ຈິດວິນຍານ ແຫ່ງວິລະກໍາ ດົງອາ ໃນງານບຸນ ກອງເຮືອ ຢູ່ແມ່ນ້ຳ ລຸກເດົ່າ

ຈິດວິນຍານ ແຫ່ງວິລະກໍາ ດົງອາ ໃນງານບຸນ ກອງເຮືອ ຢູ່ແມ່ນ້ຳ ລຸກເດົ່າ

ທຸກໆ ປີ, ເມື່ອເຖິງລະດູໃບໄມ້ຫຼົ່ນ, ແມ່ນ້ຳ ລຸກເດົ່າ ປະຫວັດສາດ, ຢູ່ ຕໍ່ໜ້າວິຫານ ກ໋ຽບບາກ (ຕາແສງ ເຈິ່ນຮຶງດ້າວ, ນະຄອນ ຮ່າຍ ຟ່ອງ) ຈະຄຶກຄື້ນໄປດ້ວຍສຽງກອງຮົບ ດັງສະໜັ່ນຫວັ່ນໄຫວ ແລະ ທຸງທິວ ປິວສະບັດ ທົ່ວທ້ອງຟ້າ. ນີ້ແມ່ນຊ່ວງເວລາຈັດງານບຸນ ກອງເຮືອ ຢູ່ແມ່ນ້ຳ ລຸກເດົ່າ, ເຊິ່ງເປັນຈຸດເດັ່ນສະຫງ່າ ແລະ ຍິ່ງ ໃຫຍ່ ພາຍໃຕ້ຂອບເຂດ ຂອງ ງານບຸນ ລະດູໃບໄມ້ຫຼົ່ນ ໂກນເຊີນ-ກ໋ຽບບາກ ປີ 2025. ເຫດການດັ່ງກ່າວ ໄດ້ຫວນຄືນເຖິງ ບັນຍາກາດ ແລະ ວິລະກໍາ ທ່ີອົງອາດກ້າຫານ ຂອງ ກອງທັບ ແລະ ປະຊາຊົນ ລາຊະວົງ ເຈິ່ນ (1225 - 1400) ໃນພາລະກິດ ປົກປັກຮັກສາປະເທດຊາດ, ງານບຸນໄດ້ດຶງດູດມວນຊົນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼາຍ ມາທ່ຽວຊົມ ແລະ ສະແດງຄວາມເຄົາລົບ ຕໍ່ ພະເຈົ້າ ເຈິ່ນ. 

ຂະບວນແຫ່ເຮືອເຕົ້າໂຮມກອງທັບຢ່າງເຄັ່ງຂຶມ ເທິງແມ່ນ້ຳ ລຸກເດົ່າ. ພາບ: ຫວຽດເກື່ອງ/VNP
ເຮືອຖືກຕົກແຕ່ງດ້ວຍທຸງ, ດອກໄມ້ ແລະ ສັນຍາລັກ ຕາມຮີດຄອງ ປະເພນີ, ແຫ່ໄປຕາມລະບຽບພິທີ. ພາບ: ຫວຽດເກື່ອງ/VNP
ຫວນຄືນ ວິລະກຳ ດົງອາ ໃນງານບຸນກອງເຮືອ ເທິງແມ່ນ້ຳ ລຸກ ເດົ່າ. ພາບ: ຫວຽດເກື່ອງ/VNP

 

