• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໝາກຕຸ້ມ ເຟືອກດ້າດ

ນັກວິສາຫະກິດຫຼາຍຄົນທີ່ເຄື່ອນໄຫວໃນຂົງເຂດຕຳ່ແຜ່ນຕັດຫຍິບ ໄດ້ເລືອກເອົາຄູ່ຮ່ວມມືແມ່ນ ໝາກຕຸ້ມ ເຟືອກດ້າດ ເພື່ອສຳເລັດການຜະລິດຜະລິດຕະພັນຂອງຕົນ ກ່ອນທີ່ຈະສົ່ງອອກຜະລິດຕະພັນສຳເລັດຮູບ ອອກສູ່ບັນດາຕະຫຼາດຢູ່ທະວີບ ເອີຣົບ, ທະວີບອາເມລິກາ ແລະ ບັນດາປະເທດໃນຂົງເຂດ ອາຊີຕາເວັນອອກສ່ຽງໃຕ້.
ເລີ່ມເຮັດທຸລະກິດແຕ່ປີ 1995, ຜົວເມຍທ່ານ ຫງວຽນຢຸງຈີ໋ ແລະ ນາງ ຫງວຽນທິຖຸຍ ໄດ້ຮຽນອາຊີບ ສານໝາກຕຸ້ມ ຈາກບໍລິສັດຂອງເອື້ອຍ. ຫຼັງຈາກທີ່ມີປະສົບການແລ້ວ, ວິສາຫະກິດ ໝາກຕຸ້ມ ເຟືອກດ້າດ ໄດ້ສ້າງຕັ້ງຂຶ້ນມາ ໃນສະພາບຂະແໜງແຟຊັ່ນ ພວມພັດທະນາຢ່າງເຂັ້ມແຂງ ແລະ ນັບມື້ມັບມີຖານະບົດບາດທີ່ສຳຄັນໃນການຂະຫຍາຍຕົວຂອງພື້ນຖານເສດຖະກິດ.

ພາຍຫຼັງການເຄື່ອນໄຫວມາເປັນເວລາກວ່າ 20 ປີ, ປະຈຸບັນ ຍອດມູນຄ່າຂອງໝາກຕຸ້ມ ເຟອກດ້າດ ບັນລຸໄດ້ຫຼາຍຕື້ດົ່ງ, ໃນນັ້ນ ມູນຄ່າສົ່ງອອກບັນລຸໄດ້ແຕ່ 10-20 ຕື້ດົ່ງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍພັນຄົນ. 


ຈັກຕຳ່ແຜ່ນຕັດຫຍິບເຄື່ອນໄຫວແບບອັດຕະໂນມັດ.


ໂສ້ງ jeans ໄດ້ຮັບການປະດັບປະດາດ້ວຍໝາກຕຸ້ມ.


ສານໝາກຕຸ້ມດ້ວຍມື.


ໝາກຕຸ້ມໄດ້ນຳເຂົ້າມາຈາກ ໂຮງໂກງ.


ຕິດໝາກຕຸ້ມ ເປັນໜຶ່ງໃນບັນດາຂັ້ນຕອນທີ່ສຳຄັນ.


ໝາກຕຸ້ມ ເຟືອກດ້າດ  ໄດ້ສ້າງວຽກເຮັດງານທຳໃຫ້ ແກ່ແຮງງານຫຼາຍພັນຄົນ. 

ນາງ ຫງວຽນທິຖຸຍ, ຜູ້ອຳນວຍການຂອງບໍລິສັດ ໝາກຕຸ້ມ ເຟືອກດ້າດ ໃຫ້ຮູ້ວ່າ: “ທຸກໆ ຂັ້ນຕອນໃນການຜະລິດ ລ້ວນແຕ່ໄດ້ເຮັດດ້ວຍມື, ແຕ່ການເລືອກຮູບແບບ, ເລືອກ ໝາກຕຸ້ມ, ຈົນເຖິງການເລືອກສີສັນໃຫ້ເໝາະສົມ, ເຕັກນິກ ຕ້ອງມີຄວາມລະອຽດລະອໍ. ຜະລິດຕະພັນໜຶ່ງກໍ່ຈະມີວິທີສານໜຶ່ງທີ່ແຕກຕ່າງກັນ”.

ພິເສດ, ວິສາຫະກິດ ໝາກຕຸ້ມ ເຟືອກດ້າດ ໄດ້ສ້າງວຽກ ເຮັດງານທຳໃຫ້ແກ່ປະຊາຊົນຫຼາຍພັນຄົນທີ່ພວມອາໄສ ຢູ່ບັນດາແຂວງພາກຕາເວັນຕົກ, ພາກຕາເວັນອອກສ່ຽງໃຕ້ດ້ວຍລາຍຮັບແຕ່ 6-8 ລ້ານດົ່ງຕໍ່ເດືອນ. ນາງ ຫງວຽນທິຖຸຍ, ພະນັກງານຂອງບໍລິສັດໃຫ້ຮູ້ວ່າ: “ການຮຽນສານໝາກຕຸ້ມມັນບໍ່ຍາກ, ສິ່ງສຳຄັນແມ່ນຕ້ອງ ມີຄວາມອົດທົນ ແລະ ຄວາມມັກກັບອາຊີບ ແມ່ນຈະ ເຮັດໄດ້. ຄວາມໝັ້ນຄົງຂອງບໍລິສັດໝາກຕຸ້ມ ເຟືອກດ້າດໄດ້ດຶງດູດເອື້ອຍນ້ອງມາເຮັດວຽກດ້ວຍຈຳນວນຫຼວງຫຼາຍ”.
 
ບັນດາຜະລິດຕະພັນຂອງໝາກຕຸ້ມ ເຟືອກດ້າດ ໄດ້ ຈຳໜ່າຍໃຫ້ບັນດາບໍລິສັດ ແຟຊັ່ນ ທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ. ແລະ ໄດ້ສົ່ງອອກໄປສູ່ບັນດາຕະຫຼາດຢູ່ ສ ອາເມລິກາ, ຍີ່ປຸ່ນ, ໂຮງໂກງ ແລະ ອື່ນໆ. ບັນດາຜະລິດຕະພັນຂອງໝາກຕຸ້ມ ເຟືອກດ້າດ ມິຄຸນນະພາບດີ,ຫຼາກຫຼາຍຮູບແບບ, ຕອບສະໜອງໄດ້ຄວາມຮຽກຮ້ອງ ຕ້ອງການຂອງລູກຄ້າ. 


ສານໝາກຕຸ້ມໃຫ້ແກ່ໂສ້ງ jeans.


ຜະລິດຕະພັນທີ່ໄດ້ຕິດໝາກຕຸ້ມ ຫວຽດນາມ ໄດ້ຮັບ ການນິຍົມຊົມຊື້ຈາກຕະຫຼາດສາກົນ ຢ່າງຫຼວງຫຼາຍ. 


ດອກໄມ້ທີ່ໄດ້ສານດ້ວຍໝາກຕຸ້ມ.


ບັນດາຜະລິດຕະພັນມີລາຍດອກທີ່ສວຍງາມແບບພິເສດຂອງແຟຊັ່ນທີ່ໄດ້ຕິດໝາກຕຸ້ມ.


 
ໝາກຕຸ້ມ ເຟືອກດ້າດ ໄດ້ຈຳໜ່າຍໃຫ້ບັນດາບໍລິສັດ ແຟຊັ່ນ ທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ.

ບົດ ແລະ ພາບ: ດັ້ງກິມເຟືອງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top