ຍູ້ແຮງການຟື້ນຕົວເສດຖະກິດ ອາຊຽນ

ຍູ້ແຮງການຟື້ນຕົວເສດຖະກິດ ອາຊຽນ

 

ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເຊັ່ນ: ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດ, ຄວາມ​ແອ​ອັດ​ໃນ​ການ​ຂົນ​ສົ່ງ​ທາງ​ທະ​ເລ ​ແລະ ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ… ໃນສະພາບການດັ່ງກ່າວ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ​ອາ​ຊຽນ ​ຄັ້ງ​ທີ 54 (AEM-54) ແລະ ບັນດາກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ​ໄດ້​ໄຂ​ຂຶ້ນ​ຢູ່​ກຳ​ປູ​ເຈຍ ​ໄດ້​ຜັນຂະຫຍາຍ ບັນ​ດາ​ມາດ​ຕະ​ການ​ ແນໃສ່ຊຸກ​ຍູ້​ການ​ຟື້ນ​ຕົວ​ ​ການ​ເຕີບ​ໂຕ​ທາງເສດ​ຖະ​ກິດ​ແບບ​ຍືນ​ຍົງ ແລະ ຄົບຊຸດ.


ໃນ​ຖາ​ນະ​ເປັນ​ພາກ​ພື້ນ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 3 ຂອງ ​ອາ​ຊີ​ແລະ​ ອັນ​ດັບ 5 ຂອງ​ໂລກ, ບັນດາພື້ນຖານເສດ​ຖະ​ກິດ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພວມ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຟື້ນ​ຕົວ. ຕາມ​ການ​ຄົ້ນຄວ້າໜຶ່ງ​ ຂອງ ​ທະນາຄານ​ພັດທະນາ ​ອາຊີ(ADB), ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ໃນ​ປີ 2021 ​ໄດ້​ເພີ່ມ​ຂຶ້ນ​ 2,9% ​ແລະ ຄາດ​ວ່າ​ ຈະ​ບັນລຸ 4,9% ​ໃນ​ປີ 2022.

ກ່ຽວ​ກັບ​ການ​ຈະລາຈອນ​ທາງ​ທະ​ເລ, ທ່ານ ຮ່ວາງ​ຮົ່ງ​ຢາງ, ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ການ​ເດີນ​ທະ​ເລ ​ຫວຽດນາມ (ກະຊວງການຄົມມະນາຄົມ ແລະ ຂົນສົ່ງ) ​ໃຫ້​ຮູ້​ວ່າ ພວມ​ຢູ່​ໃນ​ເສັ້ນທາງກາຍ ​ເປັນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ​ໃນ​ໂລກ, ​ແຕ່​ໂລກ​ລະ ບາດ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ແຮງຕໍ່ການເຄື່ອນໄຫວ ທາງທະເລຂອງ ອາຊຽນ, ແຕ່ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ໄລຍະ​ມໍ່ໆ ​ມາ​ນີ້ ຍັງ​ແມ່ນ​ກຳລັງ​ໜູນ ເພື່ອ​ຊຸກຍູ້​ປະຊາ​ຄົມ​ການ​ເດີນ​ທະ​ເລ​ ອາ​ຊຽນ ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ກວ່າ​ເກົ່າ, ສະເໜີອອກ​ບັນດາ​ຂໍ້​ລິ​ເລີ່​ມ ເພື່ອຊຸກຍູ້​ການ​ພັດທະນາ​ທາງ​ທະ​ເລ.

ໃນ​ປີ 2021, ປະລິມານ​ສິນຄ້າ​ ຜ່ານ​ທ່າ​ກຳ​ປັ່ນ​ຂອງ​ ຫວຽດນາມ ​ບັນລຸ ໄດ້ 703 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 2% ​ເມື່ອ​ທຽບ​ໃສ່​ປີ 2020, ສະເພາະປະລິມານ​ສິນຄ້າ ​ບັນທຸກ​ຕູ້​ຄອນ​ເທນເນີ ​ບັນລຸ​ກວ່າ 24 ລ້ານ TEUs. ​ເຖິງ​ວ່າ​ ສະພາບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ ໂຄວິດ-19​ ຢູ່ ​ສິງກະ​ໂປ ​ບາງຄັ້ງຕ້ອງບັງຄັບໃຊ້ກົດໝາຍ, ​ແຕ່​ປະ​ເທດ​ເກາະ​ແຫ່ງ​ນີ້​ ຍັງ​ສືບ​ຕໍ່​ໄດ້​ຮັບ​ເລືອກ​​ເປັນ​ທ່າ​ກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​ປີ 2021, ​ເຊິ່ງສາມາດ​ແກ້ໄຂ​ສິນຄ້າ​ໄດ້​ເຖິງ 599 ລ້ານ​ໂຕນ. ສາມາດບັນຈຸ ຕູ້ຄອນເທນເນີ ຜ່ານ ສິງກະໂປ ໄດ້ເພີ່ມຂຶ້ນເປັນສະຖິຕິ 37,5 ລ້ານ TEUs, ຄອງຕໍາແໜ່ງເປັນທ່າກໍາປັ່ນທາງທະເລຊັ້ນນໍາຂອງໂລກໃນ 5 ປີຕິດຕໍ່ກັນ.

