເຂົ້າເປັນໜຶ່ງດຽວ ບໍ່ ພຽງແຕ່ຂະຫຍາຍພື້ນທີ່ ທາງພູມສາດ ແລະ ຂອບຂະໜາດ ປະຊາ ກອນເທົ່ານັ້ນ, ແຕ່ຍັງຖືກຄາດຫວັງວ່າ ຈະສ້າງກໍາລັງຊຸກຍູ້ ໃຫ້ ຫຼາຍ ຂົງເຂດ ກ້າວສູ່ການພັດທະນາ ຢ່າງແຂງແຮງ, ໂດຍສະເພາະ ແມ່ນ ການທ່ອງທ່ຽວ, ອຸດສາຫະກໍາ ເຕັກໂນໂລຊີສູງ ແລະ logistics ອີກດ້ວຍ.
ທ່ານ ກາວຈີ໋ຢຸ້ງ, ປະທານສະມາຄົມທ່ອງທ່ຽວ ນະຄອນ ດ່າໜັງ ໄດ້ ໃຫ້ຄວາມເຫັນວ່າ: “ຫຼັງຈາກການຮວມຕົວ, ດ່າໜັງ ຈະມີກໍາລັງພຽງພໍ ທີ່ຈະກາຍເປັນ ສູນກາງການທ່ອງທ່ຽວ ຂອງ ອາຊີ, ທຽບເທົ່າກັບ ພູ ເກັດ, ບາຫຼີ, ຮາວາຍ, ເຊິ່ງບໍ່ພຽງແຕ່ ເປັນສູນກາງ ການທ່ອງທ່ຽວ ຂອງ ທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ”.
ສ່ວນທ່ານ ເລກົງເກີ, ອະດີດຮອງປະທານ ຄະນະກໍາມະການ ແນວ ໂຮມປະເທດຊາດ ຫວຽດນາມ ຂອງ ແຂວງ ກວາງນາມ-ດ່າໜັງເກົ່າ ກ່າວວ່າ ເມື່ອທຽບກັບ ບັນດາທ້ອງຖິ່ນ ທີ່ຈະຖືກ ຮວມຕົວ ໃນຕໍ່ໜ້ານີ້, ນະຄອນ ດ່າໜັງໃໝ່ ອາດເວົ້າໄດ້ວ່າ “ງາມທີ່ສຸດ”, ບໍ່ມີແຂວງໃດ ງາມ ທຽບເທົ່າ, ເພາະທ້ອງຖິ່ນດຽວ ມີສອງ ສະໜາມບິນສາກົນຄື: ຈູລາຍ ແລະ ດ່າໜັງ, ສອງ ທ່າກໍາປັ່ນໃຫຍ່ ແລະ ສອງມໍລະດົກສາກົນ... ເຊິ່ງສ້າງພື້ນທີ່ ຂະໜາດໃຫຍ່ ສໍາລັບການພັດທະນາ ໃນຍຸກໃໝ່.
ອາດເວົ້າໄດ້ວ່າ, ການໂຮມແຂວງ ກວາງນາມ ເຂົ້າກັບ ດ່າໜັງ ຈະ ສ້າງ ລະບົບນິເວດ ການທ່ອງທ່ຽວ ທີ່ພິເສດ ໃຫ້ນະຄອນ ດ່າໜັງໃໝ່. ເພາະຫຼັງຈາກການຮວມຕົວ, ນະຄອນໃໝ່ນີ້ ຈະມີລະບົບ ບໍລິການ ທີ່ ພັກເຊົາ ນໍາໜ້າທົ່ວປະເທດ ດ້ວຍປະມານ 80.000 ຫ້ອງ, ໃນນັ້ນ ອັດຕາສ່ວນຫ້ອງ 5 ດາວ ແມ່ນສູງສຸດ ຫວຽດນາມ. ນອກຈາກນີ້, ນະ ຄອນ ກໍ່ຍັງຈະມີທຸກປະເພດຮູບການທ່ອງທ່ຽວຄື: ທະເລ, ເກາະ, ທ່ອງ ທ່ຽວ ທາງນໍ້າ, ທ່ອງທ່ຽວ ພັກຜ່ອນ, ທ່ອງທ່ຽວ ທໍາມະຊາດ, ທ່ອງທ່ຽວ ນິເວດວິທະຍາ, ທ່ອງທ່ຽວ ມໍລະດົກ, ທ່ອງທ່ຽວ ວັດທະນະທໍາ, ທ່ອງ ທ່ຽວ ກິລາ, ທ່ອງທ່ຽວ ປະຊຸມ... ເຊິ່ງເປັນ ຂໍ້ໄດ້ປຽບ ທີ່ບໍ່ແມ່ນ ທ້ອງ ຖິ່ນໃດກໍ່ມີໄດ້.
