ຊາປາ - ບົດດົນຕີປະສານສຽງ ຂອງ ທໍາມະຊາດ ແລະ ວັດທະນະທໍາ ໃນພາກຕາເວັນຕົກສ່ຽງເໜືອ

ຊາປາ - ບົດດົນຕີປະສານສຽງ ຂອງ ທໍາມະຊາດ ແລະ ວັດທະນະທໍາ ໃນພາກຕາເວັນຕົກສ່ຽງເໜືອ

 

ນັກທ່ອງທ່ຽວສາກົນ ຫຼາຍຄົນ ມັກປຽບທຽບ ຊາປາ (ແຂວງ ລາວກາຍ) ເປັນບົດດົນຕີປະສານສຽງ ທີ່ໜ້າສົນໃຈ ກ່ຽວກັບ ທຳມະຊາດ ແລະ ວັດທະນະທຳ ຢູ່ເຂດພູສູງ ພາກ ຕາເວັນຕົກສ່ຽງເໜືອ. ຍ້ອນຢູ່ທີ່ນັ້ນ ທັງມີຄວາມກວ້າງຂວາງ, ຄວາມຍິ່ງໃຫຍ່ ຂອງ ທໍາມະຊາດ, ແຕ່ຍັງລວມເຖິງສີສັນ ຂອງ ຊີວິດ, ວັດທະະທຳ ຂອງ ບັນດາຊົນເຜົ່າສ່ວນໜ້ອຍເຊັ່ນ: ມົ້ງ, ຢ້າວແດງ, ໄຢ໋, ຊາຟໍ໋ ຊຶ່ງສ້າງເປັນ ພະລັງຈຸງໃຈພິເສດສະເພາະ ຂອງ ເທດສະບານທ່ອງທ່ຽວ ທີ່ມີຊື່ສຽງລະດັບໂລກນີ້.

ຊາປາ ແມ່ນແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ ຂອງ ພາກຕາເວັນຕົກສ່ຽງ   ເໜືອ. ໜັງສືພິມ Lonely Planet ເຄີຍຂຽນໄວ້ວ່າ: “ສາຍພູ ຮວ່າງລຽນເຊີນ (ຊາປາ) ເປັນທີ່ຮູ້ຈັກ ຂອງ ນັກທ່ອງທ່ຽວສາກົນ ໃນຊື່ ວ່າ Tonkinese Alps, ສາຍພູສູງແຫ່ງນີ້ ແມ່ນບ່ອນມີຈອມພູ ຟານຊີປັງ ສູງທີ່ສຸດ ຫວຽດນາມ. ນັກທ່ອງທ່ຽວ ເມື່ອມາຍັງທີ່ນີ້ ສາມາດ ເຈືອຈານເຂົ້າກັບ ຄວາມສວຍງາມ ຂອງ ບັນດາສາຍພູ ຮູບ​ຈວຍ ທີ່ສະຫຼັບຊັບຊ້ອນ ຫຼື ທົ່ງນາຂັ້ນໄດ ພ້ອມກັບໝູ່ບ້ານ ຕ່າງໆ ຂອງຊາວຊົນເຜົ່າສ່ວນໜ້ອຍຄື: ມົ້ງ, ຢ້າວແດງ, ໄຢ໋ ທີ່ອຸດົມສົມບູນໄປດ້ວຍ ວັດທະນະທຳພື້ນເມືອງ”.

ມາຍັງ ຊາປາ, ນັກທ່ອງທ່ຽວ ຈະໄດ້ຄົ້ນພົບ ຄວາມສວຍງາມທີ່ສຸດ ຂອງຈອມພູ ຟານຊີປັງ ມີຄວາມສູງ 3.143 ມ, ບ່ອນທີ່ຖືວ່າ ເປັນ “ຫຼັງຄາ ອິນດູຈີນ”, ຫ່າງຈາກໃຈກາງ ເທດສະບານເມືອງ ຊາປາ ປະ ມານ 9 ກມ. ຢູ່ທີ່ນັ້ນ, ມີວັດວາອາຮາມຫຼາຍແຫ່ງ ທີ່ຖືກສ້າງຂຶ້ນ ຢ່າງສວຍງາມ ຢູ່ເທິງຍອດພູສູງ ທ່າມກາງເມກ ທ່ີເລື່ອນລອຍ ແລະ ລົມພັດແຮງ. 

