ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ

ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ


ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ວັນທີ 2 ກຸມພາ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນທີ່ມີຫົວຂໍ້ “ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ທຸງພັກ”.  

ພາຍຫຼັງຜົນສຳເລັດອັນສະຫງ່າລາສີ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວບັນດາກຳລັງປະແກ້ວ ຂອງພວກເຮົາ ໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (3/2/1930 – 3/2/2026) ດ້ວຍຈິດໃຈເບີກບານມ່ວນຊື່ນເປັນພິເສດ. ບາດກ້າວປະຫວັດສາດ 96 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ຍິ່ງມີຄວາມໝາຍສຳຄັນ, ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ປີທຳອິດ ຂອງສະໄໝກອງປະຊຸມໃຫຍ່ຊຸດໃໝ່ – ເຊິ່ງເປັນປີເລີ່ມຕົ້ນທີ່ມີບົດບາດຕັດສິນ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ເປັນຮູບປະທຳ, ຫັນບັນດາຄາດໝາຍຍຸດທະສາດ ໃຫ້ປະກົດຜົນເປັນຈິງ. ຄວາມເອກອ້າງທະນົງໃຈຕໍ່ເສັ້ນທາງອັນສະຫງ່າລາສີ ຕະຫຼອດ 96 ປີ ພາຍໃຕ້ຮົ່ມທຸງອັນກຽດສະຫງ່າຂອງພັກ ພວມເພີ່ມທະວີກຳລັງແຮງ, ປຸກລະດົມທ່າແຮງໃໝ່ ແລະ ຄວາມເຊື່ອໝັ້ນໃໝ່ ເພື່ອໃຫ້ພວກເຮົາກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນ.

 

 ບົດຂຽນໄດ້ຊີ້ແຈ້ງວ່າ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ດ້ວຍຈິດໃຈເບີກບານມ່ວນຊືນພິເສດ.

ຜ່ານຜ່ານ 96 ລະດູບານໃໝ່ ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ໂດຍສະເພາະແມ່ນກວ່າ 80 ປີ ທີ່ພັກເປັນຜູ້ນຳພາອຳນາດການປົກຄອງ, ພັກຂອງພວກເຮົາໄດ້ພິສູດໃຫ້ເຫັນເຖິງກຳລັງແຮງທີ່ມີຊີວິດຊີວາຢ່າງບໍ່ຢຸດຢັ້ງ, ມີຄວາມອົງອາດກ້າຫານ ແລະ ມີແນວທາງການຊີ້ນຳ-ນຳພາອັນຖືກຕ້ອງ, ນຳພາການປະຕິວັດຫວຽດນາມ ຍາດໄດ້ໄຊຊະນະຈາກຜົນສຳເລັດນີ້ ສູ່ຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ. ນັບແຕ່ມີພັກນຳພາ, ຊາດຫວຽດນາມ ທີ່ມີມູນເຊື້ອວັດທະນະທຳພັນປີ ໄດ້ສືບຕໍ່ຂຽນໜ້າປະຫວັດສາດອັນອົງອາດກ້າຫານ: ນຳພາປະຊາຊົນລຸກຮື້ຂຶ້ນຢຶດອຳນາດໃນເດືອນສິງຫາ ປີ 1945 ຢ່າງມີໄຊ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ນຳພາທົ່ວປວງຊົນເອົາຊະນະພວກລັດທິລ່າເມືອງຂຶ້ນ ແລະ ຈັກກະພັດ ໃນບັນດາສົງຄາມຕໍ່ສູ້ກູ້ຊາດອັນຍາວນານ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ນຳພາທົ່ວປະເທດດຳເນີນພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະ ປົກປັກຮັກສາ ປະເທດຊາດຫວຽດນາມ ສັງຄົມນິຍົມ. ທຸກບາດກ້າວທີ່ຂຶ້ນໆລົງໆ ຂອງປະຫວັດສາດ ລ້ວນແຕ່ແມ່ນສິ່ງທ້າທາຍທີ່ຫຼໍ່ຫຼອມໃຫ້ພັກຂອງພວກເຮົາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເພື່ອຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ.

 

ຂີດໝາຍ 96 ປີຂອງພັກ ຍິ່ງມີຄວາມໝາຍ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ປີທຳອິດຂຂອງອາຍຸການໃໝ່ - ປີເລີ່ມຕົ້ນທີ່ມີບົດບາດຕັດສິນໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ນຳບັນດາເປົ້າໝາຍຍຸດທະສາດໃຫ້ປະກົດຜົນເປັນຈິງ. 

