• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍກຳມະກອນກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ, ການເດີນທາງດ້ວຍຄວາມປອດໄພ

      ຈາກທຸກແຖບຖິ່ນໃນທົ່ວປະເທດ ຫວຽດນາມ, ບັນດາຖ້ຽວລົດແຫ່ງຄວາມເມດຕາປານີຈະຊ່ວຍໃຫ້ກຳມະກອນຢູຕ່າງແຂວງ ໄດ້ກັບເມືອເຕົ້າໂຮມ, ຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ບ້ານ.
(ກຳມະກອນໄດ້ຮັບການໂຄສະນາກ່ຽວກັບຄວາມປອດໄພ, ຕັກເຕືອນໃຫ້ໃສ່ຜ້າອັດປາກ- ອັດດັງ)
              ບຸນປີໃໝ່ປະຈຳຊາດ (ຫຼື ບຸນເຕັດ) ປີຂານພວມຄ່ອຍໆວຽນມາໃກ້ຈະຮອດ ແລ້ວ. ໃນຈຸດເວລານີ້, ມີກຳມະກອນຫຼາຍຄົນຢູ່ຕ່າງແຂວງກໍ່ໄດ້ກະກຽມເຄື່ອງສຳພາລະເດີນທາງ, ລໍຖ້າວັນເຮັດວຽກສຸດທ້າຍຂອງປີເກົ່າ ເພື່ອກັບເມືອບ້ານ. ເຖິງວ່າການກັບເມືອບ້ານດ້ວຍຍານພາຫະນະສ່ວນຕົວ ຫຼື ຂີ່ລົດບໍ່ເສຍຄ່າໂດຍກຳມະບານຈັດຕັ້ງກໍ່ຕາມ,ແຕ່ລະຄົນກໍ່ລ້ວນແຕ່ໄດ້ມີການກະກຽມຢ່າງລອບຄອບຖີ່ຖ້ວນ ເພື່ອໃຫ້ການເດີນທາງມີຄວາມປອດໄພໃຫ້ແກ່ຕົນເອງ ແລະ ຍາດຕິພີ່ນ້ອງໃນໂອກາດບຸນເຕັດ.
        ເມື່ອໄດ້ພັກບຸນປີໃໝ່, ຜົວເມຍຂອງອ້າຍ ຫງວຽນວັນເກືອງ ພວມດຳລົງຊີວິດຢູ່ເຂດອຸດສາຫະກຳ ບັກທັງລອງ, ຮ່າໂນ້ຍ ໄດ້ຫ້າງຫາກະກຽມ, ເຮັດອະນາໄມເຮືອນຊານ, ກະກຽມເຄື່ອງຂອງເພື່ອກັບເມືອບ້ານເຕົ້າໂຮມພ້ອມກັບຄອບຄົວໃນໂອກາດບຸນເຕັດ. ຍັງເຫຼືອແຕ່ 4-5 ມື້ເທົ່ານັ້ນ, 2 ຜົວເມຍກໍ່ຈະກັບເມືອບ້ານດ້ວຍລົດຈັກ ເພື່ອຕ້ອນຮັບບຸນເຕັດພ້ອມກັບພໍ່ແມ່ ແລະ ລູກຊາຍກົກທີ່ພວມດຳລົງຊີວິດຢູ່ກັບພໍ່ເຖົ້າ, ແມ່ເຖົ້າ ເພື່ອຫຼີກລ້ຽງໂລກລະບາດໂຄວິດ-19.
        “- ການເດີນທາງກັບເມືອບ້ານ, ຂ້າພະເຈົ້າຈະຂີ່ລົດຈັກ, ໃສ່ໝວກກັນກະທົບ, ໂສ້ງເສື້ອຮັກສາຄວາມອຸ່ນ. ອາທິດໃດທາງບໍລິສັດກໍ່ກວດຫາເຊື້ອໂຄວິດ ສະນັ້ນຂ້າພະເຈົ້າຈຶ່ງຮູ້ສຶກປອດໄພ. ບ້ານຂອງຂ້າພະເຈົ້າແມ່ນຫ່າງຈາກນີ້ປະມານ 30-40 ກມ.”
