• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ໝູ່ບ້ານຕາກ ສິນທະເລ ຊາຮວິ່ນ

ໝູ່ບ້ານຕາກສິນທະເລ ຊາຮວິ່ນ, ຂຶ້ນກັບຕາແສງ ໂຟແທັກ, ເມືອງ ດຶກໂຟ ຖືເປັນຫົວໃຈ ຂອງໂຮງງານປຸງແຕ່ງ ບັນດາຜະລິດຕະພັນ, ອາຫານທະເລແຫ້ງ ຂອງ ແຂວງ ກວາງຫງາຍ. 
ແຫຼ່ງສິນທະເລ ທ່ີໄດ້ຮັບການປຸງແຕ່ງ ຢູ່ບ້ານ ຊາຮວິ່ນ  ສ່ວນຫຼາຍ ແມ່ນສົ່ງມາຈາກທ່າເຮືອ ໂຟແທັກ, ເມືອງ ດຶກໂຟ. ທີ່ນີ້ເປັນບ່ອນ ເຕົ້າໂຮມ ສິນທະເລ ຂອງເຮືອຫາປ່າເກືອບ 1.500 ລຳ ແລະ ເປັນ ທ່າເຮືອ ທີ່ມີຈຳນວນ ສິນທະເລ ໄດ້ແລກປ່ຽນຊື້ຂາຍກັນ ກວມ 2/3  ຈຳນວນສິນທະເລ ທົ່ວແຂງ.
 
ເມືອງ ດຶກໂຟ ມີທົ່ງນາເກືອ ຊາຮວິ່ນ, ຕອບສະໜອງຢ່າງພຽງພໍໃຫ້ ແກ່ຂົງເຂດປຸງແຕ່ງ ແລະ ຮັກສາສິນທະເລ. ນອກຈາກນັ້ນ,​ດ້ວຍຈຳ ນວນແຮງງານທີ່ອຸດົມສົມບູນ ແລະ ມີປະສົບການ ໃນການປຸງ ແຕ່ງ ສິນທະເລ, ເມືອງ ດຶກໂຟ ສາມາດຮັບຜິດຊອບ ໜ້າທີ່ເປັນສູນ ກາງ ປຸງແຕ່ງສິນທະເລ ຂອງ ແຂວງ. ປະຈຸບັນ, ທົ່ວເມືອງ ມີໂຮງງານປຸງ ແຕ່ງສິນທະເລ 20 ແຫ່ງ, ຜະລິດຕະພັນ ສ່ວນຫຼາຍໄດ້ປຸງແຕ່ງຈາກ ປາ ແລະ ປາມຶກ, ສ່ວນຫຼາຍແມ່ນຢູ່ຕາແສງ ໂຟແທັກ. 


ໝູ່ບ້ານຕາກສິນທະເລ ຊາຮວິ່ນ, ແຂວງ ກວາງຫງາຍ ໄດ້ຮັບຖືເປັນ “ຫົວໃຈ”
ຂອງອາຊີບປຸງແຕ່ງສິນໃນນຳ້, ເຄື່ອງທະເລແຫ້ງຂອງແຂວງ. 



ຜະລິດຕະພັນປາແຫ້ງ, ປາມຶກແຫ້ງຢູ່ ຊາຮວິ່ນ ໄດ້ຮັບຄວາມນິຍົມຊົມຊື້ຫຼາຍຢູ່ຕະຫຼາດ. 


ກ່ອນທີ່ຈະເອົາປາ, ປາມຶກ ໄປຕາກ, ຊາວບ້ານຕ້ອງລ້າງປາ ແລະ ປາມຶກໃຫ້ສະອາດ.


ທ່າເຮືອ ໂຟແທັກ, ເມືອງ ດຶກໂຟ, ແຂວງ ກວາງຫງາຍ ເປັນບ່ອນ ເຕົ້າໂຮມ ສິນທະເລ ຂອງເຮືອຫາປ່າເກືອບ 1.500 ລຳ ແລະ ເປັນ ທ່າເຮືອ ທີ່ມີຈຳນວນ ສິນທະເລ ໄດ້ແລກປ່ຽນຊື້ຂາຍກັນ ກວມ 2/3  ຈຳນວນສິນທະເລ ທົ່ວແຂງ.


ວຽດງານປຸງແຕ່ງ ແລະ ຕາກແຫ້ງສິນໃນນຳ້ ສ່ວນຫຼາຍແມ່ນຜູ້ຍິງເປັນຄົນຮັບຜິດຊອບ. 


ຜະລິດຕະພັນປາມຶກແຫ້ງຂອງ ຊາຮວິ່ນ ໄດ້ຮັບຖືເປັນຜະລິດຕະພັນພິເສດຂອງໝູ່ບ້ານອາຊີບແຫ່ງນີ້.


