ງານວາງສະແດງລະດູໃບໄມ້ຫຼົ່ນຄັ້ງທີ 1 - 2025: ຂົວຕໍ່ການຄ້າ, ເປີດໂອກາດການຮ່ວມມື
ຈາກບັນດາເຄື່ອງໝາຍການຄ້າສາກົນ ຈົນເຖິງບັນດາວິສາຫະກິດ ຫວຽດນາມ, ງານວາງສະແດງລະດູໃບໄມ້ຫຼົ່ນຄັ້ງທີ 1 - 2025 ພວມກາຍເປັນຈຸດນັດພົບທາງດ້ານເສດຖະກິດ-ວັດທະນະທຳ ທີ່ສຳຄັນໃນພາກພື້ນ. ບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງ ຜະລິດຕະພັນເທົ່ານັ້ນ, ງານວາງສະແດງຍັງເປີດໂອກາດເຊື່ອມຕໍ່, ເປັນບ່ອນທີ່ແນວຄິດ, ເຕັກໂນໂລຊີ ແລະ ຄຸນຄ່າດັ້ງເດີມ ໄດ້ແຜ່ຂະຫຍາຍອອກໄປ, ສ້າງເປັນພາບແຫ່ງການເຊື່ອມໂຍງ ອັນຟົດຟື້ນຂອງ ຫວຽດນາມ ບົນແຜນທີ່ການຄ້າສາກົນ.
ຈັດຂຶ້ນທີ່ສູນວາງສະແດງ ຫວຽດນາມ (ຕາແສງ ດົງແອງ, ຮ່າໂນ້ຍ), ງານວາງສະແດງລະດູໃບໄມ້ຫຼົ່ນຄັ້ ງທີ 1 - 2025 ພວມກາຍເປັນ ຈຸດນັດພົບທີ່ຄຶກຄື້ນຂອງຜູ້ມາຢ້ຽມຢາມທັງພາຍໃນ ແລະ ຕ່າງປະເທດເປັນພັນໆ ຄົນໃນແຕ່ລະວັນ. ໂດດເດັ່ນໃນພື້ນທີ່ ວາງສະແດງ ແມ່ນເຂດຫ້ອງວາງສະແດງສາກົນ ທີ່ມີວິສາຫະກິດ ກວ່າ 100 ແຫ່ງ ມາຈາກບັນດາປະເທດ ASEAN, ສປ ຈີນ, ອົດສະຕຣາລີ, ຝຣັ່ງ..., ເຊິ່ງໄດ້ນຳມາຜະລິດຕະພັນ, ເຕັກໂນໂລຊີ ແລະ ໂອກາດການຮ່ວມມືໃໝ່.
ທ່ານ Michael Grace, ຜູ້ອຳນວຍການບໍລິຫານຂອງ Pedders Suspensions & Brakes (ອົດສະຕຣາລີ) ໄດ້ແບ່ງປັນວ່າ: “ໃນຖານະທີ່ເປັນວິສາຫະກິດ ທີ່ມີການເຄື່ອນໄຫວ ກວ່າ 75 ປີ ຢູ່ ອົດສະຕຣາລີ, ພວກຂ້າພະເຈົ້າປາດຖະໜາ ທີ່ຈະ ຂະຫຍາຍ ຕະຫຼາດຢູ່ ຫວຽດນາມ. ຂ້າພະເຈົ້າ ປະທັບໃຈແທ້ໆ ຕໍ່ຄວາມສົນໃຈ ຂອງແຂກ ຜູ້ມາຢ້ຽມຢາມ ຕໍ່ບັນດາຜະລິດຕະພັນ ລະບົບຮອງຮັບ (Suspension system) ແລະ ເບກປະສິດທິພາບສູງຂອງບໍລິສັດ. ໂອກາດຢູ່ຕະຫຼາດຫວຽດນາມແມ່ນໃຫຍ່ຫຼວງຫຼາຍ”.
