“ດິນແດນແຫ່ງໝາກພ້າວ” ກັບອາຊີບຜະລິດ ຫັດຖະກຳ ສິລະປະ
ແຂວງ ເບນແຈ ໄດ້ຮັບການຂະໜານນາມວ່າ “ດິນແດນ ແຫ່ງໝາກພ້າວ” ທີ່ມີຊື່ສຽງ ດ້ວຍເນື້ອທີ່ປູກໝາກພ້າວຫຼາຍ ແລະ ເກົ່າແກ່ທີ່ສຸດ ຫວຽດນາມ. ນອກຈາກ ບັນດາ ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມ ທີ່ໄດ້ປຸງແຕ່ງ ຈາກໝາກພ້າວ ແລ້ວ, ປະຊາຊົນ ຍັງນຳໃຊ້ສ່ວນ ອື່ນໆ ຂອງ ຕົ້ນໝາກພ້າວ ພາຍຫຼັງ ທີ່ເກັບໝາກ ຫຼື ຕົ້ນແກ່ ໝົດອາຍຸເພື່ອສ້າງເປັນເຄື່ອງໃຊ້ ໃນຄົວເຮືອນ ຫຼື ເຄື່ອງຫັດຖະກຳ ສິລະປະ ທ່ີສວຍງາມ.
ມີຫຼາຍຄົນ ແລະ ພື້ນຖານຜະລິດເຄື່ອງ ຫັດຖະກຳສິລະປະ ຈາກໝາກພ້າວ ຫຼາຍແຫ່ງ ເກີດຂຶ້ນທົ່ວແຂວງ ເບນແຈ, ມີມາແຕ່ດົນນານ ແລະ ມີຊື່ສຽງໂດ່ງ ດັງທີ່ສຸດ ແມ່ນໝູ່ບ້ານອາຊີບ ໂກ່ນຟຸ້ງ, ຂຶ້ນກັບບ້ານ ເຕິນວິງ, ເມືອງ ເຈົາແທ່ງ, ແຂວງ ເບນແຈ. ໂກ່ນຟຸ້ງ ໄດ້ເປັນທີ່ຮູ້ຈັກວ່າ ເປັນດອນທ່ອງທ່ຽວ ທີ່ມີຊື່ສຽງ ອັນດັບໜຶ່ງ-ສອງ ຂອງ ເບນແຈ, ຕັ້ງຢູ່ກາງແມ່ນໍ້າຕ່ຽນ ແລະ ຖືກປົກຄຸມ ດ້ວຍຕົ້ນໝາກພ້າວ, ຊາວ ບ້ານແລກປ່ຽນການຄ້າຂາຍ ກັບດິນຕໍ່ແຜ່ນດ້ວຍສອງວິທີຄື: ທາງນໍ້າດ້ວຍເຮືອ, ແພ ແລະ ທາງບົກ ຕາມເສັ້ນທາງນ້ອຍ ເຊື່ອມຕໍ່ກັບຂົວ ແຣກມ໊ຽວ.
ຕາມການບອກເລົ່າ ຂອງ ຜູ້ຄົນທີ່ດຳລົງຊີວິດຢູ່ ໂກ່ນຟຸ້ງ ມາເປັນເວ ລາ ດົນນານ ໃຫ້ຮູ້ວ່າ ການນຳເອົາສິ້ນສ່ວນຕົ້ນໝາກພ້າວ ມາສ້າງເປັນ ຂອງ ໃຊ້ຊີວິດປະຈຳວັນ ໄດ້ມີມາແຕ່ດົນ ແລ້ວ. ເມື່ອຕົ້ນໝາກພ້າວແກ່ ຫຼື ຫັກຍ້ອນດິນຟ້າອາກາດ, ຊາວບ້ານ ໄດ້ເອົາຕົ້ນໝາກພ້າວ ທີ່ຫັກນັ້ນ ມາເຮັດໄມ້ຖູ່, ບ່ວງ, ບ່ວງຕັກເຂົ້າ, ບ່ວງຕັກແກງ... ເມື່ອນັກທ່ອງທ່ຽວ ມາທ່ຽວຊົມ ໂກ່ນຟຸ້ງ ຕິດໃຈ ແລ້ວຖາມຊື້, ເມື່ອຄວາມຕ້ອງການຄ່ອໆ ເພີ່ມຂຶ້ນ, ສະນັ້ນມັນໄດ້ກາຍເປັນ ອາຊີບຜະ ລິດເຄື່ອງຫັດຖະກໍາສິລະປະ ແລະ ໄດ້ພັດທະນາ ມາເຖິງປັດຈຸບັນ.
