• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ໝວກກັນກະທົບ ທີ່ບໍ່ຫວັງຜົນກຳໄລ Protec

ສ້າງຕັ້ງຂຶ້ນ ໃນປີ 2001, ເຄື່ອນໄຫວ ພາຍໃຕ້ ຮູບແບບ ວິສາຫະ ກິດ ສັງຄົມ, Protec, ຍີ່ຫໍ້ ສິນຄ້າ ສັງກັດບໍລິສັດ ອຸປະກອນຄວາມ ປອດໄພ ຫວຽດນາມ ຈຳກັດ, ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍກອງ ທຶນ ປ້ອງກັນ ແລະ ສະກັດກັ້ນ ບາດເຈັບລົ້ມຕາຍ ອາຊີ (ກອງທຶນ AIP) ບໍ່ພຽງແຕ່ ສະໜອງ ອອກສູ່ຕະຫຼາດ ບັນດາ ໝວກກັນກະ ທົບ “ເຂດຮ້ອນ” ທີ່ມີຄຸນນະພາບສູງ, ເໝາະກັບອາກາດ ແລະ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງປະກອບສ່ວນບໍ່ໜ້ອຍ ເພື່ອຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ເມື່ອເຂົ້າຮ່ວມການສັນຈອນ ຂອງ ຊາວ ຫວຽດນາມ ຫຼາຍຮຸ່ນຄົນ.
Protec ເກີດຂຶ້ນຈາກ ຄວາມເຫັນໃຈ ຂອງ ນັກທຸລະກິດ ຊາວ ອາ ເມລິກາ ຄົນໜຶ່ງ ເມື່ອເຫັນກັບຕາ ແລະ ຮັບຮູ້ໄດ້ ຄວາມສ່ຽງ ທີ່ ກ່ຽວພັນ ເຖິງຄວາມປອດໄພ ໃນການຈະລາຈອນ ທາງບົກ ຢູ່ ຫວຽດນາມ. ປີ 1999, ທ່ານ Greig Craft ໄດ້ມາ ຫວຽດນາມ ດ້ວຍຈຸດປະສົງ ຊຸກຍູ້ການພົວພັນ ດ້ານການຄ້າລະຫວ່າງ ສອງ ປະເທດ ຫວຽດນາມ-ສ ອາເມລິກາ. ທ່ານ Greig Craft ເປັນ ຜູ້ ໄດ້ເຊື່ອມຕໍ່ ວິສາຫະກິດ ສ ອາເມລິກາ ຫຼາຍແຫ່ງ ເຂົ້າດຳເນີນ ທຸລະກິດຢູ່ ຫວຽດນາມ ໃນໄລຍະຕົ້ນ ຊຶ່ງພົ້ນເດັ່ນ ຕ້ອງກ່າວເຖິງ: Ford, Motorola,...

ໃນຊ່ວງເວລາເຄື່ອນໄຫວ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ Greig Craft ຮູ້ສຶກແປກໃຈຢ່າງຍິ່ງ ຕໍ່ການຂະຫຍາຍຕົວ ຂອງ ລົດຍົນຢູ່ ຫວຽດນາມ, ພ້ອມກັນນັ້ນແມ່ນ ຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບກະໂຫຼກຫົວ ໃນອຸບັດເຫດ ຈະລາຈອນ ຕາມທ້ອງຖະໜົນ ກໍເພີ່ມຂຶ້ນໄວເທົ່າທຽມກັນ. ທ່ານ Greig Craft ໄດ້ ຄິດຫຼາຍ ກ່ຽວກັບເລື່ອງນີ້ວ່າ “ເປັນຫຍັງຄົນທັງຫຼາຍບໍ່ໃສ່ ໝວກກັນກະທົບ, ເພາະນີ້ແມ່ນ ວິທີດີທີ່ສຸດ ເພື່ອປ້ອງກັນ ແລະ ຕ້ານການບາດເຈັບກະໂຫຼກຫົວ ເມື່ອເກີດອຸບັດເຫດ”.