ງານບຸນກອງເຮືອ ເທິງແມ່ນ້ຳ ລຸກເດົ່າ ບໍ່ພຽງແຕ່ເປັນພິທີບູຊາ ທຳ ມະດາ ເທົ່ານັ້ນ, ແຕ່ມັນຍັງເປັນການສະແດງລະຄອນທາງປະ ຫວັດສາດ ທີ່ໄດ້ກະກຽມຢ່າງພິຖີພິຖັນ ດ້ວຍຈຸດປະສົງສົ່ງເສີມ ຈິດ ໃຈຮັກຊາດ ແລະ ສຶກສາອົບຮົມ ກ່ຽວກັບເອກະລັກ ວັດທະນະທຳ ແຫ່ງຊາດ. ນີ້ແມ່ນພິທີສຳຄັນ ແລະ ເປັນເອກະລັກສະເພາະ ທີ່ສຸດ ໃນລະບົບກິດຈະກຳລະນຶກເຖິງ ຮຶງດ້າວດ້າຍ ເວືອງເຈິ່ນກວັກ ຕວ໋ນ ທີ່ວິຫານ ກ໋ຽບບາກ. ຮຶງດ້າວດ້າຍເວືອງເຈິ່ນກວັກ ຕວ໋ນ ແມ່ນ​ນັກ​ການ​ເມືອງ, ນັກ​ການ​ທະ​ຫານ, ສະ​ມາ​ຊິກ​ວົງ​ຕະ​ກຸນ ໃນ​ສະ​ໄໝ​ລາດ​ຊະ​ວົງ ເຈິ່ນ. ພາຍຫຼັງ​ການ​ເສຍ​ຊີວິດ​ຂອງ​ເພິ່ນ, ຊາວອ​ຫວຽດນາມ ​ໄດ້​ໃຫ້​ກຽດ​ແກ່​ທ່ານ​ແມ່ນ ດຶກ​ແທ໋ງ ເຈິ່ນ (ພະເຈົ້າ ເຈິ່ນ).

ພິທີນີ້ແມ່ນພາບຈໍາລອງ ທ່ີສະທ້ອນເຖິງວິລະກໍາ ແລະ ການເຕົ້າ ໂຮມກອງທັບ ແລະ ການສວນສະໜາມ ທີ່ອົງອາດກ້າຫານ ຂອງ ກອງທັບ ລາຊະວົງ ເຈິ່ນ ໃນສະໄໝກ່ອນ ເຊິ່ງສະແດງອອກເຖິງ ຄວາມເຂັ້ມແຂງ ແລະ ເຈດຈຳນົງ ທີ່ບໍ່ຍອມຈຳນົນ ຂອງ “ຄວາມ ສະຫງ່າອົງອາດ”. ຂອບເຂດ ຂອງ ງານໃນປີນີ້ ຍັງສືບຕໍ່ ໄດ້ຮັບ ການເອົາໃຈໃສ່ ໂດຍມີຜູ້ເຂົ້າຮ່ວມປະມານ 5.000 ຄົນ, ລວມມີ ປະຊາຊົນ ທ້ອງຖິ່ນ, ປະຊາຊົນ ເຂດແມ່ນ້ຳ ເວິນຢາງ, ດົງຈ່ຽວ (ແຂວງ ກວ່າງນິງ) ແລະ ກ໋ຽນອານ (ແຂວງ ຫາຍຟ່ອງ) ພ້ອມ ດ້ວຍກຸ່ມສິລະປິນ ມືອາຊີບ.

 

ຢູ່ແຄມຝັ່ງ, ບັນດາການສະແດງໄດ້ສະແດງໃຫ້ເຫັນ ເຖິງ ບັນຍາກາດຂອງວັນເຕົ້າໂຮມກອງທັບ ແລະ ວັນອອກສູ່ ສະໜາມຮົບ. ພາບ: ຫວຽດເກື່ອງ/VNP
ຮູບພາບ ຂອງ ຮຶງດ້າວເວືອງ ເຈິ່ນກວັກຕວ໋ນ ຖືກສະແດງຄືນ ໃນພິທີການອອກທັບ. ພາບ: ຫວຽດເກື່ອງ/VNP

