• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝາກນາວ ຕື໋ກີ໋ວ ຮືງອຽນ

ດ້ວຍທ່າແຮງບໍ່ຄ່ອຍຖືກສັດຕູພືດທຳລາຍ, ເບັງນຳ້ ແລະ ບໍ່ສົ້ມ ປານໃດ, ຕົ້ນໝາກນາວຕື໋ກີ໋ວ(ໝາກນາວ 4 ລະດູ) ໄດ້ຫຼາຍ ຄອບຄົວຊາວກະສິກອນ ຢູ່ເມືອງ ຄວາຍເຈົາ, ແຂວງ ຮືງອຽນ ເລືອກເຟັ້ນ ປູກຕາມຂັ້ນຕອນ VietGap ກຳລັງສ້າງອອກ ບັນດາ ລະດູໄດ້ຮັບຜົນດີ ຊຶ່ງຊ່ວຍໃຫ້ການພັດທະນາເສດຖະກິດ ກະສິກຳຂອງທ້ອງຖິ່ນ. .
ເປັນໜຶ່ງໃນບັນດາບຸກຄົນນຳໜ້າໃນຂະບວນການ ປູກຕົ້ນໝາກນາວຕື໋ກີີ໋ວ ແຕ່ປີ 2012, ທ່ານ ຫງວຽນຫືວຮ່າ ຢູ່ຕາແສງ ເຕິນເຢີນ, ເມືອງ ຄວາຍເຈົາ, ແຂວງ ຮືງອຽນ ໃຫ້ຮູ້ວ່າ, ໂດຍຜ່ານໝູ່ບາງຄົົນ, ລາວ ໄດ້ນຳເຂົ້າແນວພັນຕົ້ນໝາກນາວ ທີ່ມີຕົ້ນກຳເນີດມາຈາກ ອົສຕາລີ ແລະ ອາເມລິກາມາ ແລະ ທົດລອງເອົາຕົ້ນໝາກນາວຕໍ່ເຂົ້າກັນກັບຕົ້ນໝາກກ້ຽງໃຫຍ່. ດ້ວຍຈຳນວນຕົ້ນໄມ້ຖືກຕໍ່ເຂົ້າກັນແມ່ນ 175 ຕົ້ນ ກັບມູນຄ່າ ລົງທຶນເບື້ອງຕົ້ນ 15 ລ້ານດົ່ງ ໃນປີ 2012, ພຽງຮອດຕົ້ນປີ 2013, ທ່ານຮ່າ ເກັບໝາກນາວ ໄດ້ 1,8 ໂຕນ ກັບລາຍຮັບບັນລຸໄດ້ 30 ລ້ານດົ່ງ.

ໂດຍຕ່າງກັບແນວພັນໝາກນາວທຳມະດາຄື ແຕ່ເວລາປູກ ເຖິງເວລາເກັບກ່ຽວ ຕ້ອງເສຍເວລາ 15 ເດືອນ ແລະ ເກັບໄດ້ແຕ່ 10-20 ກິໂລ/ງວດ/ຕົ້ນ ໃນເດືອນ ກໍລະກົດ ແລະ ເດືອນ ສິງຫາ, ແຕ່ສຳລັບແນວພັນຕົ້ນໝາກນາວ ຕື໋ກີ໋ວ ຕ້ອງໃຊ້ເວລາພຽງ 3-5 ເດືອນ ກໍສາມາດເກັບໜ່ວຍ ຢ່າງຕໍ່ເນື່ອງແຕ່ ເດືອນກຸມພາ ຮອດ ເດືອນມິຖຸນາ. ດ້ວຍຈຸດພິເສດຄືເບັງນຳ້ ແລະ ຄວາມສົ້ມພໍດີ, ໝາກນາວຕື໋ກີ໋ວ ບໍ່ພຽງແຕ່ໄດ້ໃຊ້ເປັນເຄື່ອງເທດໃນຄາບເຂົ້າ ປະຈຳວັນເທົ່ານັ້ນ, ຫາກຍັງໄດ້ໃຊ້ເປັນນຳ້ຊອດໝາກນາວ, ນຳ້ໝາກນາວສົດ ແລະ ເຫຼົ້າໝາກນາວອີກດ້ວຍ. 
 

