ຄວາມລຶກລັບ ຂອງ ໝີ໊ເຊີນ
ທ່າມກາງປ່າເຂົາ ຂອງ ເມືອງ ຢຸຍຊວຽນ ແຂວງ ກວາງນາມ ພາກກາງ ຫວຽດນາມ ມີກຸ່ມສະຖາປັດຕະຍະກຳບູຮານ ທີ່ລຶກລັບ ແລະ ເປັນເອກະລັກ ຢ່າງຍິ່ງ, ໄດ້ຮັບການຕີລາຄາທຽບເທົ່າກັບບັນດາວັດວາອາຣາມ ທີ່ມີຊື່ສຽງ ໃນ ອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ອັງກໍວັດ (ກຳປູເຈຍ), ໂບໂຣບູດູ (ອິນໂດເນເຊຍ), ພູກາມ (ມຽນມາ), ວັດພູ (ລາວ), ປາສາດຫີນ ພິມາຍ (ໄທ). ນັ້ນຄືກຸ່ມມໍລະດົກໂລກ ກຸ່ມ ຫໍຜະສາດ ໝີ໊ເຊີນ, ສູນກາງວັດທະນະທຳ, ສາສະໜາ, ຄວາມເຊື່ອ ແລະ ສະ ຖາປັດຕະຍະກຳ ຈຳປາ ບູຮານ ໃຫຍ່ທີ່ສຸດໃນ ຫວຽດນາມ.
ກຸ່ມຫໍຜະສາດ ແຫ່ງນີ້ ມີອາຍຸແຕ່ສະຕະວັດທີ IV ຫາສະຕະວັດທີ XIII ຫຼັງ ຄຣິດສັກກະລາດ, ສ່ວນຫຼາຍແມ່ນສ້າງດ້ວຍດິນຈີ່ເຜົາ ແລະ ເສົາຫີນ, ໄດ້ຮັບອິດທິພົນ ມາຈາກສະຖາປັດຕະຍະກຳຂອງ ອິນເດຍ. ນີ້ຖືວ່າ ເປັນສູນກາງ ຂອງສາສະໜາ ຮິນດູ ໃນພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ສະໄໝບູຮານ.
ໃນປະຫວັດສາດ, ກຸ່ມຫໍຜະສາດ ໝີ໊ເຊີນ ໄດ້ຖືກທຳລາຍຫຼາຍຄັ້ງຈາກສົງຄາມ. ປັດຈຸບັນ, ອີງຕາມຜົນການຄົ້ນຄວ້າ, ນັກວິທະຍາສາດສ່ວນຫຼາຍ ໃຫ້ຄວາມເຫັນວ່າ ຫໍຜະສາດໃຫຍ່ສ່ວນຫຼາຍໃນ ໝີ໊ເຊີນ ຖືກສ້າງໂດຍຊາວເຜົ່າ ຈຳ ເພື່ອບູຊາ ພະສີວະ, ເທບພະເຈົ້າສູງສຸດຂອງສາສະໜາ ຮິນດູ, ສາສະໜາທີ່ແຜ່ຫຼາຍໃນອະນຸທະວີບ ອິນເດຍ ແລະ ບາງສ່ວນຂອງ ອາຊີຕາເວັນອອກສ່ຽງໃຕ້ ໃນຍຸກກາງ. ດັ່ງນັ້ນ, ຜູ້ຄົນຈຶ່ງໄດ້ຄົ້ນພົບຮູບປັ້ນຫີນ ລິງຄະ - ໂຍນີ ຈຳນວນຫຼາຍຢູ່ທີ່ນີ້, ເຊິ່ງເປັນສັນຍາລັກ ຂອງ ພະສີວະ, ຊຶ່ງມັກຈະຖືກບູຊາໃນວັດ ຂອງ ສາສະໜາ ຮິນດູ.
ໂດຍສະເພາະ, ໜຶ່ງໃນສິ່ງທີ່ແປກປະຫຼາດ ແລະ ເຂົ້າໃຈຍາກທີ່ສຸດ ແມ່ນເຕັກນິກການກໍ່ສ້າງຫໍຜະສາດ. ຈົນເຖິງປັດຈຸບັນ, ເຖິງແມ່ນວ່າ ຈະມີສົມມຸດຕິຖານຫຼາຍຢ່າງ ທີ່ໄດ້ຖືກສະເໜີ, ແຕ່ເບິ່ງຄືວ່າ ບໍ່ມີໃຜສາ ມາດອະທິບາຍໄດ້ຢ່າງໜ້າເຊື່ອຖືວ່າ ຄົນບູຮານ ໄດ້ໃຊ້ອຸປະກອນຫຍັງ ແລະ ວິທີການແນວໃດເພື່ອສ້າງຄວາມຕິດແໜ້ນໃຫ້ແກ່ດິນຈີ່ໃນຂະບວນການກໍ່ສ້າງ. ເພາະວ່າ ຕາມການສັງເກດ, ລະຫວ່າງ ຊັ້ນດິນຈີ່ ເບິ່ງຄືວ່າ ບໍ່ມີວັດສະດຸ ເຊື່ອມຕິດໃດໆ ເຊັ່ນ: ປູນ, ຊີມັງ ຫຼື ກາວ ຕາມທີ່ເຫັນກັນທົ່ວໄປ, ແຕ່ດິນຈີ່ ຍັງຄົງຕິດກັນຢ່າງສົມບູນແບບ ຈົນເກືອບບໍ່ມີຊ່ອງຫວ່າງເລີຍ ແລະ ສິ່ງທີ່ເຂົ້າໃຈຍາກນັ້ນ ຈົນເຖິງປັດຈຸບັນ ຍັງຄົງເປັນຄວາມລັບ ທ່ີບໍ່ມີຄຳຕອບ.
ດ້ວຍຄຸນຄ່າ ທາງດ້ານວັດທະນະທຳ, ປະຫວັດສາດ, ສະຖາປັດຕະຍະກຳ ອັນຍິ່ງໃຫ່ຍ..., ໃນປີ 1999 ກຸ່ມຫໍຜະສາດ ໝີ໊ເຊີນ ໄດ້ຮັບການຮັບຮອງຈາກ ອົງການ UNESCO ໃຫ້ເປັນມໍລະດົກວັດທະນະທຳໂລກ. ໃນໄລຍະກວ່າ 25 ປີທີ່ຜ່ານມາ, ຈາກບູຮານສະຖານ ທ່ີເປັນຮອຍເສດເຫຼືອ, ໝີ໊ເຊີນ ໄດ້ປ່ຽນໂສມໜ້າໃໝ່ ກາຍເປັນແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ ຂອງ ແຂວງ ກວາງນາມ ເວົ້າສະເພາະ ແລະ ຢູ່ເທິງເສັ້ນທາງ ມໍລະດົກ ພາກກາງ ເວົ້າລວມ.
- ບົດ: ແທງຮ່ວາ/VNP - ພາບ: ແທງຮ່ວາ ແລະ ເຕິດເຊີນ - ແປໂດຍ: ຢືຟຽນ