• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານອາຊີບຂັດມັນ ເຕືອງບິ່ງຮຽບ

ໝູ່ບ້ານອາຊີບຂັດມັນ ເຕືອງບິ່ງຮຽບ, ບ້ານ ເຕືອງບິ່ງ ຮຽບ, ນະຄອນ ຖຸເຢົ່າໝົດ ໄດ້ຖືເປັນບ່ອນກຳເນີດເກີດຂຶ້ນຂອງຂະແໜງ ຂັດມັນສິລະປະກຳ ບໍ່ພຽງແຕ່ຂອງແຂວງ ບິ່ງເຢືອງ ເທົ່ານັ້ນ, ຫາກຍັງແມ່ນຂອງເຂດພາກໃຕ້ອີກດ້ວຍ. ດ້ວຍບັນດາຄຸນຄ່າດ້ານສິລະປະທີ່ເຕັມໄປດ້ວຍວັດທະນະທຳມູນເຊື້ອ, ປະຈຸບັນ ຜະລິດຕະພັນຂັດມັນ ເຕືອງບິ່ງຮຽບ ໄດ້ຈຳໜ່າຍອອກສູ່ຫຼາຍປະເທດໃນໂລກ.
ໃນໄລຍະກາງສະຕະວັດທີ 18, ຊ່າງຂັດມັນຈຳນວນໜຶ່ງຢູ່ພາກກາງຖືກຍົກຍ້າຍໄປຕັ້ງພູມລຳເນົາຢູ່ ດົ່ງນາຍ, ຢາດິງ ແລະ ເຕືອງບິ່ງຮຽບ. ຂັ້ນທຳອິດ, ໝູ່ບ້ານອາຊີບແຫ່ງນີ້ ມີພຽງ 2-3 ຄອບຄົວທຳອາຊີບເຄືອບສີ, ເຄືອບສີຄຳ ແລະ ປະສົມສີ ເທົ່ານັ້ນ. ຕໍ່ມາ, ໝູ່ບ້ານອາຊີບເຕືອງບິ່ງຮຽບ ຄ່ອຍພັດທະນາຂຶ້ນ, ຊ່າງຂັດມັນຢູ່ທີ່ນີ້ ຈຶ່ງມີຊື່ສຽງດົງດັງທົ່ວເຂດພາກໃຕ້.
 
ຜ່ານການເວລາ, ອາຊີບຂັດມັນຢູ່ ເຕືອງບິ່ງຮຽບ ໄດ້ຖ່າຍທອດຄືນໃຫ້ຫຼາຍເຊັ່ນຄົນ ເມື່ອບັນດານາຍຊ່າງຜູ້ທີ່ມີນຳ້ໃຈເປີດຫ້ອງສອນອາຊີບ. ການປະກົດຕົວຂອງໂຮງງານຜະລິດເຄື່ອງຂັດມັນ ແທງເລ ໃນຊຸມປີ 50 ຂອງສະຕະວັດກ່ອນໄດ້ສ້າງບາດກ້າວພັດທະນາໃໝ່ໃຫ້ແກ່ ໝູ່ບ້ານອາຊີບ ຂັດມັນ ເຕືອງບິ່ງຮຽບ. ແຕ່ນັ້ນໄປ, ໝູ່ບ້ານອາຊີບ ແຫ່ງນີ້ ໄດ້ກໍ່ສ້າງຂຶ້ນນາຍຊ່າງຜູ້ດີເດັ່ນຫຼາຍຄົນຄື: ຖ໋າຍວັນໂງນ, ໂງຕື່ເຊີມ, ເຈືອງວັນກາງ, ເຈີ່ນວັນນາມ ແລະ ອາຈານຈຳນວນໜຶ່ງທີ່ ສອນຢູ່ໂຮງຮຽນສິລະປະກຳປະຕິບັດຕົວຈິງ ຖຸເຢົ່າໝົດ ຄື: ເຈົາວັນຈີ໋, ຫງວຽນວັນອຽນ, ຫງວຽນວັນຕ່ວຽນ. ມີໂຮງງານຜະລິດເຄື່ອງຂັດມັນຫຼາຍແຫ່ງໄດ້ສ້າງຕັ້ງຂຶ້ນ, ຜະລິດຕະພັນຂັດມັນນັບມື້ນັບຫຼາກຫຼາຍຮູບແບບ, ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງລູກຄ້າແລະ ເຕືອງບິ່ງຮຽບ ກາຍເປັນເຄື່ອງໝາຍການຄ້າໃນດ້ານຂັດມັນທີ່ມີຊື່ສຽງ. 