ຊາວກະສິກອນໃຊ້ແປ້ງໝາກຖ່ົວເຫຼືອງ ໂຮຍເຂົ້າກົກໄມ້ ຄືດັ່ງຝຸ່ນເຄມີປະເພດໜຶ່ງ ເພື່ອສະໜອງທາດບຳລຸງ
ແລະ ຊ່ວຍໃຫ້ຕົ້ນໄມ້ເພີ່ມກຳລັງພູມຕ້ານທານກັບສັດຕູພືດ.



ໂຮຍແປ້ງໝາກຖ່ົວເຫຼືອງເຂົ້າກົກໄມ້. 


ສຳລັບຕົ້ນໝາກນາວປະດັບເອ້, ນອກຈາກການຫົດນຳ້ ດ້ວຍລະບົດຫົດນຳ້ໂດຍອັດຕະໂນມັດ...


... ປະຊາຊົນກໍຍັງນຳໃຊ້ການຫົດນຳ້ດ້ວຍມື ເພື່ອຮັບປະກັນ ຄວາມຊຸ່ມໃຫ້ແກ່ຕົ້ນໄມ້.


ທ່ານ ຫງວຽນຫືວຮ່າ ພວມດັດສ້າງຮູບຊົງ ໃຫ້ແກ່ ຕົ້ນໝາກນາວປະດັບເອ້. 


ມູມໜຶ່ງໃນສວນກ້າເບ້ຍຕົ້ນໝາກນາວປະດັບເອ້ຂອງຄອບຄົວທ່ານ ຫງວຽນຫືວຮ່າ ຢູ່ຕາແສງ ເຕິນເຢິນ, ເມືອງ ຄວາຍເຈົາ, ແຂວງ ຮືງອຽນ. 


ມູມໜຶ່ງໃນນິຄົມປູກຕົ້ນໝາກນາວຄຳຕື໋ກີ໋ວ ຂອງຄອບຄົວທ່ານ ຫງວຽນຫືວຮ່າ ຢູ່ຕາແສງ ເຕິນເຢິນ, ເມືອງ ຄວາຍເຈົາ, ແຂວງ ຮືງອຽນ.


ຄຽງຂ້າງການໃຊ້ໝາກນາວເປັນ ໝາກໄມ້ກິນໝາກແລ້ວ, ປະເພດແນວພັນຕົ້ນໝາກນາວຕື໋ກີ໋ວນີ້ ກໍຍັງໄດ້ໝຸນໃຊ້
ໃນການພັດທະນາເສດຖະກິດ ດ້ວຍຮູບແບບປູກຢູ່ເດີ່ນສວນ ເພື່ອຈຸດປະສົງປະດັບເອ້.



ຊາວກະສິກອນເຮັດຕາໜ່າງປົກຄຸມໃຫ້ຕົ້ນໄມ້ ໃນຕະຫຼອດ ລະດູຮ້ອນ. 


ການເປີດກວ້າງການປູກຝັງຕົ້ນໝາກນາວ ຕື໋ກີ໋ວ ແມ່ນສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານເຫຼືອເຟືອ. 

ກ່ອນທີ່ທຳການປູກຝັງ ຕ້ອງດັດແປງທີ່ດິນ ດ້ວຍການເຮັດໃຫ້ ດິນເປື່ອຍ, ຢາຍແປ້ງປູນ, ເຮັດຮ່ອງເພື່ອການລະບາຍນຳ້ ຍ້ອນຈຸດສະເພາະຂອງ ຕົ້ນໄມ້ກິນໝາກແມ່ນບໍ່ໄດ້ໃຫ້ນຳ້ຖ້ວມ. ຫຼັງຈາກນັ້ນຈຶ່ງປູກຕົ້ນໄມ້ ແລະ ຫົດນຳ້ໃຫ້ດິນຊຸ່ມ. ເມື່ອອາຍຸ ຂອງຕົ້ນໄມ້ ໄດ້ ປະມານ 25-30 ວັນ ຈະໂຮຍແປ້ງໝາກຖົ່ວເຫຼືອງ ແລະ ໃສ່ຝຸ່ນສັດ. ເຖິງວ່າຕົ້ນໝາກນາວຊະນິດນີ້ ບໍ່ຄ່ອຍຖືກ ຕິດພະຍາດ ແຕ່ຍັງຕ້ອງມີວິທີການຕ້ານ ແລະ ສະກັດກັ້ນ ການທຳລາຍ ຂອງສັດຕູພືດ. ກ່ອນການເກັບກ່ຽວໝາກໄມ້ 25 ວັນ, ຜູ້ປູກຝັງພຽງຕ້ອງລ້າງຕົ້ນໄມ້ ໃຫ້ສະອາດດ້ວຍລະບົບ ຢອດນຳ້.