ແລະ ເມື່ອກ່າວເຖິງ ດ່າໜັງ, ໂລກຈະຮູ້ຈັກເຖິງນະຄອນ ທີ່ມີສະຖານ ທີ່ຫຼາຍແຫ່ງ ແລະ ຜະລິດຕະພັນທ່ອງທ່ຽວຫຼາຍຢ່າງ ທີ່ມີຊື່ສຽງເຊັ່ນ: ຫາດຊາຍ ໝີີ໊ເຄ, ມໍລະດົກໂລກ ໂຮ້ຍອານ, ມໍລະດົກໂລກ ໝີ໊ເຊີນ, ສະຖານທີ່ທ່ອງທ່ຽວ ຫງູ້ແຫ່ງເຊີນ, ແຫຼ່ງທ່ອງທ່ຽວ ບ່ານ່າ Hills, ຂົວ ຄໍາ, ເຂດອະນຸລັກ ກູ່ລາວຈ່າມ, ປ່າໝາກພ້າວ ໄບ່ເມົ໊າ, ງານບຸນບັ້ງ ໄຟດອກສາກົນ, ພ້ອມດ້ວຍ ເຫດການວັດທະນະທໍາ, ງານບຸນໃຫຍ່ ອື່ນໆ ຫຼາຍຮ້ອຍຄັ້ງ ເຊັ່ນ: ງານບຸນວັດທະນະທໍາ ຫວຽດນາມ-ຍີ່ປຸ່ນ, ການແຂ່ງຂັນ ກ໊ອຟ ທ່ອງທ່ຽວ, ງານມະໂຫລານ ຮູບເງົາສາກົນ, ການ ປະກວດນາງງາມ ສາກົນ...
ບໍ່ຢຸດຢູ່ທີ່ນັ້ນ, ຫຼັງຈາກການຮວມຕົວ, ນະຄອນ ດ່າໜັງໃໝ່ ຈະສ້າງ ແຮງດຶງດູດ ເຊື່ອມຕໍ່ ຂະຫຍາຍກັບຕະຫຼາດການທ່ອງທ່ຽວ ທີ່ມີທ່າ ແຮງ ທີ່ຢູ່ໃກ້ຄຽງ ເຊັ່ນ: ເມືອງຫຼວງເກົ່າ ເຫວ້, ກວາງຈິ, ກວາງບິ່ງ ຜ່ານເສັ້ນທາງ ມໍລະດົກພາກກາງ, ກັບແຂວງຕ່າງໆ ຢູ່ ໄຕງວຽນ ແລະ ນັບທັງປະເທດເພື່ອນບ້ານ ລາວ ຜ່ານ ແລວເສດຖະກິດ ຕາເວັນ ອອກ-ຕາເວັນຕົກ.
