ກະທຽມ ກິມເກືອງ ດົງອ໋າ
ດ້ວຍສານ ທີ່ຈະເຮັດໃຫ້ບັນດາຜະລິດຕະພັນກະທຽມດຳ ກາຍ ເປັນອາຫານສຸຂະພາບ ທີ່ມີປະໂຫຍດຕໍ່ຜູ້ບໍລິໂພກ ແລະ ມຸ່ງສູ່ການສົ່ງອອກທົ່ວໂລກ, ສ້າງມູນຄ່າເສດຖະກິດ ໃຫ້ແກ່ປະເທດຊາດ. ບັນດາຜະລິດຕະພັນກະທຽມ ກິມເກືອງ ດົງອ໋າ (ອາຊີຕາເວັນອອກ) ພວມຄ່ອຍໆ ຢືນຢັນຖານະບົດບາດ ຂອງ ຕົນໃນຂະແໜງການຢາສະອາດ ຢູ່ ຫວຽດນາມ. ປັດຈຸບັນ, ໂຮງງານຜະລິດ ກະທຽມ ກິມເກືອງ ດົງອ໋າ ໄດ້ຮັບການຕີລາຄາວ່າ ແມ່ນໂຮງງານກະທຽມດຳ ແຫ່ງທຳອິດ ຂອງ ຫວຽດນາມ ໄດ້ມາດຕະຖານ GMP.
ຊອກຫາວິທີເຂົ້າເຖິງ ເຕັກໂນໂລຊີ
ໃນເດືອນ ກໍລະກົດ ນີ້, ແມ່ນລະດູເກັບກ່ຽວກະທຽມ, ກໍ່ແມ່ນໄລຍະທີ່ໂຮງງານຜະລິດກະທຽມ ກິມເກືອງ ດົງອ໋າ ດຳເນີນການຜະ ລິດກະທຽມດຳ ຢ່າງເຕັມສ່ວນ. ແຕ່ລະມື້, ໂຮງງານປຸງແຕ່ງກະ ທຽມສົດ ໄດ້ 2,5 ໂຕນ ຈາກພື້ນທີ່ວັດຖຸດິບ ສົ່ງມາໃຫ້. ໂຮງ ງານຜະລິດກະທຽມດຳ ດົງອ໋າ ເລີ່ມເຄື່ອນໄຫວແຕ່ປີ 2016 ຢູ່ ເກ້ວຫວໍ (ບັກນິງ) ໃນເນື້ອທີ່ 1,5 ເຮັກຕາ. ໂຮງງານດັ່ງກ່າວມີຫ້ອງບົ່ມ 16 ຫ້ອງ ດ້ວຍກຳລັງການຜະລິດ 600 ໂຕນ/ປີ, ແມ່ນໂຮງງານຜະລິດກະທຽມດຳ ດ້ວຍເຕັກໂນໂລຊີ ຂອງ ຍີ່ປຸ່ນ ໃຫຍ່ທີ່ສຸດຢູ່ ຫວຽດນາມ.
ເພື່ອກໍ່ສ້າງໃຫ້ໂຮງງານມີຂະໜາດໃຫຍ່ຄືປັດຈຸບັນ, ກະທຽມດຳ ດົງອ໋າ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆ ປະການ ບົນເສັ້ນທາງເຂົ້າເຖິງເຕັກໂນໂລຊີ ຂອງ ຍີ່ປຸ່ນ ແລະ ການລົງທຶນທາງປັນຍາ, ຜູ້ຄົນ ເພື່ອສ້າງຂຶ້ນເຄື່ອງໝາຍຜະລິດຕະພັນ.
