ໝູ່ບ້ານ ພາບແຕ້ມ ຝາຜະໜັງ ແກ໋ງເຢືອງ ເປັນຜົນ ຈາກໂຄງ ການ “ພາບແຕ້ມ ຝາຜະໜັງ ໃນອະນາຄົດ” ຂອງ ກຸ່ມຄົນໜຸ່ມ ສາວ, ເລີ່ມຕົ້ນຈາກຄວາມມຸ່ງຫວັງ ຢາກຊ່ວຍເຫຼືອໃຫ້ຊາວບ້ານ ໄດ້ມີໂອກາດ ພັດທະນາການທ່ອງທ່ຽວ ກໍ່ຄືປະດິດສ້າງ ບັນດາ ຜົນງານການປະດິດແຕ່ງ ທີ່ມີຄຸນຄ່າດ້ານ ສິລະປະ. ນັກຈິດຕະ ກອນ ຫງວຽນວຽດຢຸງ (ເກີດປີ 1984) ເປັນຜູ້ຮັບຜິດຊອບ ກຸ່ມ ນັກຈິດຕະກອນ ທີ່ປະຕິບັດໂຄງການ “ພາບແຕ້ມ ຝາຜະໜັງ ໃນ ອະນາຄົດ” ໃຫ້ຮູ້ວ່າ: “ສ່ວນຫຼາຍພາບແຕ້ມ ຝາຜະໜັງ ຢູ່ ແກ໋ງ ເຢືອງ ແມ່ນພວກຂ້າພະເຈົ້າຊອກຫາຂໍ້ມູນເອກະສານຈາກ ເຮືອນມູນເຊື້ອ ຂອງ ບ້ານ ແກ໋ງເຢືອງ, ຮູບຂອງ ນັກຖ່າຍຮູບ ຈຳ ນວນໜຶ່ງ ໄດ້ອອກແບບເປັນ 3
D ແລ້ວຈຶ່ງເອົາໄປແຕ້ມ”.
ແກ໋ງເຢືອງ ຍັງຮັກສາໄດ້ຄວາມສວຍງາມ ດ້ານສະຖາປັດຕະຍະ ກຳ, ວັດທະນະທຳ, ຄວາມເຊື່ອຖືດ້ານສາສະໜາ ຂອງ ໝູ່ບ້ານ ທະເລ ຢູ່ພາກກາງຄື: ຮົ້ວກຳແພງ ກໍ່ດ້ວຍຫີນປະກາລັງ ທີ່ມີອາຍຸ ຫຼາຍຮ້ອຍປີ; ຫໍບູຊາ ໂຄງກະດູກ ປາວານ ໃຫຍ່ທີ່ສຸດ ຫວຽດ ນາມ 2 ໂຄງ ແລະ ປ່າຊ້າ ຝັງສົບ ປາວານ ທ່ີເປັນເອກະລັກ. |
ຈາກແຫຼ່ງທຶນທີ່ຫາໄດ້ຈາກສັງຄົມ ແລະ ພິເສດແມ່ນການຊ່ວຍ ເຫຼືອ ຈາກພະແນກການທ່ອງທ່ຽວ ກວາງບິ່ງ, ການໃຫ້ຄຳປຶກສາ ດ້ານວິຊາການ ຂອງ ພະແນກ ວັດທະນະທຳ ແລະ ກິລາ, ປັດຈຸ ບັນ, ໂຄງການສຳເລັດໄດ້ກວ່າ 500 ມ
2 ດ້ວຍພາບແຕ້ມເກືອບ 20 ແຜ່ນ, ແກ່ຍາວແຕ່ສາລາ ບູຊາບັນພະບຸລຸດ ເກືອບຮອດໝູ່ ບ້ານ ແກ໋ງເຢືອງ.