ເສັ້ນທາງ 96 ປີ ຜ່ານມາໄດ້ຢືນຢັນວ່າ: ບໍ່ມີກຳລັງການເມືອງໃດໆ ນອກຈາກພັກກອມມູນິດ ຫວຽດນາມ ທີ່ມີກຽດຊື່ສຽງ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມອົງອາດກ້າຫານພຽງພໍ ເພື່ອນຳພາການປະຕິວັດ ດ້ວຍຈຸດໝາຍເພື່ອປະຊາຊົນ. ບົດບາດກຳອຳນາດ ແລະ ການນຳພາຮອບດ້ານຂອງພັກ ແມ່ນປັດໄຈຕັດສິນທຸກໄຊຊະນະ ຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສິ່ງທີ່ສ້າງກຳລັງແຮງ ແລະ ກຽດຊື່ສຽງຂອງພັກ ແມ່ນບໍ່ພຽງແຕ່ຢູ່ທີ່ໄຊຊະນະອັນສະຫງ່າລາສີເທົ່ານັ້ນ, ແຕ່ຍັງຢູ່ທີ່ຈິດໃຈແຫ່ງການຮຽນຮູ້, ກ້າເບິ່ງຄວາມຈິງ, ກ້າຍອມຮັບຂໍ້ບົກຜ່ອງ ແລະ ມີຄວາມຕັດສິນໃຈແກ້ໄຂ. ຍ້ອນແນວນັ້ນ, ພັກຂອງພວກເຮົາ ຈຶ່ງໄດ້ປ່ຽນແປງໃໝ່ຕົນເອງ ແລະ ປັບປຸງພັກຢ່າງຕໍ່ເນື່ອງ ເພື່ອໃຫ້ນັບມື້ນັບປອດໃສ ແລະ ເຂັ້ມແຂງ.

ໃນຕອນຄ່ຳວັນທີ 23 ມັງກອນ 2026, ຢູ່ທີ່ສະໜາມກິລາ ແຫ່ງຊາດ ໝີ໊ດິ່ງ (ຮ່າໂນ້ຍ), ຄະນະພັກນະຄອນ, ສະພາ ປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ຈັດລາຍການສິລະປະພິເສດ “ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ” ເພື່ອຊົມເຊີຍຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ສະຫາຍ ເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ແລະ ຜູ້ແທນກອງປະຊຸມໃຫຍ່  ເຂົ້າຮ່ວມ ລາຍການ. ພາບ: VNA

ຕາມທ່ານເລຂາທິການໃຫຍ່ແລ້ວ, ຜ່ານ 96 ລະດູບານໃໝ່ນັບແຕ່ເວລາສ້າງຕັ້ງ, ພິເສດແມ່ນກ່ວາ 80 ປີ ພັກກຳອຳນາດ, ພັກກອມມູນິດ ຫວຽດນາມ ໄດ້ພິສູດໃຫ້ເຫັນພະລັງຊີວິດທີ່ໜຽວແໜ້ນ, ຄຸນທາດທີເດັດດ່ຽວ ແລະ ເສັ້ນທາງນຳພາທີ່ຖືກຕ້ອງ, ນຳການປະຕິວັດຫວຽດນາມ ບັນລຸຈາກໄຊຊະນະນີ້ ຫາໄຊຊະນະອື່ນ.

ເສັ້ນທາງ 96 ປີ ຂອງພັກ ໄດ້ຖອດຖອນບົດຮຽນອັນລ້ຳຄ່າຫຼາຍປະການ. ກ່ອນອື່ນໝົດ, ແມ່ນຕ້ອງກຳແໜ້ນ ແລະ ກຽດຊັງທຸງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ຢ່າງສະເໝີຕົ້ນສະເໝີປາຍ – ນີ້ແມ່ນສອງຈຸດໝາຍຍຸດທະສາດ ທີ່ມີການພົວພັນກັນຢ່າງສະໜິດແໜ້ນ ຕະຫຼອດຂະບວນວິວັດແຫ່ງການປະຕິວັດ. ເອກະລາດແຫ່ງຊາດ ແມ່ນເງື່ອນໄຂເບື້ອງຕົ້ນ ເພື່ອສ້າງສາສັງຄົມນິຍົມ ແລະ ສັງຄົມນິຍົມ ແມ່ນພື້ນຖານອັນໜັກແໜ້ນ ເພື່ອຮັບປະກັນເອກະລາດທີ່ແທ້ຈິງ ແລະ ຍາວນານໃຫ້ແກ່ຊາດ. ດ້ວຍການກຳແໜ້ນສັດຈະທຳດັ່ງກ່າວ, ພັກຂອງພວກເຮົາ ຍາມໃດກໍຢຶດໝັ້ນເສັ້ນທາງທີ່ ປະທານ ໂຮ່ຈີມິນ ແລະ ປະຊາຊົນພວກເຮົາໄດ້ເລືອກໄວ້: ທັງເດັດເດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ໃຫ້ໄດ້ຢ່າງເຖິງຖອງ, ທັງມີຄວາມມານະອົດທົນ ສ້າງສາສັງຄົມນິຍົມ ເພື່ອຄວາມສຸກຂອງປະຊາຊົນ.

