ການຄຸ້ມຄອງຊັບພະຍາກອນນ້ຳ ແບບຍືນຍົງແມ່ນບຸລິມະສິດອັນດັບໜຶ່ງ

ການຄຸ້ມຄອງຊັບພະຍາກອນນ້ຳ ແບບຍືນຍົງແມ່ນບຸລິມະສິດອັນດັບໜຶ່ງ

ກົນ​ໄກຄວາມ​ຮ່ວມ​ມື​ ແມ່​ນໍ້າຂອງ-​ແມ່ນໍ້າລ້ານ​ຊ້າງ ​ບັນລຸ​ຜົນສໍາເລັດ​ສຳຄັນ​ ຫຼາຍຢ່າງ ໃນ​ໄລຍະ​ມໍ່ໆ ​ມາ​ນີ້, ປະກອບສ່ວນ​ສ້າງ​ພາກ​ພື້ນ​ແມ່​ນ້ຳຂອງ ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ທ່ີຍືນ​ຍົງ. ພິ​ເສດ, ການ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ນ້ຳ​ ແມ່​ນ້ຳ​ຂອງ​ ແມ່ນ​ບຸ​ລິ​ມະ​ສິດ​ ອັນ​ດັບ​ໜຶ່ງ​, ເພາະ​ມັນ​ມີ​ບົດ​ບາດ​ສຳ​ຄັນ ​ພິ​ເສດ​ ແລະ ຕັດສິນ ເຖິງພື້ນຖານກະ​ສິ​ກຳ ​ຂອງ​ຂົງເຂດນີ້.

ນີ້​ແມ່ນ​ການ​ຕີ​ລາຄາ​ ຂອງ ​ກອງ​ປະຊຸມ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ແມ່​ນໍ້າຂອງ-ແມ່ນໍ້າລ້ານ​ຊ້າງ (MLC) ​ຄັ້ງ​ທີ 9 ທີ່​ໄດ້​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ຢູ່​ນະຄອນ​ ຊຽງ​ໃໝ່, ປະເທດໄທ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ ດາ​ປະ​ເທດ​ສະມາຊິກ ປະກອບມີ: ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຈີນ ​ແລະ ຫວຽດນາມ.

ດ້ວຍ​ຫົວ​ຂໍ້ “ມຸ່ງໄປເຖິງອະນາຄົດ ປອດໄພ ແລະ ຍືນຍົງກວ່າ ໃຫ້ແກ່ພາກພື້ນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ”, ບັນດາ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ ​ແບບ​ຍືນ​ຍົງ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ ​ກອງ​ປະຊຸມ; ຢືນຢັນ​ຄວາມ​ມານະ​ພະຍາຍາມ ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດ ທິ​ຜົນ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແຜນການ​ຮ່ວມ​ມື​ດ້ານ​ຊັບພະຍາກອນ​ນ້ຳ​ ແມ່​ນໍ້າຂອງ-ແມ່ນໍ້າລ້ານ​ຊ້າງ ​ໄລຍະ 2023-2027 ​ແລະ ສະໜັບສະໜູນ​ຫວຽດນາມ ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ ການ​ຮ່ວມ​ມື​ແມ່ນໍ້າຂອງ-ແມ່ນໍ້າລ້ານ​ຊ້າງ​ ຄັ້ງ​ທີ 2 ​ໃນ​ປີ 2025.

ບັນດາ​ປະ​ເທດ ສະມາຊິກ ​ຊົມ​ເຊີຍ​ໝາກຜົນ​​ການ​ຮ່ວມ​ມື​ ແມ່​ນ້ຳ ຂອງ-​ແມ່ນໍ້າລ້ານ​ຊ້າງ ​ໂດຍ​ມີ​ເກືອບ 100 ​ໂຄງການ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກອງ​ທຶນ​ພິ​ເສດ​ ແມ່​ນໍ້າຂອງ-ແມ່ນໍ້າລ້ານ​ຊ້າງ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ປະຊາຊົນ, ທ້ອງ​ຖິ່ນ ​ແລະ ວິສາຫະກິດເຄື່ອນໄຫວ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ, ກະສິກຳ, ການທ່ອງທ່ຽວ, ຄຸ້ມຄອງແຫຼ່ງ​ນ້ຳ, ສິ່ງ​ແວດ​ລ້ອມ, ການ​ພັດ​ທະ​ນາ​ສີ​ຂຽວ, ສາທາລະ ນະສຸກ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ ແລະ ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ​ການມອບສິດອຳນາດ ໃຫ້ແກ່​ແມ່​ຍິງ.