ໃນແນວທາງການພັດທະນານະຄອນ ດ່າໜັງໃໝ່ ໃຫ້ກາຍເປັນ ສູນ ການເຕີບໂຕ ຂອງ ຫວຽດນາມ ແລະ ເປັນໜຶ່ງ ໃນບັນດານະຄອນ ທີ່ ມີ ຄວາມສາມາດແຂ່ງຂັນສູງ ຂອງປະເທດ ແລະ ພາກພື້ນອາຊີ-ປາຊີ ຟິກ, ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ໃຫ້ຂໍ້ສັງເກດວ່າ ນະ ຄອນ ດ່າໜັງໃໝ່ ຕ້ອງຊຸກຍູ້ ການປັບໂຄງສ້າງ ເສດຖະກິດ ຄືນໃໝ່ ຕາມທິດ ຍົກສູງ ສະມັດຕະພາບແຮງງານ, ເສີມຂະຫຍາຍ ທ່າແຮງ ບົ່ມຊ້ອນ ແລະ ທ່າໄດ້ປຽບ ໃຫ້ສູງສຸດ, ສ້າງສູນກາງ ການເງິນສາ ກົນ, ເຂດການຄ້າເສລີ, ເຂດຕົວເມືອງ ທີ່ທັນສະໄໝ, ສູນກາງ ການ ທ່ອງທ່ຽວ ພັກຜ່ອນ ທີ່ມີ ຄຸນນະພາບສູງ.
ພື້ນທີ່ພັດທະນາໃໝ່ ຕ້ອງກໍານົດ ບົດບາດ ແລະ ຂໍ້ໄດ້ປຽບ ທາງຍຸດ ທະສາດ ສະເພາະ ເຊັ່ນ: ສູນພັດທະນາອຸດສາຫະກໍາ, logistics ຈູລາຍ, ສູນກາງ ທ່ອງທ່ຽວ ວັດທະນະທໍາ ໂຮ້ຍອານ, ໝີ໊ເຊີນ, ເຂດກະສິກໍາ ນໍາໃຊ້ເຕັກໂນໂລຊີສູງ...
ດັ່ງນັ້ນ, ອາດເຫັນໄດ້ວ່າ ໃນອະນາຄົດ, ຫຼັງຈາກການຮວມຕົວ, ນະ ຄອນ ດ່າໜັງໃໝ່ ຈະມີພື້ນທີ່ ແລະ ຂໍ້ໄດ້ປຽບຫຼາຍຢ່າງ ເພື່ອພັດທະ ນາ ເສດຖະກິດ ແລະ ໜຶ່ງໃນບັນດາ ຂໍ້ໄດ້ປຽບ ແຖວໜ້າ ທີ່ສາມາດ ກາຍເປັນຖານສົ່ງ ໃຫ້ແກ່ຂົງເຂດອື່ນໆ ແມ່ນ ຂົງເຂດ logistics ແລະ ອຸດສາຫະກໍາເຕັກໂນໂລຊີສູງ.
ທ່ານ ຟ້າມບັກບິ່ງ, ປະທານ ສະມາຄົມ ວິສາຫະກິດ ຂະໜາດກາງ ແລະ ນ້ອຍ ນະຄອນ ດ່າໜັງ ໃຫ້ຄວາມເຫັນວ່າ: ຫຼັງຈາກ ການຮວມ ຕົວ, ນະຄອນ ດ່າໜັງໃໝ່ ບໍ່ພຽງແຕ່ເພີ່ມຂຶ້ນ ທາງດ້ານຂອບຂະໜາດ ເທົ່ານັ້ນ, ແຕ່ຍັງເປີດກວ້າງ ພື້ນທີ່ພັດທະນາທີ່ບໍ່ເຄີຍມີມາກ່ອນ, ໂດຍ ສະເພາະໃນຂົງເຂດການທ່ອງທ່ຽວ, ອຸດສາຫະກໍາ, ບໍລິການ logistics ແລະ ການພັດທະນາ ພື້ນຖານໂຄງລ່າງ ອີກດ້ວຍ.
