ຊຸກຍູ້ການເຊື່ອມໂຍງ ສາກົນ ທາງວັດທະນະທໍາ
ໃນໄລຍະຜ່ານມາ, ການເຄື່ອນໄຫວວັດທະນະທຳ ຕ່າງປະເທດ ຂອງ ຫວຽດນາມ ໄດ້ບັນລຸຜົນສຳເລັດ ທີ່ສຳຄັນຫຼາຍຢ່າງ, ປະກອບ ສ່ວນເຂົ້າໃນການເສີມຂະຫຍາຍກຳລັງແຮງ ດ້ານການຕ່າງປະເທດຮອບດ້ານ ຂອງ ຫວຽດນາມ ໃນພາກພື້ນ ແລະ ທົ່ວໂລກ. ໃນຖານະເປັນໜຶ່ງໃນສີ່ເສົາຫຼັກ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ຍຸກສະໄໝ ໃໝ່ຢ່າງໝັ້ນຄົງ, ມະຕິເລກທີ 59-NQ/TW ກ່ຽວກັບ “ການເຊື່ອມໂຍງສາກົນ ໃນສະພາບການໃໝ່” ເຊິ່ງອອກໂດຍກົມການ ເມືອງສູນກາງພັກ ໃນວັນທີ 24 ມັງກອນ 2025, ໃນນັ້ນ ໄດ້ກ່າວເຖິງການຊຸກ ຍູ້ການເຊື່ອມໂຍງ ລະຫວ່າງປະເທດ ທາງວັດທະນະທຳ, ແນໃສ່ເປີດໄລຍະພັດທະນາໃໝ່ ໃຫ້ແກ່ ຫວຽດນາມ ບົນເສັ້ນທາງການເຊື່ອມໂຍງ ຮອບດ້ານ.
ທ່າມກາງທ່າອ່ຽງ ການພັດທະນາໃນປັດຈຸບັນ, ການເສີມຂະຫຍາຍທ່າໄດ້ປຽບກ່ຽວກັບພະລັງອ່ອນ ຂອງ ວັດທະນະທຳ ພວມເປັນຍຸດທະສາດທີ່ສຳຄັນ ຂອງ ຫຼາຍປະເທດ ເພື່ອການພັດທະນາ ແບບຍືນຍົງ ແລະ ຍົກສູງຖານະບົດບາດ ຂອງ ປະເທດຊາດ ໃນເວທີສາກົນ. ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຢັ້ງຢືນວ່າ ມະຕິ 59 ໄດ້ກຳແໜ້ນກະແສພະລັງ ຂອງຍຸກສະໄໝ ແລະ “ຍົກລະດັບ” ການຊື່ອມໂຍງສາກົນ ດ້ວຍທັດສະນະ ທີ່ເປັນການປະຕິວັດ, ມີລັກສະນະບຸກທະລຸ, ມີລັກສະນະຊາດ, ມີລັກສະນະ ວິທະຍາສາດ, ມີລັກສະນະຍຸກສະໄໝສູງ, ໝາຍຄວາມວ່າ ເປັນຈຸດປ່ຽນປະຫວັດສາດ ໃນຂະບວນການເຊື່ອມໂຍງສາກົນ ຂອງປະເທດຊາດ.
ຂະແໜງການຕ່າງປະເທດ ໄດ້ເສີມຂະຫຍາຍບົດບາດນໍາໜ້າ, ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນ ໃນການ ເຄື່ອນໄຫວການຕ່າງປະເທດ ແລະ “ບັນລຸຜົນສຳເລັດ, ຜົນງານສຳ ຄັນ, ມີຄວາມໝາຍ ປະຫວັດສາດ, ກາຍເປັນຈຸດເດັ່ນທີ່ໜ້າປະທັບໃຈໃນບັນດາຜົນສຳເລັດລວມ ຂອງປະເທດຊາດ ໃນຊຸມປີ ຜ່ານມາ, ປະກອບສ່ວນເຂົ້າໃນການສ້າງຄວາມໝັ້ນຄົງໃຫ້ແກ່ ສະພາບການຕ່າງປະເທດ ທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ, ຍົກສູງຖານະບົດບາດ ຂອງ ປະເທດຊາດ” ດັ່ງມື້ລາງ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ຢັ້ງຢືນ; ປະກອບສ່ວນປະຕິບັດ ສຳເລັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ. ນີ້ແມ່ນການຢັ້ງຢືນ ຂອງ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ກ່ຽວກັບການສະຫຼຸບ 80 ປີແຫ່ງການສ້າງຕັ້ງ ຂະແໜງການຕ່າງປະ ເທດ ຫວຽດນາມ (28/8/1945 - 28/8/2025). ຕາມຍຸດທະສາດການຕ່າງ ປະເທດ ເຖິງປີ 2030, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນ ດາໂຄງການໃຫຍ່ກ່ຽວກັບການທູດວັດທະນະທຳ, ຜ່ານນັ້ນປະກອບ ສ່ວນກຳນົດຂໍ້ຄວາມແຫ່ງຊາດ, ສະແດງໃຫ້ເຫັນພາບພົດ ຫວຽດ ນາມ ແມ່ນປະເທດ ທີ່ສີວິໄລ, ປອດໄພ, ສວຍງາມ; ວັດທະນະທຳເປັນເອກະລັກ, ອຸດົມຮັ່ງມີ ດ້ວຍມູນເຊື້ອ; ການພັດທະນາຢ່າງຄຶກ ຄັກ; ຄົນເປັນກັນເອງ, ມີນໍ້າໃຈ; ເປັນຈຸດໝາຍປາຍທາງທີ່ໜ້າເຊື່ອຖືເພື່ອການດໍາລົງຊີວິດ, ຮ່ຳຮຽນ, ທ່ອງທ່ຽວ, ລົງທຶນ; ພ້ອມທັງເພີ່ມທະວີ ການຈັດຕັ້ງ ບັນດາກິດຈະກຳ ວັດທະນະທຳ ທີ່ມີອົງປະກອບຕ່າງປະເທດຢູ່ໃນທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນສ້າງເຄື່ອງໝາຍການຄ້າ ໃຫ້ແກ່ບັນດາຂະແໜງການ, ອາຊີບ ແລະ ທ້ອງຖິ່ນ.