ສີສັນທີ່ສົດໃສ ຂອງ ພາບແຕ້ມ ຝາຜະໜັງ ຕາມເສັ້ນທາງ ໜຶ່ງຢູ່ບ້ານ ແກ໋ງເຢືອງ. ພາບ: ທົງຫາຍ/VNP
ພາບແຕ້ມ ການດຳລົງຊີວິດ ຢູ່ເຂດຊົນນະບົດ ຂອງ ຫວຽດນາມ. ພາບ: ທົງຫາຍ/VNP
ພາບແຕ້ມ ກ່ຽວກັບການເຄື່ອນໄຫວຫາປາຂອງຊາວປະມົງ ຢູ່ບ້ານ ແກ໋ງເຢືອງ. ພາບ: ທົງຫາຍ/VNP
ພາບແຕ້ມ ທະເລ ທີ່ກວ້າງໃຫຍ່ໄພສານ ຢູ່ບ້ານ ແກ໋ງເຢືອງ. ພາບ: ທົງຫາຍ/VNP
ພາກແຕ້ມ ຜາຜະໜັງ ປະດັບປະດາ ຢູ່ປ່ອງຢ້ຽມຂອງເຮືອນ ຫຼັງໜຶ່ງ ຢູ່ບ້ານ ແກ໋ງເຢືອງ. ພາບ: ທົງຫາຍ/VNP
ຈຸດພິເສດດ້ານວັດທະນະທໍາ ຂອງ ໝູ່ບ້ນທະເລ ຢູ່ ແກ໋ງ ເຢືອງ. ພາບ: ທົງຫາຍ/VNP
ຍ້ອນມີພາບແຕ້ມຫຼາຍແຜ່ນ ຈຶ່ງເຮັດໃຫ້ຫວ່າງເວຫາຢູ່ບ້ານ ແກ໋ງເຢືອງ ມີສີສັນກວ່າ. ພາບ: ທົງຫາຍ/VNP
ຈຸດພິເສດດ້ານວັດທະນະທໍາ ຂອງ ໝູ່ບ້ນທະເລ ຢູ່ ແກ໋ງເຢືອງ. ພາບ: ທົງຫາຍ/VNP
ຄວາມມຸ່ງຫວັງພິຊິດທະເລຂອງບັນພະບຸລຸດໄດ້ສະແດງອອກ
ໃນພາບແຕ້ມແຜ່ນໜຶ່ງ. ພາບ: ທົງຫາຍ/VNP
ພາບແຕ້ມ ການສູ້ຮົບຂອງຊາວບ້ານ ແກ໋ງເຢືອງ ໃນການຕໍ່ຕ້ານກັບ ຝຣັ່ງ. ພາບ: ທົງຫາຍ/VNP
|
ຈາກແຫຼ່ງທຶນທີ່ຫາໄດ້ຈາກສັງຄົມ ແລະ ພິເສດແມ່ນການຊ່ວຍ ເຫຼືອ ຈາກພະແນກການທ່ອງທ່ຽວ ກວາງບິ່ງ, ການໃຫ້ຄຳປຶກສາ ດ້ານວິຊາການ ຂອງ ພະແນກ ວັດທະນະທຳ ແລະ ກິລາ, ປັດຈຸ ບັນ, ໂຄງການສຳເລັດໄດ້ກວ່າ 500 ມ
2 ດ້ວຍພາບແຕ້ມເກືອບ 20 ແຜ່ນ, ແກ່ຍາວແຕ່ສາລາ ບູຊາບັນພະບຸລຸດ ເກືອບຮອດໝູ່ ບ້ານ ແກ໋ງເຢືອງ.
