ການເຊີ້ງສິງໂຕແມວ - ທ່າເຕັ້ນ ມໍລະດົກ ຢູ່ເຂດຊາຍແດນ ແຂວງ ລ້າງເຊີນ
ໃນພື້ນທີ່ ວັດທະນະທຳ ຢູ່ເຂດຊາຍແດນຫ່າງໄກສອກຫຼີກ, ການ ເຊີ້ງສິງໂຕແມວ ຂອງ ຊົນເຜົ່າ ໄຕ່ ແລະ ນຸ່ງ ຢູ່ແຂວງ ລ້າງເຊີນ ບໍ່ພຽງແຕ່ເປັນການສະແດງ ໃນງານບຸນລະດູບານໃໝ່ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກແຫ່ງຄວາມເຊື່ອໝັ້ນ, ຄວາມປາດຖະໜາ ແລະ ລັກສະນະຈຳເພາະ ຂອງທ້ອງຖິ່ນ ອີກດ້ວຍ. ໄດ້ຮັບການ ຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງ ຊາດ, ການເຊີ້ງນີ້ ກຳລັງໄດ້ຮັບການ ອະນຸລັກຮັກສາ, ຕົກທອດ ແລະ ຖ່າຍທອດຕໍ່ໆ ກັນຢ່າງມີຊີວິດຊີວາໃນທຸກມື້ນີ້.
ປີ 2017, ການເຊີ້ງສິງໂຕແມວ ໄດ້ຮັບການຮັບຮອງເປັນ ມໍລະ ດົກ ວັດທະນະທຳ ທີ່ເປັນນາມມະທຳຂອງຊາດ. ທ່ານ ປອ ຮວ່າງ ວັນປ໋າວ, ປະທານສະມາຄົມ ມໍລະດົກວັດ ທະນະທຳ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ ສິລະປະ ປະເພດນີ້ ແມ່ນຕິດພັນ ກັບ ຄວາມເຊື່ອຖື ແລະ ສີສັນເອກະລັກ ຂອງ ຊຸມຊົນ ຊາວເຜົ່າ ໄຕ່-ນຸ່ງ, ເຊິ່ງເປັນຊົນເຜົ່າສ່ວນໃຫຍ່ ຂອງປະຊາກອນໃນທ້ອງຖິ່ນ. ຮູບພາບ ຂອງ ສິງໂຕແມວ ຖືວ່າ ເປັນສັນຍາລັກ ຂອງ ຄວາມ ໂຊກລາບ, ຄວາມສະຫງ່າງາມ ແລະ ຄວາມຈະເລີນຮຸ່ງເຮືອງ. ໃນແຕ່ລະໂອກາດປີໃໝ່, ຄອບຄົວ ຕ່າງໆ ມັກຈະເຊີນ ທີມເຊີ້ງ ສິງໂຕ ມາສະແດງດ້ວຍຄວາມເຊື່ອວ່າ ຈະຊ່ວຍຂັບໄລ່ ສິ່ງ ຊົ່ວຮ້າຍ ແລະ ນຳມາເຊິ່ງ ຄວາມຜາສຸກ ໃນປີໃໝ່.
ການເຊີ້ງສິງໂຕແມວ ປະສົມປະສານ ຫຼາຍປັດໄຈເຊັ່ນ: ດົນຕີ, ທ່າເຊີ້ງ ແລະ ສິລະປະ. ສຽງກອງ, ສຽງຄ້ອງ ແລະ ສຽງຊິ່ງ ດັງກ້ອງກັງວານ, ປະສົມປະສານ ກັບທ່າເຊີ້ງ ທີ່ເຂັ້ມແຂງ, ແຕ່ມີຄວາມອ່ອນຊ້ອຍ. ເຄື່ອງມືສະແດງ ລວມມີ ຫົວສິງ ໂຕແມວ ທີ່ສວຍງາມ, ໜ້າກາກລີງ, ໄມ້ຄ້ອນ, ດາບ ແລະ ຫອກສາມງ່າມ. ການສະແດງແຕ່ລະຢ່າງ ມີຄວາມໝາຍ ສະເພາະຄື: ຂໍຄວາມໂຊກລາບ, ການໄຫວ້ບູຊາ, ຟື້ນຄືນໃໝ່ ການອອກແຮງງານ ຫຼື ການສະແດງ ທ່າຕີລັງກາ ຜ່ານວົງໄຟ ທີ່ໜ້າຕື່ນຕາຕື່ນໃຈ.
