• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ໝູ່ບ້ານ ASEAN -2027

ໄດ້ຮັບການຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ASEAN (1967 - 2017) ແລະ ຄົບຮອບ 22 ປີ ຫວຽດນາມ ເຂົ້າເປັນສະມາຊິກ ASEAN (1995 - 2017), ໂຄງການ “ໝູ່ບ້ານ ASEAN 2017” ເພື່ອເຊີດຊູ ຄຸນຄ່າ ທາງດ້ານວັດທະນະທຳ-ເສດຖະກິດ ຂອງ ປະຊາຄົມ ASEAN, ພ້ອມດຽວກັນ ກໍ່ສະແດງໃຫ້ເຫັນເຖິງ ຄວາມຕັດສິນໃຈ ຂອງນະຄອນ ໂຮ່ຈີມິນ ໃນການກາຍເປັນ ນະຄອນ ASEAN ຢ່າງ ແທ້ຈິງ.
ທີ່ໝູ່ບ້ານ ASEAN, ບັນດານັກທ່ອງ ທ່ຽວ ມີໂອກາດໄດ້ຮັບຊົມບັນດາລາຍການສິລະປະ ວັດທະ ນະທຳ ທີ່ເປັນມູນເຊື້ອເຊັ່ນ: ສະແດງຄ້ອງ ໄຕງວຽນ (ຫວຽດ ນາມ), ຟ້ອນລຳວົງ (ລາວ), ວາດຟ້ອນ Joget (ມາເລເຊຍ) ... ພ້ອມກັນ ເຈືອຈານເຂົ້າກັບ ບັນຍາກາດທີ່ຟົດຟື້ນ ກັບ ບັນດານັກສິລະປິນ ທີ່ມາຈາກ ອາຊີຕາເວັນອອກສ່ຽງໃຕ້ ຫຼື ທົດລອງການຫຼິ້ນພື້ນເມືອງ ຂອງປະເທດຕ່າງໆ.

ບໍ່ພຽງແຕ່ຄົ້ນພົບກ່ຽວກັບດ້ານວັດທະນະທຳ ແລະ ສິລະປະອາຫານການກິນເທົ່ານັ້ນ, ໝູ່ບ້ານ ASEAN ຍັງເປັນບ່ອນໃຫ້ປະຊາຊົນ ແລະ ນັກທ່ອງ ທ່ຽວ ຍຸທ່າງຊອກຊື້ສິນຄ້າ ຢູ່ 126 ຮ້ານຄ້າ ຂອງບັນດາວິສາ ຫະກິດ ຫວຽດນາມ ແລະ ບັນດາປະເທດ ASEAN ອີກດ້ວຍ.
 

ໝູ່ບ້ານ ASEAN -ນະຄອນໂຮ່ຈີມິນ 2017 ໄດ້ຈັດ ຂຶ້ນເປັນເວ ລາ 4 ມື້ ພ້ອມລາຍການ ແນະນຳ ກ່ຽວກັບ ປະເທດຊາດ, ຜູ້ຄົນ ແລະ ວັດທະນະທຳ
ທີ່ເປັນມູນເຊື້ອ ຂອງບັນດາປະເທດ ASEAN



ວາດຟ້ອນລຳວົງ ທີ່ເປັນເອກະລັກຂອງປະເທດ ລາວ ທີ່ສວຍງາມ. 


ນັກສິລະປິນ Paulini ປະດິດສ້າງເຄື່ອງປະດັບ ເອ້ດ້ວຍ ເງິນ ຄຳ ຮັບໃຊ້ ງານບຸນປະເພນີ ຂອງປະເທດຕົນ
ຢູ່ຫ້ອງວາງສະ ແດງ ບັນດາຜະລິດຕະພັນ ວັດທະນະທຳຂອງ ມາເລເຊຍ. 