        “- ອາກາດໜາວ, ຂ້າພະເຈົ້າກໍ່ບໍ່ມັກຂີ່ລົດຈັກປານໃດ, ແຕ່ຍັງບໍ່ທັນມີເງື່ອນໄຂເພື່ອຊື້ລົດໃຫຍ່ໄດ້, ພວກຂ້າພະເຈົ້າມີແຕ່ລົດຈັກເທົ່ານັ້ນ ສະນັ້ນພວກຂ້າພະເຈົ້າຈະກັບເມືອບ້ານດ້ວຍຈັກ”.
        ກໍ່ຄ້າຍຄືກັບຜົວເມຍອ້າຍ ເກືອງ, ເອື້ອຍ ຮ່າທິລົ້ວ, ກຳມະກອນບໍລິສັດ Sumi, ເຂດອຸດສາຫະກຳ ດົ່ງວັນ 2, ແຂວງ ຮ່ານາມ ກໍ່ຫ້າງຫາກະກຽມຂອງຂວັນໃຫ້ແກ່ຄອບຄົວ. ນອກຈາກຂອງຂວັນຂອງບໍລິສັດແລ້ວ, ເອື້ອຍ ລົ້ວ ຍັງຊື້ເສື້ອກັນໜາວໃຫ້ແມ່ ແລະ ຢາບຳລຸງໃຫ້ພໍ່ນຳອີກ. 2 ປີມານີ້ ເອື້ອຍຈຶ່ງໄດ້ກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ ສະນັ້ນຈຶ່ງມີເບີກບານໃຈທີ່ສຸດ. ວັນທີ 28 ບຸນເຕັດນີ້, ເອື້ອຍຈະກັບເມືອບ້ານດ້ວຍຖ້ຽວລົດໂດຍບໍ່ເສຍຄ່າຂອງກຳມະບານ.
        “ກ່ອນທີ່ເຂົ້າຮ່ວມການເດີນທາງນີ້, ພວກຂ້າພະເຈົ້າຕ້ອງໄດ້ກວດຫາເຊື້ອໂຄວິດກ່ອນ ແລະ ຮູ້ສຶກມີຄວາມອຸ່ນອ່ຽນໃຈເມື່ອເດີນທາງໄປໄກຄືແນວນັ້ນ. ທຸກຄົນລ້ວນແຕ່ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດຕາມມາດຕະການ 5 ປະການ ສະນັ້ນຂ້າພະເຈົ້າຈຶ່ງມີຄວາມອຸ່ນອ່ຽນໃຈຫຼາຍ.”
        ນອກຈາກເລື່ອງຈັດຕັ້ງການກວດຫາເຊື້ອດ້ວຍວິທີ PCR ເພື່ອຮັບປະກັນໃຫ້ກຳມະກອນທຸກຄົນໄດ້ກັບເມືອບ້ານລ້ວນແຕ່ມີຜົນເປັນລົບກັບໄວຣັດ, ທ່ານນາງ ແມ່ທິທູ, ປະທານກຳມະບານບໍລິສັດ Honda ຫວຽດນາມ ຢູ່ແຂວງ ຮ່ານາມ, ໃຫ້ຮູ້ວ່າ:
        “ກ່ອນທີ່ຈະກັບເມືອບ້ານ, ກຳມະກອນໄດ້ຮັບການໂຄສະນາກ່ຽວກັບຄວາມປອດໄພ, ຕັກເຕືອນໃຫ້ໃສ່ຜ້າອັດປາກ- ອັດດັງ, ລ້າງມືດ້ວຍນ້ຳຢາຂ້າເຊື້ອ. ກຳມະບານຈະຊື້ອາຫານໃຫ້ແຕ່ລະຄົນທີ່ເຂົ້າຮ່ວມການເດີນທາງນີ້ ເພື່ອສະກັດກັ້ນບໍ່ໃຫ້ເຂົາເຈົ້າ ເຕົ້າໂຮມກັນຫຼາຍຄົນ ແລະ ບໍ່ໄດ້ອອກໄປຊື້ອາຫານຢູ່ນອກອີກ”.