ໃນຕອນເຊົ້າວັນທີ 25 ມັງກອນ 2026, ຢູ່ທີ່ຮ່າໂນ້ຍ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກຮ່ວມກັບ ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ. ເຂົ້າຮ່ວມນຳ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ພາບ: ຖົ໋ງເຍິດ - VNA

ເສັ້ນທາງ 96 ປີຜ່ານມາໄດ້ຢັ້ງຢືນວ່າ: ບໍ່ມີກຳລັງການເມືອງໃດນອກເໜືອຈາກພັກກອມມູນິດ ຫວຽດນາມ ມີອິດທິພົນຊື່ສຽງ, ມີຄວາມເກັ່ງກ້າສາມາດ ແລະ ຄຸນນະທາດໃນການນຳພາປະຕິວັດ ດ້ວຍເປົ້າໝາຍເພື່ອປະຊາຊົນ. ບົດບາດກຳອຳນາດ ແລະ ການນຳພາຢ່າງຮອບດ້ານຂອງພັກແມ່ນປັດໄຈຕັດສິນທຸກໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ບົດຮຽນອັນເລິກເຊິ່ງ ແລະ ມີຄວາມໝາຍສຳຄັນເປັນພິເສດນັ້ນກໍຄື: ພາລະກິດປະຕິວັດແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ປະຊາຊົນບໍ່ພຽງແຕ່ແມ່ນຜູ້ສ້າງໄຊຊະນະທາງປະຫວັດສາດເທົ່ານັ້ນ, ແຕ່ຍັງແມ່ນແຫຼ່ງກຳລັງແຮງອັນມະຫາສານທີ່ບໍ່ມີວັນບົກແຫ້ງ ເພື່ອໃຫ້ພັກຄົງຕົວ ແລະ ຂະຫຍາຍຕົວ. ທຸກແນວທາງ ແລະ ແຜນນະໂຍບາຍຂອງພັກ ຕ້ອງເລີ່ມຈາກຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ. ພັກຂອງພວກເຮົາ ໄດ້ຮັບການມອບໝາຍພາລະກຳຈາກປະຊາຊົນ ແລະ ພັກກໍບໍ່ມີຜົນປະໂຫຍດອື່ນໃດ ນອກຈາກການຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນ. ປະທານ ໂຮ່ຈີມິນ ເຄີຍເນັ້ນໜັກວ່າ: “ພັກ ບໍ່ແມ່ນອົງການຈັດຕັ້ງເພື່ອມາເປັນເຈົ້າເປັນນາຍ ຫຼື ຊອກຫາຄວາມຮັ່ງມີ. ພັກຕ້ອງເຮັດຫຼ້າໜ້າທີ່ປົດປ່ອຍຊາດ, ເຮັດໃຫ້ປະເທດຊາດມັ່ງຄັ້ງເຂັ້ມແຂງ, ເຮັດໃຫ້ພີ່ນ້ອງຮ່ວມຊາດມີຄວາມຜາສຸກ.” ຄຳສັ່ງສອນຂອງເພິ່ນ ຍັງຄົງມີຄຸນຄ່າອັນສູງສົ່ງ, ເປັນສິ່ງເຕືອນໃຈວ່າ ພັກຕ້ອງຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ, ຖືເອົາປະຊາຊົນເປັນກົກ ແລະ ຖືເອົາຄວາມສຸກຂອງປະຊາຊົນເປັນເປົ້າໝາຍສູງສຸດ. ພຶດຕິກຳຕົວຈິງກໍໄດ້ຊີ້ໃຫ້ເຫັນວ່າ, ຫາກເມື່ອໃດເກີດມີພະຍາດອາດຍາສິດ, ສໍ້ລາດບັງຫຼວງ ແລະ ຫ່າງເຫີນຈາກປະຊາຊົນ, ເມື່ອນັ້ນຈະກາຍເປັນໄພອັນຕະລາຍທີ່ບໍ່ສາມາດຄາດຄິດໄດ້ ຕໍ່ຊະຕາກຳຂອງປະເທດຊາດ ແລະ ຄວາມຄົງຕົວຂອງພັກເອງ. ດັ່ງນັ້ນ, ການຮັກສາສາຍພົວພັນແບບເລືອດເນື້ອເຊື້ອດຽວກັນກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອສ້າງສາພັກ ຍາມໃດກໍແມ່ນຫຼັກການເປັນຕາຍ. ການສະໜັບສະໜູນ ແລະ ຄວາມຮັກແພງເຊື່ອໝັ້ນຂອງປະຊາຊົນ ແມ່ນບັນທັດຖານວັດແທກກຽດຊື່ສຽງ, ແມ່ນແຫຼ່ງກຳລັງແຮງ ແລະ ແມ່ນ “ເຄັດລັບ” ແຫ່ງໄຊຊະນະຂອງພັກພວກເຮົາ ໃນທຸກໄລຍະຂອງການປະຕິວັດ.

 

ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ, ພວກເຮົາຈົ່ງກ້າວເດີນຢ່າງໝັ້ນແກ່ນ, ຕັດສິນໃຈຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຢ່າງມີໄຊ, ຕັດສິນໃຈສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ວັດທະນາຖາວອນ ແລະ ມີຄວາມສຸກ, ພ້ອມທັງກ້າວຂຶ້ນສູ່ລັດທິສັງຄົມນິຍົມຢ່າງໝັ້ນຄົງ.

                                                                                                      ປະຕິບັດໂດຍ: VNA/VNP


Top