ແກ໋ງເຢືອງ ເປັນໝູ່ບ້ານແຄມທະເລ ທີ່ມີອາຍຸ 400 ປີ, 2 ຄັ້ງ ໄດ້ ຮັບນາມມະຍົດ ວິລະຊົນ ກຳລັງປະກອບອາວຸດ ຕໍ່ຕ້ານກັບ ຝຣັ່ງ ແລະ ອາເມລິກາ, ໄດ້ນັກດົນຕີ ຮວ່າງເວິນ ປຽບທຽບ “ບ້ານເກີດ ເມືອງນອນ ຢືນຢູ່ຫົວຄື້ນພາຍຸລົມແດງ” ໃນບົດເພງ “ກວາງບິ່ງ ບ້ານເກີດຂອງຂ້ອຍ”. |
ບັນດາພາບແຕ້ມໃສ່ ຝາຜະໜັງ ຫຼື ກຳແພງ ໂດຍກົງ. ດ້ວຍ ຄວາມພິຖີພິຖັນ, ບັນດານັກແຕ້ມ ໄດ້ສະແດງອອກ ມາບັນດາ ບົດເລື່ອງ ກ່ຽວກັບ ວິວັດແຫ່ງການ ກໍ່ຮ່າງສ້າງຕົວ ແລະ ພັດທະ ນາ, ແຕ່ມູນເຊື້ອ ອັນດີງາມຂອງໝູ່ບ້ານແຫ່ງນີ້ ຈົນເຖິງ ຄວາມ ສວຍງາມ ຂອງລັດທິ ວິລະຊົນປະຕິວັດ ໃນການຕໍ່ສູ້ ຂອງ ຊາວ ບ້ານ ແກ໋ງເຢືອງ ຄືພາບແຕ້ມ: ແກ໋ງເຢືອງ-ປ້ອມປືນເຫຼັກ; ທະ ຫານລາດກອງຫຼອມ ເລັ່ງປາຍປືນ ກຽມພ້ອມສູ້ຮົບ ຢູ່ຂ້າງ ກຳ ແພງບ້ານ...
ພ້ອມກັນນັ້ນ ແມ່ນພູມພາບທຳມະຊາດ ທີ່ສວຍງາມ ແລະ ຊີວິດ ການເປັນຢູ່ຂອງຊາວປະມົງ ຢູ່ແຄມທະເລ. ຫົວຂໍ້ດັ່ງກ່າວລວມມີ ພາບແຕ້ມ: ຕະຫຼາດຂາຍປາ ຍາມເຊົ້າມືດ; ຂະບວນກໍາປັ່ນຫາ ປາ ທີ່ໝັ້ນຄົງຢູ່ກາງທະເລ; ຊາວປະມົງ ຕຶກກະດຸ້ງໃນຍາມເຊົ້າ ...
ຄຽງຂ້າງນັ້ນ ຍັງມີບັນດາພາບແຕ້ມ ມີເນື້ອໃນ ກ່ຽວກັບມູນເຊື້ອ ວັດທະນະທຳ ຂອງ ເຂດທະເລ ຄື: ບຸນຊ່ວງເຮືອ ເທິງແມ່ນໍ້າ ລວານ, ເທດສະການຫາປາ... ແລະ ເລື່ອງລາວ ຕ່າງໆ ທີ່ເຕັມ ໄປດ້ວຍ ຄວາມເປັນມະນຸດ ທ່ີກ້າຫານ ລະຫວ່າງ ຊາວບ້ານ ແກ໋ງເຢືອງ ກັບ ທຳມະຊາດ ທີ່ເຂົາເຈົ້າມີຄວາມສະໜິດຕິດພັນໃນຕະຫຼອດຊີວິດຂອງຕົນຄື: ພາບແຕ້ມກ່ຽວກັບປາ, ກຸ້ງ, ປະກາລັງ, ຫອຍ, ໄຄທະເລທຸກຊະນິດ ແລະ ເລື່ອງລາວຕ່າງໆ ກ່ຽວກັບທະເລ...
ບັນດາຫຼັງເຮືອນ ທີ່ເກົ່າແກ່, ຝາຜະໜັງ ຫຼາຍແຜ່ນໄດ້ກໍ່ດ້ວຍ ຫີນປະກາລັງ, ປັດຈຸບັນ ໄດ້ນຸ່ງ “ເສື້ອຜືນໃໝ່” ດ້ວຍບັນດາສີສັນ ທີ່ ສະດຸດຕາ, ບັນເອີນກາຍເປັນສິ່ງຊັກຊວນໃຈ ນັກທ່ອງທ່ຽວ ເມື່ອມາຍັງ ແກ໋ງເຢືອງ.
ປະຕິບັດ: ທົງຫາຍ