ຄວາມ​ຫຍຸ້ງ​ຍາກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ໄລຍະ​ແຜ່​ລະບາດ​ຂອງ​ພະຍາດ​ກໍ່​ແມ່ນ​ກຳລັງ​ຊຸກຍູ້​ໃຫ້​ ອາ​ຊຽນ ຊຸກຍູ້​ການ​ພັດທະນາ​ທາງ​ທະ​ເລ.

ໃນ​ຂົງ​ເຂດ​ກະສິກຳ, ບັນດາ​ປະ​ເທດ​ ອາ​ຊຽນ ​ໃຫ້​ບຸລິມະສິດ​ພັດ ທະນາ​ກະສິກຳ​ ເຕັກ​ໂນ​ໂລ​ຊີ​ສູງ ​ທີ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ສາມາດ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ພາກ​ພື້ນ ​ແລະ ​​ໂລກ. ຕາມ​ການ​ຄາດ​ຄະ​ເນ​ຫຼ້າ​ສຸດ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ (NFI) ທີ່​ຕັ້ງ​ຢູ່ນະຄອນຫຼວງ ​ບາງກອກ (ໄທ), ການ​ສົ່ງ​ອອກ​ສະ​ບຽງ​ອາ​ຫານ​ຂອງ​ ໄທ ​ໃນ​ປີ​ນີ້ ​ອາດ​ສ້າງສະຖິຕິ 1.200 ຕື້​ບາດ, ເທົ່າ​ກັບ 35 ຕື້​ໂດລາສະຫະ ລັດ. ​ໃນ​ນັ້ນ, ການ​ສົ່ງ​ອອກ​ນ້ຳຕານ​ ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ 40% ​ໃນ​ລະດູການ 2021-2022; ເຂົ້າສານ ເຊິ່ງເປັນຜະລິດຕະພັນກະເສດສົ່ງອອກອັນດັບໜຶ່ງຂອງ ໄທ ຈະບັນລຸຢ່າງໜ້ອຍ 5 ລ້ານໂຕນໃນປີນີ້, ເຊິ່ງເປັນລະດັບສູງສຸດໃນຮອບ 4 ປີຜ່ານມາ; ປະລິມານ​ການ​ສົ່ງ​ອອກ​ຊີ້ນ​ໄກ່​ປຸງ​ແຕ່ງ​ ອາດສາມາດ ບັນລຸໄດ້ 950.000 ​ໂຕນໃນປີນີ້, ​ເພີ່ມ​ຂຶ້ນ​ກວ່າ 2% ​ເມື່ອ​ທຽບ​ໃສ່​ປີ 2021. ຕາມ​ກົມສະຖິຕິ​ຂອງ​ ມາ​ເລ​ເຊຍ (DoSM), ​ໃນ​ປີ 2021, ການ​ສົ່ງ​ອອກ​ຜະລິດຕະພັນກະເສດ​ຂອງ​ ມາ​ເລ​ເຊຍ ​​ບັນລຸໄດ້ 209,5 ຕື້​ ຣິງ​ກິດ, ​ເພີ່ມ​ຂຶ້ນ 38,4% ​ເມື່ອ​ທຽບ​ໃສ່​ປີ 2020 ແມ່ນ 151 ຕື້ ຣິງກິດ.