        ກັບເມືອບ້ານດ້ວຍຍານພາຫະນະໃດກໍ່ຕາມ, ແຕ່ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ກຳມະກອນລ້ວນແຕ່ມີຄວາມສຳຄັນແຖວໜ້າ. ທ່ານ ຮີນວັນຕວນ, ປະທານກຳມະບານເຂດຜະລິດ ແລະ ອຸດສາຫະກຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມັງກອນ, ຜູ້ອອກແຮງງານພ້ອມກັບຄອບຄົວຈະເລີ່ມເດີນທາງກັບເມືອບ້ານ.
        “ກຳມະບານເຂດຜະລິດ ແລະ ອຸດສາຫະກຳນະຄອນ ໂຮ່ຈີມິນ ໄດ້ໜູນຊ່ວຍປີ້ຍົນ, ປີ້ລົດໄຟ ໃຫ້ແກ່ຄອບຄົວກຳມະກອນ ທີ່ອອກແຮງງານທຳການຜະລິດສ້າງຜົນກຳໄລໄດ້ແຕ່ 15 ລ້ານດົ່ງ ຫຼື 50 ລ້ານດົ່ງຂຶ້ນໄປ. ໄດ້ໜູນຊ່ວຍປີ້ຍົນ, ປີ້ລົດໄຟກັບເມືອເຕົ້າໂຮມພ້ອມກັບຄອບຄົວ ຕ້ອນຮັບບຸນເຕັດຢູ່ບ້ານ. ກຳມະບານກໍ່ໜູນຊ່ວຍປີ້ລົດໄຟປະມານ 200 ປີ້ໃຫ້ແກ່ຄອບຄົວ ແລະ ປີ້ຍົນ 50 ປີ້ໃຫ້ບັນດາອ້າຍເອື້ອຍນ້ອງກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ”.
        ຈາກທຸກແຖບຖິ່ນໃນທົ່ວປະເທດ ຫວຽດນາມ, ບັນດາຖ້ຽວລົດແຫ່ງຄວາມເມດຕາປານີຈະຊ່ວຍໃຫ້ກຳມະກອນຢູຕ່າງແຂວງ ໄດ້ກັບເມືອເຕົ້າໂຮມ, ຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ບ້ານ. ທ່ານ ເງາະຢຸຍຫຽວ, ຮອງປະທານສະຫະພັນແຮງງານ ຫວຽດນາມ, ໃຫ້ຮູ້ວ່າ:
        “ປະຈຸບັນຢູ່ຫຼາຍແຫ່ງ ກຳມະບານຍັງສືບຕໍ່ຈັດຕັ້ງຖ້ຽວລົດແຫ່ງຄວາມເມດຕາປານີ ເພື່ອນຳຜູ້ອອກແຮງງານກັບເມືອຕ້ອນຮັບບຸນເຕັດຢູ່ບ້ານ. ເມື່ອຈັດຕັ້ງບັນດາຖ້ຽວລົດຄືແນວນັ້ນ, ພວກຂ້າພະເຈົ້າກໍ່ຈັດການກວດຫາເຊື້ອໂຄວິດຢ່າງຄົບຖ້ວນ, ບັນດາມາດຕະການ 5 ປະການໃນການເດີນທາງ ຫຼື ເວລາຜັກຜ່ອນ, ກິນເຂົ້າ ກໍ່ຕ້ອງຮັບປະກັນເງື່ອນໄຂຄວາມປອດໄພ.”
        ບັນດາການໜູນຊ່ວຍ, ແບ່ງປັນຈາກອົງການກຳມະບານໃນທົ່ວປະເທດ, ບໍ່ພຽງແຕ່ນຳຜູ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນໄດ້ກັບເມືອເຕົ້າໂຮມກັບຄອບຄົວດ້ວຍຄວາມປອດໄພເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນການແບ່ງປັນຄວາມຫຍຸ້ງຍາກຂອງກຳມະບານກັບຜູ້ອອກແຮງງານ ພາຍຫຼັງການເຮັດວຽກທີ່ລຳບາກໃນ 1 ປີຜ່ານມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະໄປຮັບເອົາເຂົາເຈົ້າກັບມາເຮັດວຽກພາຍຫຼັງຫຼິ້ນບຸນເຕັດແລ້ວ, ສ້າງຄວາມຫວັງໃນຍາມຕົ້ນປີໃໝ່ໃຫ້ທັງບໍລິສັດ ແລະ ຜູ້ອອກແຮງງານ./.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top