• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ໄວໜຸ່ມຫລົງໄຫລກັບການຫລິ້ນກິລາຕາມຖະໜົນຫົນທາງ

ເຖິງວ່າຫາກໍ່ນຳເຂົ້າມາ ຫວຽດນາມ ແຕ່ປີ 2012 ມານີ້ກໍ່ຕາມ, ມາເຖິງປະຈຸບັນນີ້, ປະເພດກິລາຕາມຖະໜົນຫົນທາງ (Street Workout) ໄດ້ດຶງດູດຄວາມສົນໃຈຈາກໄວໜຸ່ມ ຫວຽດນາມມາຝຶກແອບຢ່າງຫຼວງຫຼາຍ. ມີທີມ Bar Brother ຢູ່ຮ່າໂນ້ຍ ແລະ ທີມ Saigon Calisthenics ຢູ່ນະຄອນ ໂຮ່ຈີມິນ ເປັນສອງທີມທຳອິດທີ່ມີຢູ່ຫວຽດນາມໄດ້ຮັບການ ສ້າງຕັ້ງຂຶ້ນ ແລະ ຝຶກແອບປະເພດກິລາ Street Workout. ຫຼັງຈາກນັ້ນ ກໍ່ເກີດມິີຫຼາຍທ້ອງຖິ່ນໄດ້ສ້າງຕັ້ງຂຶ້ນມາ ແລະ ມີການແບ່ງປັນ, ແລກປ່ຽນເຕັກນິກ ແລະ ບົດຮຽນໃນການຝຶກ ແອບ ເຊິ່ງກັນ ແລະ ກັນ. 
ປະເພດກິລາ Street Workout ບໍ່​ຈຳ​ເປັນຕ້ອງເສຍຄ່າໃຊ້ ຈ່າຍ​ຫັຽງຫຼາຍ ເນື່ອງ​ຈາກວ່າຜູ້ຫຼິ້ນ​ສາສາມາດຫມູນໃຊ້ບັນ ດາເຄື່ອງມື​ອອກ​ກຳ​ລັງ​ກາຍຕ່າງໆ ທີ່ຕິດ​ຕັ້ງຢູ່ສວນສາທາ ລະນະຄື: ເຄື່ອງ​ມືຄານດ່ຽວ, ຄານຄູ່, ເດີ່ນຫາດຊາຍ, ເສື່ອ​ປູ ຫຼື ມູມ​ໃດ​ຫນຶ່ງ​ຂອງຖະໜົນ, ຮ່ອມບ້ານກໍ່ສາມາດນຳ​ໃຊ້ ຝຶກ ແອບໄດ້ແລ້ວ.

ຢູ່ນະຄອນ ໂຮ່ຈີມິນ, ບັນດາສະຖານທີ່ສາທາລະນະຄື: ສວນ ສາທາລະນະ ຮວ່າງວັນຖູ (ເມືອງ ເຕິນບິ່ງ), ສະໂມສອນ ຝຶກແອບກິລາ ຝູ້ເຖາະ (ເມືອງ 11), ສວນສາທາລະນະ 23/9 (ເມືອງ 1), ສວນສາທາລະນະ ເຟືອກບິ່ງ (ເມືອງ 9), ສວນສາ ທາລະນະ ບິ່ງຝູ້ (ເມືອງ 6), ມະຫາວິທະຍາໄລ ຕົນດຶກຖັງ (ເມືອງ 7)... ເປັນສະຖານທີ່ທີ່ວົງການໄວໜຸ່ມຄັດເລືອກເປັນ ບ່ອນຝຶກແອບກິລາປະເພດນີ້.
 

ຕ່າງກັບບັນດາຜູ້ຝຶກແອບກ້າມ​ (gym) ເມື່ອຝຶກແອບກ້າມ ​ຕ້ອງໄດ້​ຝຶກ​ຈາກ​ອຸ​ປະ​ກອນ, ເຄື່ອງຈັກຊ່ວຍຫຼາຍປະ ເພດທີ່ ແຕກຕ່າງກັນ, ຜູ້ຫຼິ້ນ Street Workout ສ່ວນຫຼາຍຈະ ນຳ ໃຊ້ຄວາມແຂງແຮງຂອງຂໍ້ກະດູກ, ກ້າມຊີ້ນ ແລະ ນຳ້ໜັກ ຂອງຮ່າງກາຍເປັນ​ພະ​ລັງ​ສົມ​ທົບ​ເພື່ອຝຶກແອບ. ຜູ້ຫຼິ້ນສາມາດ ຝຶກແອບດ້ວຍ​ຕົນ​ເອງ ຫຼື ຝຶກແອບເປັນກຸ່ມເພື່ອສາມາດຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໄດ້. 

ທີມ Street Workout ຝຶກແອບຢູ່ສວນສາທາລະນະ ຮວ່າງວັນຖູ, ເມືອງ ເຕິນບິ່ງ. 