ພາບລວມຂອງໂຮງງານ Protec ແຫ່ງໃໝ່ ທີ່ສ້າງຂຶ້ນໃນປີ 2019 ເພື່ອຜັນຂະຫຍາຍຍຸດທະສາດການສົ່ງອອກໝວກກັນກະທົບ Made in Vietnam ໄປຕະຫຼາດເອີຣົບ.


ໂຮງງານຂອງ Protec ຕັ້ງຢູ່ເຂດອຸດສາຫະກຳ ບ໋າທ້ຽນ II, ຕາແສງ ທ້ຽນເກ໋, ເມືອງ ບິ່ງຊວຽນ , ແຂວງ ຫວິ໊ງຟຸກ ດ້ວຍກຳລັງການຜະລິດໝວກເຖິງ 8.000.000 ໜ່ວຍຕໍ່ປີ
ເພື່ອແນໃສ່ຜະລິດໝວກລົດຈັກ ແລະ ລົດຖີບ.



ຜະລິດຕະພັນໝວກກັນກະທົບ Prote ສ່ວນຫຼາຍ ແມ່ນ ຜະ ລິດຈາກ ປຼາສຕິກ ABS. ນີ້ແມ່ນວັດສະດຸທີ່ແຂງ, ສາມາດທົນ ຕໍ່ ແຮງກະທົບ ແລະ ທົນຄວາມຮ້ອນໄດ້ດີ. 
ນີ້ແມ່ນວັດສະດຸທີ່ແຂງ, ສາມາດທົນ ຕໍ່ ແຮງກະທົບ ແລະ ທົນຄວາມຮ້ອນໄດ້ດີ.


Protec ມີລະບົບຫ້ອງທົດລອງ ເພື່ອທົດລອງຜະລິດຕະພັນຕາມມາດຕະຖານສົ່ງອອກ ສໍາລັບຜະລິດຕະພັນໝວກກັນກະທົບຂອງ ເອີຣົບ.


ພິເສດ, ປະຈຸບັນ, Protec ກໍແມ່ນວິສາຫະກິດ ມີຄົນງານພິການ ກວມ 20-30% ໃນຈຳນວນຄົນງານ ຜະລິດໂດຍກົງ ທັງໝົດ 120 ຄົນ.


ບໍລິສັດໝວກກັນກະທົບບໍ່ຫວັງຜົນກຳໄລແຫ່ງທຳອິດຂອງໂລກ, ຍີ່ຫໍ້ Protec ບໍ່ພຽງແຕ່ດຳເນີນງານ ເພື່ອຈຸດປະສົງທີ່ບໍ່ຫວັງຜົນກຳໄລເທົ່ານັ້ນ, ແຕ່ຍັງມີພາລະກິດຕົ້ນຕໍໃນການໂຄສະນາເຜີຍແຜ່,
ຊ່ວຍເຫຼືອຄົນລຸ້ນຫຼັງຂອງຊາວ ຫວຽດນາມ ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບ ເມື່ອເຂົ້າຮ່ວມການສັນຈອນ. 



Prote ມີທີມງານຜູ້ຊ່ຽວຊານ ທີ່ຈາກ ສ ອາເມລິກາ ເພື່ອ ຮ່ວມກັນອອກແບບ ແລະ ຄົ້ນຄວ້າ ກ່ຽວກັບ ໝວກກັນກະທົບ. 

