• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ໝາກຫຸ່ງອອກດອກບານ

ຈາກໝາກຫຸ່ງທີ່ເປັນຜົນລະໄມ້ຊະນິດໜຶ່ງ ທີ່ບໍ່ມີຊີວິດຈິດໃຈ ແຕ່ເມື່ອໄດ້ຜ່ານສີມືອັນຄ່ອງແຄ້ວ ຂອງບັນດາທ່ານຍິງໃນຫ້ອງຮຽນ "ຈຸດນັດພົບທີ່ສະຫງົບງຽບ" ແລ້ວມັນໄດ້ກາຍເປັນດອກໄມ້ທີ່ມີສີສັນ, ມີຈິດວິນຍານ.
ຫ້ອງຮຽນ "ຈຸດນັດພົບທີ່ສະຫງົບງຽບ" ໂດຍເອື້ອຍ ຫງວຽນທິທູ ໄດ້ເປີດສອນທີ່ຫ່າງຈາກນີ້ເປັນເວລາສອງປີຢູ່ຮ່າວນາມ (ຮ່າໂນ້ຍ) ໄດ້ດຶງດູດເອົາຜູ້ຄົນໃນເກນອາຍຸທີ່ແຕກຕ່າງກັນຕັ້ງຫຼາຍຄົນເຂົ້າຮ່ວມ. ເອື້ອຍຫງວຽນທິທູ ໃຫ້ຮູ້ວ່າ: ເອື້ອຍໄດ້ມີຄວາມຫລົງໄຫລ ແລະ ຮຽນສິລະປະການສອຍດອກໄມ້ຈາກໝາກຫຸ່ງ ກ່ອນນີ້ສາມສິບປີມາແລ້ວ. ເອື້ອຍທູໄດ້ຕັດສິນໃຈເປີດຫ້ອງຮຽນດັ່ງກ່າວດ້ວຍຄວາມປາຖະໜາຢາກຮັກສາສິ່ງທີ່ຍອດຢ້ຽມຂອງແມ່ຍິງຮ່າໂນ້ຍໃນເມື່ອກ່ອນໄວ້ ແລະ ເພື່ອໃຫ້ຜູ້ທີ່ມັກຮັກດອກໄມ້ໄດ້ມາຮ່ຳຮຽນ.

ຫ້ອງຮຽນສິລະປະສອຍໝາກຫຸ່ງທີ່ມີຊື່ວ່າ: "ຈຸດນັດພົບທີ່ສະຫງົບງຽບ "ໂດຍເອື້ອ ຫງວຽນທິທູ ສ້າງຕັ້ງ ແລະ ສິດສອນຢູ່ຮ່າວນາມ.


ບາດກ້າວຕ່າງໆເບື້ອງຕົ້ນຂອງຂັ້ນຕອນການຕັດ, ສອຍດອກໝາກຫຸ່ງ.


ຂັ້ນຕອນການແຍກແກ່ນໝາກຫຸ່ງອອກເພື່ອສ້າງເປັນເກສອນດອກໄມ້.


ຂັ້ນຕອນການຕັດ, ສອຍກີບດອກໄມ້.


ຂັ້ນຕອນການດັດກົ່ງກີບດອກໄມ້ເພື່ອສ້າງຄວາມອ່ອນຕົວ, ຄວາມເປັນທຳມະຊາດຂອງກີບດອກໄມ້. ຜູ້ເຮັດຕ້ອງມີຄວາມພິຖີພິຖັນ
ແລະ ຄ່ອງແຄ້ວໃນແຕ່ລະລາຍລະອຽດຕ່າງໆ.



ທາສີໃຫ້ດອກໄມ້ແມ່ນຂັ້ນຕອນສຸດທ້າຍເພື່ອເຮັດໃຫ້ຜະລິດຕະພັນສຳເລັດສົມບູນແບບ.

ກວ່າຈະໄດ້ຜະລິດຕະພັນດອກໄມ້ຈາກໝາກຫຸ່ງດອກໜຶ່ງທີ່ມີຈິດວິນຍານນັ້ນ, ຜູ້ເຮັດຕ້ອງໄດ້ຜ່ານບັນດາຂັ້ນຕອນການເຮັດຢ່າງຄົບຖ້ວນຄື: ປອກເປືອກໝາກຫຸ່ງ, ແກະເປັນກີບ, ຕັດກີບ, ດັດກີບດອກໄມ້ໃຫ້ກົ່ງ ແລະ ທາສີດອກໄມ້. ໃນນັ້ນ, ຂັ້ນຕອນການແກະກີບດອກໄມ້ຜູ້ເຮັດຕ້ອງແກະໃຫ້ເປັນຍຸຍໆເພື່ອສ້າງເປັນເກສອນດອກໄມ້. ຂັ້ນຕອນພິເສດແລະ ສຳຄັນທີ່ສຸດແມ່ນການດັດກີບດອກໄມ້ໃຫ້ກົ່ງ, ເພາະວ່ານີ້ແມ່ນຂັ້ນຕອນທີ່ຕັດສິນໃຫ້ແກ່ດອກໄມ້ທີ່ເຮັດນັ້ນເບິ່ງແລ້ວງາມຕາ ແລະ ມີສິລະປະ.

