• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໝໍ້ຫຸງເຂົ້າ ໄຟຟ້າ ກີມເກືອງ

ພາຍຫຼັງການພັດທະນາມາເປັນເວລາເກືອບ 20 ປີ, ປະຈຸບັນ ເຄື່ອງ ໝາຍການຄ້າໝໍ້ຫຸງເຂົ້າ ກີມເກືອງ ໄດ້ຍົກມາດຕາສ່ວນຈຳໜ່າຍ ຜະ ລິດຕະພັນຢູ່ພາຍໃນຂຶ້ນກວ່າ 95% ແລະ ນອນໃນ ຈຳນວນ ເຄື່ອງໝາຍການຄ້າຜະລິດເຄື່ອງໄຟຟ້າ ຫວຽດນາມ ທີ່ມີການຜະ ລິດຢູ່ພາຍໃນປະເທດຫຼາຍທີ່ສຸດ.
ຄຸນນະພາບ ຂອງ ຜະລິດຕະພັນໝໍ້ຫຸງເຂົ້າ ກີມເກືອງ ໄດ້ ຜູ້ບໍລິ ໂພກຢູ່ພາຍໃນຕີລາຄາສູງ ເມື່ອເຄື່ອງໝາຍການຄ້າດັ່ງກ່າວໄດ້ ຖືກເລືອກໃຫ້ເປັນສິນຄ້າ ຫວຽດນາມ ຄຸນນະພາບສູງແຕ່ປີ 2003-2016 ຢ່າງຕໍ່ເນື່ອງ. ເພາະສະນັ້ນ, ກີມເກືອງ ໄດ້ຮັບເປັນໜຶ່ງໃນບັນດາຜະລິດຕະພັນໄປນຳໜ້າໃນການສ້າງແຫຼ່ງກຳລັງໃຈ ພັດ ທະ ນາໃຫ້ແກ່ຜະລິດຕະພັນທີ່ຖືເຄື່ອງໝາຍການຄ້າ ຫວຽດ ຕ່າງໆ.
 
ຕິດພັນກັບວິວັດທະນາ ແຫ່ງການພັດທະນາເຄື່ອງໝາຍການ ຄ້າ ໝໍ້ຫຸງເຂົ້າກີມເກືອງ ແມ່ນເລື່ອງລາວຂອງ ທ່ານນາງ ຂົງທິມິງ, ຜູ້ ອຳນວຍການ ບໍລິສັດ ກົນຈັກ ແລະ ໄຟຟ້າ ມິງຄວາ ຈຳກັດ, ເພິ່ນ ໄດ້ສະຫຼະ ເວລາໄວໜຸ່ມຂອງຕົນ ເພື່ອເຮັດໃຫ້ໂຮງງານຜະລິດ ຊຶ່ງ ມີເນື້ອທີ່ 300 ຕາຕະລາງແມັດ ພ້ອມ ກຳມະກອນ10 ຄົນກາຍເປັນ ໂຮງງານຊຶ່ງມີເນື້ອທີ່ 10.000 ຕາຕະລາງແມັດກັບ ພ້ອມ ລາຍຮັບ ກວ່າ 1.000 ຕື້ດົ່ງຕໍ່ປີ.

ເລື່ອງເລີ່ມຕົ້ນແຕ່ຊຸມປີ 1990 ຂອງສະຕະວັດກ່ອນ, ເມື່ອພື້ນຖານເສດຖະກິດ ຫວຽດນາມ ມີການປ່ຽນແປງ ໃນໄລຍະຫັນປ່ຽນຕົວ ແບບຄຸ້ມຄອງເສດຖະກິດ ລວມສູນ ມາເປັນເສດຖະກິດ ການຕະ ຫຼາດ. ບັນດາດ່ານຊາຍແດນສາກົນໄດ້ສ້າງຂຶ້ນ, ເຮັດໃຫ້ການນຳ ເຂົ້າ ເຄື່ອງໄຟຟ້າຈາກຕ່າງປະເທດ ເຂົ້າສູ່ ຫວຽດນາມ ນັບມື້ນັບ ຫຼາຍຂຶ້ນ, ໃນນັ້ນ ມີຜະລິດຕະພັນໝໍ້ຫຸງເຂົ້າ.


ມູມໜຶ່ງໃນໂຮງງານຜະລິດໝໍ້ຫຸງເຂົ້າ ໄຟຟ້າ ກີມເກືອງ.


ຕ່ອງໂສ້ການເຄືອຍສີ ໝໍ້ຫຸງເຂົ້າໄຟຟ້າ.


ຕ່ອງໂສ້ເຄືອບສີກັນຕ້ານສະພາບຕິດໝໍ້..


ປະດັບປະດາທາງນອກຂອງໝໍ້ຫຸງເຂົ້າ.


ຂັ້ນຕອນການປະກອບໝໍ້ຫຸງເຂົ້າ.


