ຄວາມດຶງດູດໃໝ່ ຈາກ ທ່ອງທ່ຽວ ຮ່າໂນ້ຍ
ເປີດຄືນການທ່ອງທ່ຽວ ຢ່າງວ່ອງໄວ ຂອງ ຫວຽດນາມ ພາຍ ຫຼັງສາມາດຄວບຄຸມ ການລະບາດໂຄວິດ-19 ຢ່າງສຳເລັດຜົນ, ໄດ້ ນຳມາເຊິ່ງຮູບແບບທ່ອງທ່ຽວໃໝ່ ເຂົ້າສູ່ຕະຫຼາດທ່ອງທ່ຽວ ທີ່ເຕັມ ໄປດ້ວຍ ຄວາມສາມາດບົ່ມຊ້ອນ ຂອງ ຫວຽດນາມ. ນະຄອນ ຫຼວງ ຮ່າໂນ້ຍ ໄດ້ຜັນຂະຫຍາຍຫຼາຍໂຄງການຊຸກຍູ້ການ ທ່ອງ ທ່ຽວ ແລະ ສືບຕໍ່ໄດ້ຮັບການ ຈັດອັນດັບ ແລະ ຕີລາຄາສູງ ຈາກອົງການທ່ອງທ່ຽວ ແລະ ສື່ມວນຊົນສາກົນ ຫຼາຍອົງການ, ເພາະ ສະນັ້ນໄດ້ສ້າງຄວາມດຶງດູດຢ່າງໃຫຍ່ຫຼວງສຳລັບ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ຄວາມແປກໃໝ່ ຈາກ ທົວທ່ອງທ່ຽວ ວັດທະນະທໍາ, ມໍລະດົກ
ຕາມສະຖິຕິ ຫຼ້າສຸດ, ໃນ 8 ເດືອນຕົ້ນປີ 2022, ຈຳນວນ ນັກທ່ອງທ່ຽວມາ ຮ່າໂນ້ຍ ໄດ້ບັນລຸປະມານ 12,38 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,2 ເທົ່າ ເມື່ອທຽບກັບໄລຍະດຽວກັນ ຂອງປີ 2021. ໃນນັ້ນ ນັກທ່ອງທ່ຽວສາກົນ ບັນລຸປະມານ 582.000 ເທື່ອຄົນ, ນັກທ່ອງທ່ຽວພາຍໃນບັນລຸປະມານ 11,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 4 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຍອດລາຍຮັບຈາກ ນັກທ່ອງທ່ຽວ ບັນລຸປະມານ 35,900 ຕື້ດົ່ງ (ປະມານ 1,5 ຕື້ ໂດ ລາສະຫະລັດ), ເພີ່ມຂຶ້ນ 4,4 ເທົ່າ ເມື່ອກັບ ໄລຍະດຽວກັນ ຂອງປີ 2021.
ປັດຈຸບັນ, ຮ່າໂນ້ຍ ມີຮ່ອງຮອຍປະຫວັດສາດ, ມໍລະດົກວັດທະ ນະທຳ, ເກືອບ 6.000 ແຫ່ງ ພ້ອມກັບ ມໍລະດົກ ວັດທະນະທຳ ທີ່ ເປັນນາມມະທຳ ເກືອບ 1.800 ແຫ່ງ. ໃນນັ້ນ, ມີຮ່ອງຮອຍປະ ຫວັດສາດ, ມໍລະດົກ ຫຼາຍແຫ່ງ ທີ່ໄດ້ເຊີດຊູວ່າ ເປັນມໍລະດົກ ໂລກ ຈາກອົງການ UNESCO ເຊ່ັນ: ກຳແພງ ທັງລອງ, ສິລາ ເລກປະລິນຍາເອກ ສະໄໝລາຊະວົງ ເລ-ມາກ ທີ່ ວັນມ໋ຽວ - ກວັກຕື໊ຢ໋າມ, ງານບຸນ ຢ໋ອງ ຢູ່ວິຫານ ຟູ່ດົ໊ງ ແລະ ຫິຫານ ຊ໋ອກ, ການ ຫຼິ້ນ ດຶງເຊືອກ ແລະ ອື່ນໆ ອີກຫຼາຍຢ່າງ...
