ກວ່າເຄິ່ງສະຕະວັດ ແຫ່ງການ ອະນຸລັກອາຊີບເຮັດ ມ່ານໄມ້ ປ່ອງ ຢູ່ນະຄອນ ໂຮ່ຈີມິນ

ກວ່າເຄິ່ງສະຕະວັດ ແຫ່ງການ ອະນຸລັກອາຊີບເຮັດ ມ່ານໄມ້ ປ່ອງ ຢູ່ນະຄອນ ໂຮ່ຈີມິນ

ທ່າມກາງຈັງຫວະ ການພັດທະນາທີ່ຟົດຟື້ນ ຂອງ ນະຄອນ ໂຮ່ຈີມິນ, ໝູ່ບ້ານຫັດຖະກໍາ ເຮັດມ່ານໄມ້ປ່ອງ ທີ່ມີອາຍຸ ກວ່າ ເຄິ່ງສະຕະວັດ ຢູ່ ເຕິນທົງໂຮ້ຍ, ເມືອງ ກູຈີ  ຍັງດຳລົງຄົງຕົວ ຢູ່ຢ່າງງຽບໆ. ຈາກລຳໄມ້ປ່ອງ ທຳມະດາ, ບັນດາ ນາຍຊ່າງ ສີມືດີ ໄດ້ສ້າງສັນຜົນງານ ທີ່ເຕັມໄປດ້ວຍເອກະລັກ ວັດທະນະທໍາ ຫວຽດນາມ, ສືບຕໍ່ການເດີນທາງ ຈາກໝູ່ບ້ານ ຊົນນະບົດ ພາກໃຕ້ ຫວຽດນາມ ໄປສູ່ຕະຫຼາດສາກົນຫຼາຍແຫ່ງ.

ຮູບພາບມ່ານໄມ້ປ່ອງ ໄດ້ຮັບການສະແດງອອກ ດ້ວຍຫຼາຍຫົວຂໍ້ທີ່ແຕກຕ່າງກັນ ຕາມ ຄວາມຕ້ອງການ ຂອງລູກຄ້າ, ນັບຕັ້ງແຕ່ພາບທິວທັດ, ພາບຄົນ ຈົນຮອດພາບທີ່ເຕັມໄປດ້ວຍເອກະລັກ ວັດທະນະທຳດັ້ງເດີມ. ພາບ: ທົງຫາຍ/VNP 

ໝູ່ບ້ານອາຊີບ ຜະລິດມ່ານໄມ້ປ່ອງ ສົ່ງອອກທີ່ມີຊື່ສຽງ

ອາຊີບເຮັດມ່ານໄມ້ປ່ອງຢູ່ ເຕິນທົງໂຮ້ຍ ໄດ້ກຳເນີດຂຶ້ນ ກ່ອນ ປີ 1975 ແລະ ເຄີຍຜ່ານໄລຍະການພັດທະນາ ຢ່າງແຂງແຮງ ໃນຊຸມປີ 1980. ທ່ານ ຫງວຽນຮືວແບ່ນ, ເຈົ້າຂອງພື້ນຖານ ມ່ານໄມ້ປ່ອງ ແທັງຈຸກ ໃຫ້ຮູ້ວ່າ: ໃນສະໄໝທີ່ຮຸ່ງເຮືອງທີ່ສຸດ, ທ້ອງຖິ່ນມີສະຫະກອນຜະລິດ ມ່ານໄມ້ປ່ອງ ເຖິງ 54 ແຫ່ງ ເພື່ອຕອບສະໜອງ ຄວາມຕ້ອງການໃນການຕົບແຕ່ງຢູ່ ສະຫະພາບ ໂຊວຽດ ແລະ ບັນດາປະເທດ ເອີຣົບຕາເວັນອອກ.  