ໃນຄວາມເປັນຈິງ, “ເສື້ອ ທີ່ຄັບ ເກີນໄປ” ຂອງ ດ່າໜັງ ໃນຫຼາຍ ປີທີ່ ຜ່ານມາ ໄດ້ກີດຂວາງ ຄວາມໄວ ໃນການພັດທະນາ. ການຂາດເຂີນ ທີ່ດິນ ສໍາລັບ ການພັດທະນາ ອຸດສາຫະກໍາ, ຈໍາກັດພື້ນທີ່ ຂະຫຍາຍ ຕົວເມືອງ ແລະ ການຂຶ້ນກັບ ແຫຼ່ງຊັບພະຍາກອນ ທີ່ຈໍາກັດ ລ້ວນແຕ່ ເປັນສິ່ງກີດຂວາງ ທີ່ຕ້ອງໄດ້ຮັບການແກ້ໄຂ. ໃນຂະນະດຽວກັນ, ກວາງນາມ ພັດມີຂໍ້ໄດ້ປຽບ ດ້ານພື້ນທ່ີດິນ ທ່ີກວ້າງຂວາງ, ຈຳນວນ ປະຊາກອນ ຖືກແບ່ງປັນ ເໝາະສົມ ແລະ ທ່າແຮງ ຊັບພະຍາກອນ ທີ່ອຸດົມສົມບູນ ເຊິ່ງເປັນ “ແຂນຕໍ່ຍາວ” ທີ່ດີ ສໍາລັບຍຸດທະສາດ ການ ຂະຫຍາຍ ພື້ນທີ່ ພັດທະນາ ຂອງ ດ່າໜັງໃໝ່.
ໃນດ້ານພື້ນຖານໂຄງລ່າງ, ການເຊື່ອມໂຍງພາກພື້ນ ໄດ້ຖືກຍົກລະ ດັບ ດ້ວຍການຮອງຮັບ ຈາກທ່າກໍາປັ່ນ ຕຽນຊາ, ລຽນຈ້ຽວ, ຈູລາຍ; ສະໜາມບິນ ດ່າໜັງ ແລະ ຈູລາຍ; ເສັ້ນທາງດ່ວນ ເໜືອ-ໃຕ້, ດ່າໜັງ -ກວາງຫງາຍ... ນະຄອນ ດ່າໜັງໃໝ່ ຈະກາຍເປັນ ສູນກາງການ ຄົມ ມະນາຄົມ, logistics ຫຼາຍຮູບແບບ, ບໍລິການທັງສິນຄ້າ ແລະ ຜູ້ໂດຍ ສານສາກົນ.
ຄວາມສະດວກສະບາຍ ດ້ານພື້ນຖານໂຄງລ່າງ ຄົມມະນາຄົມ, logistics, ກົນໄກ... ຍັງຈະຊຸກຍູ້ ການເຊື່ອມຕໍ່ ຂະຫຍາຍ ແລະ ສ້າງ ຄວາມເຊື່ອມໂຍງ ແລກປ່ຽນການຜະລິດ ລະຫວ່າງ ບັນດາ ເຂດອຸດ ສາຫະກໍາ ທີ່ມີຢູ່ ໃນ ກວາງນາມ ແລະ ດ່າໜັງ, ໃນນັ້ນ ມີເຂດເຕັກໂນ ໂລຊີສູງ ຂອງ ດ່າໜັງ ແລະ ເຂດເສດຖະກິດເປີດ ຈູລາຍ ຂອງ ກວາງ ນາມ, ສ້າງເປັນລະບົບ ເຂດອຸດສາຫະກໍາ ທີ່ມີຂະໜາດໃຫຍ່ ຫຼາຍ ແຫ່ງ ຢູ່ພາກກາງ ແລະ ທົ່ວປະເທດ ດ້ວຍທຸກອາຊີບຂະແໜງການ.
ນອກຈາກນັ້ນ, ປັດຈຸບັນ ກວາງນາມ ຍັງມີພື້ນທີ່ດິນຈໍານວນຫຼາຍ ທີ່ ຍັງບໍ່ໄດ້ຖືກນໍາໃຊ້. ການນໍາໃຊ້ພື້ນທີ່ເຫຼົ່ານີ້ ເພື່ອພັດທະນາ ເຂດອຸດ ສາຫະກໍາ ໜູນຊ່ວຍ ເພີ່ມເຕີມ, ເຂດເຕັກໂນໂລຊີສູງ... ຈະເປັນຄໍາ ຕອບ ສໍາລັບ ບັນຫາການຂະຫຍາຍ ພື້ນທີ່ ການຜະລິດ-ເຊິ່ງເປັນສິ່ງທີ່ ດ່າໜັງ ຂາດແຄນຢູ່ສະເໝີ.