ການສະແດງ ທັງໝົດ ແມ່ນຢູ່ເທິງແມ່ນ້ຳ ໄດ້ແບ່ງອອກ ເປັນສາມ ພາກສ່ວນ ທີ່ຕິດພັນກັບສາມຫົວຂໍ້ຫຼັກ ເຊິ່ງແຕ່ລະຫົວຂໍ້ ລ້ວນແຕ່ ໄດ້ສະແດງອອກ ດ້ວຍກິດຈະກຳ ຢູ່ແຄມຝັ່ງ ແລະ ໃນນ້ຳ. ພາກທີ 1 ມີຫົວຂໍ້: “ຄວາມສະຫງ່າອົງອາດ ດົງອາ” ຟື້ນຊີບຄືນໃໝ່ ບັນຍາ ກາດ ການກະກຽມຕໍ່ສູ້, ສະແດງກຳລັງ ທີ່ເຂັ້ມແຂງ ຂອງ ກອງທັບ ແລະ ປະຊາຊົນ ລາຊະວົງ ເຈິ່ນ. ໃນແມ່ນ້ຳ, ຂະບວນເຮືອ ຈະຖືກ ປະດັບປະດາ ໄປດ້ວຍສີສັນ ໂດຍຜູ້ເຂົ້າຮ່ວມ ຈະແຕ່ງກາຍ ເປັນ ທະຫານເຮືອ ຂອງ ລາຊະວົງ ເຈິ່ນ, ລ່ອງໄປຕາມກະແສນໍ້າ. ຢູ່ ແຄມຝັ່ງ, ທີມເຊີດ ສິງໂຕ, ເຊີດມັງກອນ ແລະ ໂດຍສະເພາະ ແມ່ນການສະແດງ ມວຍ ພື້ນເມືອງ ໂດຍນັກຮຽນມວຍ ເຊິ່ງເປັນ ການເຕືອນ ເຖິງຈິດໃຈ ການຝຶກຝົນຫຼໍ່ຫຼອມ, ພ້ອມແລ້ວທີ່ ຈະຕໍ່ສູ້ ປົກປ້ອງ ປະເທດຊາດ.  

ພາກທີ 2 ໃນຫົວຂໍ້: “ບັນຍາກາດສະຫງ່າອົງອາດ ແມ່ນໍ້າລຸກເດົ່າ”. ຫົວຂໍ້ນີ້ເຕືອນເຖິງ ບັນດາບັ້ນຮົບທາງນ້ຳ ທີ່ມີຊື່ສຽງໂດ່ງດັງ ຢູ່ແມ່ ນ້ຳ ລຸກເດົ່າ ແລະ ໄຊຊະນະອັນຍິ່ງໃຫຍ່ ໃນການຕໍ່ສູ້ຕ້ານກອງ ທັບ ງວຽນ-ມົງ. ການຕັດກັນ ຂອງ ກອງເຮືອ ໃນບໍລິເວນແມ່ນ້ຳ ທີ່ ຢູ່ ໃຈກາງຜາມພິທີ, ສົມທົບກັບສຽງກອງບຸນ ທີ່ຮີບຮ້ອນ ສ້າງບັນ ຍາກາດທີ່ເຄັ່ງຕຶງ ແຕ່ເຕັມໄປດ້ວຍພະລັງຈິດໃຈ ໃນສະໜາມຮົບ.

 

ການແຫ່ທຸງຢ່າງສະຫງ່າງາມ ໃນວັນເຕົ້າໂຮມກອງທັບ. ພາບ: ຫວຽດເກື່ອງ/VNP
ຂະບວນເຮືອທີ່ສະຫງ່າງາມ ແລະ ອົງອາດ ເທິງແມ່ນ້ຳ ລຸກເດົ່າ. ພາບ: ຫວຽດເກື່ອງ/VNP
ປະຊາຊົນ ສົ່ງສຽງກຶກກ້ອງ ຕາມຈັງຫວະກອງ, ຫວນຄືນ ບັນຍາ ກາດ ການອອກສູ່ສະໜາມຮົບ. ພາບ: ຫວຽດເກື່ອງ/VNP

