ການເດີນທາງ ເພື່ອສໍາຜັດ ມໍລະດົກ ຢູ່ “ເຮືອນລວມ” ຂອງ 54 ຊົນເຜົ່າ ຫວຽດນາມ
ຄະນະຜູ້ແທນ ເຊິ່ງປະກອບດ້ວຍ ເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ໄດ້ເດີນທາງຢ້ຽມ ຢາມ ແລະ ສຳຜັດກັບວັດທະນະທຳ ທີ່ເປັນເອກະລັກ ຂອງບັນດາ ເຜົ່າ ຫວຽດນາມ ຢູ່ໝູ່ບ້ານວັດທະນະທຳ-ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ.
ໂຄງການນີ້ ໄດ້ຈັດຂຶ້ນໂດຍມີເປົ້າໝາຍເພື່ອໂຄສະນາ ເຜີຍແຜ່ ຄວາມ ງາມຂອງປະເທດຊາດ, ຜູ້ຄົນ ແລະ ຄຸນຄ່າ ມໍລະດົກວັດທະນະທຳ ຮີດຄອງປະເພນີຂອງ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ. ຢູ່ທີ່ນີ້, ບັນດານັກການທູດໄດ້ມີ ໂອກາດຄົ້ນຫາ ວັດທະນະທຳ ນັບແຕ່ເຂດ ພູດອຍ ພາກເໜືອ ຈົນຮອດເຂດແມ່ ນ້ຳລຳເຊ ພາກໃຕ້, ເຮັດໃຫ້ສຳ ຜັດ ໄດ້ຢ່າງຈະແຈ້ງເຖິງຄວາມ “ເອກະພາບ ໃນຄວາມຫຼາກຫຼາຍ” ຂອງ ພື້ນຖານວັດທະນະທໍາ ຫວຽດນາມ.
ການເດີນທາງເລີ່ມຕົ້ນຢູ່ໝູ່ບ້ານ ເຜົ່າເມື່ອງ. ບັນດາ ແຂກສາກົນມີ ຄວາມປະທັບໃຈເປັນພິເສດ ຕໍ່ກັບສະຖາປັດຕະຍະກຳເຮືອນຮ້ານ ທີ່ ມີຫຼັງຄາໂຄ້ງ ຄືກັບກະດອງເຕົ່າ ເຊິ່ງຕິດພັນ ກັບເລື່ອງລາວ “ການກຳເນີດດິນ ແລະ ນ້ຳ”. ນອກຈາກການຢ້ຽມຢາມ ແລ້ວ, ບັນດາທູຕານຸ ທູດ ຍັງໄດ້ເຂົ້າຮ່ວມກິດຈະກຳ ການດຳລົງຊີວິດປະຈຳວັນ ຂອງ ປະຊາຊົນໂດຍກົງ ເຊັ່ນ: ການຈັກສານ, ການຕ່ຳແຜ່ນ ແລະ ຊົມການສະແດງ ສິລະປະພື້ນເມືອງ. ຮອຍຍິ້ມທີ່ສົດໃສໄດ້ປະກົດຂຶ້ນໃນຂະນະທີ່ບັນດານັກການທູດ ຮ່ວມເຕັ້ນສາກ ແລະ ໂຍນໝາກຄ່ອນ ຢູ່ ເດີ່ນເຮືອນຮ້ານ ຢ່າງສະໜິດສະໜົມ.
ຫຼັງຈາກອອກຈາກພື້ນທີ່ວັດທະນະທຳ ເຜົ່າເມື່ອງ, ຄະນະໄດ້ສືບຕໍ່ ໄປຢ້ຽມຢາມ ໝູ່ບ້ານເຜົ່າ ເຊີດັງ. ຢູ່ທີ່ນີ້, ສຽງດົນຕີຈາກ “ພິນ ເຕີຣຶງ” ແລະ “ພິນ ກລອງປຸດ” ໄດ້ສ້າງຄວາມດຶງດູດໃຈໃຫ້ແກ່ຜູ້ຊົມ. ພີ່ນ້ອງ ຊາວເຜົ່າ ເຊີດັງ ໄດ້ແນະນຳວິທີການນຳໃຊ້ເຄື່ອງ ດົນຕີ ທີ່ເຮັດດ້ວຍ ໄມ້ປ່ອງ ໃຫ້ແກ່ບັນດາແຂກ ຜູ້ມາຢ້ຽມຊົນຢ່າງໃກ້ຊິດ, ສ້າງເປັນບັນ ຍາກາດ ການແລກປ່ຽນສິລະປະ ທີ່ບໍ່ມີພົມແດນ.
ຈຸດເດັ່ນຕໍ່ມາແມ່ນເຂດວັດ ຂະແມ ແລະ ກຸ່ມທາດ ຈຳ. ຄະນະຜູ້ ແທນ ໄດ້ດື່ມດ່ຳ ກັບບັນຍາກາດ “ສີສັນ ວັດທະນະທຳ ຫວີ໊ງລອງ” ດ້ວຍ ສິລະປະມໍລະດົກ ເຊັ່ນ: ເດີ່ນກາຕາຍຕື້, ການຮ້ອງເພງ ສັກບົວ ຝູເລ ຫຼື ການຟ້ອນ ຣອມ-ວອງ ທີ່ອ່ອນຊ້ອຍ. ພິເສດ, ສິລະປະການ ປັ້ນດິນເຜົາ ເບົ່າຈຸກ (ມໍລະດົກ ທີ່ໄດ້ຮັບການຮັບຮອງຈາກ UNESCO) ໄດ້ເຮັດໃຫ້ບັນດາຜູ້ແທນຫຼາຍທ່ານ ມີຄວາມສົນໃຈ ເມື່ອໄດ້ສຳຜັດກັບດິນດາກ ດ້ວຍຕົນເອງ ແລະ ທົດລອງປັ້ນຮູບຊົງ ຕ່າງໆ ດ້ວຍການແນະນຳ ຈາກນາຍຊ່າງສິລະປະ.
ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ ແມ່ນກິດຈະກຳ ການທ່ອງທ່ຽວ ເທົ່ານັ້ນ, ແຕ່ຍັງແມ່ນຂົວຕໍ່ທາງ ວັດທະນະທຳ ທີ່ສຳຄັນ, ປະກອບສ່ວນ ຮັດແໜ້ນ ສາຍພົວພັນມິດທະພາບລະຫວ່າງ ຫວຽດນາມ ກັບບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນໃນທົ່ວໂລກ. ຜ່ານນັ້ນ, ພາບພົດ ຂອງ ຫວຽດນາມ ທີ່ຮັ່ງມີໄປດ້ວຍເອກະລັກ, ມີຄວາມຂະຫຍັນຂັນ ເຄື່ອນ ແລະ ຮັກຫອມສັນຕິພາບ ໄດ້ສ້າງຄວາມຊົງຈຳ ທີ່ດີງາມໃນ ໃຈ ຂອງເພື່ອນມິດສາກົນ./.
ບົດ ແລະ ພາບ: ລາມເຊີນ - ແປໂດຍ: ຢືຟຽນ











