ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ
ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.
ໃນກາງສະຕະວັດທີ XVII, ໄລຍະລາຊະວົງ ຈິ້ງ - ຫງວຽນ ກໍາລັງແຍ້ງຊີງອໍານາດ, ໄຕເຊີນ ຂຶ້ນກັບເມືອງ ກຸຍເຍີນ, ລວມທັງ ທິດຕາເວັນຕົກ ແລະ ຕາເວັນອອກຂອງກິ່ວ ອານເຄ໋ (ເສັ້ນທາງຍາວ ແລະ ອັນຕະລາຍ ຢູ່ຕິດກັນ ລະຫວ່າງແຂວງ ຢາລາຍ ແລະ ບິ່ງດິ້ງ). ທາງທິດຕາເວັນອອກ ມີພູ ມີປະເທດທ່ີຮາບລຽບ, ເອີ້ນວ່າ ໄຕເຊີນ ຮ້າດ້າວ, ປັດຈຸບັນຂຶ້ນກັບເມືອງ ໄຕເຊີນ (ແຂວງ ບິ່ງດິ້ງ). ດິນແດນ ທິດຕາເວັນຕົກ ມີທີ່ຕັ້ງທຸລະກັນດານ, ມີສາຍພູເຂົາ ທ່ີກັນດານ ເອີ້ນວ່າ: ໄຕເຊີນ ເຖື້ອງດ້າວ, ປັດຈຸບັນຂຶ້ນກັບເທສະບານ ອານເຄ໋ ແລະ ເມືອງ ກົງ ເຈີຣໍ, ດັກເປີ ແລະ ເຄີບາງ (ແຂວງ ຢາລາຍ).
ໃນນັ້ນ, ອ້າຍນ້ອງລາຊະວົງ ໄຕເຊີນ 3 ຄົນຄື: ຫງວຽນຍາກ, ຫງວຽນເຫວ້ ແລະ ຫງວຽນຫຼື໊ ໄດ້ເລືອກເອົາດິນ ແດນ ໄຕເຊີນ ເຖື້ອງດ້າວ ເປັນບ່ອນ ເພື່ອຮັບເອົາທະຫານມາຝຶກຊ້ອມ, ກໍ່ສ້າງກອງທັບ ແລະ ຈັດຕັ້ງການລຸກຮືຂຶ້ນ ຍຶດອຳນາດ ແລ້ວໄດ້ຮັບໄຊຊະນະ ທີ່ມີຊື່ສຽງ ຫງອກໂຮ່ຍ - ໂດ໋ງດາ ໃນລະດູບານໃໝ່ ກີ໋ເຢົ້າ (ປີລະກາ 1789) ໄດ້ເອົາຊະນະຜູ້ຮຸກຮານກອງທັບ ຊົ້ງ 200.000 ກວ່າຄົນ.
ປັດຈຸບັນ, ທີ່ເຂດຮ່ອງຮອຍແຫ່ງຊາດ ໄຕເຊີນ ເຖື້ອງດ້າວ ຢູ່ເທສະບານ ອານເຄ໋, ແຂວງ ຢາລາຍ, ຍັງຄົງມີຮ່ອງຮອຍກ່ຽວກັບລາຊະວົງ ໄຕເຊີນ ຫຼາຍແຫ່ງເຊັ່ນ: ອານເຄ໋ ດິ່ງ (ສາລາ), ອານເຄ໋ ເຈື່ອງ (ໂຮງຮຽນ), ອານເຄ໋ ຫຼຸຍ (ຄູ), ງໍ່ ເຈີ້ (ຕະຫຼາດ)...
ເມື່ອເວົ້າເຖິງ ໄຕເຊີນ ເຖື້ອງດ້າວ ຈະຕ້ອງເວົ້າເຖິງ ດິນແດນມວຍ ທີ່ມີຊື່ສຽງ ຂອງແຂວງ ຢາລາຍ, ເພາະວ່ານີ້ແມ່ນບ່ອນສືບເຊື້ອສາຍ ບັນດາວິຊາມວຍພື້ນເມືອງ ທີ່ມີມາແຕ່ສະໄໝ ໄຕເຊີນ, ໄດ້ຮັບການສ້າງຕັ້ງຂຶ້ນໃນຍຸກ ລາຊະວົງ ໄຕເຊີນ ເລືອກເອົາດິນແດນແຫ່ງນີ້ ເພື່ອເກນທະຫານມາຝຶກຊ້ອມມວຍ. ພາຍຫຼັງປີ 1975, ຂະບວນການຝຶກຊ້ອມ ມວຍພື້ນເມືອງ ຢູ່ ອານເຄ໋ ໄດ້ພັດທະນາຢ່າງແຂງແຮງ ຜ່ານການສ້າງຕັ້ງ ນິກາຍມວຍຫຼາຍແຫ່ງ ໂດຍບັນດາ ອາຈານມວຍ ໃນພາກພື້ນ ແລະ ບັນດາ ອາ ຈານມວຍ ທີ່ມີຊື່ສຽງ ຂອງແຂວງ ບິ່ງດິ້ງ ເຂົ້າມາປະກອບອາຊີບ. ຕົວຢ່າງ: ນິກາຍມວຍ ຂອງອາຈານມວຍ ເຈົາກິມລອງ, ອາຈານມວຍ ດວ່ານຫງອກຊາງ, ອາຈານມວຍ ຖ໋າຍຮວາຮຶງ ແລະ ອື່ນໆ.
