ຂົວ ລອງບຽນ - ຂົວທ່ີເຊື່ອມຕໍ່ແຫ່ງຄວາມຊົງຈໍາ
ຢູ່ກາງແມ່ນ້ຳແດງ, ຂົວລອງບຽນ ເຊື່ອມຕໍ່ສອງຟາກຝັ່ງ ແລະ ເຊື່ອມຕໍ່ຄວາມຊົງຈຳຕ່າງໆ ຂອງ ຮ່າໂນ້ຍ ຢ່າງງຽບໆ. ກວ່າໜຶ່ງສະຕະວັດຜ່ານໄປ, ຂົວແຫ່ງນີ້ໄດ້ກາຍເປັນສັກຂີພິ ຍານ ທາງປະຫວັດສາດ, ເກັບຮັກສາໄວ້ ບັນດາຂີດໝາຍ ທາງວັດທະນະທຳ ແລະ ເລື່ອງລາວ ຊີວິດປະຈຳວັນ ຂອງ ຊາວນະຄອນຫຼວງ ນັບຫຼາຍເຊັ່ນຄົນ.
ເບິ່ງແຕ່ໄກ, ຂົວ ລອງບຽນ ປະກົດຂຶ້ນຄືກັບແຖບເຫຼັກບາງໆ ກາງຜືນນ້ຳອັນກວ້າງໃຫຍ່. ຊ່ວງຂົວທີ່ເຊື່ອມຕໍ່ກັນ, ມີລັກ ສະນະແຂງແຮງ ແຕ່ສະຫງ່າງາມ ຂອງສະຖາປັດຕະຍະກຳ ເອີຣົບ ທ້າຍສະຕະວັດທີ XIX. ຂົວແຫ່ງນີ້ ເລີ່ມກໍ່ສ້າງ ໃນປີ 1898 ແລະ ສຳເລັດໃນປີ 1902, ອອກແບບ ແລະ ກໍ່ສ້າງ ໂດຍບໍລິສັດ Daydé & Pillé ຂອງ ຝະຣັ່ງ. ດ້ວຍຄວາມຍາວກວ່າ 1.600 ມ, ມີ 19 ຊ່ວງໂຄງເຫຼັກ, ຂົວ ລອງບຽນ ເຄີຍຖືວ່າ ເປັນຜົນງານວິສະວະກຳອັນມະຫັດສະຈັນ ແລະ ເປັນຂົວ ເຫຼັກແຫ່ງທຳອິດ ທີ່ຂ້າມແມ່ນ້ຳແດງ ຢູ່ ຮ່າໂນ້ຍ.
ໃນຍຸກນັ້ນ, ທາງລົດໄຟ ແລ່ນຢູ່ກາງຂົວ, ສອງຟາກ ໄວ້ໃຫ້ ຄົນຍ່າງ ແລະ ຍານພາຫະນະປະຖົມປະຖານ. ຂະບວນລົດ ໄຟ ແລ່ນໄປມາຜ່ານແມ່ນ້ຳທັງເວັນ ແລະ ຄືນ, ພ້ອມກັບ ກະແສຄົນ ແລະ ຜູ້ຫາບເຄື່ອງຂອງ ສ້າງເປັນພາບ ທີ່ພິເສດ ຂອງ ຮ່າໂນ້ຍ ໃນຊຸມປີຕົ້ນແຫ່ງການຫັນເປັນ ຕົວເມືອງ.