ຜູ້ຫຼິ້ນສາມາດຝຶກແອບດ້ວຍ​ຕົວ​ຄົນ​ດຽວ ຫຼື ຝຶກແອບເປັນກຸ່ມ ເພື່ອສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນ.


ການຝຶກແອບຂໍ້ກະດູກ ແລະ ກ້າມແຂນ. 


ຍິງສາວກຳລັງຝຶກແອບກັບຄານດ່ຽວທີ່ມີໃນສວນສາທາ ລະນະ.


ການຝຶກແອບຄວາມແຂງແຮງຂອງມືດ້ວຍວິທີການຮັກສາ ຄວາມດຸ່ນດ່ຽງກັບເຊືອກ. 


ການຮັກສາຄວາມດຸ່ນດ່ຽງດ້ວຍມື.


ການຝຶກແອບ​ລວມເປັນກຸ່ມ. 


ຈັງຫວະ​ການ​ສະ​ແດງທີ່ສວຍງາມຂອງນາງ ເຢືອງດາວທ້ວາຍ ແລະ ນາງ ຟ້າມທິທູມາຍ
ຂຶ້ນກັບທີມ
Street workout  ຢູ່ສວນສາທາລະນະ ບິ່ງຝູ້, ເມືອງ 6.



ບົດ​ຝຶກການ​ປະ​ສົມປະສານລະຫວ່າງນາງ ເຢືອງດາວທ້ວາຍ ແລະ ນາງ ຟ້າມທິທູມາຍ.


ປະເພດກິລາ Street workout ໄດ້ດຶງດູດຄວາມສົນໃຈຂອງ
ໄວໜຸ່ມ​ຍິງ​ເຂົ້າ​ຮ່ວມ​ຝຶກ​ແອບເປັນຈຳນວນຫຼວງຫຼາຍ.



ຈັງຫວະທີ່ສວຍງາມຂອງນາງ ຟ້າມທິທູມາຍ ແລະ ນາງ ມິນມິນ.


ຜູ້ຫຼິ້ນ Street workout ຈະມີຮ່າງກາຍທີ່ແໜ້ນແກ່ນ, ວ່ອງ​ໄວ, ​
ຮູບ​ຮ່າງ​ງາມ ແລະ ມີສຸຂະພາບໜຽວແໜ້ນທົນທານ.
ທ້າວ ຫງວຽນຮ່ວານຫວູ, ອາຍຸ 21 ປີ, ສະມາຊິກຂອງທີມ Street workout ຢູ່ສວນສາທາລະນະ ຮວ່າງວັນຖູ ໃຫ້ຮູ້ວ່າ: “ຂ້າພະເຈົ້າເຂົ້າ​ຮ່ວມຝຶກແອບກິລາປະເພດນີ້ ເພາະຢາກ​ເຮັດ​ໃຫ້ສຸຂະພາບ ແລະ ຮ່າງກາຍ​ຂອງ​ຕົນແຂງ​ແຮງຍ້ອນ​ວ່າຮ່າງ ກາຍຂອງ​ຂ້ອຍອ່ອນ​ເພຍມາຕັ້ງແຕ່ຄາວ​ຍັງນ້ອຍ. ພາຍຫຼັງ ການຝຶກ ແອບມາເປັນເວລາໜຶ່ງປີ,ຂ້າພະເຈົ້າມີສຸຂະພາບ ເຂັ້ມແຂງ, ຮ່າງກາຍແໜ້ນແກ່ນ, ບໍ່ຢາກ​ຕຳ​ນິຕົວເອງອິກ ແລ້ວ”.
 
ປະຈຸບັນ, ທີມ Street workout ຢູ່ສວນສາທາລະນະ ຮວ່າງ ວັນຖູ ມີສະມາຊິກທັງໝົດ 20 ຄົນ. ອ້າຍ ນົງບິ່ງເຟືອງ, ອາຍຸ 39 ປີ, ຜູ້ທີ່ມີອາຍຸຫຼາຍກວ່າໝູ່ໃຫ້ຮູ້ວ່າ: “ຂ້າພະເຈົ້າຫຼຸດນຳ​ຫນັກ​ລົງໄດ້ 6 ກິໂລກຣາມໃນເວເລໜຶ່ງປີ ຍ້ອນໄດ້ຝຶກແອບ ກິລາປະເພດນີ້. ດຽວນີ້ ຂ້າພະເຈົ້າຮູ້ສຶກແຂງແຮງຫຼາຍ, ບໍ່ອືດ​ອາດຄືແຕ່ກ່ອນອີກແລ້ວ”.
  