ດ້ວຍທ່າແຮງນີ້, ເພື່ອຍູ້ແຮງ ຟື້ນຟູ ການທ່ອງທ່ຽວ ພາຍຫຼັງ ໄດ້ ປິດເປັນເວລາດົນນານ ຍ້ອນຜົນກະທົບ ຈາກການແຜ່ລະບາດ ໂຄວິດ-19, ຮ່າໂນ້ຍ ໄດ້ປະຕິບັດ ການປ່ຽນໃໝ່, ຍົກສູງຄຸນນະ ພາບທົວທ່ອງທ່ຽວ, ສາຍທາງທ່ອງທ່ຽວ, ບັນດາສະຖານທີ່ທ່ອງ ທ່ຽວ ອັນດັບໜຶ່ງ ຂອງ ນະຄອນຫຼວງ.
ແຕ່ເດືອນ ພຶດສະພາ 2022, ຮ່າໂນ້ຍ ໄດ້ເລີ່ມຈັດຕັ້ງຄືນໃໝ່ ແລະ ເຮັດໃຫ້ທົວທ່ອງທ່ຽວ ມີສີສັນໃໝ່ຫຼາຍທົວ, ໃນນັ້ນມີ 2 ທົວທ່ອງທ່ຽວຕອນກາງຄືນທີ່ພິເສດຄື: “ຖອດລະຫັດ ກຳແພງ ທັງລອງ”, “ຄືນສັກສິດ - ດໍາລົງຊີວິດຄືດອກໄມ້” ຢູ່ເຂດ ບູຮານ ສະຖານຄຸກ ຫວາລໍ່ ແລະ ທົວທ່ອງທ່ຽວ “ສະຖາປັດຕະຍະກຳ ຝຣັ່ງ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ”...
ມາກັບທົວທ່ອງທ່ຽວ ຕອນກາງຄືນ “ຖອດລະຫັດ ກຳແພງທັງ ລອງ”, ນັກທ່ອງທ່ຽວຈະໄດ້ຄົ້ນພົບບັນດາຄຸນຄ່າອັນພົ້ນເດັ່ນ ມີ ລັກສະນະທົ່ວໂລກ ຂອງມໍລະດົກໂລກ ກຳແພງ ທັງລອງ ກັບ ຊ່ວງໄລຍະປະຫວັດສາດ ແກ່ຍາວຕະຫຼອດ 13 ສະຕະວັດ (ແຕ່ ສະຕະວັດທີ VII – XIX) ແລະ ຜ່ານຫຼາຍສະໄໝລາຊະວົງ ສັກ ດິນາ ທີ່ເປັນຕົວແທນຂອງ ຫວຽດນາມເຊັ່ນ: ຫຼີ໋, ເຈິິ່ນ, ເລ, ຫງວຽນ. ຢູ່ທີ່ນີ້, ໃນພື້ນທີ່ ກິດຈະກຳທີ່ກວ້າງຂວາງ ລວມເນື້ອທີ່ ປະມານ 20.000 ເຮັກຕາ ຊຶ່ງໄດ້ສ່ອງແສງສະຫວ່າງ ດ້ວຍເຕັກ ໂນໂລຊີ ທັນສະໄໝ ມີສີສັນ ຫວນຄືນ ເຖິງອະດີດ, ນັກທ່ອງທ່ຽວ ຈະໄດ້ ຄົ້ນພົບຄວາມງາມ ຂອງ ບັນດາກິດຈະການ ສະຖາ ປັດຕະຍະກຳ ຕ່າງໆ ເຊັ່ນ: ກຳແພງ, ພື້ນ ຫໍວັງ, ເຂດບູຮານຄະດີ ຂະໜາດ ໃຫຍ່ຫຼາຍແຫ່ງ ແລະ ຮັບຊົມບັນດາສາກການສະແດງ ທີີ່ມີຊີວິດຊີວາ ຟື້ນຄືນໃໝ່ ຍ່ານບັນຍາກາດ, ຊີວິດການເປັນຢູ່ ຂອງ ອົງກະສັດ ແລະ ອາດຍາເຈົ້ານາຍ ຢູ່ພະລາຊະວັງ ໃນ ສະໄໝກ່ອນ... ຊຶ່ງຊ່ວຍອະທິບາຍໄດ້ສ່ວນໃດສ່ວນໜຶ່ງ ຊີວິດ ໃນວັງ ຂອງ ລາຊະວົງ ສັກດິນາສະໄໝຕ່າງໆ.