ຢູ່ເທິງຫຼັງຄາ ອິນດູຈີນ, ນັກທ່ອງທ່ຽວ ຈະໄດ້ຜ່ານປະສົບການຕົວຈິງ ກັບຄວາມຮູ້ສຶກ ທີ່ແປກໆ ຫຼາຍຢ່າງ, ບາງຄັ້ງ ມີເມກເລືື່ອນລອຍ, ບາງຄັ້ງນໍ້າໝອກ ລົງຫຼາຍເຮັດໃຫ້ການແນມເຫັນຖືກຈໍາກັດ, ບາງຄັ້ງມີລົມພັດມາຕະຫຼອດເວລາ. ພິເສດ, ໃນຕອນເຊົ້າ ຂອງ ທຸກໆ ວັນ, ນັກທ່ອງທ່ຽວ ຈະໄດ້ຊົມ ບັນດາກຸ້ມເມກເຝື້ອ ຈາກ ຈອມພູ ລອຍລົງເທດສະບານເມືອງ ຊາປາ, ລົງຮ່ອມພູ ເມື່ອງຮວາ ແລະ ເລັດລອດເຂົ້າໝູ່ບ້ານຕ່າງໆ ຊຶ່ງສ້າງເປັນ ທິວທັດທຳມະຊາດ ຊາປາ ທັງມີຄວາມສວຍງາມຊວນຝັນ, ທັງມີຄວາມໃຫຍ່ໂຕ ມະໂຫຖານ. 

ກະເຊົ້າລອຍຟ້າ ຂຶ້ນສູ່ຈອມພູ ຟານຊີປັງ. ພາບ: Sun World Fansipan Legend

ຢູ່ເທິງຍອດພູສັກສິດ ຟານຊີປັງ, ແຕ່ລະມື້, ແຕ່ລະລະດູ, ທໍາມະຊາດ ກໍມີຄວາມສະເໜ່ເປັນໜ້າຊົມທີ່ແຕກຕ່າງກັນ ຊຶ່ງບໍ່ເຄີຍ ມີບ່ອນໃດ ໃນແຜ່ນດິນຮູບຕົວ S ນີ້ມີໄດ້. ມັນອາດຈະແມ່ນ ຊ່ວງເວລາ ຂອງ ຫິມະສີຂາວ ປົກຄຸມເຕັມກຸ່ມຫໍວິຫານ, ວັດວາອາຮາມທີ່ເຄັ່ງຂຶມ ຢູ່ເທິງຈອມພູສູງ ໃນລະດູໜາວ ຫຼື ອາດຈະແມ່ນ ຍາມຄ່ຳຄືນ ກັບທ້ອງຟ້າ ແຫ່ງດວງດາວ ທີ່ລະຍິບລະຍັບ ຢ່າງແສນສວຍງາມ ນັບບໍ່ຖ້ວນ ຫຼື ໃນຍາມ ຄ້ອຍຄ່ຳ ລົງແລງ ມີແສງແດດສີທອງ ເທິງທະເລເມກເຝື້ອ ກຳລັງເລື່ອນລອຍ. 

