ງານມະໂຫລານ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ມາເພື່ອຄວາມຮັກ”
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນໃນເດືອນ ຕຸລາ ແມ່ນຊ່ວງເວລາ ສວຍງາມທີ່ສຸດ ຂອງລະດູໃບໄມ້ຫຼົ່ນ, ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຈັດງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ໃນຫົວຂໍ້ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ-ມາເພື່ອຄວາມຮັກ” ເພື່ອໂຄສະນາ ຄວາມງາມ ແລະ ຄຸນຄ່າ ທີ່ເປັນເອກະລັກສະເພາະ ຂອງ ນະຄອນຫຼວງ ສູ່ນັກທ່ອງທ່ຽວ ທັງພາຍໃນ ແລະ ເພື່ອນມິດສາກົນ.
ລາຍການ “ງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023” ແມ່ນເຫດການຖືກຈັດຂຶ້ນ ເພື່ອປະກອບສ່ວນ ເຂົ້າໃນການເຕີບໂຕ ແລະ ພັດທະນາຮອບດ້ານ ການທ່ອງທ່ຽວ ຂອງ ນະຄອນຫຼວງ ທັງດ້ານຂະໜາດ ແລະ ຄຸນນະພາບ ການບໍລິການ. ຜ່ານນັ້ນເພີ່ມຈຳ ນວນ ແລະ ຄຸນນະພາບ ນັກທ່ອງທ່ຽວ, ແຕ່ຍັງຮັບປະກັນຄວາມຍືນຍົງ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວ ຄຸນນະພາບສູງ, ມີຊື່ສຽງ, ມີຄວາມສາມາດແຂ່ງຂັນສູງ ແຕ່ຍັງຄົງຮັກສາ ລັກສະນະວັດທະນະທຳ ຂອງຊາດ ແລະ ເປັນມິດກັບສິ່ງແວດລ້ອມ.
ງານມະໂຫລານ ລະດູໃບໄມ້ຫຼົ່ນຮ່າໂນ້ຍ ໄດ້ນຳສະເໜີເລື່ອງລາວ, ບັນຍາກາດລະດູໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍ ກັບຖະໜົນຫົນທາງທີ່ມີລັກສະນະວັດທະນະທຳ ທີ່ມີພຽງແຕ່ຢູ່ ຮ່າໂນ້ຍ ເທົ່ານັ້ນ, ເຮັດໃຫ້ນັກທ່ອງທ່ຽວ ຢາກມາຄົ້ນຫາ ແລະ ຮັກຍິ່ງຂຶ້ນ ກັບຜືນແຜ່ນດິນແດນ ແຫ່ງອາລະຍະທຳ ນັບພັນປີນີ້ ແຫ່ງນີ້.
ລຽບຕາມຖະໜົນ ດິງຕຽນຮວ່າງ, ເລແຖັກ ແລະ ເຮືອນແປດລ່ຽມ ຖືກຈັດວາງດ້ວຍບັນຍາກາດ “ຄວາມງາມ ຂອງ ລະດູໃບໄມ້ຫຼົ່ນ”, “ຂອງຂວັນ ຈາກລະດູໃບໄມ້ຫຼົ່ນ”, “ສວນແສງສະຫວ່າງ” ຊຶ່ງໄດ້ຈັດເປັນພື້ນທີ່ວາງສະແດງ ແລະ ທິວທັດ ຂະໜາດນ້ອຍ ແນະນຳບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ ໃນລະດູໃບໄມ້ຫຼົ່ນເຊັ່ນ: ຂົວລອງບຽນ, ຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ວັດເສົາດຽວ, ໝູ່ບ້ານປູກດອກໄມ້ ເມລິງ, ໝູ່ບ້ານບູຮານ ເດື່ອງເລີມ... ເພື່ອໃຫ້ນັກທ່ອງທ່ຽວ ໄດ້ມາຢ້ຽມຢາມ, ຊອກຮູ້ຂໍ້ມູນຂ່າວສານທ່ອງທ່ຽວ ແລະ ຖ່າຍຮູບ ເກັບໄວ້ເປັນທີ່ລະນຶກ ພາຍໃນງານ.