ຈາກປະເທດ ຝຣັ່ງ, ບໍລິສັດ Bretinov, ທີ່ສ້າງຕັ້ງຂຶ້ນໃນປີ 2013, ໄດ້ນຳມາຕ່ອງໂສ້ຜະລິດອາຫານທີ່ໝູນໃຊ້ ເຕັກໂນໂລຊີທີ່ທັນສະໄໝ. ໃນປີ 2024, ວິສາຫະກິດນີ້ໄດ້ເປີດໂຮງງານມ້ວນແໜມອັດຕະໂນມັດ ແຫ່ງທຳອິດຂອງໂລກ, ເຊິ່ງໄດ້ປະສົມປະສານລະຫວ່າງເຕັກນິກຂອງ ຝຣັ່ງ ແລະ ສິລະປະອາຫານການກິນອັນດີງາມຂອງ ຫວຽດນາມ.
ທ່ານ Laurent Aufret, ຜູ້ອຳນວຍການຝ່າຍທຸລະກິດຂອງ Bretinov, ໄດ້ຕີລາຄາສູງຕໍ່ວຽກງານການຈັດຕັ້ງງານວາງສະແດງ: “ຜ່ານສະຖານທູດ ຫວຽດນາມ ປະຈຳຝຣັ່ງ ແລະ ກົມສົ່ງເສີມການຄ້າ ຫວຽດນາມ, ພວກຂ້າພະເຈົ້າໄດ້ຮັບການສະໜັບສະໜູນຢ່າງເຕັມໃຈ ໃນໄລຍະການເຂົ້າຮ່ວມ. ຢູ່ທີ່ນີ້, ພວກຂ້າພະເຈົ້າ ໄດ້ເຊື່ອມຕໍ່ກັບຫຼາຍວິສາຫະກິດ ຫວຽດນາມ ເພື່ອຊອກຫາ ໂອກາດການຮ່ວມມື. ອາດເວົ້າໄດ້ວ່າ, ເປົ້າໝາຍໃນການເຂົ້າຮ່ວມງານວາງສະແດງ ຂອງພວກຂ້າພະເຈົ້າແມ່ນໄດ້ບັນລຸຜົນສຳເລັດເປັນຢ່າງດີ”.
ຈາກປະເທດ ສປ ຈີນ, ຕົວແທນບໍລິສັດຂົນສົ່ງສິນຄ້າ (Logistics) ຢຽນ ຊິງ, ທ່ານນາງ ຈາງ ລູ່ ອີ (Zhang Ruyi) ໄດ້ໃຫ້ຮູ້ວ່າ: “ງານວາງສະແດງຊ່ວຍໃຫ້ຂ້າພະເຈົ້າ ເຂົ້າໃຈວັດທະນະທຳ ແລະ ເສດຖະກິດຂອງຫວຽດນາມໄດ້ດີຂຶ້ນ, ພ້ອມທັງສ້າງໂອກາດ ເຊື່ອມຕໍ່ກັບຫຼາຍວິສາຫະກິດທີ່ມີທ່າແຮງ. ຖ້າໃຊ້ພຽງສອງສາມຄຳ ເພື່ອອະທິບາຍຄວາມຮູ້ສຶກຂອງຂ້າພະເຈົ້າຢູ່ທີ່ນີ້, ນັ້ນກໍຄື: ຄວາມເປັນສາກົນ, ຄວາມເປັນມິດ ແລະ ການພົວພັນການຄ້າ”.
ໃນແງ່ຂອງການເຊື່ອມຕໍ່ວິສາຫະກິດ, ທ່ານ Dionathan Santos, ປະທານບໍລິຫານຫ້ອງການ ຫວຽດນາມ, ສະພາການຄ້າ ແລະ ອຸດສາຫະກຳ ບຣາຊິນ - ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ ງານວາງສະແດງແມ່ນໂອກາດອັນລ້ຳຄ່າ ເພື່ອການຊອກຮູ້ຕະຫຼາດ ແລະ ທ່າອ່ຽງການບໍລິໂພກຢູ່ ຫວຽດນາມ.
