• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝາກກ້ວຍງ້າວຮົ່ງ ຮືງອຽນ

ຂະຫຍາຍການປູກໝາກກ້ວຍງ້າວຮົ່ງ ຖືວ່າເປັນການກຳນົດທິດ ບຸລິມະສິດໜຶ່ງຂອງເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ ໃນການຫັນປ່ຽນໂຄງປະກອບການປູກຕົ້ນໄມ້ກິນໝາກໃນທ້ອງຖິ່ນດັ່ງກ່າວນີ້ ດ້ວຍການວາງແຜນກໍານົດເຂດຜະລິດສິນຄ້າຢູ່ຫລາຍຕາແສງຄື: ຕືເຢີນ, ດ້າຍເຕີບ, ດົງເກັດ, ດົງນີງ ແລະ ອື່ນໆ. 
ໃນຊຸມປີມໍ່ໆ ມານີ້, ໝາກກ້ວຍງ້າວຣົ່ງ ​ໄດ້ກາຍເປັນຕົ້ນ​ໄມ້​ເສດຖະກິດ​ຫລັກ ​ແລະ ​ເປັນແຫຼ່ງລາຍຮັບຕົ້ນຕໍ່ຂອງຊາວກະສິກອນເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ. ຈຳນວນເງິນທີ່ນຳໃຊ້ເພື່ອລົງທຶນປູກ ໝາກກ້ວຍງ້າວ ຮົ່ງ ໃນເຮັກຕາໜຶ່ງບໍ່ເຖິງ 20 ລ້ານດົ່ງ, ແຕ່ໃຫ້ກຳໄລເກືອບ 200 ລ້ານດົ່ງຕໍ່ປີ.
 
ໃນ​ຖານະ​ເປັນ​ຜູ້​ໜຶ່ງ​ໃນ​ຈໍານວນ​ຫລາຍໆ​ຄົນ​ທີ່ນຳໜ້າໃນການ ປູກໝາກກ້ວຍງ້າວ ຮົ່ງ ຢູ່ທ້ອງຖິ່ນ, ອ້າຍ ຟ້າມນັງແທ່ງ (ຕາແສງ ດ້າຍເຕິບ, ເມືອງ ຄວ້າຍເຈົາ, ແຂວງ ຮືງອຽນ) ໃຫ້ຮູ້ວ່າ ຕົ້ນກ້ວຍງ້າວຊະນິດນີ້ ມີຮອບວຽນເສດຖະກິດສັ້ນ, ຈຳນວນເງິນ ນຳໃຊ້ເພື່ອລົງທຶນບໍ່ສູງ, ເຕັກນິກການປູກ ​ແລະ ດູແລບໍ່ສັບສົນ. ຕະຫຼາດຈຳໜ່າຍໝາກກ້ວຍນັບມື້ນັບກວ້າງຂວາງຂຶ້ນ. ເພາະສະນັ້ນ, ປູກໝາກກ້ວຍຈະນຳລາຍຮັບສູງມາໃຫ້ແກ່ຜູ້ຜະລິດ.

ໝາກກ້ວຍງ້າວໄດ້ກາຍເປັນພຶດເສດຖະກິດ​ຫລັກແຫຼ່ງສ້າງລາຍຮັບຕົ້ນຕໍ່
ໃຫ້​ແກ່ຊາວກະສິກອນເມືອງ ຄວ້າຍເຈົາ,
ແຂວງ ຮືງອຽນ.



ເນື້ອທີ່ປູກໝາກກ້ວຍຂອງເມືອງ ຄວ້າຍເຈົາ ສຸມໃສ່​ປູກ ຢູ່ເຂດດິນພຽງ, ແຄມແມ່ນຳ້. 


ຕົ້ນກ້ວຍຊະນິດນີ້ ມີ​ຫວີ ແລະ ໝາກ​ກ້ວຍໃຫຍ່ສະ​ໝ່ຳ​ສະເໝີ ແລະ ງາມ.


ລະບົບຫົດນຳ້ແບບອັດຕະໂນມັດຢູ່ສວນປູກໝາກກ້ວຍ.


ຕົ້ນ​ກວ້ຍ​ແຕ່​ລະ​ກົກຫຼັງຈາກ​ຕັດແຊງ​ລົງແລ້ວ, ຈະ​ຖືກຕັດຖິ້ມ ເພື່ອປູກຕົ້ນໃໝ່.


ໝາກກ້ວຍຫຼັງຈາກທີ່ເກັບມາແລ້ວ, ຈະໄດ້​ຂົນ​ສົ່ງ​ມາ​ສາງ​ເກັບ​ມ້ຽນ​
ເພື່ອປະຕິບັດຂັ້ນຕອນຜະ​ລິດ​ຕະ​ພັນ​ສຳ​ເລັດ​ຮູບ ເພື່ອສົ່ງອອກ. 