ພາຍໃຕ້ຫົວເລື່ອງ “ຄວາມຍອດຍິ່ງ ຂອງ ອາຫານ ຫວຽດ”, ມີຫ້າງຮ້ານກ່ວາ 50 ຮ້ານທີ່ສະແດງຄວາມງາມ ຂອງ ອາຫານ ຮ່າໂນ້ຍ ພ້ອມບັນດາເລື່ອງລາວ ກ່ຽວກັບອາຫານສຳລັບ ຖວາຍກະສັດ ໄດ້ຮັບການສະແດງຄືນໃໝ່ ຜ່ານການສະແດງ ຈາກບັນດາພໍ່ຄົວທີ່ມີຊື່ສຽງ ໃນວົງການພໍ່ຄົວ ຫວຽດນາມ. ເພາະສະນັ້ນ, ຫຼາຍຄົນຍັງໄດ້ສຳຜັດກັບອາຫານແຊບໆ ແບບດັ້ງເດີມ ແລະ ທັນສະໄໝ, ຄົ້ນພົບຄວາມລັບ ໃນການປຸງອາຫານ ແລະ ໄດ້ຊອກຮູ້ກ່ຽວກັບ ເລື່ອງລາວ ທີ່ຢູ່ເບື້ອງຫຼັງ ການປຸງແຕ່ງ ອາຫານ ແຕ່ລະເຍື່ອງ ຢູ່ນະຄອນ ຫຼວງ ແຫ່ງອາລະຍະທຳ ນັບພັນປີ ແຫ່ງນີ້.
ຈຸດພົ້ນເດັ່ນ ຂອງ ງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023 ແມ່ນຂະບວນແຫ່ຕາມທ້ອງຖະໜົນ ມີຈໍານວນຜູ້ເຂົ້າຮ່ວມ1.500 ຄົນ ມາຈາກບັນດາໜ່ວຍສິລະປະ, ສະແດງໃຫ້ເຫັນການແຊກຊຶມຢ່າງມີຊີວິດຊີວາ ລະຫວ່າງປະເພນີ ແລະ ທັນສະໄໝ, ນຳມາເຊິ່ງບັນດາຈຸດວັດທະນະທຳ ສຸດທີ່ລະອຽດອ່ອນ, ຫຼາກຫຼາຍສີສັນຂອງນະຄອນຫຼວງ ຮ່າໂນ້ຍ. ງານມະໂຫລານລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023 ມີ 4 ພາກຄື: ສີສັນລະດູໃບໄມ້ຫຼົ່ນ ທີ່ຮຸ່ງເຮືອງ ແມ່ນການ ສະແດງ ຂອງ ບັນດາວິສາຫະກິດ ຈາກໝູ່ບ້ານອາຊີບ; ບັນດາເມືອງ ໃຫ້ກຽດ ບັນດາໝູ່ບ້ານອາຊີບ ແລະ ວິສາຫະກິດຂອງນະ ຄອນ ຮ່າໂນ້ຍ; ການສະແດງສິລະປະ ຕາມທ້ອງຖະໜົນໄດ້ນຳມາຊຶ່ງແບບລີລາຂະຫຍັນຂັນເຄື່ອນ ຂອງນະຄອນ ຮ່າໂນ້ຍ; ການແຫ່ຂະບວນ ບັນດາຊົນເຜົ່າ ສະແດງໃຫ້ເຫັນຄວາມງາມ ຂອງ ວົງຄະ ນາຍາດຊາວຊົນເຜົ່າສ່ວນນ້ອຍ ທີ່ດຳລົງຊີວິດຢູ່ນະຄອນຫຼວງ.
ທ່ານ ຫງວຽນແອ໋ງເຢືອງ, ຫົວໜ້າສູນສົ່ງເສີມ ການລົງທຶນການຄ້າ ແລະ ການທ່ອງທ່ຽວ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: Carnaval ແມ່ນຈຸດເດັ່ນ ຂອງ ງານມະໂຫລານ ລະດູໃບໄມ້ຫຼົ່ນຮ່າໂນ້ຍ, ໄດ້ຮັບການກະກຽມຢ່າງລະອຽດ ແລະ ພິຖີພິຖັນ, ໄດ້ຮັບຄວາມເຫັນດີເຫັນພ້ອມ ຈາກບັນດາເມືອງ, ອົງການຈັດຕັ້ງ, ໝູ່ຄະນະ ແລະ ບັນ ດາວິສາຫະກິດ ທ່ອງທ່ຽວ. ນີ້ກໍແມ່ນການເຄື່ອນໄຫວ ແນໃສ່ໂຄ ສະນາ ຮູບພາບການທ່ອງທ່ຽວ ຮ່າໂນ້ຍ, ເພື່ອດຶງດູດນັກທ່ອງທ່ຽວ ທີ່ມາຢ້ຽມຢາມນະຄອນຫຼວງ ໃຫ້ນັບມື້ເພີ່ມຂຶ້ນ”.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