ຂັ້ນຕອນການຕາກແຫ້ງປາມຶກຂອງຊາວບ້ານ ຊາຮວິ່ນ.


ປາທີ່ເກັບມາຈາກເຮືອຫາປາຫຼາຍລຳ ຢູ່ທ່າເຮືອ ໂຟແທັກ ຈະໄດ້ເອົາໄປປຸງແຕ່ງ ແລ້ວຕາກແຫ້ງ.  

ເອື້ອຍ ເລທິມາຍ, ເຈົ້າຂອງໂຮງງານປຸງແຕ່ງເຄື່ອງທະເລແຫ້ງ ແຫ່ງ ໜຶ່ງຢູ່ ຊາຮວິ່ນ ໃຫ້ຮູ້ວ່າ ແຕ່ລະມື້, ໂຮງງານຂອງລາວ ຮັບເກັບຊື້ ສິນ ທະເລ ໄດ້ກວ່າ 3 ໂຕນ, ສ່ວນຫຼາຍແມ່ນປາມຶກ. ດ້ວຍຈຳນວນ ສິນ ທະເລ ຫຼາຍຄືແນວນັ້ນ, ໂຮງງານຂອງລາວ ຕ້ອງ ການ ແຮງ ງານ ແຕ່ 60-100 ຄົນຕໍ່ມື້. ເຖິງວ່າ ອາຊີບ ດັ່ງກ່າວ ມີຂຶ້ນເປັນລະດູ,  ແຕ່ ໄດ້ກາຍເປັນແຫຼ່ງລາຍຮັບຕົ້ນຕໍ ຂອງ ປະຊາຊົນ ຫຼາຍຄົນ ພາຍໃນ ແຂວງ. ພໍ່ຄ້າຊາວຂາຍຈະມານີ້ ເກັບ ຊື້ສິນທະເລ ແຫ້ງ ແລ້ວຈຳ ໜ່າຍອອກໄປສູ່ບັນດາແຂວງຕ່າງໆ ໃນທົ່ວປະເທດ. 

ວັດທະນະທຳ ຊາຮວິ່ນ ມີມາກ່ອນໜ້ານີ້ປະມານປີ 1.000, ກ່ອນ ຄິດຕະສັກກະຫຼາດ ເຖິງທ້າຍສະຕະວັດທີ 2. ວັດທະນະທຳຊາ ຮວິ່ນ ສົມທົບກັບວັດທະນະທຳ ໂດງເຊີນ ແລະ ວັດທະນະທຳ ອອກແອວ, ສ້າງເປັນສາມຫຼ່ຽມວັດທະນະທຳ ຂອງ ຫວຽດນາມໃນຍຸກໂລຫະ. ເທິງແຜ່ນດິນແຫ່ງນີ້ ຍັງຮັກສາຫຼາຍຮ່ອງຮອຍຂອງຄົນຫວຽດ ໃນສະ ໄໝສ້າງບ້ານແບ່ງເມືອງ, ສ້າງອາຊີບຜະລິດເຄື່ອງປັ້ນດິນເຜົາ, ອາ ຊີບຕີເຫຼັກ. ເພາະສະນັ້ນ, ອາຊີບຫາສິນທະເລ ກໍ່ຖືວ່າ ເປັນ ອາຊີບ ມູນເຊື້ອ, ເກົ່າແກ່ທີ່ສຸດຂອງຊາວບ້ານ ຊາຮວິ່ນ.
 
ເມືອງ ໂຟດຶກ ມີຊາຍຝັ່ງທະເລ ຍາວກວ່າ 40 ກິໂລແມັດ, ກວມ 1/3 ລວງ ຍາວຂອງຝັ່ງທະເລ ໃນແຂວງ, ເຂດຂຸດຄົ້ນສິນທະເລ ກວ້າງ ກວ່າ 3.000 ຕະລາງກິໂລແມັດ, ມີ 2 ປາກທະເລ ແມ່ນ ປາກທະ ເລ ຊາຮວິ່ນ (ຕາແສງ ໂຟແທັກ) ແລະ ປາກທະເລ ໝີອາ (ຕາແສງ ໂຟ ກວາງ). ທົ່ວເມືອງມີ 6 ຕາແສງ ຕັ້ງຢູ່ແຄມທະເລ, ພົນລະເມືອງ ກວມ ປະມານ 47% ພົນລະເມືອງຂອງ ທົ່ວເມືອງ ແລະ ມີມູນເຊື້ອ ທຳອາຊີບຫາສິນທະເລ ທີ່ເກົ່າແກ່.
 
ປະຕິບັດໂດຍ: ກົງດາດ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top