ປັດຈຸບັນ, ຂະໜາດການຜະລິດໄດ້ຫຼຸດລົງຢ່າງຫຼວງຫຼາຍ, ແຕ່ ຜະລິດຕະພັນ ຍັງຄົງໄດ້ຮັບການສົ່ງອອກ ໄປຍັງຕະຫຼາດ ສາ ກົນ ຫຼາຍແຫ່ງເຊັ່ນ: ສ ອາເມລິກາ, ອັງກິດ, ຝຣັ່ງ, ຍີ່ປຸ່ນ ແລະ ສປ ຈີນ. ຕາມສະຖິຕິຂອງທ້ອງຖິ່ນ, ປັດຈຸບັນຍັງມີ ພື້ນຖານ ການຜະລິດປະມານ 5 ແຫ່ງ ມີເກືອບ 400 ຄອບຄົວທີ່ ເຂົ້າ ຮ່ວມ ການຜະລິດຢູ່ກັບເຮືອນ.

ອາຊີບເຮັດມ່ານໄມ້ປ່ອງ ຕ້ອງຜ່ານຫຼາຍຂັ້ນຕອນ. ພາບ: ທົງຫາຍ/VNP
ບັນດາລຳໄມ້ປ່ອງ ຕ້ອງໄດ້ຮັບການຕັດໃຫ້ມີຂະໜາດສະເໝີກັນ. ພາບ: ທົງຫາຍ/VNP 
 

ພາຍໃນບັນດາຮ່ອມນ້ອຍໆ ຢູ່ ເຕິນທົງໂຮ້ຍ, ສຽງເຈາະຮູ, ສຽງ ຮ້ອຍເຊືອກ ແລະ ສຽງຖັກມ່ານ ຍັງຄົງດັງຂຶ້ນທຸກໆ ມື້. ສ່ວນໃຫຍ່ຜູ້ ທີ່ເຮັດອາຊີບນີ້ ແມ່ນແມ່ຍິງທີ່ມີອາຍຸສູງ, ເຊິ່ງ ທັງ ເຮັດວຽກ ຫັດຖະກຳ ແລະ ທັງເບິ່ງແຍງຄອບຄົວ. ຫຼາຍທົດສະ ວັດ ທີ່ຜ່ານມາ, ອາຊີບເຮັດມ່ານໄມ້ປ່ອງ ໄດ້ສ້າງວຽກເຮັດ ງານທຳ ໃຫ້ແກ່ແຮງງານທ້ອງຖິ່ນຫຼາຍ ພັນຄົນ, ພ້ອມທັງປະ ກອບສ່ວນ ນຳເອົາພາບລັກ ວັດທະນະທຳ ຫວຽດນາມ ໄປສູ່ ເພື່ອນມິດສາກົນ ຜ່ານຜະລິດຕະພັນຫັດຖະກຳ ທີ່ລຽບງ່າຍ ແຕ່ເຕັມໄປດ້ວຍເອກະລັກ.  

ນາງ ເລທິຫາຍ, ຜູ້ທີ່ຜູກພັນກັບອາຊີບນີ້ມາເປັນເວລາ ກວ່າ 35 ປີ ໃຫ້ຮູ້ວ່າ: ປັດຈຸບັນ, ຜະລິດຕະພັນສ່ວນໃຫຍ່ ແມ່ນຜະ ລິດພັນ ຕາມໃບສັ່ງຊື້ເພື່ອສົ່ງອອກ, ຕົ້ນຕໍແມ່ນຮັບໃຊ້ ຄວາມ ຕ້ອງການ ໃນການຕົກແຕ່ງພາຍ ໃນຮ້ານອາຫານ, ໂຮງແຮມ ແລະ ສະຖານທີ່ຕ່າງໆ ທີ່ມີລັກສະນະອາຊີຕາເວັນອອກ. ໃນຊ່ວງທ້າຍປີ, ຕະຫຼາດພາຍໃນປະເທດ ກໍ່ຟົດຟື້ນຂຶ້ນ ເມື່ອ ຫຼາຍຄອບຄົວ ຊອກຫາຊື້ ມ່ານໄມ້ປ່ອງ ເພື່ອມາ ຕົກແຕ່ງເຮືອນ. ມ່ານແຕ່ລະຜືນ ມີລາຄາ ສະເລ່ຍແຕ່ 150.000 ຫາ 300.000 ດົ່ງ, ຂຶ້ນກັບຂະໜາດ ແລະ ຄວາມລະອຽດ ຂອງຜະລິດຕະພັນ.