ແຕ່ ຂົວ ລອງບຽນ ບໍ່ພຽງແຕ່ເລົ່າເລື່ອງລາວ ຂອງ ຂົວ ແຫ່ງ ໜຶ່ງເທົ່ານັ້ນ. ແຕ່ລະຊ່ວງເຫຼັກ ຍັງມີຮອຍປະທັບ ຂອງ ໄລ ຍະປະຫວັດສາດໜຶ່ງ. ຂົວແຫ່ງນີ້ໄດ້ເປັນສັກຂີພິຍານ ວັນ ເວລາອັນ ສະຫງ່າລາສີ ຂອງຊາດ ໃນການປະຕິວັດ ເດືອນ ສິງຫາ ແລະ ມື້ທໍາອິດຂອງປະເທດ ຫວຽດນາມເອກະລາດ. ວັນທີ 2 ກັນຍາ 1945, ຂົວແຫ່ງນີ້ ແມ່ນໜຶ່ງໃນເສັ້ນທາງ ທີ່ ພາປະຊາຊົນ ກັບຄືນ ຮ່າໂນ້ຍ ເຂົ້າຮ່ວມງານບຸນເອກະລາດ ຢູ່ສະໜາມຫຼວງ ບາດິ່ງ. ເດືອນຕຸລາ 1954, ຂົວແຫ່ງນີ້ ຍັງ ໄດ້ເປັນ ສັກຂີພິຍານ ທະຫານ ລ່າເມືອງຂຶ້ນ ກຸ່ມສຸດທ້າຍ ຖອນຕົວ ອອກຈາກ ຮ່າໂນ້ຍ, ເພື່ອໃຫ້ທະຫານ ຫວຽດນາມ ເຂົ້າຮັບເອົາການ ບໍລິຫານນະຄອນຫຼວງ.
ໃນຊຸມປີສົງຄາມ ຕ້ານພວກຈັກກະພັດຜູ້ຮຸກຮານ, ຂົວ ລອງ ບຽນ ໄດ້ກາຍເປັນ ເສັ້ນທາງຂົນສົ່ງ ທີ່ສຳຄັນ ແລະ ຕົກເປັນ ເປົ້າໝາຍ ຂອງການຖິ້ມລະເບີດຫຼາຍຄັ້ງ. ມີບາງຊ່ວງຂອງ ຂົວ ຖືກທຳລາຍ ແຕ່ແລ້ວ ໄດ້ຮັບການສ້ອມແປງ, ສ້າງຂຶ້ນ ໃໝ່ ທ່າມກາງຄວັນ ແລະ ແປວໄຟ. ບັນດາຜູ້ປົກປ້ອງຂົວ, ກໍາມະກອນ ທີ່ແກ້ໄຂຜົນສະທ້ອນ ຈາກລະເບີດ ຕະຫຼອດ ທັງເວັນ ແລະ ຄືນ ໄດ້ປະກອບສ່ວນຮັກສາ ເສັ້ນທາງ ຄົມ ມະນາຄົມ ບໍ່ໃຫ້ຖືກຕັດຂາດ.
ອາດຍ້ອນເຫດນັ້ນ, ຂົວ ລອງບຽນ ຈຶ່ງຖືກຝັງໄວ້ໃນຄວາມ ຊົງຈຳຂອງຊາວ ຮ່າໂນ້ຍ ບໍ່ພຽງແຕ່ ຜ່ານເຫດການໃຫຍ່ໆ ເທົ່ານັ້ນ, ແຕ່ຜ່ານຮູບພາບ ທີ່ລຽບງ່າຍທີ່ສຸດ: ສຽງແກ ລົດ ໄຟ ດັງກ້ອງຢູ່ເທິງແມ່ນ້ຳ, ຜູ້ຫາບເຄື່ອງຂາຍ ໃນຍາມເຊົ້າ, ຮອຍຕີນ ຂອງ ຜູ້ອອກແຮງງານ, ພາຫະນະ ທີ່ເຄື່ອນ ຊ້າໆ ຜ່ານຂົວ ແລະ ການນັດພົບກັນ ຂ້າງຮາວຂົວ ທ່ີເຕັມໄປ ດ້ວຍສາຍລົມພັດຜ່ານ.