ຜະລິດຕະພັນດອກໄມ້ແຕ່ລະດອກທີ່ໄດ້ຮັບການສອຍຈາກໝາກຫຸ່ງ ດ້ວຍຄວາມສຳນຶກວາດພາບ ແລະ ຄວາມຄ່ອງແຄ້ວຂອງຜູ້ທີ່ຮັກຫອມດອກໄມ້ ທີ່ມີສີສັນຕ່າງໆທີ່ແຕກຕ່າງກັນ. ນັ້ນຄືຈະເປັນສີບົວແກ່ຂອງດອກຄາຍ, ສີເຫຼືອງຂອງດອກເບັນຈະມາດ, ສີອິດຂອງດອກຂີ້ແບ້... ເວລາທີ່ໃຊ້ໃນການເຮັດດອກໝາກຫຸ່ງແຕ່ລະດອກສຳເລັດແມ່ນປະມານ 45 ນາທີ ຫາ 1 ຊົ່ວໂມງ, ຂຶ້ນກັບຄວາມລະອຽດອ່ອນ ແລະ ພິຖີພິຖັນໃນການເຮັດຂອງຜູ້ຜະລິດດອກໄມ້ນັ້ນ.

ນາງ ຮວ່າງທິມິງທູ ແບ່ງປັນວ່າ: "ເມື່ອມາຫ້ອງຮຽນນີ້, ຂ້າພະເຈົ້າມີຄວາມຮູ້ສຶກເບີກບານມ່ວນຊື່ນທີ່ສຸດ, ເພາະວ່າ ໄດ້ມີໂອກາດຮັບການແນະນຳວິທີສອຍໝາກຫຸ່ງ, ໄດ້ພົບປະ, ແລກປ່ຽນກັບບັນດາຜູ້ທີ່ມີຄວາມຮັກມັກສິລະປະຄືກັນກັບຕົວຂ້າພະເຈົ້າເອງ".

ມາຮອດປະຈຸບັນ, ຫ້ອງຮຽນ "ຈຸດນັດພົບທີ່ສະຫງົບງຽບ" ໄດ້ກາຍເປັນສະຖານທີ່ພົບກັນໃນແຕ່ລະທ້າຍອາທິດຂອງ ຫຼາຍຄົນ ເພາະວ່າ ວິຊາສິລະປະກຳນີ້ສາມາດປົດປ່ອຍຄວາມກັງວົນ, ຄວາມສັບສົນວຸ້ນວາຍໃນຊີວິດການເປັນຢູ່ປະຈຳວັນໄດ້.


ຜະລິດຕະພັນດອກບົວທອງທີ່ຜະລິດຈາກໝາກຫຸ່ງ.


ຜະລິດຕະພັນດອກໄມ້ຜ່ານວິທີການຕົບແຕ່ງດ້ວຍ ແນວຄວາມຄິດຈາກນົກຫົງ.


ດອກ “ຟູ່ຢຸງ” (ດອກ Hibiscus mutabilis) ຜະລິດຜ່ານສີມືຂອງສະມາຊິກໃນຫ້ອງຮຽນ "ຈຸດນັດພົບທີ່ສະຫງົບງຽບ".


ຜະລິດຕະພັນດອກເບັນຈະມາດທີ່ຜະລິດມາຈາກໝາກຫຸ່ງ.


ຜະລິດຕະພັນດອກກຸຫຼາບທີ່ໄດ້ຮັບການຕົບແຕ່ງຕາມວິທີການຕ່າງໆ.


ຜະລິດຕະພັນ: ດອກຂົນຕາ


ຜະລິດຕະພັນ: ດອກກຸຫຼາບ


ຜະລິດຕະພັນດອກໄມ້ຜ່ານວິທີການຕົບແຕ່ງ ໂດຍອີງໃສ່ ແນວຄວາມຄິດຈາກນົກຫົງ, ທາງໃນແມ່ນດອກບົວ.


ຜະລິດຕະພັນ: ດອກຕຽນ (ດອກ Hyacinthus orientalis)
 
ບົດ: ເງີນຮ່າ - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top