• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານ ຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ

ຜ່ານການເວລາເຖິງ 5 ສະຕະວັດ, ປະຈຸບັນ ເຄື່ອງປັ້ນດິນເຜົາ ແທງຮ່າ (ນະຄອນ ໂຮ້ຍອານ, ແຂວງ ກວາງນາມ) ຍັງຮັກສາໄດ້ວິທີການຜະລິດຕາມແບບຫັດຖະກຳ. ພິເສດ, ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາແທງຮ່າ ບໍ່ເຄືອບສີ ແລະ ເຜົາດ້ວຍຟືນ ເພື່ອສ້າງສີສັນໃຫ້ແກ່ຜະລິດ ຕະພັນເຄື່ອງປັ້ນດິນເຜົາ.
ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ ຕັ້ງຢູ່ແຄມແມ່ນຳ້ທູ ໂບ່ນ, ຂຶ້ນກັບບ້ານ ແທງຮ່າ, ຫ່າງຈາກຖະໜົນເກົ່າ ໂຮ້ຍອານ ປະມານ 3 ກິໂລແມັດ ໄປທາງທິດຕາເວັນຕົກ. ຕາມພົງສາວະດານ ໃຫ້ຮູ້ວ່າ ຕົ້ນ ສະຕະວັດທີ 16,  ເມື່ອຊາວເມືອງ ແທງຮວາ ຍົກຍ້າຍມາເມືອງ ກວາງ ນາມ ໄດ້ເອົາອຸປະກອນຜະລິດເຄື່ອງປັ້ນດິນເຜົາໄປນຳ ເພື່ອຜະລິດ ບັນດາຜະລິດຕະພັນຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ ເຂດພາກ ກາງ ທີ່ກວ້າງຂວາງ.
 
ເຄື່ອງປັ້ນດິນເຜົາ ແທງຮ່າ ພັດທະນາກວ່າໝູ່ ໃນສະຕະວັດທີ 17-18 ຊຶ່ງຕິດພັນກັບທ່າເຮືອການຄ້າ ໂຮ້ຍອານ. ບັນດາຜະລິດຕະພັນຂອງ ໝູ່ບ້ານຜະລິດ ເຄື່ອງປັ້ນດິນເຜົາ ແທງຮ່າ ໄດ້ນຳຂຶ້ນເຮືອ ແລ້ວເອົາ ໄປ ຈຳໜ່າຍຢູ່ບັນດາແຂວງ ກວາງນາມ, ເທື່ອທຽນເຫວ້ ແລະ ສົ່ງ ອອກໄປ ສູ່ປະເທດ ຍີ່ປຸ່ນ, ຈີນ, ແອ໋ສະປາຍ ແລະ ອື່ນ.


ວັດຖຸຕົ້ນຕໍ ໃນການຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ ແມ່ນ ດິນດາກຢູ່ ແມ່ນຳ້ ທູໂບ່ນ. ເພື່ອໃຫ້ດິນດາກມີຄວາມໜຽວ, ຈະຕ້ອງໃຊ້ແຮງງານ ຄົນ ຢຽບໄປມາ ກ່ອນຈະນຳໄປຂຶ້ນໂຄງຜະລິດເປັນສິນຄ້າ. ພາບ: ເຕິດເຊີນ


ຂັ້ນຕອນການຂຶ້ນໂຄງຜະລິດຕະພັນ ຕ້ອງມີ 2 ຄົນ (ສ່ວນຫຼາຍຈະ ແມ່ນຜູ້ຍິງ
ຮັບຜິດຊອບໃນຂັ້ນຕອນນີ້). ພາບ: ເຕິດເຊີນ



ຫຼັງຈາກໄດ້ຂຶ້ນໂຄງ ເປັນຜະລິດຕະພັນ ຮຽບຮ້ອຍ ກໍຈະນຳເອົາໄປ ຕາກແດດ. ພາບ: ກົງດາດ


ການແຕ່ງລວດລາຍ ແມ່ນຂຶ້ນກັບແຕ່ລະຜະລິດຕະພັນ. ພາບ: ກົງດາດ


ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ໄດ້ຜະລິດອອກມາຜ່ານຝີມືທີ່
ຄ່ອງແຄ້ວຂອງນາຍຊ່າງບ້ານ ແທງຮ່າ. ພາບ: ເຕິດເຊີນ



