• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝາກກ້ຽງນ້ອຍ ວີງ

ໝາກກ້ຽງນ້ອຍ ວີງ ເປັນໜຶ່ງໃນບັນດາຜະລິດຕະພັນທີ່ມີຊື່ສຽງໃນທົ່ວປະເທດ, ໄດ້ສົ່ງອອກໄປສູ່ປະເທດ ສ.ລັດເຊຍ ແລະ ບັນດາປະເທດ ເອີຣົບຕາເວັນອອກໃນໄລຍະປີ 1980. ດ້ວຍການຊ່ວຍເຫຼືອຂອງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໃນການຜະລິດ, ປຸງແຕ່ງບັນດາຜະລິດຕະພັນຈາກເຂດປູກ ໝາກກ້ຽງນ້ອຍ ກອນກວງ ເມື່ອປີ 2016, ປະຈຸບັນ, ເຂດປູກໝາກກ້ຽງນ້ອຍຢູ່ແຂວງ ເຫງ້ອານ ພວມນຳມາເຊິ່ງປະສິດທິຜົນ ສູງດ້ານເສດຖະກິດໃຫ້ແກ່ທ້ອງຖິ່ນດັ່ງກ່າວ.

ປູກໝາກກ້ຽງນ້ອຍຕາມມາດຕະຖານ VietGap
ໃນລະຫວ່າງເດືອນກັນຍາ 2017, ພວກຂ້າພະເຈົ້າພ້ອມກັບຄະນະປະຕິບັດງານຂອງອົງການຮ່ວມມືສາກົນ JICA ໄດ້ໄປຢາມບ້ານ ຟາ (ຕາແສງ ອຽນເຄ, ເມືອງ ກອນກວງ) ຖືກກັບ ໄລຍະຊາວທ້ອງຖິ່ນເລີ່ມຕົ້ນການເກັບກ່ຽວໝາກກ້ຽງນ້ອຍ.
 
ຕາມທ່ານນາງ ຄາທິຕິມ, ຮອງເຈົ້າເມືອງເມືອງ ກອນກວງ ແລ້ວ, ແຕ່ກ່ອນ ຕາແສງ ອຽນເຄ ແລະ ບັນດາທ້ອງຖິ່ນທີ່ໃກ້ຄຽງແມ່ນ ເຂດປູກໝາກກ້ຽງນ້ອຍຂອງນິຄົມ ບາຍຟູ. ໃນໄລຍະປີ 1980, ນີ້ແມ່ນໜ່ວຍງານສະໜອງໝາກກ້ຽງນ້ອຍເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກໄປສູ່ປະເທດ ສ.ລັດເຊຍ ແລະ ບັນດາປະເທດ ເອີຣົບຕາເວັນອອກ.

ໝາກກ້ຽງນ້ອຍຢູ່ທີ່ນີ້ ໄດ້ມີຊື່ສຽງດ້ວຍລົດຊາດທີ່ຫອມແຊບ, ນຳ້ຫຼາຍ. ໄລຍະມໍ່ໆ ນີ້, ເມືອງ ກອນກວງ ໄດ້ປະຕິບັດ ນະໂຍບາຍຟື້ນຟູເນື້ອທີ່ປູກໝາກກ້ຽງນ້ອຍດ້ວຍຂະໜາດໃຫຍ່, ນຳໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນການເພາະປູກເພື່ອເຮັດໃຫ້ໝາກກ້ຽງນ້ອຍກາຍເປັນຕົ້ນໝາກໄມ້ຕົ້ນຕໍ່, ນຳຄຸນຄ່າດ້ານເສດ
ຖະກິດສູງມາໃຫ້ແກ່ຊາວທ້ອງຖິ່ນ. 

ສວນປູກໝາກກ້ຽງນ້ອຍຂອງທ່ານ ຕັງຫງອກເຊີນ ຢູ່ບ້ານ ຟາ (ຕາແສງ ອຽນເຄ, ເມືອງ ກອນກວງ,
ແຂວງ ເຫງ້ອານ) ໄດ້ນຳໃຊ້ຕົວແບບປູກໝາກກ້ຽງນ້ອຍຕາມມາດຕະຖານ
VietGAP.



ບັນດາເຄື່ອງຈັກຮັບໃຊ້ໃຫ້ການຜະລິດ, ປຸງແຕ່ງບັນດາຜະລິດ ຕະພັນຈາກໝາກກ້ຽງນ້ອຍຢູ່ທີ່ນີ້
ໄດ້ຮັບການອຸປະຖຳຈາກ
ອົງການຮ່ວມມືສາກົນ ຍີ່ປຸ່ນ JICA.