ທ່ານນາງ ເລມິງຫງວຽດ, ຜູ້ອຳນວຍການໃຫຍ່ບໍລິສັດການຢາ ດົງອ໋າ ແບ່ງປັນວ່າ ກ່ຽວກັບເຕັກໂນໂລຊີ ການບົ່ມກະທຽມ, ຍີ່ປຸ່ນ ແມ່ນປະເທດນຳໜ້າໃນຂົງເຂດນີ້. ພວກຂ້າພະເຈົ້າ ຊອກຫາວິທີ ເຂົ້າເຖິງບໍລິສັດ Nagamine, ວິສາຫະກິດໃຫຍ່ທີ່ສຸດ ຍີ່ປຸ່ນ ທີ່ຮັກສາຄວາມລັບ ຂອງ ການບົ່ມກະທຽມສົດ ພື້ນເມືອງ. ຮັບຮູ້ຄວາມກະຕືລືລົ້ນຢ່າງຈິງໃຈ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຊາວ ຫວຽດນາມ, ບໍລິສັດ Nagamine ໄດ້ຕົກລົງຖ່າຍທອດເຕັກນິກ ການບົ່ມ ກະທຽມດຳ ໃຫ້ ດົງອ໋າ. ການຖ່າຍທອດເຕັກໂນໂລຢີ ນີ້ ແມ່ນຂີດໝາຍ ບາດກ້າວໃໝ່ຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນຂົງເຂດອາຫານ ເພື່ອສຸຂະພາບ ແລະ ຢັ້ງຢືນພື້ນຖານເບື້ອງຕົ້ນໃຫ້ກະທຽມດຳ ດົງ ອ໋າ ໄດ້ຈຳໜ່າຍອອກສູ່ຕະຫຼາດ.
ທ່ານ Nagamine Kazuyuki- ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນ Nagamine ຍີ່ປຸ່ນ ກ່າວວ່າ: ການຮ່ວມມືລະຫວ່າງ Nagamine ແລະ ບໍລິສັດການຢາ ດົງອ໋າ ແມ່ນສະເໜ່, ເພາະວ່າ ພວກເຮົາມີຄວາມປາຖະໜາດຽວກັນ, ມີຫຼາຍຄົນສາ ມາດນຳໃຊ້ຜະລິດຕະພັນ ນີ້ໄດ້…”. ຄວາມເຊື່ອຖື ແລະ ການຮ່ວມແຮງຮ່ວມໃຈຂອງ Nagamine ກັບ ດົງອ໋າ ໄດ້ຮັບການຢືນຢັນໃນຄຸນນະພາບຂອງກະທຽມເພັດ ດ້ວຍຈໍານວນ ຜະລິດຕະພັນທີ່ຈຳໜ່າຍ ອອກສູ່ຕະຫຼາດ ໃນແຕ່ລະປີຢ່າງໜ້ອຍ 300 ໂຕນຕໍ່ປີ.
ພາຍຫຼັງໄດ້ທົດລອງການຜະລິດ ມາເປັນເວລາດົນນານເພື່ອກວດສອບຄຸນນະພາບ, ປະສິດທິຜົນຂອງຜະລິດຕະພັນ ແລະ ຜະລິດເປັນຜະລິດຕະພັນສຳເລັດຮູບ, ກະທຽມ ກິມເກືອງ ດົງອ໋າ ໄດ້ຈຳໜ່າຍອອກສູ່ຕະຫຼາດຢ່າງເປັນທາງໃນແຕ່ປີ 2015. ນັບແຕ່ນັ້ນມາ, ກະທຽມ ກິມເກືອງ ດົງອ໋າ ໄດ້ກາຍເປັນອາຫານ ທີ່ຄຸ້ນເຄີຍຂອງຊາວ ຫວຽດນາມ ໃນຊີວິດປະຈໍາວັນ.
ກະທຽມດຳ ດົງອ໋າ - ປະລິດຕະພັນສະອາດພິເສດ ຫວຽດນາມ
ກະທຽມດຳ ດົງອ໋າ ມີຄຸນນະພາບດີ, ມີສ່ວນປະກອບ ຂອງ ສານອອກລິດ ທີ່ໄດ້ຮັບການຢັ້ງຢືນ ຮັບປະກັນຄວາມປອດໄພ ແລະ ໄດ້ມາດຕະຖານ ທາງອາຫານ ຂອງ Intertek - ອົງການວິເຄາະ ແລະ ກວດກາສາກົນຊັ້ນນຳຂອງ ເຢຍລະມັນ. ນອກຈາກນັ້ນ, ຜະລິດຕະພັນ ໄດ້ຖືກກວດກາ ແລະ ຕີລາຄາດ້ານຄຸນນະພາບ ໂດຍກົມຮັກສາຄວາມປອດໄພດ້ານສະບຽງອາຫານ, ສະຖາບັນ ທົດສອບຢາ ສູນກາງ, ອົງການ FDA ອາເມລິກາ ແລະ ອົງການທົດສອບສາກົນ Intertek... ພ້ອມກັບອົງການຈັດຕັ້ງ ທີ່ມີຊື່ສຽງອື່ນໆ.