ການຕຳຫູກ ທີ່ເປັນມຸນເຊື້ອຂອງຊາຊົນເຜົ່າ ຈຳ ຢູ່ແຂງ ນິງຖ້ວນ, ຫວຽດນາມ. 


ສິລະປະການໃຊ້ທຽນແຕ້ມເທິງແພ ຂອງປະເທດ ອິນໂດເນເຊຍ ຊຶ່ງນັກທ່ອງທ່ຽວຫຼາຍຄົນໃຫ້ຄວາມສົນໃຈ ຊອກຮູ້ ແລະ ສຳຜັດຕົວຈິງ.


ລອຍກະທົງຂອງຄົນ ໄທ. 


ຜະລິດຕະພັນເຄື່ອງປະດັບເອ້ ດ້ວຍເງິນຄຳ ຈາກປະເທດ ມາເລເຊຍ. 


ເຄື່ອງທີ່ລະນຶກຈາກປະເທດ ກຳປູເຈຍ. 


ສິລະປະການໃຊ້ທຽນແຕ້ມເທິງແພ ຂອງປະເທດ ອິນໂດເນເຊຍ. 

ບໍລິເວນ “ເຮືອນ” ຂອງ 10 ປະເທດ ASEAN ເປັນບ່ອນ ວາງສະແດງບັນດາຜະລິດຕະພັນວັດທະນະທຳ, ຊຸກຍູ້ ການທ່ອງ ທ່ຽວ, ເຄື່ອນໄຫວແນະນຳ ວັດທະນະທຳ ພື້ນເມືອງ ແລະ ຍຸກປັດຈຸບັນທີ່ເຕັມໄປດ້ວຍສີສັນ ຂອງ ແຕ່ລະປະເທດ ເຊັ່ນ: ມາເລເຊຍ, ໄທ, ຟິລິບປິນ, ມຽນມາ ແລະ ຫວຽດນາມ.  
“ທາງນະຄອນ ໄດ້ ຕັດສິນໃຈປະຕິບັດບັນດາໂຄງການຮ່ວມມື,  ໂຄງການ ແລກປ່ຽນວັດທະນະທຳ, ຊຸກຍູ້ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ເພີ່ມທະວີການແລກປ່ຽນເສດຖະກິດ, ປະກອບ ສ່ວນ ຢ່າງຕັ້ງໜ້າເຂົ້າໃນວຽກງານຜັນຂະຫຍາຍ ບັນດາຂໍ້ລິເລີ່ມ ຂອງ ASEAN, ຫັນນະຄອນ ໂຮ່ຈີມິນ ເປັນນະຄອນ ASEAN ຢ່າງແທ້ຈິງ”. 
(ທ່ານ ເລແທງ ລຽມ, ຮອງປະທານຜູ້ປະຈຳການ ຄະນະກຳມະການ ປະຊາຊົນນະຄອນ ໂຮ່ຈີມິນ).

ທີ່ໝູ່ບ້ານ ASEAN, ບັນດານາຍຊ່າງຂອງຫວຽດນາມ ໄດ້ທວນຄືນໃຫ້ເຫັນອາຊີບເຮັດເຄື່ອງປັ້ນດິນເຜົາ ແລະ ອາຊີບຕຳ່ແພຫັດທະກຳພື້ນເມືອງ ຂອງຊາວຊົນເຜົ່າຈຳ ຢູ່ແຂວງ ນິງຖ້ວນ ຊຶ່ງເຮັດໃຫ້ດຶງດູດໃຈນັກທ່ອງທ່ຽວ ເປັນຈຳນວນຫຼາຍ. ນອກຈາກນັ້ນ, ເຂດສິລະປະ ອາຫານການກິນຢູ່ຕາມຖະໜົນໄດ້ຮັບວາງຂາຍຢູ່ 50 ຫ້າງຮ້ານ ກັບບັນດາລາຍການອາຫານ ທີ່ມີລັກສະນະ ເຂດພາກ ຂອງຫວຽດນາມ ແລະ ກໍຄືບັນດາ ປະເທດ ອື່ນໆ ເຊັ່ນ: ແບັ໋ງແຊ່ວ, ເຂົ້າປຸ້ນ, ເຂົ້າໜຽວ ທຸກຊະນິດ, ອາ ຫານທະເລ, ກາຣີ... ຢູ່ທີ່ນີ້,  ນັກທ່ອງທ່ຽວມີໂອກາດ ໄດ້ເຫັນກັບຕາ ບັນດາພໍ່ຄົວ ສະແດງຄວາມສາມາດ ໃນການປຸງແຕ່ງ ບັນດາລາຍການອາຫານທີ່ໜ້າປະທັບໃຈ.