ຖັນແຖວນັກວິສາວະກອນ, ນັກເຕັກນິກ, ກຳມະກອນຂອງໂຮງ ງານ ຜະລິດໝໍ້ຫຸງເຂົ້າ ໄຟຟ້າ ກີມເກືອງ.


ຫຸ້ມຫໍ່ຜະລິດຕະພັນ.


ທ່ານນາງ ຂົງທິມິງ (ເສື້ອເຫຼືອງ), ຜູ້ອຳນວຍການບໍລິສັດ ກົນຈັກ ແລະ ໄຟຟ້າ ມິງຄວາ ຈຳກັດ
ພວມກວດກາບັນດາຂັ້ນຕອນຂອງ
ການຜະລິດ.



ໝໍ້ຫຸງເຂົ້າ ໄຟຟ້າ ກີມເກືອງ ໄດ້ຮັບຄວາມນິຍົມຊົມຊື້ ຈາກຜູ້ບໍລິ ໂພກ ຢ່າງຫຼວງຫຼາຍ.


ຜະລິດຕະພັນ ຂອງ ມິງຄວາ ໄດ້ຮັບໃບສັ່ງຊື້ສິນຄ້າ ຈາກຫຼາຍ ແຂວງ, ນະຄອນໃນທົ່ວປະເທດ. 
ເມື່ອຮູ້ໄດ້ວ່າ ຫວຽດນາມ ຍັງບໍ່ທັນມີເຄື່ອງໝາຍການຄ້າສຳ ລັບຜະ ລິດຕະພັນໝໍ້ຫຸງເຂົ້າ, ນາງ ຂົງທິມິງ ຈຶ່ງໄປຊື້ໝໍ້ຫຸງເຂົ້າໜ່ວຍ ໜຶ່ງ ມາ ແລ້ວມ້າງອອກເພື່ອຊອກຮູ້ໂຄງປະກອບ ແລະ ຄົ້ນຄວ້າ ວິທີ ການຜະລິດ. ປີ 1999, ນາງ ຂົງທິມິງ ຕັດສິນໃຈສ້າງຕັ້ງບໍລິສັດ ກົນ ຈັກ ແລະ ໄຟຟ້າ ມິງຄວາ ຈຳກັດ ເພື່ອຜະລິດແລະຈຳໜ່າຍໂດຍ ກົງຜະລິດຕະພັນໝໍ້ຫຸງເຂົ້າ ຍີ່ຫໍ້ ກີມເກືອງ ຢູ່ຕະຫຼາດພາກ ໃຕ້. ເບື້ອງຕົ້ນ ບໍລິສັດ ກົນຈັກ ແລະ ໄຟຟ້າ ມິງຄວາ ຈຳກັດ ມີກຳມະ ກອນ 10-15 ຄົນເຮັດວຽກໃນໂຮງງານ ຊຶ່ງມີເນື້ອທີ່ 300 ຕາ ຕະ ລາງແມັດ, ພຽງແຕ່ຜະລິດໝໍ້ຫຸງເຂົ້າ 100-200 ໜ່ວຍຕໍ່ມື້ເທົ່າ ນັ້ນ. ມາເຖິງປີ 2001, ໝໍ້ຫຸງເຂົ້າ ກີມເກືອງ ໄດ້ສ້າງຊື່ສຽງທີ່ໝັ້ນ ຄົງຢູ່ ຕະຫຼາດ ແລະ ໄດ້ຮັບການນິຍົມຊົມຊື້ຈາກຜູ້ບໍລິໂພກຢ່າງ ຫຼວງ ຫຼາຍ.
  
ດ້ວຍການກຳນົດທິດທາງ ໂດຍ ຖືຄຸນນະພາບ ແລະ ລາຄາເປັນ ເປົ້າໝາຍການພັດທະນາຂອງຕົນ, ປີ 2003, ມິງຄວາ ໄດ້ລົງທຶນ ກໍ່ ສ້າງໂຮງງານຜະລິດ ຢູ່ເມືອງ ກູຈີ, ນະຄອນ ໂຮ່ຈີມິນ, ໃນເນື້ອທີ່
10.000 ຕາຕະລາງແມັດ ດ້ວຍເງິນລົງທຶນເກືອບ 1.000 ຕື້ດົ່ງ ເພື່ອ ຍົກສູງຄວາມສາມາດໃນການຜະລິດ ແລະ ຕອບສະໜອງໄດ້ຄວາມຕ້ອງການທີ່ນັບມື້ສູງຂຶ້ນຂອງຕະຫຼາດ.
 
ປີ 2011, ມິງຄວາ ລົງທຶນ ສ້າງ 2 ຕ່ອງໂສ້ຜະລິດໝໍ້ຫຸງເຂົ້າແບບ ອັດຕະໂນມັດ, ປີ 2012 ລົງທຶນ ສ້າງຕ່ອງໂສ້ເຄືອບສີ ກັນຕິດ ໝໍ້ ແບບອັດຕະໂນມັດ. ປີ 2013, ບໍລິສັດລົງທຶນ ສ້າງລະບົບຜະລິດ ໝໍ້ຫຸງເຂົ້າແບບ ອັດຕະໂນມັດ ທີ່ທັນສະໄໝ ເພື່ອປົກປ້ອງຄວາມ ປອດໄພໃຫ້ແກ່ຜູ້ອອກ ແຮງງານ.
 
