• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ໝູ່ບ້ານ ເອີຣົບ ໃນຖະໜົນຄົນຍ່າງ ຮ່າໂນ້ຍ

ນອນໃນແຜນການ ວັນບຸນ ເອີຣົບ ທີ່ ຫວຽດນາມ 2018, ໂດຍນະຄະຜູ້ແທນສະຫະພາບ ເອີຣົບ, ສະຖານທູດບັນດາ ປະເທດສະມາຊິກ ແລະ ບັນດາສູນວັດທະນະທຳ ເອີຣົບເປັນ ຜູ້ຈັດ, ໝູ່ບ້ານ ເອີຣົບ ຖືກສ້າງຂຶ້ນ ຢູ່ໃຈກາງ ຖະໜົນຄົນຍ່າງ ຮ່າໂນ້ຍ ໄດ້ສ້າງສວນສາທາລະນະທາງດ້ານວັດທະນະທຳ ທີ່ປະທັບໃຈ. ແຜນການ ໝູ່ບ້ານ ເອີຣົບ ໄດ້ຈັດຂຶ້ນຢູ່ເຂດອະນຸສາວະລີເຈົ້າ ຊີວິດ ຫຼີຖາຍໂຕ ແລະ ອ້ອມລ້ອມບໍລິເວນ ໜອງເກືອມ, ຮ່າ ໂນ້ຍ. ອາດສາມາດເວົ້າໄດ້ວ່າ ເຫດການດັ່ງກ່າວປະກອບ ສ່ວນເຊື່ອມຕໍ່ລະຫວ່າງ ເພື່ອນມິດສາກົນ ກັບປະຊາຊົນ ຫວຽດນາມ ປະສົບຜົນສຳເລັດເປັນຢ່າງຍິ່ງ. ທຸກຄົນຕ່າງມາ ທີ່ນີ້ ປະສານຄວາມມ່ວນຊື່ນເຂົ້າກັບສຽງດົນຕີ, ການຫຼິ້ນ, ຮ້ານປຶ້ມ, ຮ້ານອາຫານ...
 

ບັນດາລາຍການສະແດງດົນຕີຕາມທ້ອງຖະໜົນຂອງ ນັກສິ ລະປິນ ທີ່ມາຈາກ 18 ປະເທດ ເອີຣົບ ໄດ້ໄຂຂຶ້ນຢູ່ຖະໜົນ ດິງຕຽນຮວ່າງ. ບັນດາໄວໜຸ່ມ, ຊາວນະຄອນຫຼວງ, ນັກທ່ອງ ທ່ຽວສາກົນ ໄດ້ຮັບຟັງບັນດາບົດເພງທີ່ມ່ວນໆ ຂອງນັກ ຮ້ອງ ຜູ້ມີຊື່ສຽງຫຼາຍຄົນມາຈາກບັນດາປະເທດ ເອີຣົບ. ພິ ເສດ ແມ່ນການສະແດງ acapella ຂອງ ວົງດົນຕີ Berywarm (ສ ຝຣັ່ງ), ລາຍການສະແດງດົນຕີ jazz ຂອງ ບັນດານັກດົນ ຕີມາຈາກປະເທດ ໂຮນລັງ, ການສະແດງຂີ່ໄມ້ ໂຢກເຢກ ຂອງ ນັກສິລະປິນ 50 ຄົນມາຈາກ ແບນຊິກ, ຮັອກກີ ຕາມ ຖະໜົນ (Hockey) ມາຈາກສ ເຊັກ, ລາຍການສະແດງ ແຟ ຊັ່ນ Chula (ແອດສະປາຍ), ການສະແດງຕະຫຼົກ ແລະກາຍ ຍະສິນ ໃນຍຸກປັດຈຸບັນຂອງກຸ່ມນັກສິລະປິນ Be Clowns, ການສະແດງ ດົນຕີພື້ນເມືອງ ຂອງນັກຮ້ອງ József Terék (ຮຸງກາຣີ) ແລະ ອື່ນໆ..


ເຫດການ ໝູ່ບ້ານ ເອີຣົບ ໄດ້ຈັດຂຶ້ນໃນຂົງເຂດໜອງເກືອມ, ຮ່າໂນ້ຍ ດຶງດູດຊາວນະຄອນຫຼວງ ແລະ ນັກທ່ອງທ່ຽວມາ ເຂົ້າ ຮ່ວມຢ່າງຫຼວງຫຼາຍ.


ລາຍການສະແດງກາຍຍະສິນດ້ວຍເນື້ອໃນປົກປ້ອງ, ຮັກສາ ສິ່ງແວດລ້ອມຂອງບັນດານັກສິລະປິນ ຝຣັ່ງ
ຢູ່ຖະໜົນ ດິງຕຽນຮວ່າງ.



ມູມໜຶ່ງສຳລັບບ່ອນຫຼິ້ນສຳລັບເດັກນ້ອຍ ໃນເຂດອະນຸສາວະ ລີ ເຈົ້າຊີວິດ ຫຼີຖາຍໂຕ.