ທ່ານ Joseph Fisher, ນັກທ່ອງທ່ຽວຄົນ ອາເມລິກາ ເປັນ ຄັ້ງທຳອິດ ທີ່ມາຍັງ ນະຄອນ ໂຮ່ຈີມິນ ໄດ້ສະແດງ ຄວາມພໍ ໃຈ ເປັນຢ່າງຍິ່ງ ເມື່ອໄດ້ຊີມລົດຊາດອາຫານ ຫວຽດນາມ. ໂດຍໃຫ້ຮູ້ວ່າ: “ອາຫານ ຫວຽດນາມ ແຊບຫຼາຍ, ລົດຊາດ ກໍ ສຸດທີ່ພິເສດ...  ມາກັບໝູ່ບ້ານອາຊຽນ 2017, ຂ້າພະເຈົ້າ ໄດ້ ຮູ້ຈັກຕື່ມອີກ ຫຼາຍສິ່ງຫຼາຍຢ່າງທີ່ແປກໃໝ່” 

ຫວຽດນາມ ກຳລັງກາຍເປັນຈຸດນັດໝາຍ, ຈຸດເຊື່ອມຕໍ່ ຂອງ ASEAN ກັບບັນດາປະເທດຢູ່ນອກພາກພື້ນ. ບັນດານະຄອນໃຫຍ່ຂອງ ຫວຽດນາມ, ໃນນັ້ນມີ ນະຄອນ ໂຮ່ຈີມິນ, ພວມເປັນທີ່ ດຶງດູດໃຈຊາວຕ່າງປະເທດ ແລະ ພົນລະເມືອງບັນດາປະເທດ ASEAN ທີ່ມາໃຊ້ຊີວິດ, ສຶກສາ, ເຮັດວຽກນັບມື້ເພີ່ມຂຶ້ນ, ເພາະສະນັ້ນ ໝູ່ບ້ານ ASEAN ໄດ້ກາຍເປັນບ່ອນຈັດຕັ້ງບັນດາການເຄື່ອນໄຫວ ແລກປ່ຽນ ວັດທະນະທຳ ທີ່ໜ້າປະທັບໃຈຢ່າງແທ້ຈິງ.
 

ສິລະປະເຄື່ອງປັ້ນດິນເຜົາ ເບົ່າຈຸກ ຂອງຊາວຊົນເຜົ່າ ຈຳ ຂອງ ຫວຽດນາມ. 


ນັກທ່ອງທ່ຽວ ຖ່າຍຮູບກັບຮູບລອຍກະທົງຂອງຄົນ ໄທ. 


ບັນດາລາຍການອາຫານທີ່ເປັນເອກະລັກຂອງປະເທດ ຫວຽດນາມ ເຊ່ັນ ເຂົ້າປຸ້ນ, ອາຫານປີ້ງທຸກຊະນິດ ໄດ້ນຳມາ ແນະນຳ ຢູ່ໝູ່ບ້ານ ASEAN. 


ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບ ວັດທະນະທຳ ແລະ ສິລະປະ ອາຫານການກິນ
ຂອງບັນດາ ປະເທດໃນປະຊາຊົມ ASEAN. 

 
ບົດ: ຫງວຽນແອງ - ພາບ: ທົງຫາຍ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top