ຫຼັງຈາກໄດ້ຮັບການຝຶກອົບຮົມ, ຊາວກະສິກອນຢູ່ບ້ານ ຟາ ຜະລິດອອກບັນດາຜະລິດຕະພັນທີ່ໜ້າຈັບໃຈ
ຈາກ ໝາກກ້ຽງນ້ອຍ. 

ອ້າຍ ເຊີນ, ເຈົ້າຂອງສວນໝາກກ້ຽງນ້ອຍແຫ່ງໜຶ່ງຢູ່ບ້ານ ຟາ ໃຫ້ຮູ້ວ່າ “ລະດູການປູກໝາກກ້ຽງນ້ອຍທຳອິດ, ລາຍຮັບພຽງພໍໃຊ້ຈ່າຍຄ່າສິ້ນເບືອງເທົ່ານັ້ນ, ປີຖັດໄປເລີ່ມມີຄວາມໝັ້ນຄົງ. ປີກ່ອນ, ຄອບຄົວຂ້າພະເຈົ້າເກັບກ່ຽວໝາກກ້ຽງນ້ອຍໄດ້ 30 ໂຕນ, ຫຼັງຈາກຫັກອອກຄ່າໃຊ້ຈ່າຍຕ່າງໆ, ຍັງມີກຳໄລປະມານ 500 ລ້ານດົ່ງ”.
 
ພ້ອມກັບການລົງທຶນກໍ່ສ້າງລະບົບໄຟຟ້າແຮງສູງ, ຂຸດນຳ້ສາງ ເພື່ອໃຫ້ມີນຳ້ສະອາດ, ແຂວງ ເຫງ້ອານ ແລະ ເມືອງ ກອນກວງ ຍັງຈັດຕັ້ງບັນດາຊຸດຝຶກອົບຮົມທາງດ້ານເຕັກນິກໃຫ້ແກ່ຊາວກະສິກອນປູກໝາກກ້ຽງນ້ອຍ.
 
ປະຈຸບັນ, ບັນດາສວນປູກໝາກກ້ຽງນ້ອຍຢູ່ໃນທ້ອງຖິ່ນໄດ້ນຳໃຊ້ຕົວແບບການເກາະປູກທີ່ປອດໄພຕາມມາດຕະຖານ VietGAP. ໃນ 5 ປີມໍ່ໆ ນີ້, ເມືອງ ກອນກວງ ໄດ້ຜັນຂະຫຍາຍການປູກໝາກກ້ຽງນ້ອຍ 2 ຊະນິດແມ່ນຊະນິດສຸກໄວ ແລະ ຊະນິດ ສຸກຊ້າເພື່ອຮັບປະກັນໃຫ້ແກ່ຄວາມຕ້ອງການໝາກກ້ຽງນ້ອຍໃນໄລຍະປີໃໝ່. ດ້ວຍລາຄາຂາຍແຕ່ 30.000-60.000 ດົ່ງ/ກິໂລກຣາມ, ຜູ້ປູກໝາກກ້ຽງນ້ອຍສາມາດເກັບກຳໄລແຕ່ 500-700 ລ້ານດົ່ງ/ເຮັກຕາ/ປີ.
 
ຕົ້ນໝາກກ້ຽງນ້ອຍນັບມື້ນັບມີປະສິດທິຜົນດ້ານເສດຖະກິດສູງ,ສະນັ້ນ ຊາວກະສິກອນຢູ່ທີ່ນີ້ ມີບໍ່ພຽງແຕ່ເປີດກວ້າງເນື້ອທີ່ປູກໝາກກ້ຽງນ້ອຍເທົ່ານັ້ນ, ຫາກຍັງໄດ້ນຳໃຊ້ເຕັກໂນໂລຊີໃໝ່ເພື່ອຂຸດຄົ້ນຢ່າງດີທີສຸດຜົນປະໂຫຍດຈາກຕົ້ນໝາກໄມ້ຊະນິດນີ້.
 