ເຫັນໄດ້ເຖິງຄວາມຈິງດັ່ງກ່າວ, ທ່ານ Greig Craft ໄດ້ກໍ່ຕັ້ງ ກອງ ທຶນປ້ອງກັນ ແລະ ຕ້ານການຮັບບາດເຈັບລົ້ມຕາຍ ອາຊີ, ດ້ວຍ ເປົ້າໝາຍ ຈັດຕັ້ງປະຕິບັດ ໂຄງການ ໝວກກັນກະທົບ ທີ່ ສຸມໃສ່ ເດັກນ້ອຍ. ຕາມທ່ານ Greig Craft ແລ້ວ, ເມື່ອເດັກນ້ອຍ ປ່ຽນ ຄວາມຮັບຮູ້ ຈາກການ ໄດ້ຮັບການສຶກສາ ແລະ ມີຄວາມຮູ້ ກ່ຽວ ກັບ ຄວາມປອດໄພໃນການສັນຈອນ, ເຂົາເຈົ້າຈະເປັນຜູ້ ມີອຳ ນາດ ໃນການໂຄສະນາເຜີຍແຜ່ ໃຫ້ທຸກຄົນໄດ້ຮັບຮູ້ນຳ. ມື້ນັ້ນ, ທ່ານອະດີດປະທານາທິບໍດີ ສ ອາເມລິກາ Binclinton, ໃນລະ ຫວ່າງ ການຢ້ຽມຢາມ ຫວຽດນາມ ໄດ້ຊ່ວຍທ່ານ Greig Craft ເປີດຕົວໂຄງການນີ້.

ໃນເບື້ອງຕົ້ນ, ໝວກກັນກະທົບ ທີ່ໃຊ້ໃນໂຄງການ ແມ່ນໄດ້ເອົາ ມາ ຈາກໂຮງງານແຫ່ງໜຶ່ງຢູ່ ຮົງກົງ, ແຕ່ບໍ່ສະດວກ ໃນໄລຍະ ຍາວ. ຍ້ອນເຫດນັ້ນ, ໃນຕົ້ນປີ 2000, ທ່ານ Greig Craft ໄດ້ສ້າງຕັ້ງໂຮງງານ ຜະລິດໝວກກັນກະທົບ Protec ແຫ່ງທຳອິດຢູ່ ຫວຽດນາມ, ກົງກັບເວລາທີ່ ສ ອາເມລິກາ ແລະ ຫວຽດນາມ ໄດ້ ສ້າງຕັ້ງສາຍພົວພັນທາງການທູດ ເປັນປົກກະຕິຢ່າງເປັນທາງ ການ.

ຕາມທ່ານນາງ ຮວ່າງທິນາເຮືອງ, ຜູ້ອຳນວຍການໃຫຍ່ Protec ແລ້ວ, ຜະລິດຕະພັນ ໝວກກັນກະທົບ ຂອງ ບໍລິສັດ ປະຕິບັດ 2 ໜ້າທີ່ຕົ້ນຕໍຄື: ຮັບໃຊ້ວຽກງານໂຄສະນາ ຄວາມປອດໄພຈະລາ ຈອນ ຂອງກອງທຶນ AIP ແລະ ສະໜອງໃຫ້ແກ່ຜູ້ເຂົ້າຮ່ວມ ການ ສັນຈອນ ໝວກທີ່ເໝາະສົມກັບ ສະພາບອາກາດ ຂອງ ຫວຽດ ນາມ. ໃນປີ 2001, ໂຮງງານດັ່ງກ່າວ ໄດ້ເຂົ້າສູ່ ການດຳເນີນ ການຜະລິດ ຢ່າງເປັນທາງການ.