ທ່ານ ຫງວຽນວັນກວາງ, ເລຂາຄະນະພັກ ນະຄອນ ດ່າໜັງກ່າວວ່າ ເມື່ອສອງ ທ້ອງຖິ່ນ ຖືກໂຮມເຂົ້າກັນ, ນະຄອນ ດ່າໜັງໃໝ່ ຈະມີ “ເງື່ອນໄຂທີ່ຈະເຕີບໃຫຍ່ຂຶ້ນ” ປັດຈຸບັນ ດ່າໜັງ ກໍາລັງໄດ້ຮັບຜົນ ປະໂຫຍດຫຼາຍຢ່າງ ຈາກກົນໄກ, ນະໂຍບາຍພິເສດ ຈາກສູນກາງ. ເມື່ອຮວມຕົວ ເປັນໜຶ່ງ, ກົນໄກເຫຼົ່ານີ້ ຈະຖືກນໍາໃຊ້ ຮ່ວມກັນສໍາລັບ ນະຄອນໃໝ່.
ສຽງສະທ້ອນດັ່ງກ່າວ ຈະສ້າງແຮງຊຸກຍູ້ໃໝ່ ໃນຂະບວນການ ພັດທະ ນາຕົວເມືອງ, ອຸດສາຫະກໍາ, logistics, ເຕັກໂນໂລຊີສູງ ແລະ ບໍລິ ການ ທີ່ມີຄຸນນະພາບສູງ. ການຮວມຕົວ ແຂວງ ກວາງນາມ ແລະ ນະ ຄອນ ດ່າໜັງ ຍັງເປັນບາດກ້າວ ຫັນເປັນລະອຽດ ສອງ ນະໂຍບາຍ ໃຫຍ່ ຂອງ ກົມການເມືອງເຊ່ັນ: ມະຕິເລກທີ 43-NQ/TW ກ່ຽວກັບ ການສ້າງ ແລະ ພັດທະນາ ນະຄອນ ດ່າໜັງ ຮອດປີ 2030, ວິໄສທັດ ຮອດປີ 2045 ແລະ ມະຕິເລກທີ 26-NQ/TW ກ່ຽວກັບການ ພັດທະ ນາ ເສດຖະກິດ-ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ເຂດພາກກາງຕອນເໜືອ ແລະ ເຂດທະເລພາກກາງ ຮອດປີ 2030, ວິໄສທັດ ຮອດປີ 2045.
ພິເສດ, ສະຫາຍ ເລຂາທິການໃຫຍ່ ໂຕເລີມ ກ່າວວ່າ ການໂຮມສອງ ທ້ອງຖິ່ນເຂົ້າກັນ ບໍ່ພຽງແຕ່ ເປັນການປ່ຽນແປງ ດ້ານການບໍລິຫານ ເທົ່ານັ້ນ, ແຕ່ນັ້ນແມ່ນໂອກາດ ປະຫວັດສາດໃຫ້ ກວາງນາມ ແລະ ດ່າໜັງ ຮ່ວມກັນສ້າງເປັນ ສູນກາງເສດຖະກິດ, ວັດທະນະທໍາ, ປ່ຽນ ໃໝ່ປະດິດສ້າງ ຊັ້ນນໍາ ຂອງ ພາກພື້ນ; ຕ້ອງສົ່ງເສີມທ່າແຮງ ຂອງ ທັງສອງຝ່າຍ, ຮ່ວມກັນວາງແຜນ ວິໄສທັດໄລຍະຍາວ, ແບ່ງປັນຜົນ ປະໂຫຍດ, ຄວາມຮັບຜິດຊອບ ແລະ ຄວາມປາຖະໜາ ໃນການພັດ ທະນາ, ເພື່ອໃຫ້ ກວາງນາມ-ດ່າໜັງ ກ້າວສູ່ທະເລຫຼວງ ດ້ວຍ ຖານະ ສົມເປັນລະດັບຊາດ ແລະ ສາກົນ ຢ່າງແທ້ຈິງ.
ບົດ: ແທງຮ່ວາ - ພາບ: ແທງຮວ່າ, ຫງວຽນຈິ່ງ ແລະ ເອກະສານ - ແປໂດຍ: ບິກລຽນ