ພັດທະນາຜະລິດຕະພັນທີ່ປຸງແຕ່ງຈາກໝາກກ້ຽງນ້ອຍ

JICA ໄດ້ຊ່ວຍເຫຼືອໃຫ້ຊາວກະສິກອນປູກໝາກກ້ຽງນ້ອຍ 5 ຄອບຄົວຢູ່ບ້ານ ຟາ, ຕາແສງ ອຽນເຄ ລົງທຶນກໍ່ສ້າງປ້າຍຊີ້ບອກ, ຈັກກ່ັນຕອງ ແລະ ປຸງແຕ່ງເຫຼົ້າ, ຈັກສີເປືອກໝາກກ້ຽງນ້ອຍ, ໝໍ້ຕົ້ນເຊື້ອນຳ້ມັນ...ເພື່ອສຳເລັດການກໍ່ສ້າງບັນດາຜະລິດ ຕະພັນ. 
ທ່ານ ດ່າວຊວນມຸ່ຍ, ເຮັດວຽກທີ່ສະຖາບັນຄົ້ນຄວ້າວິຊາອາຊີບຊົນນະບົດ ຫວຽດນາມ, ຜູ້ທີ່ປຶກສາໂຄງການຂອງ JICA ໃຫ້ຮູ້ ວ່າ ໄລຍະທຳອິດ, ເພາະເຕັກນິກການເພາະປູກຍັງມີຂໍ້ຈຳກັດ, ສະນັ້ນ ໝາກກ້ຽງນ້ອຍຫຼາຍໜ່ວຍຕ້ອງເອົາໄປຖິ້ມຍ້ອນບໍ່ບັນລຸ ໄດ້ມາດຕະຖານ, ຫຼັງຈາກໄດ້ຮັບການທີ່ປຶກສາຂອງບັນດານັກຊ່ຽວຊານມາຈາກມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, JICA ຈຶ່ງ ອຸປະຖຳເງິນໃຫ້ຊາວກະສິກອນລົງທຶນຊື້ ເຄື່ອງຈັກ ປຸງແຕ່ງເຊື້ອນຳ້ມັນໝາກກ້ຽງນ້ອຍ ເພື່ອສະໜອງອອກສູ່ຕະຫຼາດ, ພິເສດແມ່ນນັກທ່ອງທ່ຽວເມື່ອມາຢາມ ກອນກວງ.
 
ຄອບຄົວທ່ານ ຖ໋າຍບາເຈື່ອງ, ໜຶ່ງໃນຈຳນວນຊາວກະສິກອນໄດ້ຮັບການຊ່ວຍເຫຼືອຈາກໂຄງການ JICA ໃນການປຸງແຕ່ງບັນດາຜະລິດຕະພັນຈາກໝາກກ້ຽງນ້ອຍ ໃຫ້ຮູ້ວ່າ: “ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການ JICA, ຄອບຄົວຂ້າພະເຈົ້າມີລາຍຮັບເພີ່ມຈາກການປຸງແຕ່ງເຊື້ອນຳ້ມັນໝາກກ້ຽງນ້ອຍ”.






ບັນດາຜະລິດຕະພັນທີ່ໄດ້ປຸງແຕ່ງຈາກໝາກກ້ຽງນ້ອຍ. 


ນັກທ່ອງທ່ຽວສະແດງຄວາມປະທັບໃຈຕໍ່ບັນດາຜະລິດຕະພັນ ທີ່ໄດ້ປຸງແຕ່ງຈາກໝາກກ້ຽງນ້ອຍ. 

ບັນດາຜະລິດຕະພັນທີ່ໄດ້ປຸງແຕ່ງຈາກໝາກກ້ຽງນ້ອຍຢູ່ ກອນກວງ ລວມມີ: ມຶດເປືອກໝາກກ້ຽງນ້ອຍ, ເຫຼົ້າໝາກກ້ຽງ ນ້ອຍ, ສະບູ, ເຊື້ອນຳ້ມັນໝາກກ້ຽງນ້ອຍ... ໄດ້ຮັບການຮັບຮອງ ຈາກກົມໃຫຍ່ວັດແທກຄຸນນະພາບ ຫວຽດນາມ. ບັນດາຜະລິດ ຕະພັນດັ່ງກ່າວ ໄດ້ຂາຍກັບທີ່ຢູ່ໂຮງງານຜະລິດ ຫຼື ໄດ້ເອົາໄປວາງຂາຍຢູ່ຮ້ານຄ້າໃຫຍ່ ແລະ ຕະຫຼາດນັດ, ມຶກໝາກກ້ຽງນ້ອຍ ມາລາຄາ 350.000 ດົ່ງ/ກິໂລກຣາມ, ເຫຼົ້າໝາກກ້ຽງນ້ອຍ ມີລາຄາ 90.000 ດົ່ງ/ແກ້ວ/0,5 ລິດ, ເຊື້ອນຳ້ມັນໝາກກ້ຽງນ້ອຍ ມີລາຄາ 4.000.000 ດົ່ງ/ລິດ.
 
ປະຈຸບັນ, ຊາວບ້ານ ກອນກວງ ມີຄວາມໝັ້ນໃຈໃນການຜະລິດບັນດາຜະລິດຕະພັນຈາກໝາກກ້ຽງນ້ອຍ, ປະກອບສ່ວນຍົກສູງຄຸນຄ້າຂອງໝາກກ້ຽງນ້ອຍ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນອີກດ້ວຍ.
ບົດ: ເງິນຮ່າ - ພາບ: ຫວຽດເກື່ອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top