ໝວກກັນກະທົບທໍາອິດທີ່ ຜະລິດໂດຍ Protec ເອີ້ນວ່າ ໝວກ ກັນກະທົບເຂດຮ້ອນ. ເພື່ອອອກແບບໝວກກັນກະທົບນີ້, Protec ໄດ້ດຳເນີນການວັດແທກ ຫົວຄົນ ຫວຽດ 5.000 ຄົນ ເພື່ອມີຂໍ້ມູນ ສະເພາະ ເພື່ອອອກແບບ ທີ່ເໝາະສົມໃຫ້ໝວກກັນກະທົບ ສຳ ລັບຄົນ ຫວຽດ. ນອກຈາກນັ້ນ ຍັງມີປັດໃຈຕ່າງໆ ເຊັ່ນ ຊ່ອງລະ ບາຍອາກາດ, ປຼາສຕິກ ABS ປອດໄພ, ນ້ຳໜັກເບົາ ແລະ ທົນ ທານ, ເໝາະກັບ ສະພາບອາກາດຂອງ ຫວຽດນາມ, ສ້າງຄວາມ ສະດວກສະບາຍ ໃຫ້ແກ່ຜູ້ນຳໃຊ້. ຕໍ່ມາ ໝວກກັນກະທົບ Protec ໄດ້ຖືກປັບປຸງໃນດ້ານຮູບແບບ ແລະ ການອອກແບບໃຫ້ມີຄວາມ ເໝາະສົມ ກັບຄວາມນິຍົມ ຂອງ ຕະຫຼາດ ໃນແຕ່ລະຍຸກ.

ທຸກໆ 5 ປີ, ຜູ້ຊ່ຽວຊານ ຂອງ Protec ແລະ ມູນນິທິ AIP ຈະສົມ ທົບ ກັບກົມໃຫຍ່ ວັດແທກຄຸນນະພາບ ເພື່ອສ້າງ ແລະ ອັບເດດ ການປ່ຽນແປງມາດຕະຖານ ກ່ຽວກັບໝວກກັນກະທົບ.

ຢູ່ ຫວຽດນາມ, ໝວກກັນກະທົບ ມີລາຄາ 30.000ດົ່ງ/ໜ່ວຍ ໄດ້ ຂາຍ ທົ່ວໄປຕາມຖະໜົນຫົນທາງ, ຜູ້ບໍລິໂພກ ພຽງແຕ່ ຢຸດລົດ ເພື່ອຊື້ ພວກມັນ. ດ້ວຍຄວາມເຫັນອົກເຫັນໃຈ ຂອງຜູ້ກໍ່ຕັ້ງ, ທ່ານ Greig Craft ເຫັນວ່າ ໝວກກັນກະທົບ ຄື ຢາວັກຊີນປ້ອງກັນ ແລະ ຕ້ານການໄດ້ຮັບບາດເຈັບກະໂຫຼກຫົວ, ຜູ້ບໍລິໂພກ ຫວຽດ ນາມ ໄດ້ຂາດຄວາມຮັບຜິດຊອບ ຕໍ່ຄວາມປອດໄພ ຂອງຕົນ.


ດ້ວຍເຫດນັ້ນ, ບໍລິສັດ Protec ບໍ່ພຽງແຕ່ ທຳການຜະລິດ ໝວກ ກັນກະທົບ ທີ່ມີຄຸນນະພາບ, ປອດໄພເທົ່ານັ້ນ, ແຕ່ຍັງລວມເຖິງ ການດໍາເນີນໂຄງການຊຸມຊົນ ຢ່າງຕໍ່ເນື່ອງ ແລະ ຍົກສູງ ຄວາມ ຮັບຮູ້ ຂອງ ຜູ້ບໍລິໂພກ. 


ໜຶ່ງໃນບັນດາລາຍການ, ໂຄງການຊຸມຊົນຂອງ Protec.


ໂຄງການຫມວກກັນກະທົບສໍາລັບເດັກນ້ອຍໄດ້ຖືກປະຕິບັດໂດຍ Protec ເປັນເວລາຫລາຍປີແລ້ວ ໃນທຸກພາກຂອງປະເທດ.
 

ບໍລິສັດ Protec ຍັງໄດ້ນຳໃຊ້ ລະບົບຮ້ານຂາຍຍ່ອຍ ເພື່ອ “ແນໃສ່ ກຸ່ມລູກຄ້າ ທີ່ໃສ່ໃຈເຖິງ ຄວາມປອດໄພ ຂອງຕົນ ແລະ ລູກຫຼານຢ່າງແທ້ຈິງ”. 