ຖ້າທົວທ່ອງທ່ຽວ “ຖອດລະຫັດ ກຳແພງ ທັງລອງ” ຊ່ວຍໃຫ້ນັກທ່ອງທ່ຽວ ຊອກຮູ້ ໄລຍະໜຶ່ງທີ່ຍາວນານ ຂອງປະຫວັດສາດ ສັກ ດິນາ ຫວຽດນາມ, ທົວທ່ອງທ່ຽວ “ຄືນສັກສິດ - ດໍາລົງຊີວິດຄືດອກໄມ້” ຢູ່ເຂດບູຮານສະຖານ ຫວາລໍ່ ຈະນຳມາ ໃຫ້ແກ່ນັກ ທ່ອງທ່ຽວ ຄວາມຮູ້ສຶກ ທີ່ຊ່ືເຖິງເຈັບປວດໃຈ ກ່ຽວກັບຄວາມທົນ ທຸກ, ເສຍຫາຍ ຂອງ ຜູ້ເປັນແມ່, ເປັນເມຍ, ເປັນນັກຮົບປະຕິວັດ ຍິງ ທີ່ຕັ້ງໝັ້ນ ຮັກສາຄວາມມານະກ້າແກ່ນ, ບໍ່ຍອຍຈຳນົນ ຕໍ່ສັດ ຕູ ເຖິງວ່າ ຖືກຂັງຄຸກ, ຖືກທົນທຸກ ທໍລະມານກາຍ ໃນຄວາມມືດ ມົນ, ຮ້ອນເອົ້າ ແລະ ສະຫຍົດສະຫຍອງ ຂອງ “ນາລົກເທິງດິນ” ຢູ່ຄຸກ ຫວາລໍ່.
ໜຶ່ງໃນບັນດາຈຸດພົ້ນເດັ່ນອີກອັນໜຶ່ງ ໃນການເດີນທາງຄົ້ນພົບຮ່າໂນ້ຍ ຄັ້ງນີ້ ແມ່ນທົວທ່ອງທ່ຽວ ດ້ວຍລົດເມສອງຊັ້ນ ໄປຜ່ານຖະ ໜົນສາຍຕ່າງໆ ແລະ ສະຖານທີ່ວັດທະນະທຳ, ປະຫວັດສາດ ທີ່ມີຊື່ສຽງຫຼາຍແຫ່ງ ຂອງນະຄອນຫຼວງຄື: ໜອງເກືອມ, ໜອງໄຕ, ວັນມ໋ຽວ - ກວັກຕື໊ຢ໋າມ, ສຸສານປະທານ ໂຮ່ຈີມິນ, ໂຮງມະໂຫ ລະສົບ, ເສົາທຸງ ຮ່າໂນ້ຍ... ຈາກຊັ້ນເທິງສຸດ ຂອງ ລົດເມ, ນັກ ທ່ອງທ່ຽວ ສາມາດໄດ້ສຳຜັດກັບບັນຍາກາດ ເຢັນສະບາຍ ໃນ ຂະນະ ລົດ ແລ່ນຜ່ານ ສາຍຖະໜົນຕ່າງໆ ທີ່ຖືກປົກຄຸມດ້ວຍ ຕົ້ນ ໄມ້ສີຂຽວ, ໄດ້ຊົມບັນຍາກາດອັນຟົດຟື້ນ, ຫຼາກຫຼາຍສີສັນ ຕາມ ຖະໜົນສາຍຕ່າງໆ ແລະ ໄດ້ຊົມຄວາມສວຍງາມ ຂອງບັນດາ ກິດຈະກຳວັດທະນະທຳ ທີ່ເປັນຕົວແທນຂອງນະຄອນຫຼວງພັນປີ...