ຕົ້ນໝາກນາວຕື໋ກີ໋ວຕົ້ນໜຶ່ງ ຈະໃຫ້ສະມັດຕະພາບປະມານ 100 ກິໂລ/ປີ. ປະຈຸບັນ, ໝາກນາວຕື໋ກີ໋ວ ຢູ່ເມືອງ ຄວາຍເຈົາ ໄດ້ ຈຳໜ່າຍ ເຖິງຜູ້ຊົມໃຊ້ ໂດຍຜ່ານລະບົບສັບພະສິນຄ້າ ຊ໋ອຍບ່ຽນ (ຮ່າໂນ້ຍ), ບໍລິສັດຜະລິດການຄ້າ ແລະ ບໍລິການລຽນແອງຈຳກັດ ດ້ວຍລາຄາຂາຍ ແຕ່ 50.000-60.000 ດົ່ງຕໍ່ກິໂລ.
ຄຽງຂ້າງການໃຊ້ໝາກນາວເປັນ ໝາກໄມ້ກິນໝາກແລ້ວ, ປະເພດແນວພັນຕົ້ນໝາກນາວຕື໋ກີ໋ວນີ້ ກໍຍັງໄດ້ໝຸນໃຊ້ ໃນການພັດທະນາເສດຖະກິດ ດ້ວຍຮູບແບບປູກຢູ່ເດີ່ນສວນ ເພື່ອຈຸດປະສົງປະດັບເອ້. ປະຈຸບັນ, ດ້ວຍຄວາມຮຽກຮ້ອງ ຕ້ອງການຢ່າງໃຫຍ່ຫຼວງຂອງ ບັນດາເຈົ້າຂອງເຮືອນວິນລາ, ເຮືອນສວນຫຼາຍແຫ່ງ, ຜູ້ປູກຕົ້ນໝາກນາວຕື໋ກີ໋ວ ກໍຍັງສະໜອງ ບໍລິການ ປູກ ແລະ ບົວລະບັດຕົ້ນໝາກນາວຕື໋ກີ໋ວຢູ່ກັບທີ່ ດ້ວຍລາຄາແຕ່ 2.000.000- 6.000.000 ດົ່ງ/ຕົ້ນໄມ້ນ້ອຍ ແລະ 10.000.000- 50.000.000/ຕົ້ນໄມ້ໃຫຍ່.

ປະຈຸບັນ, ທ່ານ ຫງວຽນຫືວຮ່າ ໄດ້ເຊື່ອມຕໍ່ ແລະ ແນະນຳໃຫ້ ສະມາຊິກ ຜູ້ປູກຕົ້ນໝາກນາວຕື໋ກີ໋ວລວມ 60 ຄົນ ຢູ່ເມືອງຕ່າງໆ ຂອງແຂວງ ຮື່ງອຽນ ເຊັ່ນ: ວັນຢາງ, ເອີນທີ, ກິມໂດ້ງ ແລະ ແຂວງ, ນະຄອນຈຳນວນໜຶ່ງເຊັ່ນ: ຮ່າຍເຢືອງ, ຮ່ານາມ, ຖ໋າຍບິ່ງ ແລະ ກວາງນິງ. ບັນດາສະມາຊິກ ຜູ້ປູກຕົ້ນໝາກນາວຕື໋ກີ໋ວນີ້ ພວມໃນໄລຍະເຮັດໃຫ້ສົມບູນແບບເອກະສານ ຈັດຕັ້ງສະຫະກອນ ຝູ໋ກີ໋ວຂຶ້ນ ເພື່ອການກໍ່ສ້າງເຄື່ອງໝາຍການຄ້າ ໝາກນາວຄຳຕື໋ກີ໋ວ, ພັດທະນາຢ່າງກວ້າງຂວາງຢູ່ຕະຫຼາດພາຍໃນ ແລະ ພ້ອມກັນນັ້ນ ແມ່ນ ເພີ່ມລາຍຮັບສົ້ນອອກໃຫ້ແກ່ ບັນດາຄອບຄົວຜະລິດ.
 