ໃນກອງ​ປະຊຸມ, ບັນດາ​ປະ​ເທດ​ສະມາຊິກ​ ຍັງ​ໄດ້​ສະ​ເໜີ​​ແນວ​ຄວາມ​ຄິດ​ໃໝ່ໆ ​ເພື່ອ​ດຶງ​ດູດ​ກາລະ​ໂອກາດ ​ພັດທະນາໃໝ່​ໆ ໃນ​ການຫັນເປັນ​ດີຈີຕອນ, ​ຫັນ​ເປັນ​ສີຂຽວ, ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ການ​ນຳ​ໃຊ້​ປັນຍາ​ປະດິດ ເພື່ອຮັບໃຊ້ການພັດທະນາ. ບັນດາ​ປະ​ເທດ ​ໄດ້​ເຫັນ​ດີ​ກັນວ່າ ຈະຊຸກຍູ້​ການ​ເຊື່ອມ​ຕໍ່​ໂດຍ​ຜ່ານ​ການ​ພັດທະນາ​ລະບົບ​ຄົມມະນາຄົມ ​ທາງ​ລົດ​ໄຟ, ​ທາງບົກ, ທາງອາ ກາດ, ຮັບປະກັນ​ລະບົບ​ການ​ສະໜອງ​ທີ່​ໝັ້ນຄົງ, ຊຸກຍູ້​ກະສິກຳ ​ສະ ຫຼາດ ​ແລະ ​ຍືນ​ຍົງ, ​ເພີ່ມ​ທະວີ​ຄວາມ​ສາມາດ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ ​ດິນ​ຟ້າ​ອາກາດ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ, ຫຼຸດຜ່ອນ​ມົນ​ລະ​ພິດ​ຂອງ ອາກາດ, ການ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກໍາຂ້າມຊາດ​.

 

ກ່າວ​ຄຳ​ເຫັນ​ໃນກອງ​ປະຊຸມ, ທ່ານ​ນາງ ຫງວຽນ​ມິງຮັ່ງ ຮອງ​ລັດຖະ ມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ຄວາມ​ສຳຄັນ ​ແລະ ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ ​ຂອງ​ຫວຽດນາມ ​ໃນ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ-​ແມ່ນໍ້າລ້ານ​ຊ້າງ. ​ເພື່ອ​ປະຕິບັດ​ວິ​ໄສ​ທັດ​ ການ​ພັດທະນາ​ ທີ່ໄດ້​ການ​ນຳ​ ແມ່​ນ້ຳ​ຂອງ-ແມ່ນໍ້າລ້ານ​ຊ້າງ​ ຮັບຮອງ​ເອົາ, ທ່ານ​ນາງ ຫງວຽນ​ມິງຮັ່ງ ຮອງ​ລັດຖະມົນຕີ ​ໄດ້​ສະ​ເໜີວ່າ​ ແມ່​ນ້ຳຂອງ-ແມ່ນໍ້າລ້ານ​ຊ້າງ ຕ້ອງມີການ​ຮ່ວມ​ມື​ເປີດ​ກວ້າງ​ຕະຫຼາດ, ​ເສີມ​ຂະຫຍາຍ​ຕ່ອງ​ໂສ້​ການ​ສະໜອງ​ແບບ​ຍືນ​ຍົງ, ​ເຊື່ອມ​ຕໍ່ພື້ນຖານໂຄງລ່າງການຄົມມະ ນາຄົມ. ໃນນັ້ນ ບຸລິມະສິດ ການຍົກສູງຄວາມອາດສາມາດດ້ານວິທະ ຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳສ້າງສັນ ຜ່ານການຈັດຕັ້ງປະຕິບັດ ນະວັດຕະກໍາສ້າງສັນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຢ່າງມີປະສິດທິຜົນ; ບັນດາ​ປະ​ເທດ ​ແມ່​ນ້ຳຂອງ​-ແມ່ນໍ້າລ້ານ​ຊ້າງ ຕ້ອງ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຍູ້​ແຮງ​ກວ່າເກົ່າການ​ຮ່ວມ​ມື​ ແມ່​ນ້ຳ​ຂອງ-ແມ່ນໍ້າລ້ານ​ຊ້າງ ກ່ຽວກັບແຫຼ່ງນໍ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄຸ້ມ​ຄອງ​ໄພ​ນ້ຳ​ຖ້ວມ ແລະ ​ໄພ​ແຫ້ງ​ແລ້ງ, ​ແບ່ງປັນ​ຂໍ້​ມູນ​ດ້ານ​ອຸ​ທົກ​ກະ​ສາດ, ປະຕິບັດການຄົ້ນຄວ້າ​ຮ່ວມກັນ...; ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສະໜິດຕິດພັນ​ຢ່າງ​ເລິກ​ເຊິ່ງ ລະຫວ່າງ​ປະຊາຊົນ 6 ປະ​ເທດ.