ທ່ານນາງ Stellar, ຮອງປະທານສະມາຄົມ ເພື່ອນມໍລະດົກ ຫວຽດນາມ, ຜູ້ເຄີຍນຳນັກທ່ອງທ່ຽວສາກົນ ຫຼາຍຄະນະໄປ ຊອກ ຮູ້ ແລະ ຄົ້ນພົບ ຮ່າໂນ້ຍໄດ້ກ່າວດ້ວຍຄວາມຊື່ນຊົມຍິນດີ ວ່າ: “ສຳລັບຂ້າພະເຈົ້າແລ້ວ, ເສັ້ນທາງທຸກສາຍ, ທຸກມຸມຂອງ ຮ່າໂນ້ຍ ລ້ວຍແຕ່ແມ່ນມໍລະດົກ ຍ້ອນມັນບັນຈຸເລື່ອງລາວທີ່ໜ້າສົນໃຈ ຫຼາຍຢ່າງ ຊຶ່ງສ້າງຂຶ້ນປະຫວັດສາດ ຮ່າໂນ້ຍ”.
ຄວາມດຶງດູດ ຂອງ ໝູ່ບ້ານເກົ່າແກ່ ໃນເຂດຊານເມືອງ
ເມື່ອມາຍັງ ຮ່າໂນ້ຍ ນັກທ່ອງທ່ຽວບໍ່ພຽງແຕ່ ປະທັບໃຈ ກັບຄວາມ ສວຍງາມ ຂອງ ໝູ່ບ້ານບູຮານ ຫຼາຍແຫ່ງຢູ່ ເຂດຊານເມືອງເຊັ່ນ: ໝູ່ບ້ານບູຮານ ເດື່ອງເລີມ (ເມືອງ ເຊີນໄຕ), ໝູ່ບ້ານບູຮານ ບ໋າດຈ່າງ (ເມືອງ ຢາເລີມ), ໝູ່ບ້ານອາຊີບ ປູກຕົ້ນໄມ້ປະດັບ ຮົ່ງເວິນ (ເມືອງ ເທື່ອງຕີ໋ນ), ໝູ່ບ້ານອາຊີບ ຕໍ່າຫູກ ໝີ໊ດຶກ (ເມືອງ ໝີ໊ດຶກ) ໝູ່ບ້ານອາຊີບ ຈັກສານໄມ້ໄຜ່, ຫວາຍ ຝູ່ວິງ (ເມືອງ ເຈືອງ ໝີ໊), ໝູ່ບ້ານອາຊີບ ແສ່ວ ກວັດດົ້ງ (ເມືອງ ເທື່ອງຕີ໋ນ), ໝູ່ບ້ານປັ້ນ ຕໍ່ແຮ (ເຄື່ອງ ຫຼິ້ນຂອງເດັກນ້ອຍ, ແມ່ນຮູບສັດທີ່ປັ້ນ ດ້ວຍແປ້ງ ສຸກນາໆ ສີ) (ເມືອງຊວນລາ), ໝູ່ບ້ານ ຄວັດຝັງ ເປືອກຫອຍ ຈວນງໍ້ (ເມືອງ ຝູ໋ ຊວຽນ) ແລະ ອື່ນໆ ອີກ ຫຼາຍແຫ່ງ...
ເພາະສະນັ້ນ, ຂະແໜງການທ່ອງທ່ຽວ ຮ່າໂນ້ຍ ພວມຍູ້ແຮງພັດທະນາທົວທ່ອງທ່ຽວ ຄົ້ນພົບໝູ່ບ້ານບູຮານ ເພື່ອດຶງດູດນັກທ່ອງທ່ຽວ. ຕົວຢ່າງ: ໝູ່ບ້ານບູຮານ ເດື່ອງເລີມ ຍາມໃດກໍ່ດຶງດູດແຂກ ຄົນມາ ຢ້ຽມຊົມ ດ້ວຍຮູບພາບ ບັນດາຫຼັງເຮືອນທີ່ເກົ່າແກ່ ມີ ຝາຜະໜັງ ກໍ່ ດ້ວຍຫີນສີລາແລງ ແລະ ບັນຍາກາດເຂດບ້ານ ນາ ທີ່ສະຫງົບສຸກ ກັບປະຕູບ້ານ, ຕົ້ນໂພ, ທ່າເຮືອ, ເດີ່ນສາລາ ບ້ານ...