ໝາກນາວທີ່ໃກ້ຈະຮອດຍາມເກັບກ່ຽວ.


່ວຍໝາກນາວຕື໋ກີ໋ວນຳເຂົ້າຈາກ ອົສະຕາລີເມື່ອໃຫ້ເກັບກ່ຽວ ຈະໃຫຍ່ທົບສອງເທົ່າໜ່ວຍໝາກນາວຂອງທຳມະດາຂອງທ້ອງຖິ່ນ.


ດ້ວຍຈຸດພິເສດຄືເບັງນຳ້ ແລະ ຄວາມສົ້ມພໍດີ, ໝາກນາວຕື໋ກີ໋ວ ບໍ່ພຽງແຕ່ໄດ້ໃຊ້ເປັນເຄື່ອງເທດໃນຄາບເຂົ້າປະຈຳວັນເທົ່ານັ້ນ,
ຫາກຍັງໄດ້ໃຊ້ເປັນນຳ້ຊອດໝາກນາວ, ນຳ້ໝາກນາວສົດ ແລະ ເຫຼົ້າໝາກນາວອີກດ້ວຍ.



ປະຈຸບັນ, ໝາກນາວຕື໋ກີ໋ວ ຢູ່ເມືອງ ຄວາຍເຈົາ ໄດ້ຈຳໜ່າຍ ເຖິງຜູ້ຊົມໃຊ້ ໂດຍຜ່ານສັບພະສິນຄ້າ ຊ໋ອຍບ່ຽນ(ຮ່າໂນ້ຍ),
ບໍລິສັດຜະລິດການຄ້າ ແລະ ບໍລິການລຽນແອງຈຳກັດ ດ້ວຍລາຄາຂາຍ ແຕ່ 50.000-60.000 ດົ່ງ/ກິໂລ.

ເມື່ອເວົ້າກ່ຽວກັບການສະໜັບສະໜູນ ຂອງການນຳທ້ອງຖິ່ນ ໃນການສ້າງຕັ້ງ ສະຫະກອນ ຝູ໋ກີ໋ວ, ທ່ານ ຫງວຽນແທງກວ໋ຽດ, ຮອງຫົວໜ້າຫ້ອງການກະສິກຳ, ເມືອງ ຄວາຍເຈົາ, ແຂວງ ຮືງອຽນ ໃຫ້ຮູ້ວ່າ, ປະຈຸບັນ, ທາງເມືອງໄດ້ຊ່ວຍໜູນ ໃຫ້ແກ່ ບັນດາ ສະມາຊິກປູກຕົ້ນໝາກນາວຕື໋ກີ໋ວ ເຮັດໃຫ້ສົມບູນແບບ ລະບຽບການນິຕິກຳ ເພື່ອໄດ້ສະໜອງເອກະສານຈົດທະບຽນ ດຳເນີນທຸລະກິດ. ພ້ອມກັນນັ້ນ, ເມືອງຄວາຍເຈົາ ໄດ້ ປະສານສົມທົບ ກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮືງອຽນ ຈັດຕັ້ງບັນດາຊຸດຝຶກອົບຮົມ, ບຳລຸງສ້າງ ກ່ຽວກັບ ການຄຸ້ມຄອງສະຫະກອນອີກດ້ວຍ.

ຕົວແບບປູກຕົ້ນໝາກນາວ ໄດ້ປະກອບສ່ວນເຂົ້າໃນການ ຫັນປ່ຽນ ກົນໄກການປູກຝັງຕົ້ນໄມ້, ຊ່ວຍໃຫ້ຍົກສູງລາຍຮັບ ແລະ ສ້າງອອກບັນດາລະດູໄດ້ຮັບຜົນດີ ໃຫ້ແກ່ຊາວກະສິກອນ ຢູ່ ເຂດດິນ ຄວາຍເຈົາ.

ບົດ: ເງິນຮ່າ-ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top