ຂັ້ນຕອນການກວດກາຄືນ ເຊືອກຮ້ອຍມ່ານໄມ້ປ່ອງ ວ່າສະເໝີກັນແລ້ວຫຼືບໍ່. ພາບ: ທົງຫາຍ/VNP 
 

ມືທີ່ຄອຍຮັກສາສິລະປະ ໄວ້ເທິງລຳໄມ້ປ່ອງ

ເພື່ອເຮັດໃຫ້ສໍາເລັດມ່ານ ໜຶ່ງຜືນ, ນາຍຊ່າງຕ້ອງ ຜ່ານຫຼາຍ ກວ່າ 10 ຂັ້ນຕອນ ທ່ີແຕກຕ່າງກັນ, ນັບຕັ້ງແຕ່ການຄັດເລືອກ ວັດຖຸດິບ, ການບຳບັດກັນມອດ, ການຕາກແຫ້ງ, ການ ເຈາະ ຮູ, ການຮ້ອຍເຊືອກ ຈົນເຖິງ ການຖັກມ່ານ ແລະ ການແຕ້ມ ຮູບ. ນາຍຊ່າງຜູ້ມີອາຍຸ ການບາງຄົນ ຢູ່ພື້ນຖານ ຜະລິດ ມ່ານ ແທັງຈຸກ ໃຫ້ຮູ້ວ່າ: ໄມ້ປ່ອງເມື່ອຖືກຕັດເປັນທ່ອນໆ ແລ້ວ ຈະ ໄດ້ນຳໄປໃສ່ໃນ ເຕົາໝູນ ພ້ອມກັບຊາຍລະອຽດ ເພື່ອທຳ ຄວາມສະອາດ ຜິວຊັ້ນນອກ, ເຮັດໃຫ້ຜິວໄມ້ກ້ຽງດີ ແລະ ຕິດ ສີ ໄດ້ງ່າຍຂຶ້ນ. ຫຼັງຈາກນັ້ນ, ວັດຖຸດິບຈະຖືກບຳບັດ ກັນມອດ ກ່ອນ ຈະນຳເຂົ້າສູ່ການຜະລິດ.

ພຽງແຕ່ມີຄວາມຄາດເຄື່ອນເລັກນ້ອຍ, ພາບແຕ້ມທັງໝົດກໍ່ອາດຈະຫຼຸດເສັ້ນໄດ້. ພາບ: ທົງຫາຍ/VNP 
 

ທ່ານ ຫງວຽນຮືວແບ່ນໃຫ້ຮູ້ວ່າ ຂັ້ນຕອນທີ່ກຳນົດມູນຄ່າ ຂອງ ຜະລິດຕະພັນ ແມ່ນການທາສີ ແລະ ການແຕ້ມລວດລາຍ. ນີ້ ແມ່ນສ່ວນທີ່ຕ້ອງການ ຄວາມຊຳນານ ສູງສຸດ. ນາຍຊ່າງບໍ່ ໄດ້ແຕ້ມລົງ ເທິງແຜ່ນພຽງທີ່ຄົງທີ່, ແຕ່ຕ້ອງສ້າງຮູບພາບ ເທິງ ລຳໄມ້ປ່ອງ ຫຼາຍຮ້ອຍອັນທີ່ນຳ ມາປະກອບເຂົ້າກັນ. ທຸກໆ ເສັ້ນສີ ຕ້ອງໄດ້ຄິດໄລ່ຢ່າງລະອຽດ ເພື່ອວ່າ ເມື່ອປ່ອຍ ມ່ານ ລົງມາ, ຮູບພາບ ທັງໝົດຍັງຄົງຕໍ່ເນື່ອງ ແລະ ສົມດຸນກັນ.  