ທ່ານ Alex Qua, ນັກທ່ອງທ່ຽວຊາວ ສິງກະໂປ ໄດ້ມີການ ເດີນທາງ ຜ່ານປະສົບການຕົວຈິງ ຢູ່ໝູ່ບ້ານບູຮານ ເດື່ອງເລີມ ໃນສອງມື້ ທ້າຍ ສັບປະດາ ດ້ວຍລົດຈັກ. ທ່ານ ກ່າວວ່າ ຊົນນະບົດຂອງ ຫວຽດນາມມີຄວາມສວຍງາມ ແລະ ສະຫງົບສຸກ, ບັນດາຫຼັງເຮືອນທີ່ເກົ່າແກ່ ຢູ່ ເດື່ອງເລີມ ມີອາຍຸນັບຮ້ອຍປີ ທີ່ມີ ຄວາມງາມເປັນເອກະລັກ, ປະຊາຊົນ ຢູ່ທີ່ນັ້ນມີຄວາມສຸພາບ ອ່ອນໂຍນ, ຍິ່ມແຍ້ມແຈ່ມໃສ ແລະ ຮັກແຂກ ແພງຄົນ. ທ່ານ ມັກທີ່ສຸດ ແມ່ນອາຫານການກິນຂອງ ທ້ອງຖິ່ນຄື: ເຂົ້າໜົມ ອົ່ວ, ເຂົ້າໜົມ ຖົ່ວດິນ ແລະ ມີຄວາມປະທັບໃຈ ເປັນພິເສດ ກັບຄາບ ເຂົ້າມີບັນດາເຍື່ອງອາຫານພິເສດ ຂອງ ທ້ອງຖິ່ນ ໂດຍຊາວບ້ານ ເດື່ອງເລີມ ປຸງແຕ່ງດ້ວຍຕົນເອງ ເພື່ອບໍລິການນັກທ່ອງທ່ຽວ.
ທ່ານ ກາວວັນຮ່ຽນ, ເຈົ້າຂອງສະຖານທີ່ຜະລິດເຂົ້າໜົມ ຮ່ຽນບາວ ຢູ່ ເດື່ອງເລີມ ໃຫ້ຮູ້ວ່າ: ສະຖານທີ່ຜະລິດເຂົ້າໜົມ ຂອງ ເພິ່ນ ໄດ້ຕ້ອນຮັບຄະນະນັກທ່ອງທ່ຽວ ຫຼາຍຄະນະ ທີ່ມາຈາກ ຍີ່ປຸ່ນ, ສ ອາເມລິກາ ແລະ ສ ເກົາຫຼີ. ເຂົາເຈົ້າສົນໃຈທີສຸດ ກັບການຊອກຮູ້ ຂັ້ນຕອນຕ່າງໆ ເພື່ອເຮັດອາຫານພິເສດຂອງ ໝູ່ບ້ານເຊັ່ນ: ເຂົ້າໜົມ ອົ່ວ, ເຂົ້າໜົມຖົ່ ວດິນ, ເຂົ້າໜົມໝາກງາ. ອົງການ JICA (ອົງການຮ່ວມມືສາກົນ ຍີ່ປຸ່ນ) ເຄີຍມາທ້ອງຖິ່ນ ເພື່ອຮ່ວມຈັດຕັ້ງ ງານປະກວດຜະລິດຕະພັນ ທ່ອງທ່ຽວ ຢູ່ໝູ່ບ້ານບູຮານ ເດື່ອງເລີມ.
