ຄວາມພະຍາຍາມ ແກ້ໄຂ ໄພພິບັດດິນເຊາະເຈື່ອນ ຢູ່ເຂດທົ່ງພຽງແມ່ນ້ຳຂອງ

ຄວາມພະຍາຍາມ ແກ້ໄຂ ໄພພິບັດດິນເຊາະເຈື່ອນ ຢູ່ເຂດທົ່ງພຽງແມ່ນ້ຳຂອງ

ສະຖານທີ່ເກີດເຫດດິນເຈື່ອນ ຢູ່ບໍລິເວນ ຄອງເໝືອງ ເກິ່ນໂລ໋ (ບໍລິເວນ ໃກ້ກັບຫໍວິຫານ ຈ່າໂບງ, ຕາແສງ ຍີ້ໝີ໊, ເມືອງ ກາວແຫຼງ, ແຂວງ ດ່ົງທາບ). ພາບ: VNA

ເປັນພື້ນທີ່ຍຸດທະສາດ ມີຄວາມສຳຄັນພິເສດທາງດ້ານການ ເມືອງ, ເສດຖະກິດ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການຕ່າງປະເທດ ແລະ ການພັດທະນາແບບຍືນຍົງ, ແຕ່ ເຂດທົ່ງພຽງແມ່ນ້ຳຂອງ ພວມປະເຊີນໜ້າ ກັບສິ່ງທ້າທາຍຫຼາຍ ຢ່າງຄື: ຜົນກະທົບ ຈາກການປ່ຽນແປງ ຂອງສະພາບດິນຟ້າອາ ກາດ, ລະດັບນ້ຳທະເລຍື່ງຂຶ້ນສູງ; ສະພາບການ​ຊຸດຕົວຕໍ່າລົງ​​ຂອງໜ້າດິນ​; ບັນຫາ​ນ້ຳ​ເຄັມຊຶມ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ສະ ພາບນ້ຳ​ຖ້ວມ​ ໃນ​ເວລາ​ນ້ຳທະເລຍື່ງ ເກີດ​ຂຶ້ນ​ຢູ່​ຫຼາຍ​ຕົວ​ເມືອງ...

ຕາຝັ່ງກັນເຊາະເຈື່ອນ ​ປົກ​ປັກ​ຮັກ​ສາ​ເຂດຊຸມຊົນ ​ຢູ່ ​ປາກ​ແມ່​ນ້ຳ ​ແຂວງ ​ກຽນ​ຢາງ. ພາບ: VNA

ຕາມ​ການລາຍ​ງານ​ ຂອງ ບັນດາ​ທ້ອງ​ຖິ່ນ, ຜົນ​ກະທົບ​ຈາກການ​ປ່ຽນ​ແປງ​ ຂອງ ​ສະພາບດິນ​ຟ້າ​ອາກາດ ​ເຮັດ​ໃຫ້​ລະດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ, ພ້ອມ​ກັບສະພາບ​ຊຸດຕົວຂອງດິນ ​ແລະ ສະພາບ​ດິນ​ຟ້າ​ອາກາດ​ຮຸນ​ແຮງ​ອື່ນໆ ​ໄດ້​ເຮັດ​ໃຫ້​ແຄມ​ແມ່​ນ້ຳ, ຝັ່ງທະ​ເລ ​ຂອງ ບັນດາ​ແຂວງ ທົ່ງພຽງແມ່ນໍ້າຂອງ​ ໄດ້​ເກີດ​ດິນ​ເຊາະເຈື່ອນ ​ນັບ​ມື້​ນັບ​ຮ້າຍ​ແຮງ. ດ້ວຍລະບົບ ແມ່ນ້ຳ, ລຳຄອງທີ່ໜາແໜ້ນ ແລະ ແຄມຝັ່ງທະເລ ກວ່າ 740 ກມ, ນັບແຕ່ປີ 2016 ມາຮອດປັດຈຸ ບັນ ຢູ່ບັນດາແຂວງ, ນະຄອນ ໃນເຂດທົ່ງພຽງແມ່ນ້ຳຂອງ ໄດ້ປະ ກົດມີຈຸດດິນເຊາະເຈື່ອນ ທັງໝົດ 779 ຈຸດ ມີຄວາມຍາວທັງໝົດ 1.134 ກມ, ໃນນັ້ນ ແຄມແມ່ນ້ຳຂອງ ມີ 666 ຈຸດ/744 ກມ; ຝັ່ງ ທະເລມີ 113 ຈຸດ/390 ກມ.