ກຳມະກອນຂອງບໍລິສັດ ຖ້ວນເຕີມແທ່ງ (3T) ກຳ ລັງປະຕິບັດ
ບັນດາຂັ້ນຕອນອະນາໄມ, ຕັດຫວີ, ຫຸ່ມຫໍ່ໝາກກ້ວຍ. 



ຫຼັງຈາກເຮັດອະນາໄມສະອາດ​ສະ​ອາງ​ແລ້ວ​ຈະ​ໄດ້ແຊ່ໃນນຳ້ຢາ Tecto 0,2%, ປະໄວ້ໃຫ້ແຫ້ງ ແລ້ວຫຸ່ມຫໍ່ໃສ​ແກັດເຈ້ຍ. 


ສິ່ງສຳຄັນທີ່ສຸດເພື່ອໃຫ້ໝາກກ້ວຍສາມາດສ່ົງອອກໄດ້, ແມ່ນຕ້ອງ​​ໄ​ດ້​ຫລີກ​ລ້ຽງ
​ການ​ສັດ​ຕູ​ພືດດູດນຳ້ຢາງໝາກກ້ວຍ​ຍັງອ່ອນ, ​ບໍ່​ໃຫ້ຖືກນຳ້ໝອກ​ຈະເຮັດໃຫ້ເປືອກຊຳ້,
ຮັບປະກັນໃຫ້ໝາກກ້ວຍ ຍັງມີສີສັນທີ່ສົດຊື່ນ​ຕາມທຳມະຊາດ.​



ແຕ່ລະມື້, ວິສາຫະກິດຜະລິດໝາກກ້ວຍ ຖ້ວນເຕີມແທ່ງ (3T) ໄດ້ສົ່ງໝາກກ້ວຍອອກປະມານ 20 ໂຕນ
ໄປປະເທດຕ່າງໆ ໃນໂລກຄື
: ລັດເຊຍ, ມາເລເຊຍ, .ເກົາຫຼີ ແລະ ບັນດາປະເທດ ອາຣັບ.

 
ອ້າຍ ແທ່ງ ເລີ່ມທໍາການຜະລິດໝາກກ້ວຍຕາມທິດ VietGap ຕັ້ງແຕ່ທ້າຍປີ 2014. ລາວລົງທຶນກໍ່ສ້າງລະບົບຫົດນຳ້ແບບ ອັດຕະໂນມັດ, ນໍາໃຊ້ນໍ້າ​ຈາກແມ່ນຳ້ ແລະ ນຳ້ບາ​ດານ​ເລິກ​ກວ່າ 40 ​ແມັດ. ລະບົບ​ດັ່ງກ່າວຈະຊ່ວຍເຮັດໃຫ້ຫຼຸດຜ່ອນປະລິມານຝຸ່ນ ແລະ ຄ່າແຮງງານ ແຕ່ຜົນ​ໄດ​້ຮັບ​ຊໍ້າພັດ​ສູງ. ສະ​ເລ່ັຍ 3-4 ວັນ, ລະບົບຫົດນຳ້ແບບອັດຕະໂນມັດ ຈະເປີດຂຶ້ນ ເທື່ອໜຶ່ງ. ຕົ້ນປີ 2015, ລາວໄດ້ຮັບໃບຮັບຮອງຜະລິດໝາກກ້ວຍ ຕາມທິດ VietGap ໃນເນື້ອທີ່ 30 ເຮັກຕາ, ສາມາດຜະລິດໝາກກ້ວຍ ​ໄດ້ 1.500 ໂຕນຕໍ່ປີ.
 
ຕາມອ້າຍ ແທ່ງ ແລ້ວ, ເຕັກນິກການປູກຕົ້ນກ້ວຍໃນປະຈຸບັນສ່ວນຫຼາຍ​ແມ່ນນຳໃຊ້ແນວພັນປູກລ້ຽງເຍື້ອລ້ວນແຕ່ໄດ້ຜະລິດ ແລະ ຂະຫຍາຍ​ແນວ​ພັນ​ໃນຫ້ອງທົດລອງ. ນຳໃຊ້ວິທີດັ່ງກ່າວ, ເຮົາສາມາດເປັນເຈົ້າການ ໃນການເກັບກ່ຽວ ​ແລະ ຫຼີກລ້ຽງ​ໄດ້​ຄວາມ​ສ່ຽງ​ຕ່າງໆ.
 
