ກຳລັງໜູນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ASEAN ແລະ EU
ກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 45 ປີ ການພົວພັນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ ສະຫະພາບ ເອີຣົບ (EU) ໄດ້ຈັດຂຶ້ນຢູ່ ບຣຸກແຊນ, ລາຊະອານາຈັກ ແບນຊິກ. ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພ້ອມກັບບັນດາຜູ້ນຳ ASEAN ແລະ EU ເຂົ້າຮ່ວມ ແລະ ກ່າວຄຳເຫັນ ທີ່ກອງປະຊຸມ.
ເປັນຄັ້ງທຳອິດ, ຜູ້ນຳ ASEAN ໄດ້ພົບປະກັບ ບັນດາຜູ້ນໍາ ປະເທດສະມາຊິກ EU ທຸກທ່ານ, ສິ່ງດັ່ງກ່າວໄດ້ ຢືນຢັນຄວາມສຳຄັນຂອງການພົວພັນລະຫວ່າງ 2 ອົງການໃນພາກພື້ນແຖວໜ້າຂອງໂລກ, “ຄູ່ຮ່ວມມືເຊື່ອມໂຍງ” ຂອງແຕ່ລະຝ່າຍ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນ ສອງຝ່າຍໃຫ້ຄວາມສຳຄັນເປັນຢ່າງດີ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງເພື່ອຊຸກຍູ້ການພົວພັນຄູ່ຮ່ວມມື ນີ້.
45 ປີທີ່ຜ່ານມາ, ການພົວພັນ ASEAN-EU ໄດ້ພັດທະນາຢ່າງຕັ້ງໜ້າ ແລະ ບັນລຸໄດ້ຜົນງານຫຼາຍຢ່າງ. ປີ 2021, ASEAN ແມ່ນຄູ່ຮ່ວມມືການຄ້າ ຢູ່ນອກ ເອີຣົບ ໃຫຍ່ອັນດັບ 3 ຂອງ EU ໃນຂະນະທີ່ EU ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງ ASEAN ດ້ວຍຍອດມູນຄ່າການຄ້າສອງຝ່າຍໄດ້ບັນລຸ 268,9 ຕື້ ໂດລາສະຫະລັດ ແລະ EU ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ອັນດັບ 2 ຂອງ ASEAN ດ້ວຍຍອດເງິນລົງທຶນ 26,5 ຕື້ ໂດລາສະຫະລັດ.
ມຸ່ງສູ່ອະນາຄົດ, 2 ຝ່າຍເປັນເອກະສັນກັນວ່າ ຈະສືບຕໍ່ເຮັດໃຫ້ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງໄດ້ສ້າງຕັ້ງເມື່ອປີ 2020 ບົນພື້ນ ຖານເຄົາລົບກົດໝາຍສາກົນ, ການຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການຟື້ນຟູ, ການພັດທະນາສີຂຽວ ແລະ ຍືນຍົງ. ພິເສດແມ່ນຊຸກຍູ້ການຮ່ວມມືດ້ານສດຖະກິດ, ການຄ້າ, ຮັກສາຄວາມໝັ້ນຄົງ ຂອງ ຕ່ອງໂສ້ການສະໜອງ, ຮັກສາເປົ້າໝາຍສ້າງຕັ້ງສັນຍາການຄ້າເສລີ ASEAN-EU (FTA), ເພີ່ມທະວີການເຊື່ອມຕໍ່ຜ່ານການປະຕິບັດຖະແຫຼງການຮ່ວມ ກ່ຽວກັບການເຊື່ອມຕໍ່ປີ 2020 ແລະ ສັນຍາການຂົນສົ່ງທາງອາກາດ ຮອບດ້ານ ASEAN-EU; ການຮ່ວມມືດ້ານຄວາມປອດໄພທາງທະເລ; ການເຊື່ອມຕໍ່, ສະໜັບສະໜູນຄວາມສາມາດດ້ານສາທາລະນະສຸກ, ການຫັນເປັນ ດີຈີຕອນ, ການຄຸ້ມຄອງໄພພິບັດ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະ ລັງງານ, ຄວາມຫຼາກຫຼາຍທາງຊີວະພາບ, ການປ້ອງກັນ ແລະ ຕ້ານການຫາປາ ທີ່ຜິດກົດໝາຍ...