ທ່ານກ່າວເນັ້ນວ່າ: “ພວກຂ້າພະເຈົ້າສັງເກດເຫັນເຖິງ ທ່າແຮງ ອັນໃຫຍ່ຫຼວງ ໃນສາຍພົວພັນການຄ້າ ລະຫວ່າງຫວຽດນາມ ແລະ ບຣາຊິນ. ສະພາການຄ້າ ແລະ ອຸດສາຫະກຳ ບຣາຊິນ - ຫວຽດນາມ ໄດ້ສ້າງຕັ້ງຂຶ້ນ ເພື່ອແນໃສ່ເຊື່ອມຕໍ່ ແລະ ຊຸກຍູ້ ການຮ່ວມມື ດ້ານເສດຖະກິດສອງຝ່າຍ”.
ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບຂອງວິສາຫະກິດສາກົນເທົ່ານັ້ນ, ງານວາງສະແດງຍັງເປັນໂອກາດໃຫ້ຜະລິດຕະພັນ ຫວຽດນາມ ໄດ້ກ້າວອອກສູ່ໂລກ. ຊ່າງຫັດຖະກຳເຄື່ອງປັ້ນດິນເຜົາ ຫງວຽນວັນ ຈ໋ຽນ ຈາກໝູ່ບ້ານຫັດຖະກຳ ບາດຈ່າງ ໄດ້ນຳມາ ຜະລິດຕະພັນ ເຄື່ອງປັ້ນດິນເຜົາທີ່ ເຮັດດ້ວຍມື ຢ່າງປານີດ ຫຼາຍຢ່າງ ເຊິ່ງສະແດງໃຫ້ເຫັນເຖິງເອກະລັກວັດທະນະທຳຂອງ ຫວຽດນາມ. ທ່ານໃຫ້ຮູ້ວ່າ: “ງານວາງສະແດງຊ່ວຍໃຫ້ວິສາຫະກິດ ບາດຈ່າງ ໄດ້ພົບກັບ ຜູ້ນຳເຂົ້າ, ໄດ້ຮັບຮູ້ທ່າອ່ຽງການບໍລິໂພກຂອງຕະຫຼາດໃໝ່. ດ້ວຍຄຸນນະພາບ ແລະ ຈິດໃຈບຸກເບີກສ້າງສັນ, ເຄື່ອງປັ້ນດິນເຜົາ ບາດຈ່າງ ສາມາດເອົາຊະນະ ຕະຫຼາດທີ່ມີລົດນິຍົມສູງເຊັ່ນ: ເອີຣົບ ຫຼື ຍີ່ປຸ່ນ ໄດ້ຢ່າງສົມບູນ.”
ຕາມຄະນະຈັດຕັ້ງ, ຫຼາຍວິສາຫະກິດສາກົນໄດ້ຖື ງານວາງສະແດງ ລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ເປັນໂອກາດສຳຄັນ ເພື່ອເຂົ້າເຖິງ ຕະຫຼາດ ຫວຽດນາມ ແລະ ຂະຫຍາຍການຮ່ວມມື ໃນຂົງເຂດ ການຜະລິດສີຂຽວ, ສິນຄ້າບໍລິໂພກໄວ ແລະ Logistics. ໃນຂະນະ ທີ່ກິດຈະກຳການຄ້າຂາຍຍັງຄຶກຄື້ນ, ເຂດຫ້ອງວາງສະແດງສາກົນ ສືບຕໍ່ເປັນ ຈຸດນັດພົບຂອງບັນດາວິສາຫະກິດຈາກທົ່ວໂລກ.
ສຳລັບພວກເຂົາ, ງານວາງສະແດງລະດູໃບໄມ້ຫຼົ່ນຄັ້ງທີ 1 - 2025 ບໍ່ພຽງແຕ່ເປັນເຫດການທາງດ້ານການຄ້າເທົ່ານັ້ນ ແຕ່ຍັງເປັນປະຕູ ເປີດໂອກາດ ການຮ່ວມມື ໃນໄລຍະຍາວຢູ່ຫວຽດນາມ, ເຊິ່ງເປັນຕະຫຼາດທີ່ມີຄວາມຄຶກຄື້ນ, ມີທ່າແຮງອັນອຸດົມສົມບູນ ແລະ ພ້ອມທີ່ຈະເຊື່ອມໂຍງ.
ບົດ ແລະ ພາບໂດຍ: ຫວຽດເກື່ອງ, ເງິນຮ່າ, ແຄ໋ງລອງ/VNP - ແປໂດຍ: ບິກລຽນ