ໃນ​ຊຸມ​ປີ​ມໍ່ໆ ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ໄດ້​ສຸມ​ໃສ່ ​ໃນການ​ຄຸ້ມ​ຄອງແຄມແມ່​ນ້ຳ, ໂກນ​ແມ່​ນ້ຳ, ​ຝັ່ງ​ທະ​ເລ​ຫຼາຍ​ກວ່າ​ເກົ່າ. ດັ່ງນັ້ນ​ ໄດ້ເພີ່ມ​​ການ​ສື່ສານ, ປັບໄໝ ການລະເມີດ; ຈັດ​ຕັ້ງ​ການ​ສຳ​ຫຼວດ, ປະ​ເມີນ​ສະພາບ​ດິນ ເຊາະເຈື່ອນ ຢູ່ຕາມແຄມແມ່ນໍ້າ, ຝັ່ງທະເລ ​ໃນ​ປັດຈຸ​ບັນ, ​ສ້າງ​ແຜນ​ທີ່​ປ້ອງ​ກັນ​ ແລະ ສະກັດກັ້ນສະພາບ​ດິນເຊາະ​ເຈື່ອນ ຢູ່​ຕາມແຄມ​ແມ່ນໍ້າ, ຝັ່ງທະເລ. ພິເສດ, ນັບແຕ່ປີ 2016 ມາຮອດ ປັດຈຸບັນ, ລັດຖະບານ ໄດ້ລົງທຶນ ແລະ ມີແຜນການລົງທຶນ ໃຫ້ບັ ນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ 16.223 ຕື້ດົ່ງ ເພື່ອກໍ່ສ້າງ 218 ໂຄງການ ກັນຕະຝັ່ງເຊາະເຈື່ອນ ມີຄວາມຍາວ 324 ກມ.


ເພື່ອ​ຄວບ​ຄຸມ ​ແລະ ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ ທ່ີເກີດຈາກ ດິນ ເຊາະ​ເຈື່ອນ, ນ້ຳຖ້ວມກະທັນຫັນ, ​ດິນເຊາະເຈື່ອນຢູ່ຕາມແຄມ ແມ່​ນ້ຳ​, ຝັ່ງທະເລ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ ບັນດາ​ທ້ອງ​ຖິ່ນ ຕ້ອງເປັນເຈົ້າການ ​​ຊ່ວຍເຫຼືອ​ຊີວິດ​ການ​ເປັນ​ຢູ່ ​ຂອງບັນ ດາ​ຄອບຄົວ​ ໃນ​ພື້ນທີ່ກຳລັງ​ປະສົບ​ໄພ​ດິນເຊາະ​ເຈື່ອນ; ເຄື່ອນ ຍ້າຍ ປະຊາຊົນ ຢູ່ເຂດທີ່ມີຄວາມສ່ຽງສູງ ທີ່ຈະເກີດດິນເຊາະ ເຈື່ອນ ເພື່ອຫຼີກລ່ຽງການຕົກຢູ່ໃນທ່າຮັບ, ກະທັນຫັນ ເຮັດໃຫ້ ສູນ ເສຍຊີວິດ ຂອງປະຊາຊົນ ເມື່ອສະພາບດິນເຊາະເຈື່ອນ ເກີດ ຂຶ້ນ. ນອກ​ນີ້, ບັນດາ​ທ້ອງ​ຖິ່ນ ​ຍັງ​ສືບ​ຕໍ່​ຮັບ​ມື ​ແລະ ແກ້ໄຂພື້ນທີ່ມີ​ດິນເຊາະ​ເຈື່ອນ ທີີ່ມີຄວາມອັນຕະລາຍພິເສດ ​​ເພື່ອ​ຮັບປະກັນ ​ຄວາມ​ປອດ​ໄພ​ ຂອງ​ປະຊາຊົນ ​ແລະ ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນ.