ຊາວນາ ເກັບກ່ຽວເຂົ້າ ຕາມທົ່ງນາຢູ່ແຂວງ ຊຽງໃໝ່, ປະເທດ ໄທ. ພາບ: AFP/VNA

ມຸ່ງສູ່​ສະ​ເຫຼີ​ມສະຫຼອງ 10 ປີ​ ການສະຖາປະນາ ​ກົນ​ໄກຄວາມ​ຮ່ວມ​ມື​ ແມ່​ນ້ຳຂອງ-ແມ່ນໍ້າລ້ານ​ຊ້າງ ​ໃນ​ປີ 2025, ຫວຽດນາມ ໄດ້ສະ​ເໜີ​ໃຫ້ ເພີ່ມ​ທະວີ​ ແລະ ຫັນເປັນຫຼາຍຮູບແບບການເຄື່ອນ​ໄຫວ​ແລກປ່ຽນ​ລະ ຫວ່າງປະຊາຊົນ, ​ແລກປ່ຽນ​ຊາວ​ໜຸ່ມ, ​ເຊື່ອມ​ໂຍງ​​ທ້ອງ​ຖິ່ນ, ວິສາຫະກິດ, ຊອກ​ຫາ​ແນວ​ຄວາມ​ຄິດ​ຮ່ວມ​ມື​ໃໝ່​ ຈາກ​ຮຸ່ນໜຸ່ມ ຂອງ​ 6 ​ປະ​ເທດ, ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງກວ່າເກົ່າ, ຂົງ​ເຂດ​ການ​ຮ່ວມ​ມື​ນັບ​ມື້​ນັບ​ກວ້າງຂວາງກວ່າ, ​ມີການເຂົ້າ​ຮ່ວມ​ທຸກ​ພາກສ່ວນ ​ຂອງ ​ສັງຄົມ​ຢ່າງ​ເລິກ​ເຊິ່ງ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ.

ຕາມ​ຕົວ​ເລກ​ສະຖິຕິ, ຫວຽດນາມ ​ມີ​ແມ່​ນ້ຳ 3.450 ກວ່າ​ສາຍ ​ທີ່​ມີ​ຄວາມ​ຍາວ 10 ກມ ​ຂຶ້ນໄປ, ດ້ວຍ​ປະລິມານ​ນ້ຳ​ໄຫຼ​ເຂົ້າ​ໃນ​ແຕ່ລະ​ປີ​ປະມານ 844 ຕື້​ ແມັດ​ກ້ອນ. ການໄຫຼວຽນ ແຕ່ລະປີ ຢູ່ເຂດລຸ່ມ ແມ່ ນໍ້າຂອງ ກວມເອົາປະມານ 56% ຂອງປະເທດ, ໃນນັ້ນ ມີເຖິງ 95% ຂອງປະລິມານນໍ້າ ທັງໝົດ ແມ່ນມາຈາກ (ຈີນ, ມຽນມາ, ໄທ, ລາວ ແລະ ກໍາປູເຈຍ).

  • ປະຕິບັດ: VNP/ແທງຢາງ  ແລະ ຖາວວີ - ແປໂດຍ: ຢືຟຽນ
  •  

Top