ນອກຈາກຜະລິດໝໍ້ຫຸງເຂົ້າເປັນຕົ້ນຕໍ່ແລ້ວ, ບໍລິສັດຍັງຜະລິດ, ປະກອບ ແລະ ຈຳໜ່າຍອອກສູ່ຕະຫຼາດຫຼາຍຜະລິດຕະພັນ, ເຄື່ອງໄຟຟ້າຕ່າງໆ ຄື: ໝໍ້ແກງ, ໝໍ້ຂາງ, ໝໍ້ຕົ້ນນຳ້, ເຕົາລີດ ແລະ ອື່ນໆ. 










ໝໍ້ຫຸງເຂົ້າ ໄຟຟ້າ ກີມເກືອງ ມີລາຄາ ສະເລ່ຍ ແຕ່ 200.000 – 1.000.000 ດົ່ງ.
ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ທ່ານນາງ ຂົງທິມິງ ໃຫ້ຮູ້ວ່າ ນອກ ຈາກຖືສຳຄັນຊື່ສຽງ ຂອງ ຜະລິດຕະພັນ ຫວຽດໃຫ້ແກ່ ຄົນຫວຽດ, ຍັງເອົາໃຈໃສ່ເຖິງລະດັບຊີວິດການເປັນຢູ່ ຂອງ ກຳມະກອນ, ຖື “ກຳມະກອນເປັນລ້ຳຄ່າ, ເປັນຄົນໃນຄອບຄົວດຽວກັນ”.
 
ແຕ່ລະມື້, ທ່ານນາງ ມິງ ຕື່ນແຕ່ 5 ໂມງເຊົ້າເພື່ອໄປຕະຫຼາດຊື້ເຄື່ອງ ມາແຕ່ງກິນໃຫ້ກຳມະກອນ ແລະ ເພິ່ນເປັນຜູ້ເລືອກ ຊື້ເອງ, ສະນັ້ນ ຈຶ່ງຮັບປະກັນດ້ານສຸຂະ ພາບໃຫ້ກຳມະກອນ, ກໍ່ຄືຮັບ ປະກັນໃຫ້ ການ ຜະລິດໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ.
 
ທ່ານນາງ ຂົງທິມິງ ມີຄະຕິເຕືອນໃຈຢູ່ສະເໝີວ່າ ເຄື່ອງໝາຍ ການ ຄ້າ ກິມເກືອງ ກໍ່ຄືບັນດາເຄື່ອນໝາຍການຄ້າ ຫວຽດ ຕ່າງໆ ຈະເອົາ ຄຸນນະພາບມາເພື່ອແກ່ງແຍ້ງກັບບັນດາຜະລິດຕະພັນທີ່ນຳເຂົ້າ ຈາກຕ່າງປະເທດ. ນອກຈາກລາຄາທີ່ເໝາະສົມກັບຜູ້ບໍລິໂພກ ຈຳ ນວນຫຼາຍແລ້ວຍັງມີທ່າແຮງໜຶ່ງເພື່ອໃຫ້ບັນດາຜະລິດຕະ ພັນຂອງ ຫວຽດນາມ ເພີ່ມຄວາມສາມາດໃນການ ແກ່ງແຍ້ງໃນ ສະພາບ ເສດຖະກິດ ທີ່ນັບມື້ນັບເຊື່ອມໂຍງ ເຂົ້າກັບເສດຖະກິດໂລກ. 


ແຕ່ປີ 2005, ບໍລິສັດ ກົນຈັກ ແລະ ໄຟຟ້າ ມິງຄວາ ຈຳກັດ ໄດ້ ສ້າງ ລະບົບຄຸ້ມຄອງຄຸນນະພາບຕາມມາດຕະຖານ ISO 9001:2000 ແລະ ມາເຖິງປະຈຸບັນ ໄດ້ຮັບການຕີລາຄາວ່າ ເໝາະສົມກັບ ມາດ ຕະຖານ ຫວຽດນາມ ISO 9001:2008. ວັນທີ 25 ກໍລະກົດ2013, ສາຂາມາດຕະຖານວັດແທກຄຸນນະພາບ (ພະແນກວິທະ ຍາສາດ-ເຕັກໂນໂລຊີ ນະຄອນ ໂຮ່ຈີມິນ) ໄດ້ຮັບຮອງຢ່າງເປັນ ທາງການ ແລະ ອະນຸຍາດໃຫ້ບໍລິສັດ ໄດ້ນຳໃຊ້ເຄື່ອງໝາຍ CR ມີບັນດາ ຕົວ ເລກຕົງກັບ 27 ລະຫັດຜະລິດຕະພັນ ຂອງບໍລິສັດ. 

ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top