 

ພາກທີ 3 ມີຫົວຂໍ້: “ບົດເພງແຫ່ງໄຊຊະນະ” ມີຄວາມໝາຍຍົກ ຍ້ອງ ຄຸນງາມຄວາມດີ ອັນໃຫຍ່ຫຼວງ ຂອງ ຮຶງດ້າວດ້າຍເວືອງ ເຈິ່ນກວັກຕວ໋ນ-ຜູ້ທີ່ໄດ້ຮັບການຍົກຍ້ອງ ໃຫ້ເປັນ ຜູ້ກໍ່ຕັ້ງ ກອງ ທັບເຮືອ ຫວຽດນາມ. ການສະແດງໄດ້ສິ້ນສຸດລົງ ທ່າມກາງບັນ ຍາກາດ ທີ່ເບີກບານມ່ວນຊື່ນ ໃນວັນໄຊຊະນະ ອັນຍິ່ງໃຫຍ່ເຊິ່ງ ໄດ້ປຸກໃຫ້ຜົນງານອັນສະຫງ່າງາມ ກັບມາມີຊີວິດຊີວາຄືນໃໝ່, ເປັນການກະຕຸກຊຸກຍູ້ ຈິດໃຈປົກປັກຮັກສາ ແລະ ສ້າງສາປະເທດ ຊາດ ໃນໄລຍະໃໝ່.  

ເພື່ອຮັບປະກັນຄວາມເຄັ່ງຂຶມ ແລະ ຄວາມຖືກຕ້ອງ ທາງປະຫວັດ ສາດ, ວຽກງານກະກຽມງານບຸນ ໄດ້ຮັບການລົງທຶນຢ່າງລະອຽດຖີ່ ຖ້ວນ. ນັບແຕ່ປີ 2006, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ ໄດ້ຊີ້ນຳ ການຟື້ນຟູ ພິທີນີ້ ໃນຂອບເຂດໃຫຍ່ ໂດຍໝູນໃຊ້ ໜັງສືໃບລານບູຮານ ແລະ ເອກະສານ ໃນຂະບວນວິວັດ ແຫ່ງ ການລົງຕົວຈິງ ເພື່ອສ້າງ ບົດລະຄອນ. ເຮືອແຫ່ກວ່າ 50 ລຳ ໄດ້ ຖືກຕົກແຕ່ງ ຢ່າງງົດງາມ ດ້ວຍທຸງ, ດອກໄມ້, ໂຄມໄຟ, ທຸງຊໍ່ ດ້ວຍສອງຂະບວນເຮືອຫຼັກ ທີ່ຖືປ້າຍ “ມັງກອນຂຽວ” ແລະ “ເສືອ ຂາວ”. ນັກຮຽນມວຍ ນິກາຍມວຍ ເຍິດນາມ ລວມ 400 ຄົນ ແລະ ທະຫານກຽດຕິຍົດ 100 ຄົນ ຂອງ ຕາແສງ ເຈິ່ນຮຶງດ້າວ ເຂົ້າຮ່ວມ ການສະແດງມວຍ ແລະ ພິທີການທາງທະຫານ.

 

ເຮືອລ່ອງຜ່ານແທ່ນພິທີ ໃນພິທີການທີ່ເຄັ່ງຂຶມຂອງວັນບຸນ. ພາບ: ຫວຽດເກື່ອງ/VNP
ຜູ້ຍິງທີ່ຢູ່ເທິງເຮືອສະແດງຄວາມດີໃຈຍ້ອນໄຊຊະນະຢ່າງສຸພາບອ່ອນໂຍນ. ພາບ: ຫວຽດເກື່ອງ/VNP
ບັນຍາກາດທີ່ເບີກບານມ່ວນຊື່ນ ເມື່ອຂະບວນເຮືອເຂົ້າທຽບທ່າ ໃນວັນເຕົ້າໂຮມກອງທັບ. ພາບ: ຫວຽດເກື່ອງ/VNP