ຊຸກຍູ້ການຫັນເປັນຫຼາຍຮູບແບບ ຂອງ ບັນດາກິດຈະກຳ ຊ່ວຍເຫຼືອຊາວ ຫວຽດນາມ ທີ່ຢູ່ຕ່າງປະເທດ ໃນການຮັກສາພາສາ ຫວຽດ, ເສີມຂະຫຍາຍເອກະລັກ ວັດທະນະທຳ ແລະ ມູນເຊື້ອອັນດີງາມຂອງ ຊາດ ຫວຽດນາມ; ຊຸກຍູ້ການນຳພາສາ ຫວຽດ ເຂົ້າໃນໂຄງ ການສອນຢູ່ບັນດາສະຖານສຶກສາ ໃນເຂດທີ່ມີຊາວ ຫວຽດນາມ ອາໄສຢູ່ຢ່າງໜາແໜ້ນ; ຈັດຕັ້ງວັນຍ້ອງຍໍພາສາ ຫວຽດ, ຄ້າຍພັກ ແລ້ງ, ວັນບຸນວັດທະນະທຳ/ສັບປະດາວັດທະນະທຳ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ... ປະຈຳປີ ເພື່ອຊຸກຍູ້, ສົ່ງເສີມພີ່ນ້ອງຮ່ວມຊາດ, ໂດຍສະເພາະແມ່ນຄົນລຸ້ນໃໝ່ ໄດ້ພົບປະແລກ ປ່ຽນ, ຮ່ຳຮຽນ ແລະ ຮັກສາພາສາ ຫວຽດ.
ນອກຈາກນັ້ນ, ຍັງຕ້ອງສືບຕໍ່ເພີ່ມທະວີ ການປະກົດຕົວ ຂອງ ຫວຽດ ນາມ ຢູ່ບັນດາກິດຈະກຳວັດທະນະທຳ ສາກົນທີ່ມີຊື່ສຽງ, ກ້າວໄປເຖິງການເປັນເຈົ້າພາບ ຈັດຕັ້ງບັນດາກິດຈະກຳ ວັດທະນະທຳ, ກິລາ, ທ່ອງທ່ຽວ, ວິທະຍາສາດ, ການສຶກສາ, ສາທາລະນະສຸກ... ໃນລະ ດັບພາກພື້ນ ແລະ ສາກົນ; ລົງທຶນຄົ້ນຄວ້າພັດທະນາ ຜະລິດຕະພັນວັດທະນະທຳ ທີ່ເປັນເອກະລັກ; ເອົາໃຈໃສ່ ການພິມຈຳໜ່າຍ ແລະ ເຜີຍແຜ່ອອກຕ່າງປະເທດ ບັນດາຜົນງານສິລະປະ ທີ່ມີຄຸນຄ່າ, ຄຸນນະພາບ; ຊຸກຍູ້ການແນະນຳພາສາ, ຮີດຄອງປະເພນີ, ງານບຸນ, ເຄື່ອງນຸ່ງ ຂອງ ບັນດາເຜົ່າ ຫວຽດນາມ, ບັນດາສະຖານ ທີ່ທ່ອງທ່ຽວທີ່ສວຍງາມ, ບັນດາບ້ານຫັດຖະກຳພື້ນເມືອງ, ບັນດາຜົນງານໃນຂົງ ເຂດຮູບເງົາ, ດົນຕີ, ວັນນະກຳ, ການຖ່າຍຮູບ, ສະຖາປັດ ຕະຍະກຳ...
ໃນສະພາບການທີ່ໂລກ ພວມມີການປ່ຽນແປງຢ່າງວ່ອງໄວ, ສັບສົນ, ປະເທດຊາດ ຂອງ ພວກເຮົາພວມກຽມກ້າວເຂົ້າສູ່ຍຸກສະໄໝແຫ່ງການກ້າວຂຶ້ນ ຂອງຊາດ, ເປີດໂອກາດ ແລະ ຄວາມຫວັງໃໝ່ຫຼາຍຢ່າງ, ແຕ່ກໍ່ໄດ້ວາງຄວາມຮັບຜິດຊອບໃນການປ່ຽນແປງໃໝ່ຕໍ່ວຽກງານວັດທະນະທຳ ຕ່າງປະເທດ ແລະ ການທູດ, ແນໃສ່ເສີມຂະ ຫຍາຍປະສິດທິຜົນ ຂອງ ບັນດາແຫຼ່ງຊັບພະຍາກອນ ເພື່ອການພັດ ທະນາ ວັດທະນະທຳ, ປະກອບສ່ວນເຂົ້າໃນພາລະກິດການສ້າງສາ, ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ.
ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