ນຳ້ສີໄດ້ນຳໃຊ້ເພື່ອຜະລິດ ຜະລິດຕະພັນຂັດມັນ ຢູ່ໝູ່ບ້ານອາຊີບເຕືອງບິ່ງຮຽບ.


ຝັງເປືອກຫອຍໃສ່ຜະລິດຕະພັນຂັດມັນສິລະປະກຳໜຶ່ງ.


ຜະລິດຕະພັນ ຂັດມັນ ເຕືອງບິ່ງຮຽບ ມີຫຼັກຄວາມງາມສູງ.


ນາຍຊ່າງແຕ້ມສີຄຳໃສ່ຜະລິດຕະພັນ ຂັດມັນ ເຕືອງບິ່ງຮຽບ.
 

ແຕ້ມໃສ່ຜະລິດຕະພັນ ຂັດມັນ ເຕືອງບິ່ງຮຽບ.


ເພື່ອຜະລິດອອກຜະລິດຕະພັນຂັດມັນໜຶ່ງທີ່ມີຄຸນຄ່າດ້ານສິລະປະກຳ
ສູງ ຕ້ອງຜ່ານຜ່າຫຼາຍຂັ້ນຕອນທີ່ແຕກຕ່າງກັນ. 



ຂັ້ນຕອນຂັດຜະລິດຕະພັນໃຫ້ເຫຼື້ອມ.
 

ໝູ່ບ້ານອາຊີບ ຂັດມັນ ເຕືອງບິ່ງຮຽບ ກໍ່ເປັນບ່ອນສ້າງວຽກເຮັດງານ
ທຳຢ່າງໝັ້ນຄົງໃຫ້ປະຊາຊົນຫຼາຍຮ້ອຍຄົນໃນຂົງເຂດ ແລະ ທ້ອງຖິ່ນ
ຕ່າງໆ ທີ່ໃກ້ຄຽງ.



ເພື່ອຜະລິດອອກຜະລິດຕະພັນຂັດມັນໜຶ່ງ ຕ້ອງເສຍເຫື່ອເທແຮງ ແລະ ຄວາມລະອຽດລະອໍສູງ. 

ບັນດາຜະລິດຕະພັນຂັດມັນຂອງໝູ່ບ້ານອາຊີບ ຂັດມັນ ເຕືອງບິ່ງຮຽບມີຫຼາຍປະເພດຄື: ເຄືອບສີດຳ, ແຕ້ມນຳ້ສີ, ເຄືອບສີຄຳ, ຝັງເປຶອກ ຫອຍ, ຄວັດສະຫຼັກ...ສຳລັບນຳ້ສີທີ່ໄດ້ນຳໃຊ້ເພື່ອຜະລິດເຄື່ອງຂັດມັນ ເຕືອງບິ່ງຮຽບ ແມ່ນນຳ້ສີ ນາມວາງ ແລະ ນຳ້ສີ ຟູເຖາະ ມີວິທີປະສົມຕ່າງກັບຂົງເຂດອື່ນໆ ຢູ່ພາຍໃນ. ທ່ານ ເລບາລິງ, ເຈົ້າຂອງໂຮງງານຜະລິດເຄື່ອງຂັດມັນ ຕືໂບນ ໃຫ້ຮູ້ວ່າ ໃນຂັ້ນຕອນ ການປະສົມນຳ້ສີ, ຄົນນຳ້ສີໃຫ້ສຸກໄດ້ຖືເປັນຂັ້ນຕອນໜຶ່ງທີ່ສຳຄັນ, ຮຽກຮ້ອງຊ່າງຕ້ອງມີຝີມືດີ ແລະ ປະສົບການເຮັດວຽກໃນຫຼາຍປີ.
 
ເພື່ອສຳເລັດການຜະລິດ ຜະລິດຕະພັນຂັດມັນໜຶ່ງຕາມແບບມູນເຊື້ອຕ້ອງຜ່ານ 25 ຂັ້ນຕອນທີ່ແຕກຕ່າງກັນ. ຫຼາຍຂັ້ນຕອນຕ້ອງເຮັດໄປ ເຮັດມາ 6 ເທື່ອຈຶ່ງແລ້ວ. ສຳລັບຂັ້ນຕອນທາສີ, ຜະລິດຕະພັນໜຶ່ງຕ້ອງເສຍເວລາແຕ່ 3-6 ເດືອນຈຶ່ງຮັບປະກັນດ້ານຄຸນນະພາບໄດ້. ນີ້ແມ່ນການອອກເຫື່ອເທແຮງເພື່ອໃຫ້ເຄື່ອງຂັດມັນ ເຕືອງບິ່ງຮຽບມີຄຸນຄ່າດ້ານສິລະປະສູງຜ່ານຄວາມລະອຽດລະອໍ, ນຳ້ໃຈ ປະດິດສ້າງຂອງບັນດານາຍຊ່າງ.
 