ກະທຽມ ກິມເກືອງ ດົງອ໋າ ແມ່ນຜະລິດຢູ່ໃນສະພາບແວດລ້ອມທີ່ມີການຄວບຄຸມ ອາກາດທີ່ສະອາດ. ລະບົບ HVAC ທີ່ມີລະບົບກັ່ນຕອງ HEPA H13 ສາມາດກັ່ນຕອງທັງຂີ້ຝຸ່ນ ແລະ ເຊື້ອ ແບັກທີເຣັຍ, ກະທຽມ ບໍ່ປົນເປື້ອນໃນລະຫວ່າງການບົ່ມ. ນີ້ແມ່ນໜຶ່ງໃນບັນດາປັດໃຈ ສໍາຄັນທີ່ຈະຊ່ວຍໃຫ້ຜະລິດຕະພັນ ບັນລຸຄຸນນະພາບທີ່ດີທີ່ສຸດ ໂດຍບໍ່ມີການເສຍຫາຍໂດຍເຊື້ອ ແບັກທີເຣັຍ.
ລະບົບສາງ GSP ຂອງ ບໍລິສັດການຢາ ດົງອ໋າ ຖືກຈັດອັນດັບດີທີ່ສຸດ ຫວຽດນາມ ເພື່ອຊ່ວຍຮັກສາກະທຽມສົດພາຍ ຫຼັງການເກັບກ່ຽວ ບໍ່ໃຫ້ອອກງອກ ຫຼື ຕົກໂໝກ. ກະທຽມຫຼາຍພັນໂຕນ ທີ່ເກັບກູ້ໄດ້ຈາກນິຄົມຫຼາຍແຫ່ງ ຈະໄດ້ເກັບຮັກສາໃນຫ້ອງເຢັນ, ຮັກສາອຸນຫະພູມທີ່ໝັ້ນຄົງລະຫວ່າງ -3 ຫາ 0 ອົງສາເຊ ແລະ ບໍ່ໃຊ້ສານກັນບູດໃດໆ.
ປັດຈຸບັນ, ເພື່ອໃຫ້ມີການພົວພັນລະຫວ່າງຜູ້ບໍລິໂພກ ແລະ ຜະລິດຕະພັນ, ໂຮງງານຜະລິດກະທຽມ ກິມເກືອງ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຫຼາຍທົວທ່ອງທ່ຽວ ໄປຍັງໂຮງງານຜະລິດກະທຽມດຳ ເພື່ອຊ່ວຍໃຫ້ຜູ້ບໍລິໂພກ ມີໂອກາດໄດ້ສຳພັດຕົວຈິງ ກັບບັນດາຂັ້ນຕອນການຜະລິດກະທຽມດຳ ຕາມມາດຕະຖານເຕັກໂນໂລຊີ ຍີ່ປຸ່ນ.
ໂຮງງານຜະລິດກະທຽມ ກິມເກືອງ ດົງອ໋າ ພວມສົ່ງອອກກະທຽມດຳໄປຍັງ ສ.ເກົາຫຼີ, ສ. ອາເມລິກາ, ເຢຍລະມັນ, ອັງກິດ, ອົດສະຕຣາລີ, ຍີ່ປຸ່ນ… ແລະ ສະໜອງວັດຖຸດິບ ກະທຽມດຳ ໃຫ້ບັນດາໂຮງງານຜະລິດຢາ ຢູ່ ຫວຽດນາມ.
ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