ເວລາໄດ້ເຮັດໃຫ້ ຮ່າໂນ້ຍ ປ່ຽນແປງ. ບັນດາ ຂົວ ທີ່ທັນສະ ໄໝ ຖືກສ້າງຂຶ້ນ, ເຂດຕົວເມືອງໃໝ່ຂະຫຍາຍຕົວໄປທາງ ແມ່ນ້ຳ. ແຕ່ຂົວ ລອງບຽນ ຍັງຄົງຮັກສາ ເອກະລັກ ສະເພາະ ຕົວເອົາໄວ້. ຢືນຢູ່ເທິງຂົວ, ສາມາດແນມເຫັນ ຮ່າໂນ້ຍ ໃນ ຫຼາກຫຼາຍແງ່ມຸມ: ຄຸ້ມເມືອງເກົ່າທີ່ມີຫຼັງຄາເຮືອນຕິດກັນ, ແມ່ນ້ຳທີ່ກວ້າງໃຫ່ຍ, ຫາດຊາຍຢູ່ກາງຂຽວສະອຸ່ມ ແລະ ຕົວ ເມືອງ ທີ່ກຳລັງເຄື່ອນໄຫວ ຢູ່ຕະຫຼອດເວລາ.
ຫຼັງຈາກຜ່ານໄປກວ່າ 120 ປີ, ຂົວໄດ້ຊຸດໂຊມລົງ ແລະ ໄດ້ ຮັບການສ້ອມແປງຫຼາຍຄັ້ງ. ການໂຕ້ວາທີ ກ່ຽວກັບການ ອະນຸລັກ ແລະ ບູລະນະຂົວ ລອງບຽນ ຈຶ່ງໄດ້ຮັບຄວາມສົນໃຈ ເພີ່ມຂຶ້ນ. ບັນດາຜູ້ຊ່ຽວຊານເຫັນວ່າ ຄວນເບິ່ງຂົວ ເປັນມໍ ລະດົກ ຕົວເມືອງ, ເປັນບ່ອນລວມຕົວ ຂອງ ຄຸນຄ່າສະຖາ ປັດຕະຍະກຳ, ປະຫວັດສາດ, ວັດທະນະທຳ ແລະ ຄວາມ ຊົງຈຳ ຂອງ ຊຸມຊົນ.
ທັງນີ້ກໍເພາະວ່າ ຂົວລອງບຽນ ບໍ່ພຽງແຕ່ເຊື່ອມຕໍ່ສອງຟາກ ແມ່ນ້ຳແດງເທົ່ານັ້ນ, ແຕ່ຂົວຍັງເຊື່ອມຕໍ່ຫຼາຍຮຸ່ນຄົນຊາວ ຮ່າໂນ້ຍ, ເຊື່ອມຕໍ່ເລື່ອງລາວ ຂອງ ສົງຄາມ ກັບຈັງຫວະຊີ ວິດ ໃນຍາມສັນຕິ, ເຊື່ອມຕໍ່ເມືອງ ທີ່ມີການປ່ຽນແປງຫຼາຍ ຢ່າງກັບ ຮ່າໂນ້ຍ ທີ່ກຳລັງມຸ່ງໄປສູ່ອະນາຄົດ.
ທຸກໆ ຄັ້ງທີ່ຂະບວນລົດໄຟ ແລ່ນຜ່ານຢ່າງຊ້າໆ, ແຖບເຫຼັກ ສັ່ນສະເທືອນໃນສຽງລໍ້ເຫຼັກ. ໃຕ້ຕີນຂົວ, ແມ່ນ້ຳແດງຍັງຄົງ ໄຫຼລ່ອງ ແລະ ເທິງຂົວ ທີ່ຖືກຍ້ອມດ້ວຍສີສັນແຫ່ງການ ເວ ລາ, ຄວາມຊົງຈຳກ່ຽວກັບ ຮ່າໂນ້ຍ ໃນຄັ້ງໜຶ່ງ ຄືກັບວ່າ ຍັງ ຄົງສະຫຼັກໄວ້ຢູ່ບ່ອນນີ້.
ບົດ ແລະ ພາບ: ເຈິ່ນແທັງຢາງ, ເຕິດເຊີນ/VNPບົດ ແລະ ພາບ: ເຈິ່ນແທັງຢາງ, ເຕິດເຊີນ/VNP