ວັດຖຸດິບທີ່ໄດ້ນຳໃຊ້ເພື່ອຜະລິດເຄື່ອງຂັດມັນຈະຂຶ້ນກັບແຕ່ລະປະເພດຜະລິດຕະພັນຄື: ໄມ້ໄດ້ນຳໃຊ້ເພື່ອຜະລິດຕັ່ງໂຕະ, ຕູ້; ໄມ້ແປ້ນໄດ້ນຳໃຊ້ເພື່ອຜະລິດຮູບແຕ້ມ; ເຄື່ອງດິນເຜົາໄດ້ນຳໃຊ້ເພື່ອຜະລິດ, ໂຖ, ກວດ, ຮູບປັ້ນ...ປະຈຸບັນ, ບັນດາຜະລິດຕະພັນຂັດມັນຝັງໄມ້ໄຜ່, ໄມ້ເຮ້ຍ, ເປືອກໄມ້...ແທນໃຫ້ເປືອກຫອຍກວ້າງ, ເປືອກຫອຍ, ເປຶອກໄຂ່ມູນເຊື້ອ, ໄດ້ຕະຫຼາດພາຍໃນ ແລະ ຕ່າງປະເທດຍອມຮັບ, ພິເສດແມ່ນບັນດາຕະຫຼາດສິລະປະກຳທີ່ໃຈຍາກຄື: ອາເມລິກາ, ຝຣັ່ງ ແລະ ໂຮນລັງ.
 
ຄວາມສວຍງາມແບບມູນເຊື້ອຂອງເຄື່ອງຂັດມັນ ເຕືອງບິ່ງຮຽບ ຍັງໄດ້ຮັກສາໄວ້ຜ່ານຫຼາຍເຊັ່ນຄົນ, ນັ້ນແມ່ນຄວາມປານີດ, ເບົ່າບາງ, ເປັນຕາເບິ່ງໃນແຕ່ລະລວດລາຍ. ພິເສດ, ເຄື່ອງຂັດມັນ ເຕືອງບິ່ງຮຽບ ໄດ້ນັກຊ່ຽວຊານຈຳນວນໜຶ່ງຕີລາຄາວ່າ ມີຄວາມທົນທານສູງ.
  
ໄດ້ຮັກສາ ແລະ ຖ່າຍທອດຄືນໃຫ້ຫຼາຍເຊັ່ນຄົນ, ອາຊີບຜະລິດເຄື່ອງຂັດມັນມູນເຊື້ອ ເຕືອງບິ່ງຮຽບ ໃນຊຸມປີມໍ່ໆ​ ມານີ້ ພວມມີການ ພັດທະນາໂດຍໄວ. ດ້ວຍຄຸນຄ່າຂອງຕົນ, ເຄື່ອງຂັດມັນ ເຕືອງບິ່ງຮຽບ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງໝູ່ບ້ານອາຊີບແຫ່ງໜຶ່ງເທົ່ານັ້ນ, ຫາກຍັງເປັນມູນມໍລະດົກວັດທະນະທຳ ທີ່ໜ້ານັບຖືຂອງປະເທດຊາດ. ມາຍັງ ບິ່ງເຢືອງ, ນອກຈາກບັນດາ ເຂດວັດທະນະທຳ-ທ່ອງທ່ຽວ, ເຂດຮ່ອງຮອຍປະຫວັດສາດທີ່ມີຊື່ສຽງ, ໝູ່ບ້ານອາຊີບຜະລິດເຄື່ອງຂັດມັນ ເຕືອງບິ່ງຮຽບ ພວມເປັນແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈເພື່ອໃຫ້ນັກທ່ອງທ່ຽວສາມາດມາຊອກຮູ້ກ່ຽວກັບອາຊີບຜະລິດເຄື່ອງຂັດມັນມູນເຊື້ອ ແລະ ເລືອກຊື້ຜະລິດຕະພັນໜຶ່ງໃຫ້ເປັນສິ່ງທີ່ລະນຶກອີກດ້ວຍ. 

ຜະລິດຕະພັນຂັດມັນຈຳນວນໜຶ່ງຂອງໝູ່ບ້ານອາຊີບເຕືອງບິ່ງຮຽບ:










 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ
 

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top