ກ່ຽວກັບຂົງເຂດການທ່ອງທ່ຽວ, ແມ່ນພາກສ່ວນໜຶ່ງທີ່ສໍາຄັນຂອງເສດຖະກິດ ອາຊຽນ, ແຕ່ຄວາມສໍາຄັນຂອງຂະແໜງການ ນີ້ ໃນແຕ່ລະປະເທດມີຄວາມແຕກຕ່າງກັນ. ສອງພື້ນຖານເສດ ຖະກິດ ທີ່ພົ້ນເດັ່ນແມ່ນ ໄທ ແລະ ຫວຽດນາມ, ດ້ວຍລາຍຮັບການທ່ອງທ່ຽວ ບັນລຸເຖິງ 10% GDP ໃນປີ 2019. ແຕ່ຕົວເລກນີ້ ໄດ້ຫຼຸດລົງຢ່າງແຮງໃນປີ 2020 ແລະ 2021 ເມື່ອໂລກ ລະບາດ ໄດ້ເຮັດໃຫ້ບັນດາພື້ນຖານເສດຖະກິດຕ້ອງປິດຊາຍແດນ. ພ້ອມ​ກັນ​ນັ້ນ, ມາ​ເລ​ເຊຍ​ ແລະ ​ຟີ​ລິບ​ປິນ ​ເກືອບ​ບໍ່​ມີ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ໃນ​ປີ 2021.

ໃນ​ເດືອນ ​ມິຖຸນາ ​2022, ລັດຖະບານ ​ກຳປູ​ເຈຍ ​ໄດ້​ປະກາດ​ແຜນການ​ກູ້​ຢືມ​ທຶນຟື້ນຟູ​ການ​ທ່ອງ​ທ່ຽວ (TRCS) ມີມູນຄ່າ 150 ລ້ານ ໂດລາສະຫະລັດ, ຄາດ​ວ່າ ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ 1 ລ້ານ​ເທື່ອ​ຄົນ​ໃນ​ປີ 2022, ສູງ​ກວ່າເມື່ອທຽບກັບ 200.000 ຄົນ​ໃນ​ປີ 2021. ຕາມສະມາຄົມທ່ອງທ່ຽວ ອິນໂດເນເຊຍ, ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ມາ​ຢ້ຽມຢາມ ເກາະ ບາ​ຫຼີ​ ຄາດວ່າຈະ​ບັນລຸ​ 6 ລ້ານ​ຄົນ​ໃນ​ປີ 2025. ​ໃນ 6 ​ເດືອນ ​ຕົ້ນ​ປີ​ນີ້, ອິນໂດເນເຊຍ​ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 743.210 ຄົນ, ​ເພີ່ມຂຶ້ນ​ 929.66% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງປີກ່ອນ.

ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ແມ່ນ​ຄ່ອຍໆ​ຟື້ນ​ຕົວ​.

ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ທີ່ AEM-54, ຄະນະ​ຜູ້​ແທນ​ ຫວຽດນາມ ​ໄດ້​ປະກອບສ່ວນ​ຫຼາຍຄຳຄິດຄຳເຫັນທີ່​ດີ, ​ໃນ​ນັ້ນ​ມີ​ທິດ​ທາງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອນຳມາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ ຫວຽດ ນາມ ​ແລະ ອາ​ຊຽນ, ປະກອບສ່ວນເຂົ້າໃນ​ຂະ​ບວນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຫຼັງ​​ໂລກ​ລະ​ບາດ COVID-19.

ໃນ​ໄລຍະ​ຈະ​ມາ​ເຖິງ, ອາ​ຊຽນ ຈະ​ເອົາ​ໃຈ​ໃສ່​ຫຼາຍກວ່າເຖິງລະ ບົບ​ການ​ຄ້າ ບົນພື້ນຖານ​ລະບຽບກົດໝາຍ, ກົນ​ໄກ​ຫຼາຍ​ຝ່າຍ, ຫັນເປັນເສລີ ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ພາກ​ພື້ນ, ບັນຫາ​ຕ້ານ​ລັດທິ​ປົກ​ປ້ອງ ແລະ ປັບປຸງ​ຄວາມ​ຢືດ​ຢຸ່ນ​ຂອງ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ພາກ​ພື້ນ ​ແລະ ​ໂລກ, ​ເຊື່ອມ​ຕໍ່​ການຂົນສົ່ງ, ກໍ່ສ້າງ​ພື້ນຖານ​ເສດຖະກິດ ​ດີ​ຈີ​ຕອນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ພະລັງງານ​ສະອາດ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ... ແນໃສ່ຍູ້ແຮງການຟື້ນຟູເສດຖະກິດຢ່າງມີປະສິດທິຜົນ. 

ບົດ: VNP ສັງລວມ - ພາບ: VNA-ແປໂດຍ: ຢືຟຽນ


Top