ງານບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ໄທ ຈັດຂຶ້ນຢູ່ວັດ ໂຝມິງ, ນະຄອນ ໂຮ່ຈີມິນ
ທ່າມກາງບັນຍາກາດອັນຄຶກຄື້ນມ່ວນຊື່ນ ຂອງຊຸມມື້ ໃນ ເດືອນເມສາ - ເຊິ່ງແມ່ນຊ່ວງເວລາທີ່ປະຊາຊົນ ກຳປູເຈຍ, ລາວ ແລະ ໄທ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ - ງານບຸນ ດັ່ງກ່າວແມ່ນຖືກຈັດຂຶ້ນໂດຍ ສະຫະພັນບັນດາອົງການຈັດຕັ້ງ ມິດຕະພາບ ນະຄອນ ໂຮ່ຈີມິນ ສົມທົບກັບ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ໄທ, ສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ວັດ ໂຝມິງ.
ນີ້ແມ່ນກິດຈະກຳປະຈຳປີ ເພື່ອແນໃສ່ຊຸກຍູ້ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ຫວຽດນາມ ກັບ ບັນດາປະເທດເພື່ອນບ້ານໃກ້ຄຽງ, ທັງເປັນ ການເພີ່ມທະວີ ການແລກປ່ຽນວັດທະນະທຳ ແລະ ການຮ່ວມມື ໃນຫຼາຍດ້ານ ລະຫວ່າງ ນະຄອນ ໂຮ່ຈີມິນ ກັບ ເພື່ອນມິດສາກົນ ໃນພາກພື້ນ.
ທ່ານ ໂພໄຊ ບຸນມີໄຊ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບຸນປີໃໝ່ ລາວ ແມ່ນງານບຸນ ທີ່ສຳຄັນທີ່ສຸດໃນຮອບປີ, ເຊິ່ງຈັດຂຶ້ນ ໃນຊ່ວງເວລາປ່ຽນຖ່າຍ ຈາກລະດູແລ້ງ ເຂົ້າສູ່ລະດູຝົນ, ມີຄວາມໝາຍ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ນີ້ແມ່ນໂອກາດ ໃຫ້ບັນດາຄອບຄົວໄດ້ມາປຸ້ມລຸມສ້າງສັນກັນ, ປະຕິບັດ ບັນດາຮີດຄອງປະເພນີ ເຊັ່ນ: ຫົດນ້ຳອວຍພອນ, ບາສີສູ່ຂວັນ ຜູກແຂນ ເພື່ອຄວາມເປັນສິລິມຸງຄຸນ, ຫົດນ້ຳພະພຸດທະຮູບ ແລະ ອະທິຖານຂໍພອນໃຫ້ປີໃໝ່ ຢູ່ຢ່າງສະຫງົບ ແລະ ມີຄວາມສຸກ.
ເຂົ້າຮ່ວມງານບຸນມີນັກສຶກສາ ລາວ, ກຳປູເຈຍ ແລະ ໄທ ເປັນຈຳນວນຫຼວງຫຼາຍ ທີ່ພວມສຶກສາ ຢູ່ບັນດາ ມະຫາວິທະຍາໄລ ໃນທົ່ວພື້ນທີ່ນະຄອນ. ບັນຍາກາດ ອັນມ່ວນຊື່ນ ແລະ ສະໜິດສະໜົມຂອງລາຍການ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃຫ້ແກ່ຜູ້ເຂົ້າຮ່ວມ.
ທ້າວ ຫຼຸຍບົວທອງ ອະໂນໂພນ, ອາຍຸ 22 ປີ, ມາຈາກແຂວງ ສະຫວັນນະເຂດ (ລາວ), ນັກສຶກສາຂະແໜງ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ມະຫາວິທະຍາໄລ ວັນລາງ ໄດ້ແບ່ງປັນວ່າ: ການທີ່ໄດ້ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຂອງຊາດຕົນເອງ ຢູ່ນະຄອນ ໂຮ່ຈີມິນ ໄດ້ຊ່ວຍໃຫ້ຜ່ອນຄາຍຄວາມຄິດຮອດ ບ້ານເກີດເມືອງນອນ, ທັງເປັນໂອກາດໃນການເຊື່ອມຕໍ່ ແລະ ແບ່ງປັນກັບເພື່ອນມິດສາກົນ ໃນຂະບວນການຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ.
ຕາມພະມະຫາອາຈານ ທິກທ້ຽນເຕິມ, ຮອງປະທານ ສະພາບໍລິຫານງານ ສູນກາງອົງການພຸດທະສາສະໜາສຳພັນ ຫວຽດນາມ ແລ້ວ, ງານບຸນໄດ້ສະແດງໃຫ້ເຫັນເຖິງ ຄວາມຄ້າຍຄືກັນ ທາງດ້ານວັດທະນະທຳ ແລະ ການດຳລົງຊີວິດ ທາງສາສະໜາ ລະຫວ່າງ ບັນດາປະເທດໃນພາກພື້ນ, ຜ່ານນັ້ນ ກໍ່ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ຄວາມປອງດອງ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນ ຫວຽດນາມ, ກຳປູເຈຍ, ລາວ ແລະ ໄທ ເພື່ອສັນຕິພາບ ແລະ ການພັດທະນາຮ່ວມກັນ.
ໃນໂອກາດນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ກໍ່ໄດ້ຈັດງານມະຫະກຳກິລາ ບຸນປີໃໝ່ປະເພນີ ກຳປູເຈຍ - ລາວ ປີ 2026 ສຳລັບນັກສຶກສາ ແລະ ຊຸມຊົນ ຊາວ ກຳປູເຈຍ, ລາວ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ ຢູ່ນະຄອນ ໂຮ່ຈີມິນ.



