ຕໍ່ໜ້າແຮງກົດດັນ ຂອງ ຊີວິດ ທີ່ທັນສະໄໝ, ອຳນາດການປົກ ຄອງ ແຂວງ ລ້າງເຊີນ ໄດ້ຈັດຕັ້ງຫຼາຍກິດຈະກຳ ເພື່ອ ອະນຸລັກຮັກສາ ມໍລະດົກ ນີ້. ຕັ້ງແຕ່ປີ 2021, ໄດ້ເປີດກວ່າ 30 ຊຸດການສອນ, ເຊິ່ງດຶງດູດນັກຮຽນ ເກືອບ 200 ຄົນ, ໃນນັ້ນ ມີໄວໜຸ່ມສາວ ຈຳນວນຫຼາຍ. ບັນດາໂຮງຮຽນໃນຕາແສງ ແລະ ບ້ານໄດ້ນຳການເຊີ້ງສິງໂຕແມວ ເຂົ້າໃນຫຼັກສູດ ນອກ ໂຮງຮຽນ, ພ້ອມທັງສ້າງມຸມວາງສະແດງ ໜ້າກາກ ແລະ ຫົວເຊີ້ງ ເພື່ອໃຫ້ ນັກຮຽນ ຮູ້ສຶກໃກ້ຊິດ ກັບມໍລະດົກຫຼາຍຂຶ້ນ.
ອີງຕາມບົດລາຍງານ ຂອງ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລ້າງເຊີນ, ປັດຈຸບັນທົ່ວແຂວງ ມີທີມເຊີ້ງເກືອບ 100 ທີມ, ມີສະມາຊິກ ປະມານ 1000 ຄົນ, ເພີ່ມຂຶ້ນ 20% ເມື່ອ ທຽບກັບ ປີ 2020. ມີຫຼາຍສະໂມສອນໃໝ່ ທີ່ໄດ້ຖືກ ສ້າງຕັ້ງຂຶ້ນ ໃນຕາແສງຕ່າງໆ ເຊັ່ນ: ຮົ່ງຟອງ, ອຽນຟຸກ... ເຊິ່ງສະແດງໃຫ້ເຫັນເຖິງ ການແຜ່ຂະຫຍາຍ ຢ່າງກວ້າງຂວາງ ຂອງ ຂະບວນການນີ້.
ບໍ່ພຽງແຕ່ອຳນາດການປົກຄອງ ເທົ່ານັ້ນ, ບັນດານັກສິລະປິນ ຍັງໄດ້ ເຂົ້າຮ່ວມ ສິດສອນການເຊີ້ງສິງໂຕແມວຢ່າງຕັ້ງໜ້າ. ຢູ່ຕາແສງ ອຽນຟຸກ, ທີມເຊີ້ງສິງໂຕແມວ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2018 ປັດຈຸບັນ ໄດ້ເປີດຊຸດຮຽນ ຮັບນັກຮຽນອາຍຸ 11-12 ປີ ເພີ່ມຕື່ມອີກ. ການສືບທອດ ຕໍ່ກັນນີ້ ຊ່ວຍໃຫ້ ມໍລະດົກ ບໍ່ສູນຫາຍ, ແຕ່ຍັງຕິດພັນກັບຊີວິດ ຂອງ ຊຸມຊົນຫຼາຍຍິ່ງຂຶ້ນ.
ໃນງານບຸນຕ່າງໆ ຢູ່ດິນແດນ ລ້າງເຊີນ ໃນທຸກມື້ນີ້, ການເຊີ້ງສິງ ໂຕແມວ ຍັງຄົງເບີກບານມ່ວນຊື່ນ, ດຶງດູດຜູ້ຊົມ ແລະ ນັກທ່ອງທ່ຽວ. ດ້ວຍການຮ່ວມມືກັນ ຂອງ ອຳນາດການປົກຄອງ, ນັກສິລະປິນ ແລະ ຄົນລຸ້ນໃໝ່, ການເຊີ້ງນີ້ບໍ່ພຽງແຕ່ໄດ້ຮັບການ ອະນຸລັກຮັກສາເທົ່ານັ້ນ, ແຕ່ຍັງໄດ້ສ່ອງແສງເປັນຫຼັກຖານ ທີ່ມີ ຊີວິດຊີວາ ເຖິງ ພະລັງ ທີ່ຍືນຍົງ ຂອງ ວັດທະນະທຳ ພື້ນເມືອງ ຫວຽດນາມ.
ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