ເມື່ອມໍ່ໆ ມານີ້ ໄດ້ເປີດທົວທ່ອງທ່ຽວ “ຮອຍຕີນໝູ່ບ້ານ ບູຮານ ບ໋າດຈ່າງ” ຊຶ່ງເຮັດໃຫ້ນັກທ່ອງທ່ຽວ ຜ່ານປະສົບການຕົວຈິງໃໝ່ ກ່ຽວກັບການຄົ້ນພົບ ໝູ່ບ້ານອາຊີບ ຢູ່ເຂດຊານເມືອງ. ມາຍັງ ຕາ ແສງ ບາດຈ່າງ, ນັກທ່ອງທ່ຽວ ສາມາດຖີບລົດ ຕາມສາຍທາງ ຕ່າງໆ ປູດ້ວຍດິນຈີ່ ທີ່ລະອິດລະອ້ຽວ ອ້ອມໝູ່ບ້ານ ເພື່ອຊອກຮູ້ ກ່ຽວກັບປະຫວັດຄວາມເປັນມາ ຂອງໝູ່ບ້ານ ບູຮານ ຜະລິດສະ ເພາະເຄື່ອງປັ້ນດິນເຜົາ ທີ່ມີຊື່ສຽງ ໃນທົ່ວປະເທດ ແລະໃນໂລກ, ພ້ອມທັງຄົ້ນພົບເຕັກນິກ ເຮັດເຄື່ອງປັ້ນດິນເຜົາ ທີ່ບັນລຸ ເຖິງຈຸດ ສູງສຸດ ຂອງ ຊາວທ້ອງຖິ່ນ ຫຼື ຄົ້ນພົບ ຫໍພິພິທະພັນ ເຄື່ອງປັ້ນດິນ ເຜົາ ບ໋າດຈ່າງ ເປັນສະຖາປັດຕະຍະກຳ ທີ່ເປັນເອກະລັກ ແລະ ເປັນບ່ອນ ເກັບຮັກສາ ແລະ ວາງສະແດງ ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ທີ່ເປັນຕົວແທນ ຂອງໝູ່ບ້ານ.
ທ່ານ ຫງວຽນວັນຕ່າຍ, ຫົວໜ້າພະແນກທ່ອງທ່ຽວ Unesco ຫວຽດນາມ, ຜູ້ອຳນວຍການໃຫຍ່ ບໍລິສັດທ່ອງທ່ຽວ VietSense ໃຫ້ຮູ້ວ່າ: “ສິ່ງທີ່ເຮັດໃຫ້ວິສາຫະກິດ ທ່ອງທ່ຽວ ຂອງ ພວກ ຂ້າພະເຈົ້າ ດີໃຈທີສຸດ ນັ້ນແມ່ນລະບົບການບໍລິການທີ່ພັກ, ກິນດື່ມ ພ້ອມກັບສະຖານທີ່ທ່ອງທ່ຽວ ຂອງ ຮ່າໂນ້ຍ ໄດ້ຟື້ນຟູຄືນ ໃໝ່ຢ່າງໄວ ແລະ ກຽມພ້ອມທັນກັບ ລະດັບຄວາມໄວໃນການ ຜັນຂະຫຍາຍຂອງ ບໍລິສັດທ່ອງທ່ຽວ. ນັກທ່ອງທ່ຽວ ມາຢ້ຽມຢາມ ຮ່າໂນ້ຍ ຕ່າງກໍມີຄວາມເພິ່ງພໍໃຈ ແລະ ສະບາຍໃຈທີ່ສຸດ ຍ້ອນເຂົາເຈົ້າມີຄວາມຮູ້ສຶກ ອຸ່ນອຽນໃຈ, ປອດໄພ ແລະ ພໍໃຈກັບຄຸນນະພາບ ການບໍລິການ ແລະ ສະຖານທີ່ທ່ອງທ່ຽວທີ່ເຂົາເຈົ້າ ໄດ້ມາ.