ເຄື່ອງປັ້ນດິນເຜົາ ແທງຮ່າ ຖືກເຜົາດ້ວຍຟືນ ຕາມແບບມູນເຊື້ອ. ເບື້ອງ ຕົ້ນດັງໄຟໃຫ້ລຸກປະມານ 7-8 ຊົ່ວໂມງ, ຫຼັງຈາກນັ້ນກໍ່ຈະສຸມໄຟ ໃຫ້ ແຮງຈົນໄດ້ທີ່ ຈິ່ງຢຸດ. ພາບ: ເຕິດເຊີນ


ຜ່ານການເວລາເຖິງ 5 ສະຕະວັດ, ມາເຖິງປະຈຸບັນ ເຄື່ອງປັ້ນດິນເຜົາ ແທງຮ່າ
ຍັງຮັກສາໄດ້ວິທີການຜະລິດຕາມແບບຫັດຖະກຳ: ແຕ່ງຮູບ ຊົງດ້ວຍມື,
ບໍ່ໃສ່ຂອບຫຼໍ່, ບໍ່ເຄືອບສີ ແລະ ເຜົາດ້ວຍຟືນ ແບບມູນເຊື້ອ. ພາບ: ກົງດາດ



ປະຈຸບັນ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ ໄດ້ກາຍເປັນ
ແຫຼ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາ
ຢ້ຽມຊົມນັບເປັນຈຳນວນຫຼວງຫຼາຍ. ພາບ: ເຕິດເຊີນ

ຕະຫຼອດໄລຍະເວລາຫຼາຍຮ້ອຍປີຜ່ານມາ, ເຖິງວ່າ ອາຊີບຜະລິດເຄື່ອງປັ້ນດິນເຜົາ ມີບາງໄລຍະພັດທະນາ, ມີບາງໄລຍະຊຸດໂຊມກໍ່ຕາມ, ແຕ່ ຄວາມຮັກ ແລະ ຄວາມປະດິດສ້າງຂອງບັນດານາຍຊ່າງບ້ານ ແທງຮ່າ ບໍ່ເຄີຍມີເວລາຫຼຸດລົງ. ມາເຖິງປະຈຸບັນ ໝູ່ບ້ານອາຊີບຜະລິດ ເຄື່ອງ ປັ້ນດິນເຜົາ ແທງຮ່າ ຍັງຮັກສາໄດ້ວິທີການຜະລິດຕາມແບບຫັດຖະ ກຳ ແມ່ນແຕ່ງຮູບຊົງດ້ວຍມື, ບໍ່ໃສ່ຂອບຫຼໍ່, ບໍ່ເຄືອບສີ ແລະ ເຜົາ ດ້ວຍຟືນ ແບບມູນເຊື້ອ.

ພິເສດ, ນາຍຊ່າງບ້ານ ແທງຮ່າ ເຜົາເຄື່ອງປັ້ນດິນເຜົາດ້ວຍ ປະສົບ ການຂອງຕົນ, ບໍ່ນຳໃຊ້ບັນດາເຄື່ອງມືວັດແທກຄວາມຮ້ອນ. ນາຍ ຊ່າງ ຫງວຽນວັນຈຸນ ຢູ່ບ້ານ ນາມຢ້ຽວ ໃຫ້ຮູ້ວ່າ ສຳລັບນາຍຊ່າງ ຜູ້ມີປະ ສົບ ການ, ພຽງແຕ່ຟັງສຽງໄຟ, ຄວາມຮ້ອນຈາກເຕົາເຜົາ ບວກກັບເວລາ ເຜົາ ກໍ່ຮູ້ໄດ້ ເຄື່ອງປັ້ນດິນເຜົາສຸກ ຫຼື ຍັງ.
 
ອີກດ້ານໜຶ່ງແມ່ນເຄື່ອງປັ້ນດິນເຜົາ ແທງຮ່າ ບໍ່ໄດ້ເຄືອບສີ, ພຽງ ແຕ່ ອາໄສ ປະສົບການຂອງນາຍຊ່າງ ເມື່ອປຸງແຕ່ງດິນ ແລະ ນຳໃຊ້ ຄວາມ ຮ້ອນ, ສະນັ້ນ ຫຼັງຈາກເຜົາສຸກແລ້ວ,  ເຄື່ອງປັ້ນດິນເຜົາ ຈຶ່ງມີ ຫຼາຍສີ ສັນແຕກຕ່າງກັນຄື: ສີແດງ, ສີຂີ້ເທົ່າ, ສີບົວ, ສີດຳ ແລະ ອື່ນໆ.
 
ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດ, ນອກຈາກຜະລິດຕະພັນ ທີ່ເປັນມູນເຊື້ອ, ບັນດາໂຮງງານຜະລິດເຄື່ອງປັ້ນດິນເຜົາຢູ່ ແທງຮ່າ ຍັງຄົ້ນຄວ້າ, ຜະລິດອອກມາບັນດາ ຜະລິດຕະພັນ ທີ່ມີສິລະປະເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ ແລະ ຄວາມຕ້ອງການໃນ ການ ກໍ່ສ້າງ.
 
ປະຈຸບັນ, ເມື່ອມາຢາມໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ, ນັກ ທ່ອງທ່ຽວ ນອກຈາກ ເລືອກຊື້ເຄື່ອງທີ່ລະນຶກຊຶ່ງເຮັດດ້ວຍດິນເຜົາ, ຍັງ ໄດ້ເຫັນກັບຕາເຕັກນິກການຜະລິດເຄື່ອງປັ້ນດິນເຜົາຕາມແບບມູນເຊື້ອ ຂອງ ບັນດານາຍຊ່າງໝູ່ບ້ານອາຊີບແຫ່ງນີ້.


ບັນດາສັດ ທ່ີຄຸ້ນເຄີຍ ຖືກປັ້ນດ້ວຍມື ຢ່າງປານີດ. ພາບ: ກົງດາດ


ປະຈຸບັນ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ແທງຮ່າ ສ່ວນຫຼາຍແມ່ນຮັບ
ໃຊ້ໃຫ້ແກ່ການປະດັບປະດາ, ວາງສະແດງ. ພາບ: ກົງດາດ



ຕໍ່ແຮຫຼາຍໂຕມີຮູບຊົງຂອງໂຕສັດຄື: ງົວ, ຄວາຍ, ແມວ, ໝູ... ສ່ວນ ທ້ອງ ຈະມີຮູນ້ອຍໆ ເມື່ອເປົ່າ
ຈະມີສຽງ ຄ້າຍສຽງຂຸ່ຍ. ນີ້ເປັນຜະລິດ ຕະພັນພິເສດ ແລະ ຈັບໃຈສຳລັບນັກທ່ອງທ່ຽວ. ພາບ: ກົງດາດ



ຜະລິດຕະພັນຈຳນວນໜ່ຶງໄດ້ແຕ່ງຮູບຊົງ ແລະ ແຕ້ມລວດລາຍຢ່າງງ່າຍດາຍ. ພາບ: ກົງດາດ


ວັດຂົວ ໂຮ້ຍອານ ເປັນຜະລິດຕະພັນໜຶ່ງທີ່ຂາດບໍ່ໄດ້ຢູ່ໝູ່ບ້ານອາຊີບ
ຜະລິດເຄື່ອງປັ້ນດິນເຜົາ ແທງຮ່າ. ພາບ: ກົງດາດ



ປ້າຍຮ້ານຂອງຮ້ານຂາຍກາເຟແຫ່ງໜຶ່ງຢູ່ ໂຮ້ຍອານ ໄດ້ອອກແບບ
ແລະ ເຮັດດ້ວຍດິນເຜົາ ແທງຮ່າ. ພາບ: ເຕິດເຊີນ



ປະຈຸບັນ, ເຮືອນຫຼາຍຫຼັງຢູ່ ໂຮ້ຍອານ ໄດ້ປະດັບປະດາ ດ້ວຍເຄື່ອງ ປັ້ນດິນເຜົາ ແທງຮ່າ. ພາບ: ເຕິດເຊີນ


 

ສວນສາທາລະນະດິນເຜົາ ແທງຮ່າ ມີເນື້ອທີ່ 6.000 ຕາຕະລາງແມັດ ຊຶ່ງນາຍຊ່າງທີ່ມີສີມື ບ້ານ ແທງຮ່າ ປະດິດສ້າງບັນດາ ກິດຈະກຳ ທີ່ມີ ຊື່ສຽງຂອງ ຫວຽດນາມ ແລະ ໂລກຄື: ທ່າເຮືອ ຍ່າຣົ່ງ, ຖະໜົນເກົ່າ ໂຮ້ຍອານ, ວັນມຽວ-ກວກຕືຢາມ, ສຸສານລຸງໂຮ່, ເວທີມວຍໂຣມັນ (ອີຕາລີ), ປີຣາມິດ (ປະເທດ ເອຢິບ), ຮູບປັ້ນເທພີເສລີພາບ (ສ ອາເມ ລິກາ) ແລະ ອື່ນໆ.

ປະຕິບັດ: ເຕິດເຊີິນ - ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top