ຫົວຂໍ້ທີ່ລູກຄ້າສາກົນນິຍົມແມ່ນ ພາບທິວທັດທຳມະຊາດ ຂອງ ຊົນນະບົດ ຫວຽດນາມ, ສາລາວັດ ທີ່ເກົ່າແກ່, ກໍໃຜ່, ງານບຸນພື້ນເມືອງ ຫຼື ອັກສອນສິລະປະ ແບບດັ້ງເດີມ. ເພື່ອ ຕອບສະໜອງຄວາມຕ້ອງການໃໝ່ ຂອງ ຕະຫຼາດ, ພື້ນຖານ ຫຼາຍແຫ່ງໄດ້ ເພີ່ມເຕັກນິກ ການປະດັບມຸກ ແລະ ປ່ຽນແປງ ຮູບແບບການອອກແບບ ເພື່ອເພີ່ມຄວາມສວຍງາມ ໃຫ້ແກ່ ຜະລິດຕະພັນ.

ມ່ານໄມ້ປ່ອງ ບາງຊະນິດ ຂອງຕາແສງ ເຕິນທົງໂຮ້ຍ ໄດ້ຮັບ ຄວາມນິຍົມຊົມຊອບ ຈາກຕະຫຼາດ. ພາບ: ທົງຫາຍ/VNP
 

ປັດຈຸບັນ, ທຸກໆ ມື້ຢູ່ໝູ່ບ້ານຫັດຖະກໍາ, ມືທີ່ດຸໝັ່ນ ຍັງຄົງສືບ ຕໍ່ຖັກໄມ້ປ່ອງແຕ່ລະອັນເຂົ້າກັນ. ທ່າມກາງຊີວິດ ທີ່ຄຶກຄື້ນ ຂອງຕົວເມືອງ, ໝູ່ບ້ານອາຊີບເຮັດມ່ານ ໄມ້ປ່ອງ ເຕິນທົງ ໂຮ້ຍ ຍັງຄົງ ພັດທະນາ ຢ່າງບໍ່ຢຸດຢັ້ງ, ເຊິ່ງເປັນບ່ອນ ທີ່ຄວາມ ຊົງຈຳ, ທັກສະຫັດຖະກຳ ແລະ ເອກະລັກວັດທະນະທຳ ຫວຽດນາມ ສືບຕໍ່ໄດ້ຮັບການອະນຸລັກຮັກສາໄວ້ ຜ່ານມ່ານ ແຕ່ລະຜືນທີ່ມີສີເຫຼືອງເຫຼື້ອມຄືກັບແສງແດດ.

 ຫຼາຍທົດສະວັດຜ່ານມາ, ອາຊີບເຮັດມ່ານໄມ້ປ່ອງ ໄດ້ສ້າງ ວຽກ ເຮັດງານທຳ ໃຫ້ແກ່ແຮງງານທ້ອງຖິ່ນ ນັບພັນຄົນ, ທັງປະກອບສ່ວນນຳເອົາ ວັດທະນະທຳ ຫວຽດນາມ ໄປສູ່ ເພື່ອນມິດສາກົນ ຜ່ານບັນດາຜະລິດຕະພັນຫັດຖະກຳ ທີ່ລຽບງ່າຍ, ແຕ່ອຸດົມສົມບູນໄປດ້ວຍເອກະລັກສະເພາະ. 

ຂັ້ນຕອນທີ່ຕັດສິນຄຸນຄ່າ ຂອງຜະລິດຕະພັນ ແມ່ນຢູ່ຂັ້ນຕອນທາສີ ແລະ ແຕ້ມລວດລາຍ. ນີ້ກໍ່ແມ່ນ ສ່ວນທີ່ຮຽກຮ້ອງ ໃຫ້ມີສີມືແຮງງານສູງທີ່ສຸດ. ສິລະປິນ ພື້ນເມືອງ ບໍ່ໄດ້ແຕ້ມຮູບ ເທິງໜ້າພຽງທີ່ແໜ້ນໜາຖາວອນ ແຕ່ຕ້ອງສ້າງຮູບຮ່າງ ເທິງບັນດາ ປ່ຽງໄມ້ປ່ອງ ນັບຮ້ອຍປ່ຽງ ທີ່ໄດ້ຮັບການປະກອບເຂົ້າກັນ. 

 

ບົດ ແລະ ພາບ: ທົງຫາຍ/VNP


Top