 ຮ່ອມພູ ເມື່ອງຮວາ ຕັ້ງຢູ່ຕາແສງ ເຮົ່າຖ່າວ, ຫ່າງຈາກເທດສະບານ ເມືອງ ຊາປາ ປະມານ 8 ກມ. ສະຖານທີ່ແຫ່ງນີ້ ໄດ້ດຶງດູດ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ເພາະມີລະບົບທົ່ງນາຂັ້ນໄດ ທີ່ິຍິ່ງໃຫຍ່ ປະສົມກົມກຽວກັນ ກັບທຳມະຊາດ ທີ່ມີ ຄວາມສວຍງາມຊວນຝັນ. ທ່າມກາງນໍ້າໝອກ ທີ່ປົກຄຸມໄປທົ່ວ, ຮ່ອມພູປະກົດຂຶ້ນເໝືອນຈຸດເດັ່ນທີ່ເປັນເອກະລັກສະເພາະ ໃນແຕ່ລະ ລະດູ. ເມື່ອມາຍັງທີ່ນີ້, ເຮັດໃຫ້ຈິດໃຈຂອງນັກທ່ອງທ່ຽວ ສັ່ນໄຫວ ໄປຕາມທິດທາງທີ່ແຕກຕ່າງກັນ.

ນັກທ່ອງທ່ຽວພິຊິດ ຈອມພູ ຟານຊີປັງ ດ້ວຍການປີນພູ. ພາບ: ຮວ່າງຮ່າ/ VNP

ລະດູບານໃໝ່ ແມ່ນລະດູ ເມື່ອງຮວາ ມີສີສັນ ຂອງ ດອກຄາຍ, ດອກໝັ້ນ. ລະດູໃບໄມ້ຫຼົ່ນ ແມ່ນລະດູ ຂອງ ເຂົ້າສຸກເຫຼືອງ ເທິງ ທົ່ງນາຂັ້ນໄດ ສວຍງາມທີ່ສຸດໃນໂລກ. ລະດູໜາວ, ນັກທ່ອງທ່ຽວ ພາກັນມາທີ່ນີ້ ເພື່ອ “ລ່າຫິມະ”, ສ້າງເປັນພາບພົດ ຄວາມສວຍງາມ ແບບ ໂຣແມນຕິກ ແລະ ແປກໆ ເບິ່ງຄືວ່າ ມີພຽງແຕ່ຢູ່ໃນພາກ “ຕາເວັນຕົກ”.

ຕັ້ງ​ຢູ່​ໃກ້​ຕີນ​ພູ ຟານຊີປັງ ແລະ ​ຕໍ່​ກັບ​ຮ່ອມ​ພູ ເມື່ອງຮວາ, ເມືອງ ຊາປາ ປະ​ກົດຂຶ້ນດ້ວຍຄວາມງາມແບບດັ້ງເດີມ ປະສົມກັບ​ຄວາມ​ທັນ​ສະ​ໄໝ. ຊາປາ ​ມີປະຫວັດການສ້າງຕັ້ງ ແລະ ພັດທະນາ ມາເປັນ ເວລາ 121 ປີ​. ​ຂີດໝາຍ ຂອງ ໄລຍະທາງນັ້ນ ໄດ້ຮັກສາໄວ້ ດ້ວຍ​ຮ່ອງຮອຍ​ປະຫວັດສາດ ​ແລະ ​​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ ຂອງ​ ຊາ​ປາ, ​​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ມາທ່ີນີ້ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຊັ່ນ: ໂບດ​ຫີນ ຊາປາ, ວັດ ຕ໊າຟີ່ນ ​ແລະ ບັນດາ​ແຖວ​ເຮືອນ​ບູຮານ ​ຂອງ ​ຝຣັ່ງ.

