• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານ ເທິງທະເລ

ຢູ່ລະຫວ່າງປາກແມ່ນຳ້ສອງແຫ່ງທີ່ຍິ່ງໃຫຍ່ຄື ແມ່ນໍ້າ ໂຮ່ງ ແລະ ແມ່ນໍ້າ ຈ່າຫຼີ, ເມືອງ ຕ່ຽນຫາຍ ມີຫາດຫຼາຍແຫ່ງ ເປັນ ບ່ອນລ້ຽງ ຫອຍກີ້ ທີ່ດີເລີດ. ໄປຕາມຄູກັນນໍ້າ ຕ່ຽນຫາຍ ຍາວ ກວ່າ 20 ກິໂລແມັດ ແມ່ນເຂດລ້ຽງ ຫອຍກີ້ ທີ່ກວ້າງ ໃຫຍ່ໄພ ສານ... ເພາະສະນັ້ນ ຊາວປະມົງເຂດທົ່ງພຽງພາກເໜືອ ຈຶ່ງ ເອີ້ນ ຕ່ຽນຫາຍ ວ່າ ບ້ານເກີດເມືອງນອນຂອງ “ໝູ່ບ້ານເທິງ ທະເລ”. 
ຊາວບ້ານ ຕ່ຽນຫາຍ (ຖາຍບິ່ງ) ມີຄວາມເອກອ້າງທະນົງໃຈຕໍ່ແຜ່ນດິນແຫ່ງນີ້ ທີ່ເປັນຫຼັກຖານພະຍານໃຫ້ແກ່ການ ພິສິດ ທະເລຂອງປະຊາຊົນເຂດທົ່ງພຽງພາກເໜືອ, ຍ້ອນແຕ່ສະຕະ ວັດທີ 18, ທ່ານ ຫງວຽນກົງຈື໋ (1778-1858) ໄດ້ພາປະຊາ ຊົນ ມາຕັ້ງບ້ານສ້າງເມືອງຢູ່ແຄມຝັ່ງທະເລ. ໂດຍສືບທອດ ມູນ ເຊື້ອພິສິດທະເລຂອງບັນພະບຸລຸດ, ປະຈຸບັນ ຊາວ ຕ່ຽນຫາຍ ໄດ້ກໍ່ສ້າງ “ໝູ່ບ້ານເທິງທະເລ” ຫຼາຍແຫ່ງເພື່ອລ້ຽງ ຫອຍກີ້ ຊຶ່ງ ມີປະສິດທິຜົນສູງທາງດ້ານເສດຖະກິດ.

ຕາແສງ ນາມຖິ້ງ ແມ່ນໜຶ່ງໃນບັນດາຕາແສງ ທີ່ມີເນື້ອທີ່ລ້ຽງ ຫອຍກີ້ ກວ້າງສຸດຂອງເມືອງ. ທ່ານ ເຈິ່ນວັນຕວ່ານ, ຮອງປະ ທານຕາແສງ ໃຫ້ຮູ້ວ່າ ທ້າຍທົດສະວັດທີ 80, ຊາວ ຕ່ຽນຫາຍ ເລີ່ມການລ້ຽງ ຫອຍກີ້. ຊາວບ້ານ ໄປເກັບຫອຍກີ້ ນ້ອຍຢູ່ ທະ ເລ ມາລ້ຽງຢູ່ໃນຫາດ. ຫອຍກີ້ນ້ອຍ ລ້ຽງເປັນເວລາກວ່າ 10 ເດືອນຈຶ່ງນຳອອກຂາຍສູ່ຕະຫຼາດ. ຍ້ອນການລ້ຽງ ຫອຍກີ້ ໃຫ້ ກຳໄລສູງ, ສະນັ້ນ ຜູ້ລ້ຽງ ຫອຍກີ້ ຫຼາຍຄົນໄດ້ສ້າງຮັ່ງຄູນມີ. 