ຮ້ານຂາຍເຄື່ອງຫຼາຍແຫ່ງຂອງບັນດາປະເທດ ເອີຣົບ ໃນ ເຫດການ ໄດ້ເອົາໃຈໃສ່ໃນການຂາຍປຶ້ມ.
ນີ້ແມ່ນວິທີໜຶ່ງເພື່ອແນະນຳ, ໂຄສະນາຈຸດພິເສດ, ຄວາມສວຍສົດງົດງາມ
ຂອງ ປະເທດຕົນ ຕໍ່ປະຊາຊົນ ຫວຽດນາມ.



ນ້ອງນ້ອຍຄົນໜຶ່ງມາຈາກ ປະເທດ ໂປໂລຍ ກຳລັງຈ້ຳກາຕໍ່ “ວີຊາ”
ໃຫ້ແກ່ຜູ້ທີ່ເຂົ້າມາຢາມຮ້ານຂາຍເຄື່ອງ ຂອງ ປະເທດ ຕົນ.



ບັນດາຮ້ານຂາຍເຄື່ອງຂອງສະຖານທູດ 18 ປະເທດ ເອີຣົບ
ໄດ້ນຳໃຊ້ຫຼາຍວິທີເພື່ອແນະນຳຮູບພາບປະເທດຕົນ ກັບ ຜູ້ ເຂົ້າຊົມ.



ທ່ານ Pereric Högberg, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ຊູແອດ ສະແດງຄວາມຍິນດີຕ້ອນຮັບ
ຕໍ່ບັນດາແຂກ ທີ່ເຂົ້າມາຢາມຮ້ານຂາຍເຄື່ອງຂອງສະຖານ ທູດ ຊູແອດ.



ຄົນ ເອີຣົບ ແນະນຳຈຸດພິເສດໃນການກິນດື່ມຂອງຊາວ ເອີ ຣົບ ກັບແຂກທີ່ເຂົ້າຊົມ.


ນັກສິລະປິນ 2 ຄົນ ທີ່ມາຈາກ ປະເທດຮຸງກາຣີ ພວມແນະ ນຳກ່ຽວກັບ ແກ tárogató ອາຍຸກວ່າ 500 ປີ-ມໍລະດົກ ວັດທະນະທຳຂອງ ຮຸງກາຣີ ກັບຊາວນະຄອນຫຼວງ.


ເດັກນ້ອຍ ຫວຽດນາມ ຫຼິ້ນ ຮັອກກີ (Hockey) ຕາມຖະໜົນ ກັບຊາວຕ່າງ ປະເທດ ທີ່ມາຈາກ ສ.ເຊັກ.


ນັກທ່ອງທ່ຽວກຳລັງຖ່າຍຮູບກັບພາບຊີວິດຜູ້ທີ່ມີຊື່ສຽງ ຢູ່ຕໍ່ ໜ້າຮ້ານຂາຍເຄື່ອງຂອງສະຖານທູດ ອັງກິດ.


ຊາວຫວຽດນາມ ກຳລັງພົບປະສ້າງສັນກັບບັນດານັກຟ້ອນ ທີ່ມາຈາກ ສ ໄອແລນ.


ຄົນ ຫວຽດນາມ ໃນຊຸດອາພອນປະຈຳເຜົ່າຂອງ ປະເທດ ບູນກາຣີ ກ່ອນການສະແດງ ຢູ່ສວນສາທາລະນະ ຫຼີຖາຍໂຕ. 

ໝູ່ບ້ານ ເອີຣົບ ດ້ວຍຫຼາຍສີສັນ ວັດທະນະທຳ ອັນຍອດຍິ່ງ  ຂອງ ບັນດາປະເທດ ໄດ້ດຶງດູດຝຸງຊົນ ແລະ ນັກທ່ອງທ່ຽວ ເຂົ້າເຫດການເຖິງ 30 ເຫດການ, ການກິນດື່ມ, ບັນດາຜະ ລິດຕະພັນ ມູນເຊື້ອ, ບັນດາການຫຼິ້ນທີ່ປະທັບໃຈ. ໃນນັ້ນມີ ບ່ອນຫຼິ້ນສຳລັບ ເດັກນ້ອຍ ຊຶ່ງບັນດາປະເທດຈັດໃຫ້ເປັນ ພິ ເສດ. ນັ້ນແມ່ນງານສຳມະນາກ່ຽວກັບເຄື່ອງຫຼິ້ນຜະ ລິດດ້ວຍ ໄມ້ໃຫ້ແກ່ເດັກນ້ອຍ (ເຢຍລະມັນ, ຝຣັ່ງ), ການເຄື່ອນໄຫວ ສຳລັບ ເດັກນ້ອຍ (ໂປໂລຍ), ການໂອ້ລົມສົນທະນາກ່ຽວກັບ ການຫຼິ້ນ flamenco ແລະ ການເຄື່ອນ ໄຫວຍົກສູງຄວາມ ຮັບຮູ້ກ່ຽວກັບສິ່ງແວດລ້ອມ (ແອສະປາຍ) ແລະ ອື່ນໆ. 
ທ່ານ Bruno Angelet, ເອກອັກຄະລັດຖະທູດ, ຫົວໜ້າ ຄະ ນະຜູ້ແທນສະຫະພາບ  ເອີຣົບ ກ່າວວ່າ “ພວກຂ້າພະເຈົ້າ ຮູ້ສຶກດີໃຈເມື່ອເຫັນວ່າ ຄວາມສົນໃຈ ນັບ ມື້ນັບຫຼາຍຂຶ້ນຂອງ ຄົນ ຫວຽດນາມ ສຳລັບໃຫ້ແກ່ ເຫດການ ວັນບຸນ ເອີຣົບ ຢູ່ ຫວຽດນາມ ໄດ້ສ້າງ ຄວາມ ປະທັບໃຈໃຫ້ ແກ່ຄົນ ຫວຽດ ນາມ ດ້ວຍບັນດາທຳ ນອງສຽງດົນຕີ ແລະ ສີ ສັນວັດທະນະ ທຳທີ່ເຕັມໄປດ້ວຍນຳ້ ໃຈມິດຕະພາບ”.  