EU ປະກາດ ປະກອບສ່ວນ 10 ຕື້ ເອີໂຣ ສະໜັບສະໜູນ ການປະຕິ ບັດຍຸດທະສາດ ເປີດປະຕູສູ່ໂລກ ຜ່ານບັນດາໂຄງການຮ່ວມມື, ປະຕິ ບັດຂໍ້ລິເລີ່ມ ຂອງ ກຸ່ມ ເອີຣົບ ກ່ຽວກັບການເຊື່ອມຕໍ່ແບບຍືນຍົງຢູ່ ASEAN, ພ້ອມກັນນັ້ນ ກໍ່ປະຕິບັດໂຄງການຂໍ້ລິເລີ່ມສີຂຽວ ມີມູນຄ່າ 30 ລ້ານ ເອີໂຣ ເພື່ອສະໜັບສະໜູນ ບັນດາໂຄງການຮ່ວມມືຕົວຈິງກັບ ASEAN.
ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີ ຈະເພີ່ມທະວີການຮ່ວມມືຫຼາຍຝ່າຍ, ແບ່ງປັນຄຸນຄ່າ ແລະ ຜົນປະໂຫຍດລວມ, ຊຸກຍູ້ກົດໝາຍສາກົນ, ແກ້ໄຂສິ່ງທ້າທາຍຂອງພາພພື້ນ ແລະ ໂລກ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ບັນດາປະເທດຢືນຢັນຄວາມສຳຄັນ ຂອງ ການຮັກສາສັນຕິພາບ, ສະ ຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ ແລະ ການເດີນອາກາດຢູ່ທະເລຕາເວັນອອກ, ສະໜັບສະໜູນ ການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ບໍ່ປະຕິບັດບັນ ດາການເຄື່ອນໄຫວທີ່ເພີ່ມທະວີຄວາມເຄັ່ງຕຶງ, ແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິ ສັນຍາ ສະຫະປະຊາຊາດ ວ່າດ້ວຍກົດໝາຍ ທະເລປີ 1982 (UNCLOS 1982), ຮຽກຮ້ອງໃຫ້ປະຕິບັດຖະແຫຼງການຢ່າງຄົບຖ້ວນ ກ່ຽວກັບການປະພຶດ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC), ສ້າງປະມວນກົດລະບຽບ ການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ຕາມກົດ ໝາຍສາກົນ, ໃນນັ້ນມີ UNCLOS 1982.
EU ສະໜັບສະໜູນ ບັນດາຄວາມພະຍາຍາມຂອງ ASEAN ເພື່ອຊຸກຍູ້ການປະຕິບັດ ຄຳເຫັນທີ່ເປັນເອກະສັນ 5 ຂໍ້ກ່ຽວກັບ ມຽນມາ. ໃນການປຶກສາຫາລື ກ່ຽວກັບການປະທະກັນຢູ່ ອູແກຣນ, ບັນດາປະເທດໄດ້ເນັ້ນໜັກເຖິງບັນດາຫຼັກການພື້ນຖານ ຂອງ ກົດບັດສະຫະປະຊາຊາດ, ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກົດໝາຍສາກົນ. ຕາມນັ້ນແລ້ວ, ຄວາມແຕກຕ່າງ ແລະ ຄວາມບໍ່ລົງລອຍກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ.
ຜົນສຳເລັດຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ASEAN- EU ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມືອັນດີງາມລະຫວ່າງ ASEAN ແລະ EU, ເປັນກຳລັງໜູນຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງພາກພື້ນ ໂດຍເປົ້າໝາຍເຮັດໃຫ້ກົມກຽວ ກັບຜົນປະໂຫຍດ ແລະ ພັດທະນາແບບຍືນຍົງ.

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