 

ຢືນຢູ່ແຄມຄູກັນນໍ້າ ເບິ່ງການສະແດງ, ປະຊາຊົນ ແລະ ນັກທ່ອງ ທ່ຽວ ຈຳນວນຫຼາຍ ລ້ວນແຕ່ສະແດງຄວາມຕື້ນຕັນໃຈ. ບັນດານັກ ຮົບເກົ່າ ທີ່ເຂົ້າຮ່ວມງານບຸນ ໄດ້ກ່າວວ່າ ເມື່ອເບິ່ງພາບ ການກວດ ພົນ ສວນສະໜາມ ແລະ ການຝຶກແອບສິລະປະການຕໍ່ສູ້ໄດ້ຮັບ ການສະແດງຄືນໃໝ່, ພວກເຂົາຄືໄດ້ເຫັນຮູບພາບ ທີ່ອົງອາດກ້າຫານ ຂອງ ກອງທັບ ແລະ ປະຊາຊົນລາຊະວົງ ເຈິ່ນ ອີກຄັ້ງໜຶ່ງ ເຊິ່ງເປັນການເພີ່ມໄຟ ແຫ່ງຄວາມກະຕືລືລົ້ນ ໃຫ້ແກ່ ພາລະກິດ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ.
ຂະບວນເຮືອທີ່ສະຫງ່າງາມ ແລະ ອົງອາດ ເທິງແມ່ນ້ຳ ລຸກເດົ່າ. ພາບ: ຫວຽດເກື່ອງ/VNP
ເຮືອຮົບຖືກຕົກແຕ່ງດ້ວຍທຸງດອກໄມ້ຢ່າງສະຫງ່າງາມ, ໂດດເດັ່ນ. ພາບ: ຫວຽດເກື່ອງ/VNP
ປະຊາຊົນຈູດທູບທຽນ ລະນຶກ, ສະແດງຄວາມຮູ້ບຸນຄຸນ ຕໍ່ວິລະ ບຸລຸດແຫ່ງຊາດ ເຈິ່ນຮຶງດ້າວ. ພາບ: ຫວຽດເກື່ອງ/VNP

ງານບຸນກອງເຮືອ ບໍ່ພຽງແຕ່ເປັນການລະນຶກເຖິງ ອະດີດ ອັນຮຸ່ງ ເຮືອງ ເທົ່ານັ້ນ, ແຕ່ມັນຍັງເປັນການເຕືອນເຖິງ ຈິດໃຈສາມັກຄີ, ບໍ່ຍອມຈຳນົນ ແລະ ຄວາມຄິດສ້າງສັນ ໃນຍຸດທະສາດ ການທະ ຫານ ພາຍໃຕ້ການນຳພາ ອັນສະຫຼາດສ່ອງໃສ ຂອງ ເຈິ່ນຮຶງດ້າວ. ງານບຸນ ໄດ້ປະກອບສ່ວນ ຢືນຢັນເຖິງ ຄວາມສຳຄັນ ຂອງວັດທະ ນະທຳ ມີມາແຕ່ບູຮານນະການ ໃນການສ້າງຕັ້ງສະຕິ ປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ຜ່ານໄລຍະຕ່າງໆ.

“ວິລະກໍາ ດົງອາ” ແມ່ນສັນຍາລັກ ຂອງ ຈິດໃຈຕໍ່ສູ້ ທີ່ອົງອາດກ້າ ຫານ, ບໍ່ຍອມຈຳນົນ ຂອງຊາດ ໃນສະໄໝລາຊະວົງ ເຈິ່ນ (1225-1400) ໃນການຕໍ່ສູ້ ຕ້ານກອງທັບ ງວຽນ-ມົງ ເຖິງສາມຄັ້ງ.

ບົດ ແລະ ພາບໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ


Top