ຜະລິດຕະພັນໝວກກັນກະທົບ Prote ສ່ວນຫຼາຍ ແມ່ນ ຜະ ລິດຈາກ ປຼາສຕິກ ABS. ນີ້ແມ່ນວັດສະດຸທີ່ແຂງ, ສາມາດທົນ ຕໍ່ ແຮງກະທົບ ແລະ ທົນຄວາມຮ້ອນໄດ້ດີ. 

ໜຶ່ງໃນໂຄງການ ຕົວແທນທີ່ Protec ໄດ້ ປະຕິບັດ ແມ່ນໂຄງການ ໝວກກັນກະທົບ ໃນໂຮງຮຽນ ສໍາລັບ ເດັກນ້ອຍອາຍຸຕ່ໍາກວ່າ 6 ປີ. ຢູ່ບາງແຂວງ ເຂດພູດອຍທາງພາກເໜືອຄື: ຖ໋າຍຫງວຽນ, ອຽນບ໋າຍ, ຜົນທີ່ໄດ້ຮັບຈາກໂຄງການຄື ກ່ອນມີໂຄງການ ມີພຽງ 13-16% ໃສ່ໝວກກັນກະທົບ, ພາຍຫຼັງມີໂຄງການ ອັດຕາສ່ວນ ໃສ່ໝວກກັນກະທົບໄດ້ເພີ່ມຂຶ້ນເຖິງ 80%.

ທ່ານນາງ ນາເຮືອງ ໃຫ້ຮູ້ວ່າ ນອກຈາກກຸ່ມລູກຄ້າວິສາຫະກິດ ແລ້ວ, ບໍລິສັດ Protec ຍັງໄດ້ນຳໃຊ້ ລະບົບຮ້ານຂາຍຍ່ອຍ ເພື່ອ “ແນໃສ່ ກຸ່ມລູກຄ້າ ທີ່ໃສ່ໃຈເຖິງ ຄວາມປອດໄພ ຂອງຕົນ ແລະ ລູກຫຼານຢ່າງແທ້ຈິງ”. ຕາມທ່ານນາງ ນາເຮືອງ ແລ້ວ, ລູກຄ້າຂອງ Protec ມັກຈະຕັດສິນໃຈ ຊື້ຜະລິດຕະພັນ ພາຍຫຼັງອ່ານຂໍ້ຄວາມ ແລະ ຄຸນຄ່າທາງສັງຄົມ ຂອງ Protec.

ໃນປີ 2019, Protec ໄດ້ປ່ຽນໂຮງງານ ເພື່ອປະຕິບັດ ຍຸດທະສາດ ການສົ່ງອອກໝວກກັນກະທົບ ໄປຍັງຕະຫຼາດ ເອີຣົບ. ປັດຈຸບັນ, ບໍລິສັດ Protec ພວມຄົ້ນຄວ້າ ແລະ ຜະລິດ ໝວກກັນກະທົບ ລົດຖີບ, ໝວກກັນກະທົບສະກີ, ໝວກ ກັນກະທົບ ສຳລັບ ປີນພູ, ໝວກກັນກະທົບລົດຈັກ ຕາມມາດຕະຖານ ເອີຣົບ ແລະ ອື່ນໆ. ນາງ ນາເຮືອງ ໃຫ້ຮູ້ວ່າ: “ຄວາມປາດຖະໜາ ຂອງບໍລິສັດ ແມ່ນ ຢາກສົ່ງອອກ ຜະລິດຕະພັນ ເພື່ອໃຫ້ໂລກຮູ້ ບັນດາຜະລິດຕະ ພັນ ໝວກກັນກະທົບ ຜະລິດຢູ່ ຫວຽດນາມ, ສ້າງຄວາມພາກ ພູມໃຈ ທີ່ຜະລິດຕະພັນ ໄດ້ຜະລິດ ຈາກ ຄົນງານ ຫວຽດນາມ”.
 
ບົດ: ຖາວວີ - ພາບ: ໂດຍ Protec ສະໜອງໃຫ້ - ແປໂດຍ: ບິກລຽນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top