ອາດເວົ້າໄດ້ວ່າ ພາຍຫຼັງການແຜ່ລະບາດໂຄວິດ-19, ຂະແໜງ ການທ່ອງທ່ຽວ ຮ່າໂນ້ຍ ໄດ້ຟື້ນຟູຄືນໃໝ່ ຢ່າງວ່ອງໄວ ແລະ ໄດ້ຮັບການພັດທະນາ ຍ້ອນຄວາມດຶງດູດສະເພາະຂອງຕົນ. ພິເສດ, ພາຍຫຼັງງານມະຫາກຳ SEA Game 31 ໄດ້ຮັບການ ຈັດຂຶ້ນ ປະສົບຜົນສຳເລັດ ຢູ່ ຮ່າໂນ້ຍ ແລະ ບາງທ້ອງຖິ່ນທີ່ໃກ້ຄຽງໃນເດືອນ ພຶດສະພາ ຜ່ານມາ, ຮູບພາບ ຮ່າໂນ້ຍ ປອດໄພ, ຍິ້ມແຍ້ມແຈ້ມໃສ, ຮັກແຂກແພງຄົນ ແລະ ດຶງດູດໃຈ ໄດ້ຮັບການຮັບຮູ້ຈາກເພື່ອນມິດສາກົນຢ່າງວ່ອງໄວ. ສະນັ້ນ, ບໍ່ແມ່ນເລື່ອງແປກ ທີ່ປີນີ້, ຮ່າໂນ້ຍໄດ້ຮັບການ ລົງຄະແນນສຽງ ຢ່າງບໍ່ຢຸດຢັ້ງ ຈາກບັນດາອົງການສື່ມວນຊົນໃຫຍ່ໃນໂລກ ເປັນຈຸດນັດພົບທີ່ດຶງດູດໃຈຂອງພາກພື້ນ ແລະ ໃນໂລກ. ນີ້ແມ່ນຕົວຊີ້ບອກສຳຄັນສະແດງໃຫ້ເຫັນວ່າ ຮ່າໂນ້ຍ ຈະສືບຕໍ່ແມ່ນຈຸດພົ້ນເດັ່ນໃນການດຶງດູດນັກທ່ອງທ່ຽວ, ພິເສດແມ່ນນັກທ່ອງທ່ຽວສາກົນ.
ໜ້າເວັບTrip Advisor ຈັດອັນດັບ ຮ່າໂນ້ຍ ໃນບັນຊີລາຊື່ 25 ແຫຼ່ງທ່ອງທ່ຽວ ເປັນທີ່ນິຍົມມັກທີ່ສຸດໃນ ອາຊີ ແລະ ໃນບັນຊີລາຍ ຊື່ 25 ແຫຼ່ງທ່ອງທ່ຽວ ເປັນທີ່ນິຍົມທີ່ສຸດໃນໂລກ. ວາລະສານ Time (ສ ອາເມລິກາ) ໄດ້ຈັດອັນດັບ 25 ຈຸດທ່ອງທ່ຽວທີ່ນິຍົມທີ່ສຸດໃນ ອາຊີ ແລະ 25 ແຫຼ່ງທ່ອງທ່ຽວ ທີ່ນິຍົມຫຼາຍທີ່ສຸດໃນໂລກ; ວາລະສານ Time (ສ ອາເມລິກາ) ໄດ້ລົງຄະແນນສຽງ ຄັດເລືອກ ນະຄອນຫຼວງ ຮ່າໂນ້ຍ ເປັນໜຶ່ງໃນສາມ ຈຸດໝາຍປາຍທາງ ຂອງ ຫວຽດນາມ ໃນ 100 ສະຖານທີ່ ມະຫັດສະຈັນທີ່ສຸດໃນໂລກ; ອົງການວິໄຈ Deep Knowledge Analytics (DKA) ຈັດນະຄອນຫຼວງ ຮ່າໂນ້ຍ ໃນບັນຊີລາຍຊື່ 50 ຕົວເມືອງ ຮັບມືກັບໂລກລະບາດດີທີ່ສຸດໃນໂລກ ແລະ ເມື່ອມໍ່ໆ ມານີ້, ຮ່າໂນ້ຍ ໄດ້ຮັບການລົງຄະແນນສຽງຈາກ CNN ໃຫ້ ເປັນໜຶ່ງໃນ 12 ຈຸດໝາຍປາຍທາງ ທີ່ເໝາະສົມໃນໂລກ ໃນລະດູໃບໄມ້ຫຼົ່ນປີ 2022 (ລາງວັນທ່ອງທ່ຽວໂລກ) ໄດ້ເຊີດຊູ ຮ່າໂນ້ຍ ເປັນຈຸດໝາຍປາຍທາງ ນະຄອນ ແຖວໜ້າ ອາຊີ ສໍາລັບການທ່ອງ ທ່ຽວ ໄລຍະສັ້ນ. |
---|
ບົດ: VNP/ບິກເວິນ - ພາບ: ແທງຢາງ, ກົງດາດ - ແປໂດຍ: ບິກລຽນ