ພ້ອມ​ກັນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ​ຍັງໄດ້​ຊີ້​ນຳ​ໃຫ້​ບັນດາ​ກະ ຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຕ້ອງ​ຄົ້ນຄວ້າ​ ກ່ຽວ​ກັບ​ສາຍ​ເຫດ​ທີ່​ພາ​ໃຫ້​ເກີດ​ສະພາບ​ການ​ດັ່ງກ່າວ, ຜ່ານ​ນັ້ນ​ສະເໜີອອກ ທັດສະ ນະ, ແນວຄິດຊີ້ນຳ; ຄົ້ນຄວ້າ​ບັນດາ​ວິທີການ​ແກ້​ໄຂ ຢ່າງໝັ້ນຄົງ, ມີແບບແຜນ ແລະ ຍືນຍົງເຊັ່ນ: ສ້າງຄັນຄູກັນນໍ້າທະເລ ກັບ​ຝັ່ງ ທະເລ ທາງທິດ​ຕາ​ເວັນ​ອອກ​ ຢູ່​ບັນດາ​ສະຖານ​ທີ່​ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ (ທັງ​ພັດທະນາ ​ການ​ຄົມມະນາຄົມ, ທັງກັນຄື້ນ, ຕ້ານ​ດິນເຊາະເຈື່ອນ, ກັດເຊາະ, ທັງຮັກສາດິນສັນດອນ ໃນການ ຖົມ ແຄມທະເລ); ສ້າງຄວາມດຸ່ນດ່ຽງ, ຈັດສັນແຫຼ່ງກຳລັງແຮງແຫ່ງ ລັດ ແລະ ມີກົນໄກ, ນະໂຍບາຍ ທີ່ເໝາະສົມ ເພື່ອຫັນເປັນສັງ ຄົມ, ລະດົມ ແຫຼ່ງກຳລັງແຮງ ນອກລັດ, ລົງທຶນ ເຂົ້າໃນ ບັນດາ ກິດຈະກຳ ປ້ອງ ກັນ ແລະ ຕ້ານດິນເຊາະເຈື່ອນ.


ວຽກງານອັນຮີບດ່ວນໃນຕໍ່ໜ້າ ແມ່ນຮັບປະກັນຊີວິດ, ຊັບສິນ ຂອງ ປະຊາຊົນ, ບັນດາໂຄງການແຫ່ງລັດ, ຮັບປະກັນຊີວິດການ ເປັນຢູ່ ຂອງ ປະຊາຊົນ ຕ້ອງ “ຢູ່ຢ່າງກົມກຽວກັບທໍາມະຊາດ”, ຂະຫຍາຍຕົວ ແຕ່ຕ້ອງໝັ້ນຄົງ, ສອດຄ່ອງກັບຈິດໃຈຊີ້ນຳ ຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທີ່ວ່າ “ບໍ່​ເສຍ​ສະ​ລະ​ຄວາມ​ກ້າວ​ໜ້າ ແລະ ຄວາມຍຸ​ຕິ​ທຳ ​ຂອງ​ສັງ​ຄົມ ​ເພື່ອ​​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ພຽງຢ່າງດຽວ”. ນີ້​ແມ່ນ​ບັນຫາ​ຫຍຸ້ງຍາກ ​ແລະ ສັບສົນ, ​ແຕ່ ດ້ວຍຄວາມຕັດສິນໃຈ​ສູງ, ຄວາມ​ມານະ​ພະ ຍາຍາມຢ່າງໃຫຍ່​ຫຼວງ, ປະຕິບັດ ຢ່າງເດັດຂາດ, ມີຈຸດສຸມ, ສຳ ຄັນ, ບັນຫາດັ່ງກ່າວ​ຈະ​ໄດ້ແກ້ໄຂ ໃຫ້ດີຂຶ້ນ​ເທື່ອ​ລະ​ກ້າວ.

ປັດຈຸ​ບັນ, ​ທົ່ວເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ມີຈຸດດິນເຊາະເຈື່ອນ ທັງ ໝົດ 561 ຈຸດ, ​ໃນ​ນັ້ນ, ແຄມ​ແມ່ນ້ຳ ​ມີ 513 ຈຸດ/602 ກມ; ຝັ່ງ ທະເລ ມີ 48 ຈຸດ/208 ກມ. ​ໜ້າສົນໃຈກໍຄືວ່າ ທົ່ວ​ພື້ນ​ທ່ີມີ 63 ​ເຂດ​ດິນເຊາະເຈື່ອນ ​ອັນຕະລາຍ​ເປັນພິເສດ (ແມ່ນໍ້າ 39 ຈຸດ/​118 ກມ, ທະເລ 24 ຈຸດ/86 ກມ), ດ້ວຍຄວາມ​ຍາວ​ ທັງ​ໝົດ 204 ກມ. 

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


Top