ໃນເງື່ອນໄຂຢູ່​ເຂດທົ່ງພຽງ, ລະຍະຫ່າງປູກຕົ້ນໄມ້ທີ່ເໝາະສົມ ແມ່ນ: 1,8 x 1,8 ແມັດ, ເທົ່າກັບ 3.500 ຕົ້ນຕໍ່ເຮັກຕາໜຶ່ງ. ຫຼັງຈາກປູກແລ້ວຕ້ອງບົ່ມຂີ້ເຫຍື້ອ ແລະ ຫົດນຳ້ໃສ່ຕົ້ນໄມ້ ເພື່ອໃຫ້ຕົ້ນໝາກກ້ວຍປົ່ງຮາກໂດຍໄວ, ສວນກ້ວຍຕ້ອງໄດ້ຮັບ ການເບິ່ງແຍງດູແລເລື້ອຍໆ ເພື່ອຮັບປະກັນໃຫ້ຕົ້ນໝາກກ້ວຍພັດທະນາເປັນຢ່າງດີ, ອອກດອກໄວ ແລະ ໃຫ້ສະມັດຕະພາບສູງ.
 
ຕົ້ນໝາກກ້ວຍຕ້ອງການທາດບຳລຸງສູງ, ພິເສດຝຸ່ນ ກາລີ ແລະ ທາດນີເຕີ ແມ່ນປັດ​ໃຈທີ່ສົ່ງຜົນກະທົບໃຫຍ່ຫລວງບໍ່ພຽງແຕ່ຕໍ່​ໄລຍະເວລາການຈະ​ເລີ​ນເຕີບ​ໂຕ ​ແລະ​ ຕໍ່ສະມັດຕະພາບເທົ່ານັ້ນ, ຫາກຍັງມີ​ຜົນ​ກະທົບ​ຕໍ່ຄຸນນະພາບ, ຄວາມສາມາດ ໃນການຂົນສົ່ງ ແລະ ​ເກັບຮັກສາໝາກກ້ວຍອີກດ້ວຍ.
 
ເວລາໃສ່ຝຸ່ນຕ້ອງຖົມຢູ່ໃຕ້ດິນ. ຝຸ່ນອົງຄະທາດອາດຈະ​ຖົມຕາມຮ່ອງ, ໃສ່ຝຸ່ນເມື່ອເລີ່ມປູກ. ນອກນັ້ນ, ຍັງຕ້ອງ​ເສີມ​ດ້ວຍຝຸ່ນ ເຄມີໃຫ້ຕົ້ນໝາກກ້ວຍດ້ວຍວິທີ​ໂຮຍໂດຍກົງໃສ່ດິນ ຫຼື ຫົດໃສ່ໃບ ໝາກກ້ວຍ ພ້ອມກັບຢາປາບສັດຕູພືດ.
 
ຕາມທ່ານ ຫງວຽນວັນດາດ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ຄວ້າຍເຈົາ ແລ້ວ, ພາຍຫລັງ ຜັນຂະຫຍາຍໂຄງການ “ສ້າງ, ຄຸ້ມຄອງ ແລະ ພັດທະນາຍີ່ຫໍ້ “ໝາກກ້ວຍງ້າວ ຮົ່ງ ​ເມືອງຄວ້າຍເຈົາ”, ມາເຖິງປະຈຸບັນນີ້, ເນື້ອທີ່ ປູກໝາກກ້ວຍງ້າວ ຮົ່ງ ຂອງເມືອງ ໄດ້​ເພີ່ມ​ຂຶ້ນ​ເປັນຈຳນວນ ປະມານ500 ເຮັກຕາ.
 
ຂະຫຍາຍ​ການ​ເພາະ​ປູກ​ຕົ້ນໝາກກ້ວຍງ້າວ ຮົ່ງ ຖືເປັນການ ກຳນົດທິດບຸລິມະສິດໜຶ່ງຂອງເມືອງ ຄວ້າຍເຈົາ ໃນວຽກງານ ຫັນປ່ຽນ​ໂຄງ​ປະກອບຂອງການເພາະປູກຕົ້ນ​ໄມ້​ກິນ​ໝາກ. ແຕ່ລະປີ ປະລິມານການຜະລິດບັນລຸໄດ້ກວ່າ 30.000 ໂຕນ, ມີມູນຄ່າກວ່າ 200 ຕື້ດົ່ງ. ເມືອງ ຄວ້າຍເຈົາ ກຳລັງສ້າງ ແຜນກໍານົດ ແລະ ຂະຫຍາຍການປູກຕົ້ນໝາກກ້ວຍງ້າວ ຮົ່ງ ກາຍເປັນເຂດຜະລິດສິນຄ້າ, ເປັນຕົ້ນໝາກໄມ້ຫຼັກ ທີ່ສ້າງລາຍຮັບດ້ານເສດຖະກິດໃຫ້ແກ່ທ້ອງຖິ່ນ.
ບົດ: ກວິ່ງແອງ - ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top