ຕັ້ງຢູ່ໃຈກາງເທດສະບານເມືອງ, ໂບດຫີນ ຊາປາ ໄດ້ເລີ່ມ ສ້າງຂຶ້ນ ໃນປີ 1926 ໂດຍຊາວ ຝຣັ່ງ  ແລະ ສໍາເລັດໃນປີ 1935. ໂບດ ມີທີ່ຕັ້ງ ຫຼັງອີງໃສ່ສາຍພູ ຮ່າມຣົ່ງ ແລະ ເປັນສະຖານທີ່ເຄື່ອນໄຫວ ດ້ານວັດທະນະທຳທາງໃຈ ຂອງ ຊາວຄິຼິສ ຢູ່ ຊາປາ, ຖືວ່າເປັນ “ຫົວໃຈ ຂອງ ຕົວເມືອງນ້ອຍໃນເມກ”.

ໂບດຫີນ ໄດ້ຖືກສ້າງຂຶ້ນໃນປີ 1926, ໄດ້ຮັບການ ບູລະນະ ປະຕິສັງຂອນ ຄືນຄືເກົ່າແລະ ເປັນສັນຍະລັກ ພິເສດ ຂອງ ຊາປາ ທ່າມກາງສາຍໝອກ. ພາບ: ຟ້າມບັ່ງ

ປັດຈຸບັນ, ເມື່ອມາຍັງ ຊາປາ ນັກທ່ອງທ່ຽວ ຈະຕ້ອງເຖິງກັບຕົກຕະ ລຶງ ທີ່ມີ ໂຮງແຮມ, ຮ້ານອາຫານ ຂະໜາດໃຫຍ່ ຫຼາຍແຫ່ງ ຖືກສ້າງຂຶ້ນໃໝ່ ຕາມແບບສະຖາປັດຕະຍະກໍາ ຝຣັ່ງ ໃນສະຕະວັດ ທີ່ຜ່ານມາ. ພົ້ນເດັ່ນແມ່ນ ໂຮງແຮມ Hotel de la Coupole MGallery by Sofitel ຂອງ Sungroup, ຖັດຈາກນັ້ນແມ່ນ ໂຮງແຮມ PistaChio ຊາປາ. ສະຖາປັດຕະຍະກຳເກົ່າ ແລະ ໃໝ່ ພ້ອມກັບ ທັດສະນີຍະພາບ ທີ່ມີຄວາມສວຍງາມຊວນຝັນ ປະສານ ເຂົ້າກັນ ເພື່ອສ້າງເປັນເທດສະບານເມືອງ ຊາປາ ຢູ່ໃນເມກເຝື້ອ ທີ່ມີຊື່ສຽງ, ເປັນ “ກະວີອາລົມ” ທີ່ສວຍສົດງົດງາມ ແລະ ດຶງດູດໃຈ ນັກທ່ອງທ່ຽວ ຢູ່ສະເໝີ.

ນັກ​ທ່ອງ​ທ່ຽວ ​ແລະ ຊາວທ້ອງຖິ່ນ ເຕັ້ນຊາບ ​ໃນ​ງານ​ບຸນ​ຢູ່​ ຊາປາ. ພາບ: ຟ້າມບັ່ງ

ຊາປາ ເປັນດິນແດນທີ່ຊົນເຜົ່າ ກິງ ແລະ ຊົນເຜົ່າອື່ນໆ ມາອາໄສຢູ່ ຕັ້ງແຕ່ດົນນານແລ້ວ ເຊັ່ນ: ມົ້ງ, ຢ້າວແດງ, ໄຕ່, ໄຢ໋, ຊ໋າຟໍ໋… ແຕ່ລະຊົນເຜົ່າຢູ່ ຊາປາ ລ້ວນແຕ່ມີຂະນົບທໍານຽມ ຮີດຄອງປະເພນີ ແລະ ວັດທະນະທຳ ທີ່ເປັນເອກະລັກສະເພາະ, ດັ່ງນັ້ນຈິ່ງເປັນເລື່ອງ ແປກ ແລະ ປະທັບໃຈ ຕໍ່ສາຍຕາ ຂອງ ນັກທ່ອງທ່ຽວ ຢູ່ສະເໝີ.