ຈໍານວນຄົວເຮືອນທີ່ດຳລົງຊີວິດຢູ່ ໂກ່ນຝຸ້ງ ມີໜ້ອຍ, ແຕ່ເກືອບທຸກຄົນຢູ່ເທິງ “ເກາະໝາກພ້າວ” ໂກ່ນຟຸ້ງ ຮູ້ຈັກອາຊີບຊ່າງໄມ້, ສ້າງບັນ ດາຜະລິດຕະພັນ ແລະ ເຄື່ອງໃຊ້ໃນຄອບຄົວ ຈາກຕົ້ນໝາກພ້າວ. ກາຍເປັນໂຮງງານຜະລິດຂະໜາດໃຫຍ່ແຫ່ງໜຶ່ງ, ຈະມີສິບກວ່າໂຮງ ງານ ຜະລິດຄື: ເຈື່ອງຝູ໋, ແທ່ງດາດ, ແອ໋ງເຢືອງ, ສິລະປະ ໝາກພ້າວ ເບນແຈ... ດ້ວຍກຳລັງການຜະລິດ ຫຼາຍພັນຜະລິດຕະພັນ ຕໍ່ອາທິດ, ພ້ອມມີຄວາມຫຼາກຫຼາຍ ທາງດ້ານຮູບແບບ ແລະ ປະເພດ.
ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມໂຮງງານຜະລິດ ເຈືອງຝູ໋ ຂອງທ່ານ ເຈືອງກົງດຶກ ໃນຂະນະທີ່ເພິ່ນພວມສ້າງສີສັນໃຫ້ບັນດາຜະລິດຕະພັນ ຈາກໝາກພ້າວ. ສີທີ່ໃຊ້ ໃຫ້ບັນດາເຄື່ອງຫັດຖະກໍາສິລະປະ ເຫຼົ່ານີ້ ແມ່ນ ນໍ້າມັນໝາກພ້າວ ຫຼື ຂີ້ທຽນ ຕົ້ມກັບນໍ້າມັນ, ຈຸດປະສົງ ແມ່ນເພື່ອສ້າງສີໄມ້, ຄວາມງາມ ຫຼື ຄວາມເຫຼື້ອມ ໃຫ້ແກ່ຜະລິດ ຕະພັນ. ທ່ານ ດຶກ ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ ກໍ່ຕັ້ງຂຶ້ນເມື່ອ 5 ປີກ່ອນ, ໃນເບື້ອງຕົ້ນ ພຽງແຕ່ເຮັດເພື່ອຮັບໃຊ້ໃນຄອບຄົວເທົ່ານັ້ນ, ແຕ່ຕໍ່ມາເມື່ອເຫັນນັກທ່ອງທ່ຽວ ແລະ ພໍ່ຄ້າ ເຂົ້າມາສັ່ງຊື້ ຜະລິດຕະພັນ ເປັນຈຳ ນວນ ຫຼວງຫຼາຍ, ສະນັ້ນເພິ່ນຈຶ່ງສ້າງຕັ້ງ ໂຮງງານຜະລິດ.
ທ່ານ ດຶກ ກ່າວວ່າ “ປົກກະຕິແລ້ວ ພວກຂ້າພະເຈົ້າຜະລິດ 2 ວິທີ, ອັນທີໜຶ່ງແມ່ນຜະລິດຕາມໃບສັ່ງສິນຄ້າຈຳນວນຫຼາຍ ຈາກບັນດາ ຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວ, ອັນທີ 2 ແມ່ນເຮັດເປັນສິນຄ້າ ແລະ ແມ່ຄ້າມາຊື້ຂາຍຍົກ ເປັນຈຳນວນຫຼາຍ ແລະ ຂັ້ນຕອນ ທີ່ສໍາຄັນທີ່ສຸດ ແມ່ນການສ້າງແບບ ໃຫ້ແກ່ຜະລິດຕະພັນ. ແຕ່ລະໂຮງງານ ຈະມີການອອກແບບໂດຍສະເພາະຂອງຕົນເອງ, ບໍ່ມີໃຜຄືໃຜ, ອີງຕາມປະ ສົບການ, ຄວາມຊຳນານງານ ແລະ ສ້າງຍີ່ຫໍ້, ລັກສະນະສະເພາະຂອງແຕ່ລະໂຮງງານ. ການອອກແບບທີ່ສວຍງາມ ແລະ ປະທັບໃຈແມ່ນຄວາມດຶງດູດໃຫ້ລູກຄ້າມາຫາທ່ານ”.