ເມືອງ ຕ່ຽນຫາຍ ມີເນື້ອທີ່ລ້ຽງຫອຍກີ້  ປະມານເກືອບ 3.000 ເຮັກຕາ. ພາບ: ແຄງລອງ


ຊາວບ້ານ ນາມຖິ້ງ  ນຳໃຊ້ເຄື່ອງຈັກເຂົ້າໃນການລ້ຽງ ຫອຍກີ້. ພາບ: ຫວຽດເກື່ອງ


ແຮງງານຫຼາຍຄົນພວມເຮັດວຽກຢູ່ເຂດລ້ຽງ ຫອຍກີ້ ເຮັດແນວພັນ ຢູ່ຕາແສງ ນາມຖິ້ງ, ຕ່ຽນຫາຍ. ຕາມປົກ ກະຕິ, ເຂົາເຈົ້າຈະໄດ້ຮັບເງິນຄ່າແຮງງານ ປະມານ 200.000 ດົ່ງຕໍ່ມື້. ພາບ: ຫວຽດເກື່ອງ


ປະຈຸບັນ, ຊາວບ້ານຢູ່ຕາແສງ ນາມຖິ້ງ  ໄດ້ນຳໃຊ້
ເຄື່ອງຈັກເຂົ້າໃນການເກັບກ່ຽວ ຫອຍກີ້ ເຮັດແນວພັນ. ພາບ: ຫວຽດເກື່ອງ



ການລ້ຽງ ຫອຍກີ້ ຍັງສ້າງວຽກເຮັດ ງານທຳໃຫ້ແກ່
ປະຊາຊົນໄດ້ຫຼາຍພັນຄົນ. ພາບ: ຫວຽດເກື່ອງ


ຈຳແນກປະເພດ ຫອຍກີ້ ຫຼັງຈາກທີ່ຊື້ມາ. ພາບ: ຫວຽດເກື່ອງ


ບໍ່ພຽງແຕ່ເທົ່ານັ້ນ, ຊາວບ້ານ ນາມຖິ້ງ ຍັງເປັນເຈົ້າໃນການ ຜະ ລິດຫອຍກີ້ ເຮັດແນວພັນ. ສະເພາະ ປີ 2017, ທົ່ວຕາແສງເກັບ ກ່ຽວ ຫອຍກີ້ ເຮັດແນວພັນໄດ້ກວ່າ 4.000 ໂຕນ, ມີມູນຄ່າປະ ມານ 92 ຕື້ດົ່ງ. ປະຈຸບັນ, ຫອຍກີ້ ເຮັດແນວພັນ ນາມຖິ້ງ ໄດ້ ຂາຍອອກສູ່ບັນດາແຂວງ ໃກ້ຄຽງ ແລະ 40% ຫອຍກີ້ ສຳເລັດ ຮູບທີ່ໄດ້ສົ່ງອອກໄປຍັງຕ່າງປະເທດ.
 
ທົ່ວເມືອງ ຕ່ຽນຫາຍ ມີເນື້ອທີ່ລ້ຽງສິນໃນນຳ້ຕາມຝັ່ງທະເລ ມີ ເນື້ອທີ່ ເກືອບ 5.000 ເຮັກຕາ. ກຳລັງການຜະລິດໃນປີ 2017 ບັນລຸ ໄດ້ 69.000 ໂຕນ, ໃນນັ້ນ ສາເພາະຫອຍກີ້ ບັນລຸໄດ້ 54.000 ໂຕນ, ມູນຄ່າການຜະລິດຂອງຂະແໜງສິນໃນນຳ້ບັນ ລຸໄດ້ກວ່າ 2.100 ຕື້ດົ່ງ.
 
ປະຈຸບັນ, “ໝູ່ບ້ານເທິງທະເລ” ລ້ຽງ ຫອຍກີ້ ຫຼາຍແຫ່ງຄືຢູ່ ຕ່ຽນ ຫາຍ ໄດ້ມີຊາວປະມົງ ຢູ່ບັນດາເມືອງແຄມທະເລຄື ຖາຍບິ່ງ, ນາມດິ້ງ, ກວາງນິງ, ຫາຍຟ່ອງ, ແທງຮວ໋າ ຮຽນແບບ ໃນການ ພັດທະນາເສດຖະກິດ. 
ບົດ: ຫວຽດເກື່ອງ - ພາບ: ແຄງລອງ, ຫວຽດເກື່ອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top