ຢູ່ ຊາປາ, ເຜົ່າ ມົ້ງ ກວມເອົາ ຈຳນວນພົນລະເມືອງຫຼາຍກວ່າໝູ່ ເຖິງ 50% ຈຳນວນປະຊາກອນ. ແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດ ຂອງ ຊາປາ ໃນປັດຈຸບັນ ແມ່ນໝູ່ບ້ານ ກາດກາດ, ເຊິ່ງເປັນ ບ່ອນຢູ່ອາໄສຂອງຊາວເຜົ່າ ມົ້ງ ຕົ້ນຕໍ. ນີ້ແມ່ນໝູ່ບ້ານທີ່ມີ ປະຫວັດສາດ ມາແຕ່ດົນນານ, ຍັງຄົງຮັກສາອາຊີບຫັດຖະກຳ ພື້ນເມືອງຄື: ປູກຝ້າຍ, ຕ່ຳຜ້າແພ, ສະຫຼັກເຄື່ອງປະດັບເອ້ ພື້ນເມືອງ. ມາຍັງທີ່ນີ້, ນັກທ່ອງທ່ຽວ ຈະໄດ້ຮຽນຮູ້ ແລະ ສັງເກດ ການດຳລົງຊີວິດປະຈຳວັນ ຂອງ ຊາວເຜົ່າ ມົ້ງ, ເຫັນກັບຕາ ວິທີການ ຊາວເຜົ່າ ມົ້ງ ສ້າງຊຸດອາພອນພື້ນເມືອງ ແລະ ຊີມບັນດາ ລາຍການອາຫານ ຂອງເຂດຕາເວັນຕົກສ່ຽງເໜືອຄື: ຖັ໋ງໂກ໋ (ແກງຊີ້ນ), ເຫຼົ້າ ສາລີ, ຖົ່ວດຳ…

 

ງານ​ບຸນ​ ຂອງ​ ບັນດາ​ເຜົ່າ ​ຢູ່ ຊາ​ປາ ​ແມ່ນ​ມີ​ຄວາມເປັນເອກະລັກ​ສະ​ເພາະ ແລະ ເຂັ້ມຂົ້ນໄປດ້ວຍປັດໄຈແຫ່ງຄວາມເຊື່ອຖືບູຮານ. ງານບຸນ ມັກຈັດຂຶ້ນ ໃນຕົ້ນລະດູບານໃໝ່ ແລະ ສ່ວນໃຫຍ່ແມ່ນ ໃນຂອບເຂດໝູ່ບ້ານ. ແຕ່ວ່າ ຢູ່ ເມື່ອງຮວາ ງານບຸນ ຈະຈັດຂຶ້ນ ຢ່າງກວ້າງຂວາງທົ່ວເຂດ. 

ການສະແດງຟ້ອນພື້ນເມືອງ ຂອງຊາວເຜົ່າ ມົ້ງ ໃນງານບຸນ ເກົ່າຕ່າວ ຢູ່ ຊາປາ. ພາບ: ຟ້າມບັ່ງ

ຊົນເຜົ່າ ມົ້ງມີງານບຸນ ນ່າວຊົ່ງ (ສາບານຕົວໃນຕົ້ນປີ) ຖືກຈັດຂຶ້ນ ໃນ ເດືອນ ມັງກອນ ໃນເຂດປ່າຫວງຫ້າມ ຂອງໝູ່ບ້ານ ຫຼື ງານບຸນ ຍັ້ນຊົ່ງ ຂອງຊົນເຜົ່າ ຢ້າວ ຖືກຈັດຂຶ້ນໃນເດືອນ ມັງກອນ ດ້ວຍລວບ ລວມ ບັນດາຮູບການສິລະປະພື້ນເມືອງຕ່າງໆ ເຊ່ັນ: ສິລະປະ ຟ້ອນເຕັ້ນ ສະຫຼັບກັບ ສິລະປະດົນຕີ, ສິລະປະການໃຊ້ຄຳສັບ ເລົ່າເລື່ອງລາວ ກ່ຽວກັບ ເຊື້ອສາຍ ບ່ານ, ຈ້ຽວ, ດັ້ງ... ເລົ່າເລື່ອງ ກ່ຽວກັບຄຸນງາມຄວາມດີ ຂອງ ບັນພະບຸລຸດ, ເລື່ອງລາວ ກ່ຽວກັບ ເທບພະເຈົ້າ ໃນໂລກ ແຫ່ງເທດວະດາຟ້າແຖນ ຂອງຊົນເຜົ່າ ຢ້າວ. 