ທ່ານ ດຶກ ກ່າວຕື່ມວ່າ ຂັ້ນຕອນທີ່ຫຍຸ້ງຍາກທີ່ສຸດໃນອາຊີບນີ້ ແມ່ນການຂົນຕົ້ນໝາກພ້າວ ມາທາງນໍ້າ ແລະ ເລື່ອຍ ເພື່ອຈຳແນກປະ ເພດວັດຖຸດິບ ກ່ອນຈະໄດ້ເປັນຮູບເປັນຮ່າງຕົວຈິງ. ແຕ່ໃນປັດຈຸບັນ, ການນໍາໃຊ້ຈັກເລື່ອຍ, ເຄື່ອງຕັດ, ເຈຍ ໄດ້ຊ່ວຍໃຫ້ຂັ້ນຕອນນີ້ ງ່າຍຂຶ້ນ, ຄືຈະຊ່ວຍເພີ່ມປະລິມານຜະລິດຕະພັນ. ປັດຈຸບັນ, ໂຮງງານ ເຈືອງຝູ໋ ໄດ້ຜະລິດສະເລ່ຍ 2.000 ຜະລິດ ຕະພັນຕໍ່ອາທິດຄື: ບ່ວງຂະໜາດໃຫຍ່-ນ້ອຍ, ໄມ້ຖູ່ ຂະໜາດໃຫຍ່-ນ້ອຍ, ບ່ວງຕັກເຂົ້າ, ບ່ວງຕັກແກງ, ຖ້ວຍ... ສຳລັບໂຮງງານ ແອ໋ງເຢືອງ ຜະລິດສະເພາະ ເຕົ້ານໍ້າຊາ, ໂຮງງານ ສິລະປະ ໝາກພ້າວ ເບນແຈ ສະເພາະໃນການຜະ ລິດ ເຄື່ອງປະດັບ ຫັດຖະກຳສິລະປະ, ເຄື່ອງທີ່ລະນຶກ ຈາກໝາກພ້າວ, ເຊິ່ງມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ ທາງດ້ານຮູບແບບ.
ປັດຈຸບັນ, ຕາມຖະໜົນສາຍຫຼັກຫຼາຍສາຍ ທີ່ນຳໄປສູ່ ເບນແຈ ແລະ ເຂດທ່ອງທ່ຽວຕ່າງໆ, ນັກທ່ອງທ່ຽວສາມາດພົບເຫັນຮ້ານຄ້າ ຫຼາຍຮ້ານ ໄດ້ຈັດວາງ ຂາຍບັນດາຜະລິດຕະພັນ, ເຄື່ອງຫັດຖະກໍາ ສິລະປະ ທີ່ເຮັດຈາກໝາກພ້າວ ຫຼື ຮ້ານອາຫານ, ໂຮງແຮມ, homestay ໄດ້ຕົກແຕ່ງພາຍໃນ ດ້ວຍຜະລິດຕະພັນເຮັດຈາກ ໝາກພ້າວ, ບັນດາເຍື່ອງ ອາຫານໄດ້ປຸງແຕ່ງຈາກໝາກພ້າວ ໄດ້ກາຍເປັນຈຸດເດັ່ນທີ່ເປັນເອກະລັກສະເພາະ, ທັງນຳມາເຊິ່ງການບໍລິໂພກ, ທັງແນະນຳບັນດາລາຍການທີ່ນິຍົມຜະລິດຈາກໝາກພ້າວ ທີ່ເປັນມິດກັບສິ່ງແວດລ້ອມໃຫ້ແກ່ນັກທ່ອງທ່ຽວ, ທັງເປັນຈຸດເດັ່ນ ທີ່ປະທັບໃຈ ຂອງ ການ ທ່ອງທ່ຽວດິນແດນແຫ່ງໝາກພ້າວ ເບນແຈ ອີກດ້ວຍ.
- ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