ຮ້ານອາຫານ ກໍ່ເປັນອີກມູມໜຶ່ງ ທີ່ດຶງດູດ ຜູ້ເຂົ້າມາຊົມງານ ເຂົ້າສຳພັດເປັນຈຳນວນຫຼວງຫຼາຍ ດ້ວຍອາຫານ ຫຼາຍຮ້ອຍ ເຍື່ອງທີ່ມີຊື່ສຽງຂອງໂລກ ຊຶ່ງຄະນະ ຜູ້ແທນສະຫະພາບ ເອີ ຣົບ ຈັດຕັ້ງການສະແດງແຕ່ງກິນກັບແຫຼ່ງວັດຖຸດິບ ທີ່ປອດ ສານພິດ. ຜູ້ເຂົ້າຮ່ວມງານ ຈະມີຄວາມຮູ້ສຶກ ຄືພວມ ໄດ້ຮັບ ປະທານອາຫານຢູ່ບັນດາປະເທດ ເອີຣົບ.
 
ບັນດານັກສິລະປິນ ຫວຽນດາມ ກໍ່ໄດ້ເຂົ້າຮ່ວມໃນວັນບຸນ ເອີຣົບ ຢູ່ ຫວຽດນາມ ດ້ວຍລາຍການປະສານດົນຕີໂດຍ ນັກ ດົນຕີ ໄວໂອລິນ ບຸ່ຍກົງຢຸຍ ແລະ ວົງດົນຕີ ພື້ນເມືອງ ຫວຽດ ນາມ ຮ່ວມກັນສະແດງ. ບົດດົນຕີຫຼາຍບົດຂອງບັນດາ ນັກ ແຕ່ງດົນຕີທີ່ມີຊື່ສຽງຂອງ ເອີຣົບເຊັ່ນ: Wolfgang Amadeus Mozart, Fritz Kreisler, Peter Warlock, Frederic Chopin và Ludwig Van Beethoven… ໄດ້ ສ້າງຄວາມ ປະທັບໃຈມາໃຫ້ແກ່ຜູ້ເຂົ້າຮ່ວມ.

ໃນເຫດການ ໝູ່ບ້ານ ເອີຣົບ ຢູ່ ຫວຽດນາມ, ຄະນະຜູ້ແທນສະຫະພາບ ເອີຣົບ ມີຄວາມເອົາໃຈໃສ່ເຖິງຫົວຂໍ້ “ປື້ມ” ເປັນ ຢ່າງຍິ່ງ. ນີ້ ແມ່ນບ່ອນໃຫ້ ຜູ້ເຂົ້າຮ່ວມ ໄດ້ສຳພັດກັບວັດທະ ນະທຳ  ທ່ີປະທັບໃຈ, ຊຶ່ງທຸກຄົນ ສາມາດເຂົ້າເຖິງ ບົດປະພັນ ທີ່ມີຊື່ສຽງຂອງໂລກ ຈາກບັນດາປະເທດ: ໂຕຣິດ, ດານມາກ, ເຢຍລະມັນ, ແຟງລັງ, ຝຣ່ັງ, ສ ເຊັກ, ແອດສະປາຍ, ຊູແອດ, ອີຕາລີ, ແບນຊິກ... ແລະ ພົບປະກັບນັກຂຽນທີ່ມີຊື່ສຽງ ຫຼາຍ ທ່ານຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ.
 
ໝູ່ບ້ານ ເອີຣົບ ເຕັມໄປດ້ວຍນຳ້ໃຈມິດຕະພາບລະຫວ່າງບັນດາປະເທດ ທີ່ມາຈາກ 5 ທະວີບ ມາເຕົ້າໂຮມກັນ ຢູ່ນະ ຄອນຫຼວງ ຮ່າໂນ້ຍ.

ບົດ: ບິກເວິນ - ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top