ບົດຝຶກແອບ Street workout ​ຕ່າງໆ​ແມ່ນໄດ້​ຄັດ​ເລືອກ​ຈາກບົດຮຽນທີ່​ຖຶກ​ນຳ​ສະ​ເຫນີຜ່ານທາງອິນເຕີເນັດ, ແຕ່ ສ່ວນ ຫຼາຍແມ່ນບັນດາສະມາຊິກໃນທີມແບ່ງປັນ, ແນະນຳເຊິ່ງກັນ ແລະ ກັນ. ໂດຍ​ສະ​ເພາະ, ປະເພດກິລາ Street workout ອະນຸຍາດໃຫ້ຜູ້ຫຼິ້ນປະດິດສ້າງບັນດາຈັງຫວະໃໝ່​ດ້ວຍຕົນ ເອງ. ບັນດາຈັງຫວະທີ່ມີເຕັກນິກສັບສົນ ແລະ ​ມີຄວາມ ​ຫຸ້ຽງ ຍາກກວ່າ​ແມ່ນຮຽກຮ້ອງໃຫ້ຜູ້ຫຼິ້ນ ມີຄວາມ​ອົດ​ທົນດຸໝັ່ນ ແລະ ບັນລຸໄດ້ໃນລະດັບໃດໜຶ່ງຈຶ່ງ​ສາ​ມາດຝຶກແອບໄດ້.
 
ນາງ ຟ້າມທິທູມາຍ, ອາຍຸ 22 ປີ, ເປັນສະມາຊິກຂອງທີມ Street workout ຢູ່ສວນສາທາລະນະ ບິ່ງຝູ້ ໄດ້ປະ​ດິດສາ້ງ ​ປະສົມຈັງຫວະຂອງ​ກິ​ລາໂຢກາ (Yoga) ເຂົ້າໃນການຝຶກ ແອບ Street workout. ດ້ວຍ​ເຫດນັ້ນ, ​ທ່ານ ນາງ ທູມາຍ ຈຶ່ງມີ ບັນດາບົດຝຶກແອບທີ່ພິເສດສະ​ເພາະ, ທັງແໜ້ນແກ່ນ, ​ອ່ອນໂຕ, ທັງມີຄວາມອ່ອນຊ້ອຍ ແລະ ຄ່ອງແຄ້ວ ອີກດ້ວຍ.
 
ບໍ່ພຽງແຕ່ຝຶກສອ້ມ​ຮ່ວມກັນເທົ່ານັ້ນ, ແຕ່ລະປີ, ບັນດາ ສະໂມ ສອນ Street workout ກໍ່ຈະຈັດຕັ້ງການແຂ່ງຂັນມີ​ສອງ​ເນື້ອ​ໃນ​ຕົ້ນຕໍ່ຄື: ແຂ່ງຂັນການ​ປ​ະ​ຄອງ​ສ່ວນ​ບຸກ​ຄົນ ແລະ ແຂ່ງຂັນ ການ​ສະ​ແດງ​ເປັນທີມ. ລະ​ດັບຄວາມແໜ້ນໜຽວທົນທານດ້ານ ພະລັງ, ສ້າງຮູບພາບ​ທີ່ງາມຕາ ແລະ ມີເຕັກນິກ​ທີ່ຄ່ອງແຄ້ວ, ​ໂດດ​ເດັ່ນ​ຖືເປັນມາດຕະຖານພື້ນຖານເພື່ອຕີລາຄາຄວາມ ສາມາດຂອງບັນດານັກກິລາ. ນອກຈາກນັ້ນ, ສະ​ມາ​ຊິກ​ທີ່ ເຂົ້າຮ່ວມຍັງມີໂອກາດໄດ້ພົບປະແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ, ສ້າງຄວາມສາມັກຄີໃນປະຊາຄົມຝຶກແອບ Street workout.
 
ຮັບຮູ້ໄດ້ຜົນປະໂຫຍດອັນແທ້ຈິງຂອງປະເພດກິລາ Street workout  ທີ່​ໄດ້​ຮັບ, ທ້າວ ຫງວຽນດັ້ງແອງຢຸຍ, ອາຍຸ 23 ປີ, ມີ​ຄວາມ​ມຸ່ງ​ຫວັງຈະ​ນຳ​ສະ​ເຫນີ ແລະ ແນະນຳປະເພດກິລາ ດັ່ງ​ກ່າວໃຫ້ບັນດາເພື່ອນຮ່ວມງານໃນບໍລິສັດຂອງຕົນຝຶກ​ແອບ. ທ້າວ ຢຸຍ ໃຫ້ຮູ້ວ່າ: “ ກາຍ​ຍະ​ບໍ​ລິ​ຫານ​ຈັກ​ສອງ​ສາມ​ຈັງຫວະ​ຄື:ກາຍ​ຍະ​ຄໍ່ ແລະ ກ້າມ​ຊີ້ນ​ແບບງ່າຍໆຫຼັງການເຮັດ ວຽກທີ່ອິດເມື່ອຍກໍ່ຈະຊ່ວຍສ້າງໃຫ້​ຈິດໃຈຜ່ອນ ຄາຍຄວາມ ເຄັ່ງຕຶງເປັນຢ່າງດີ”.

 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top