ໃນຈຳນວນງານບຸນ ຂອງ ບັນດາຊົນເຜົ່າຢູ່ ຊາປາ, ງານບຸນ ຢ໋ອງບອກ ຂອງ ຊົນເຜົ່າ ໄຢ໋ ແມ່ນມີຂະໜາດໃຫຍ່, ດຶງດູດ ຊາວເຜົ່າ ໄຢ໋, ມົ້ງ, ຢາວ ຢູ່ຮ່ອມພູ ເມື່ອງຮວາ ມາເຂົ້າຮ່ວມ ເປັນຈຳນວນຫຼາຍພັນຄົນ. ຊາວເຜົ່າ ຊາຟໍ໋ ຢູ່ ເນີ້ມຊາງ ຈັດງານບຸນ ກວາດບ້ານ ໃນວັນທີ 2 ເດືອນ ກຸມພາ ຕາມຈັນທະປະຕິທິນ ໂດຍມີຫຼາຍພິທີກຳ ເພື່ອຂັບໄລ່ສິ່ງຊົ່ວຮ້າຍ, ຂໍຄວາມ ຢູ່ເຢັນເປັນສຸກ. ປັດຈຸບັນ, ຂະໜາດ ງານບຸນປະເພນີ ຂອງ ບັນດາຊົນເຜົ່າ ໄດ້ເປີດກວ້າງຍິ່ງຂຶ້ນ ເພື່ອແນໃສ່ດຶງດູດ ນັກທ່ອງທ່ຽວ ຫຼາຍກວ່າເກົ່າ.

ງານແຕ່ງດອງຂອງຊາວເຜົ່າ ຢ້າວແດງຢູ່ ຊາປາ. ພາບ: ຮວ່າງຮ່າ/VNP

ບັນດາເລື່ອງລາວ ທີ່ໜ້າສົນໃຈ ກ່ຽວກັບຊີວິດ ວັດທະນະທຳ ຂອງ ບັນດາເຜົ່າ ຢູ່ ຊາປາ ເບິ່ງຄືວ່າ ຈະເລົ່າສູ່ກັນຟັງ ຕະຫຼອດໄປ, ຍ້ອນຢູ່ທີ່ນັ້ນ ບັນດາ ຄຸນຄ່າວັດທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ຍັງຄົງໄດ້ຮັບການຮັກສາ ແລະ ເຜີຍແຜ່ຮຸ່ນສູ່ຮຸ່ນ ໃນໝູ່ປະຊາ. ທັງໝົດຍັງລໍຖ້ານັກທ່ອງທ່ຽວ ໃຫ້ມາຄົ້ນພົບ, ເພາະວ່າໃນແຕ່ລະມື້, ແຕ່ລະລະດູການ ຊາປາ ຈະແມ່ນ “ບົດດົນຕີ ປະສານສຽງ” ໃໝ່ ທີ່ມີຫຼາຍສຽງ ແລະ ອັນດັບການຊັກຊວນ ທີ່ແຕກຕ່າງກັນ.

  • ບົດ: ທົງທ້ຽນ - ພາບ: ຫງວຽນຖັ໋ງ, ຮວ່າງຮ່າ, ຟ້າມບັ່ງ ແລະ ເອກະສານຂອງ Sun World Fansipan Legend - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ

Top