ເຖິງວ່າ ດິນແດນ ອານເຄ໋ ມີຫຼາຍນິກາຍມວຍພື້ນເມືອງທີ່ແຕກຕ່າງກັນ, ແຕ່ບັນດານິກາຍມວຍ ເຫຼົ່ານີ້ໂດຍພື້ນຖານລ້ວນແຕ່ມີຕົ້ນກຳເນີດ ຫຼື ມີອິດທິພົນຢ່າງໃຫຍ່ຫຼວງຈາກມວຍ ໄຕເຊີນ - ບິ່ງດິ້ງ, ແມ່ນສາຍວິຊາມວຍ ທີ່ມີຊື່ສຽງຂອງ ຫວຽດນາມ ໄດ້ຮັບການ ສ້າງຕັ້ງຂຶ້ນມາແຕ່ສະໄໝ ໄຕເຊີນ. ເພາະສະນັ້ນ, ນອກຈາກ ບັນດາທ່າມວຍ ແລະ ຈຸດພິເສດໂດຍສະເພາະ ແລ້ວ, ບັນດານິກາຍມວຍຍັງມີບົດຮຽນ ທົ່ວໄປທີ່ມາຈາກມວຍ ໄຕເຊີນ - ບິ່ງດິ້ງ. ທ່າຕໍ່ສູ້ແມ່ນອີງຕາມຫຼັກການພື້ນຖານຂອງມວຍ ໄຕເຊີນ - ບິ່ງດິ້ງ, ນັ້ນແມ່ນ “ຕຸກເບີດລີເດ້ຍ” (ໝາຍຄວາມວ່າ ຕີນບໍ່ອອກຈາກພື້ນດິນ), ສະນັ້ນ ທ່າມວຍແມ່ນແຂງແຮງ, ວ່ອງໄວ, ທ່າໂຈມຕີ ແລະ ທ່າຮັບແມ່ນດີຮອບດ້ານ, ທ່າຕໍ່ສູ້ ທ່ີມີການປ່ຽນແປງ ໂດຍບໍ່ສາມາດຄາດເດົາໄດ້.
ໃນຊຸມປີ 90 ຂອງ ສະຕະວັດ ທີ່ຜ່ານມາ, ຂະບວນການ ຮຽນມວຍພື້ນເມືອງຂອງ ອາເຄ໋ ມີການພັດທະນາ ຢ່າງແຂງແຮງທີ່ສຸດ ກັບຫຼາຍລຸ້ນ ອາຈານມວຍ ທີ່ດີເດັ່ນ, ມີອິດທິພົນ ແລະ ສ້າງຜົນສະທ້ອນ ອັນແນ່ນອນຕໍ່ວົງການມວຍ ໃນທົ່ວປະເທດ. ຕົວຢ່າງ: ອາຈານມວຍ ດວ່ານຖໍ້ເຊີນ (1953-2007), ອະດີດຮອງປະທານສະມາຄົມມວຍ ພື້ນເມືອງ ແຂວງ ຢາລາຍ. ປີ 1998, ເພິ່ນຍາດໄດ້ຫຼຽນຄຳ ໃນການແຂ່ງຂັນມວຍພື້ນເມືອງ ທ່ົວປະເທດ. ປີ 2001, ເພິ່ນ ພ້ອມກັບບັນດານັກມວຍ ຖ໋າຍວັນເຍີນ ແລະ ຖ໋າຍມິງກວາງ ຍາດໄດ້ຫຼຽນເງິນ ທົ່ວປະເທດ, ໄດ້ຄະນະກຳມະການ ກິລາ ສົ່ງໄປເຂົ້າຮ່ວມງານ ມະໂຫລານ ກິລາມິດຕະພາບ ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ເຊິ່ງໄດ້ຈັດຂຶ້ນຢູ່ປະເພດ ໄທ. ໃນປີນັ້ນ, ເພິ່ນໄດ້ສະຫະພັນ ມວຍພື້ນເມືອງ ຫວຽດນາມ ສົ່ງໄປເຂົ້າຮ່ວມງານບຸນວັດ ທະນະທຳ ແລະ ກິລາໂລກ ທີ່ໄດ້ຈັດຂຶ້ນຢູ່ ສ ເຢຍລະມັນ.
ດ້ວຍມູນເຊື້ອຂອງຕົນ, ດິນແດນມວຍ ໄຕເຊີນ ເຖື້ອງດ້າວ ໃນເມື່ອກ່ອນ ແລະ ອານເຄ໋ ໃນປັດຈຸບັນ ໄດ້ບຳລຸງສ້າງມາອາຈານມວຍ, ນັກມວຍທີ່ມີຊື່ສຽງໃນວົງການມວຍ ທົ່ວປະເທດ ຫຼາຍຄົນ ດ້ວຍບັນດາຜົນງານໃນການແຂ່ງຂັນ ທີ່ໜ້າປະທັບໃຈ ແລະ ຍາດໄດ້ຫຼຽນ ລະດັບຊາດເຊັ່ນ: ອາຈານມວຍ ຖ໋າຍວັນເຍີນ, ອາຈານມວຍ ກາວດັງຄວາ, ອາຈານມວຍ ເລືອງວັນຮຸ່ງ, ອາຈານມວຍ ຮ່າເຍິດລິງ, ອາ ຈານມວຍ ຫງວຽນ ທິຝຸກ, ອາຈານມວຍ ເຈົາວັນເທື່ອ ແລະ ອື່ນໆ.
- ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